ຫວຽດນາມປະກອບສ່ວນສ້າງອະນຸພາກພື້ນແມ່ນ້ຳຂອງ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ

                ວັນ​ທີ 24/10, ຢູ່​ຮ່າ​ໂນ້ຍ​ໄດ້​ເລີ່ມ​ດຳ​ເນີນ​ບັນ​ດາ​ເຫດ​ການ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຊຶ່ງລວມມີ: ກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມືກ​ຳ​ປູ​ເຈຍ-ລາວ-ມ້ຽນ​ມາ-ຫວຽດ​ນາມ(CLMV)ຄັ້ງ​ທີ 8, ກອງ​ປະ​ຊຸມ​ຂັ້ນ​ສູງ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ເຢ​ວາ​ດີ-ເຈົ້າ​ພະ​ຍາ-ແມ່​ຂອງ (ACMECS) ຄັ້ງ​ທີ 7 ແລະ ກອງ​ປະ​ຊຸມ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ກ່ຽວ​ກັບ​ແມ່​ນ້ຳ​ຂອງ (WEF - ແມ່​ຂອງ). ເລື່ອງ​ຫວຽດ​ນາມ​ເປັນ​ເຈ​ົ້າ​ພາບຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມນີ້ ແມ່ນ​ເພື່ອ​ແນ​ໃສ່​ເສີມ​ຂະ​ຫຍາຍ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ກັບ​ບັນ​ດາ​ປະ​ເທດ​ເພື່ອ​ນບ້ານ​ໃກ້​ຄຽງ, ປະ​ກອບ​ສ່ວນ​ເຮັດ​ໃຫ້​ບ​ັນ​ດາກົນ​ໄກຮ່ວມ​ມືນີ້​ພັດ​ທະ​ນາ​ຕ​າມ​ທິດ​ທີ່​ແທດ​ຈິງກວ່າ ເພື່ອ​ເປົ້າ​ໝາຍ​ສ້າ​ງ​ອະ​ນຸ​ພາກ​ພື້ນແມ່ນ​ນ້ຳ​ຂອງ​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ.

 

ຫວຽດນາມປະກອບສ່ວນສ້າງອະນຸພາກພື້ນແມ່ນ້ຳຂອງ ແຫ່ງສັນຕິພາບ ແລະ ວັດທະນາຖາວອນ - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ດິງ​ກຸຍ

            ນີ້​ເປັນ​ຄັ້ງ​ທີ 2 ທີ່ຫວຽດ​ນາມ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງກອງ​ປະ​ຊຸມ​ສັ້ນ​ສູງ​ກ່ຽວ​ກັບ​ກ​ານ​ຮ່ວມ​ມື CLMV ແລະ  ACMECS. 3 ກອງ​ປະ​ຊຸມ ACMECS 7, CLMV 8 ແລະ WEF - ແມ່​ຂອງ ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ​ໃນ​ປີ 2016. ການ​ຈັດ​ຕັ້ງ​ບັນ​ດາ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ຢ່າງ​ສຳ​ເລັດ​ຜົນ ແມ່ນ​ມີ​ຄວາມ​ໝາຍ​ສຳ​ຄັນ​ສຳ​ລັບ​ຫວຽດ​ນາມ​ໃນ​ທຸກໆ​ດ້ານ​ຄື : ການ​ເມືອງ, ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ; ເພື່ອ​ຜົນ​ປະ​ໂຫຍດ​ຂອງ​ຫວຽດ​ນາມ​ກໍ​ຄື​ຜົນ​ປະ​ໂຫຍດ​ຂອງ​ບັນ​ດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ການ​ຜູກ​ພັນ​ກັນ​ຢ່າງ​ສະ​ໜິດ​ແໜ້ນ​ໃນ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

     ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ໂຄງ​ການ​ດຳ​ເນີນ​ງານ

   ໂດຍ​ແມ່ນ​ປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ​ໄດ້​ນຳ​ສະ​ເໜີ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ຈາກ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ CLMV 8, ນັ້ນ​ແມ່ນ “ຍາດ​ແຍ່ງ​ໂອ​ກາດ, ສ້າງ​ຮູບ​ປະ​ທຳ​ໃນ​ອະ​ນາ​ຄົດ”. ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ຂັ້ນ​ສູງ ACMECS 7 ແມ່ນ “ມຸ່ງ​ໄປ​ສູ່​ພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ ”; ຫົວ​ຂໍ້​ຂອງກອງ​ປະ​ຊຸມ​ WEF - ແມ່​ຂອງແມ່ນ “ ຊອກ​ຫາ​ຄວາມ​ເປັນ​ເອ​ກະ​ພາບ: ບັນ​ດາ​ການ​ນຳ​ພາກ​ພື້ນ​ແບ່ງ​ປັນ​ວິ​ໄສ​ທັດ​ກ່ຽວ​ກັບພາກ​ພື້ນ​ແມ່​ນ້ຳ​ຂອງ ”. ບັນ​ດາ​ຫົວ​ຂໍ້​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ເປົ້າ​ໝາຍ​ລວມ​ຂອງ​ບັນ​ດາ​ປະ​ເທດນີ້, ນັ້ນ​ແມ່ນ​ສ້າງອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ; ເຮັດ​ໃຫ້​​ພົ້ນ​ເດັ່ນ​ຂຶ້ນ​ກ່ຽວ​ກັບຄວາມ​ຂະ​ຫຍັນ​ຂັນ​ເຄື່ອນ, ຄວາມ​ສາ​ມາດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ໃໝ່​ຂອງ​ບັນ​ດາ​ປະ​ເທດ​ແມ່​ນ້ຳ​ຂອງ, ກໍ​ຄື​ຄວາມ​ຈຳ​ເປັນ​ຕ້ອງ​ປ່ຽນ​ແປງ​ໃໝ່ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ທີ່​ແທດ​ເໝາະ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ດິງ​ກຸຍ ໃຫ້​ຮູ້​ວ່າ : 

    “ ໃນ​ຄັ້ງນີ້, ພວກ​ເຮົາ​ໄດ້​ພະ​ຍາ​ຍາມ​ຍົກ​ອອກຫຼາຍ​ຂໍ້​ລິ​ເລີ່ມ. ຂໍ້​ລິ​ເລີ່ມ​ໃຫຍ່ກວ່າ​ໝູ່​ແມ່ນ​ພວກ​ເຮົາ​ໄດ້​ເຊື້ອ​ເຊີນ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ​ເຂົ້າ​ມາ​ຈັດ​ຕັ້ງ​ກອງ​ປະ​ຊຸມ ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກກ່ຽວ​ກັບ​ແມ່​ນ້ຳ​ຂອງ(WEF - ແມ່​ຂອງ) ຄັ້ງ​ທຳ​ອິດ​ເພື່ອ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງວິ​ສາ​ຫະ​ກິດ​ກັບ​ບັນ​ດາ​ປະ​ມຸກ​ລັດ ແລະ ກັບ​ບັນ​ດາ​ຜູ້​ວາງ​ນະ​ໂຍ​ບາຍ. ຜ່ານ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸ​ມ​ຄັ້ງ​ນີ້, ຫວັງ​ວ່າ ບັນ​ດາ​ຝ່າຍ​ຈະ​ຫຍັບ​ເຂົ້າ​ໃກ້​ກວ່າ​ເພື່ອ​ມີ​ບັນ​ດາ​ໂຄງ​ການ​ໂດຍ​ລະ​ອຽດ​ທີ່​ສຸດ, ຫັນ​ຄຳ​ໝັ້ນ​ສັນ​ຍາ​ໃຫ້​ກາຍ​ເປັນ​ກ​ານ​ກະ​ທຳ​ຕົວ​ຈິງ ”

      ກອງ​ປະ​ຊຸມ​ຄັ້ງ​ນີ້​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ກ່​ວາ 100 ກຸ່ມ​ບໍ​ລິ​ສັດ, ວິ​ສາ​ຫະ​ກິດ​ທີ່​ເປັນ​ສະ​ມາ​ຊິກ​ຂອງເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ ແລະ 60 ວິ​ສາ​ຫະ​ກິດ​ໃຫຍ່​ຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກອະ​ນຸ​ພາກ​ພື້ນ​ແມ່​ນ້ຳຂອງ. ນີ້​ແມ່ນ​ໂອ​ກາດ​ທີ່​ດີ​ເພື່ອ​ໂຄ​ສະ​ນາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ພາກ​ພື້ນ​ແມ່​ນ້ຳຂອງ​ໃຫ້​ແກ່​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ສາ​ກົນ, ປະ​ກອບ​ສ່ວນ​ດຶງ​ດູດ​ເງິນ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ, ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ເພີ່ມ​ທະ​ວີ​ການ​ເຊື່ອ​ມ​ຈອດ​ຢູ່​ພາກ​ພື້ນ​ແມ່​ນ້ຳ​ຂອງ.

    ພ້ອມ​ກັນ​ນັ້ນ, ຫວຽດ​ນາມ​ກໍ​ຍັງ​ສະເໜີບັນ​ດາ​ປະ​ເທດ​ສະ​ມາ​ຊິກ ACMECS, CLMV ກ່ຽ​ວກັບບັນ​ດາ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ປະ​ຕິ​ບັດ​ໂຄງ​ການ​ດຳ​ເນີນ​ງານ​ເຖິງ​ປີ 2030 ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

     ມຸ່ງ​ໄປ​ສູ່​ອະ​ນຸພາກ​ພື້ນ​ແມ່​ນ້ຳຂອງ​ທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ວັດ​ທະ​ນາ​ຖາ​ວອນ

   ໂດຍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ແຕ່​ປີ 2003, ກົນ​ໄກ​ຮ່ວມ​ມື CLMV ແລະ ກົນ​ໄກ​ຮ່ວມ​ມື ACMECS ໄດ້ ແລະ ພວມ​ກາຍ​ເປັນ ກົນ​ໄກ​ຮ່ວມ​ມືທີ່​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ຮ່ວມ​ແມ່​ນ້ຳ​ຂອງ​ສາຍນີ້.

    ພາຍຫຼັງ​ກ​່​ວາ 13 ປີ​ແຫ່ງ​ການ​ເຄື່ອນ​ໄຫວ, ການ​ຮ່​ວມ​ມື CLMV  ແລະ ACMECS ໄດ້​ບັນ​ລຸຫຼາຍ​ໝາກ​ຜົນ​ທີ່​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ, ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາກ​ພື້ນ​ແມ່​ນ້ຳ​ຂອງ, ຮັດ​ແຄບ​ຄວາມ​ຜິດ​ໂຕນ​ກັນ​ໃນການ​ພັດ​ທະ​ນາ​ໃນ​ອາ​ຊຽນ. ຍ້ອນ​ບັນ​ດາ​ການ​ປະ​ຕິ​ຮູບ​ດ້ານ​ເສດດ​ຖະ​ກິດ​ທີ່​ກ້​ວາງ​ເລິກ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫັນ​ເປັນ​ເສ​ລີ ແລະ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຄ້າ ແລະ ການ​ລົງ​ທຶນ, ພາກ​ພື້ນ​ແມ່​ນ້ຳຂອງ​ໄດ້​ກາຍ​ເປັນພາກ​ພື້ນ​ພັດ​ທະ​ນາທີ່​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ເປັນ​ກຳ​ລັງ​ໜູນ​ຊຸກ​ຍູ້​ການ​ເຕີບ​ໂຕ​ທີ່​ສຳ​ຄັນຂອງ​ອາ​ຊຽນ. ຕີ​ລາ​ຄາ​ກ່ຽວ​ກັບ​ບົດ​ບາດ​ຂອງ 2 ກົນ​ໄກ​ນີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ດິງ​ກຸຍ ຖືວ່າ :

     “ 2 ກົນ​ໄກ​ຮ່ວມ​ມືນີ້​ແມ່ນ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ທີ່​ສຳ​ຄັນ​ທີ່​ສຸດ, ເພາະ​ໃນ​ຍອດ​ຈຳ​ນວນ 12 ກົນ​ໄກ​ຮ່ວມ​ມື​ອະ​ນຸພາກ​ພື້ນ​ແມ່​ນ້ຳຂອງ​ໃນ​ປະ​ຈຸ​ບັນ​ນັ້ນ, 2 ກົນ​ໄກ​ຮ່ວມ​ມືນີ້ ໄດ້​ຮວບ​ຮ່ວມ​ບັນ​ດາ​ເນື້ອ​ໃນ​ສຳ​ຄັນ​ທີ່​ສຸດ​ຂອງ​ບັນ​ດ​າປະ​ເທດພາຍ​ໃນ​ເຂດ. ຖ້າ​ຫາກ​ປະ​ຕິ​ບັດ​ກົນ​ໄກ​ຮ່ວມ​ມື​ຢູ່ນອກ​ເຂດ​ເປັນ​ຢ່າງ​ດີນັ້ນ, ບັນ​ດາ​ປະ​ເທດ​ພາຍ​ໃນ​ເຂດ​ຕ້ອງ​ເຮັດ​ດີເສຍ​ກ່ອນ. ແລະ ບັນ​ດາ​ກົນ​ໄກ​ນີ້ ໄດ້​ສ້າງ​ໂອ​ກາດ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ເຂດ​ສ​າ​ມາດ​ໂອ້​ລົມໂດຍ​ກົງ​ນຳ​ກັນ​ກ່ຽວ​ກັບ​ບັນ​ດາ​ຄ​ວາມ​ສົນ​ໃຈ​ຮ່ວມ, ບັນ​ດາ​ບັນ​ຫາ​ຕ້ອງ​ໄດ້​ຮັບ​ການ​ແກ້​ໄຂ. ພ້ອມ​ກັນ​ນັ້ນ, ປະ​ເທດ​ເຫຼົ່າ​ນີ້, ກໍ​ຕ້ອງນອນ​ຢູ່​ໃນ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ​ຂອງ​ອາ​ຊຽນ ”

       ໃນ​ໄລ​ຍະ​ພັດ​ທະ​ນາ​ໃໝ່​ຂອງ​ອະ​ນຸ​ພາກ​ພື້ນ, 2 ກົນ​ໄກ​ຮ່ວມ​ມື CLMV  ແລະ ACMECS ຈະ​ມີ​ບົດ​ບາດ​ສຳ​ຄັນ​ຊ່ວຍ​ບັນ​ດາ​ປະ​ເທດ​ອະ​ນຸ​ພາກ​ພື້ນ​ຜ່ານ​ຜ່າ​ບັນ​ດາ​ສິ່ງ​ທ້າ​ທາຍ​ຮ່ວມ, ຍົກ​ສູງ​ກຳ​ລັງ​ແກ່ງ​ແຍ້ງ, ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ໃໝ່. ດ້ວຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາຍ​າມ​ປະ​ກອບ​ສ່ວນ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ, ຢູ່​ທີ່​ບັນ​ດາ​ກອງ​ປະ​ຊຸມ​ຄັ້ງ​ນີ້, ດ້ວຍ​ບົດ​ບາດ​ເປັນ​ປະ​ເທດ​ເຈົ້າ​ພາບ, ຫວຽດ​ນາມ​ໄດ້​ຕັ້ງ​ໜ້​າພ້ອມ​ກັບບັນ​ດາ​ປະ​ເທດ​ພາ​ຄີ, ນຳກົນ​ໄກ​ຮ່ວມ​ມື CLMV  ແລະ ACMECS ກ້າວເຂົ້າ​ສູ່​ໄລ​ຍະ​ໃໝ່, ນັບ​ມື້​ນັບປະ​ກອບ​ສ່ວນ​ຢ່າງຫຼວງຫຼາຍເຂົ້າ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ວັດ​ທະ​ນາ​ຖາ​ວອນ​ລວມ​​.

ຕອບກັບ

ຂ່າວ/ບົດ​ອື່ນ