ຫວຽດນາມພ້ອມກັບປະຊາຄົມສາກົນຕ້ານການປ່ຽນແປງຂອງດິນຟ້າອາກາດ


(vovworld)- ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ຜົນ​ສຳ​ເລັດ​ຂອງກອງ​ປະ​ຊຸມ​ສຸດຍອດສົນ​ທິ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ (COP 21) ຫາ​ກໍ​ສິ້ນ​ສຸດ​ຢູ່ ປາ​ຣີ ປະ​ເທດ ຝ​ລັ່ງ , ຫວຽດ​ນາມ ໄດ້ ​ແລະ ພວມ​ປະ​ຕິ​ບັດ​ຫລາຍ​ມາດ​ຕະ​ການ ເພື່ອ​ຫລຸດ​ຜ່ອນ​ຜົນ​ຮ້າຍ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ດ​້ວຍ​ລະ​ດັບ​ເພີ່ມ​ປະ​ລິ​ມານ​ຂອງ​ການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​ຄື​ປະ​ຈຸ​ບັນ, ອຸນ​ຫະ​ພູມ​ຫ​ນ່ວຍໂລກ​ອາ​ດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ 3-5  ອົງ​ສາ C ໃນ​ປີ 2100, ກໍ່​ໃຫ້​ເກີດ​ບັນ​ດາ​ຜົນ​ຮ້າຍ​​ຢ່າງຮ້າຍ​ແຮງ​ຄື: ຫິ​ມະ​ເປື່ອຍ, ນ້ຳ​ທະ​ເລ​ ​ຂຶ້ນສູງ ຕື່ມ​ອີກ​ປະ​ມານ 60 cm ແລະ ເພີ່ມ​ທະ​ວີປະ​ກົດ​ການ​ດິນ​ຟ້າ​ອາ​ກາດ​ຮ້າຍ​ແຮງ​ ​ຢູ່​ຫລາຍ​ເຂດ​ໃນ​ຫນ່ວຍ​ໂລກ. ຕາມ​ພະ​ຍາ​ກອນ​ແລ້ວ, ຫວຽດ​ນາມ ແມ່ນ​ປະ​ເທດ​ທີ 3 ໃນ​ຈຳ​ນວນ 10 ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ກວ່າ​ໝູ່​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຫວຽດ​ນາມ​ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ ແລະ ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ບໍ່​ພຽງ​ແຕ່ ມີ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກັບ​ປະ​ຊາ​ຄົມ​ສາ​ກົນ​ໃນ​ການ​ຕ້ານ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ເທົ່າ​ນັ້ນ ຫາກ​ຍັງ​ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ອີກ​ດ້ວຍ.

ຫວຽດນາມພ້ອມກັບປະຊາຄົມສາກົນຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1
ຜົນ​ສະ​ທ້ອນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ
ພາບປະ​ກອບ:internet

ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ໃນ​ເງື່ອນ​ໄຂ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ແຫລ່ງ​ກຳ​ລັງ

       ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຜ່ານ​ເລື່ອງ ທີ່ກອງ​ປະ​ຊຸມ​ສຸດຍອດສົນ​ທິ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຂອງ ສ​ປ​ຊ (COP 21), ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ຢັ້ງ​ຢືນ​ວ່າ: ນັບ​ແຕ່ນີ້​ຮອດ​ປີ 2020, ເຖິງວ່າ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ, ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ແຫລ່ງ​ກຳ​ລັງ​ກໍ​ຕາມ, ແຕ່​ຫວຽດ​ນາມ ຍັງ​ຄົງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ປະ​ລິ​ມານການ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​ລົງ 8% ໃນ​ປີ 2030. ຫວຽດ​ນາມ ອາດ​ຈະ​ຫລຸດ​ຜ່ອນ​ໄດ້ 25% ຖ້າ​ຫາກ​ໄດ້​ຮັບ​ການ​ຫນູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຈາກ​ປະ​ຊາ​ຄົມ​ສາ​ກົນ ແລະ ຈະ​ປະ​ກອບ 1 ລ້ານ USD ເຂົ້າ​ໃນ​ກອງ​ທຶນ​ອາ​ກາດ​ຂຽວ​ໄລ​ຍະ 2016-2020. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ ຫງວຽນ​ງອກ​ເຊີນ, ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຝ​ລັ່ງ ຊີ້​ແຈ້ງວ່າ:

        “ທັດ​ສະ​ນະ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ບັນ​ດາ​ປະ​ເທດ​ຄວນ​ເຄົາ​ລົບ​ສົນ​ທິ​ສັນ​ຍາ​ກ່ຽວ​ກັບ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກ່ຽວ​ກັບ​ລະ​ດັບ​ການ​ພັດ​ທະ​ນາ​ຂອງ​ບັນ​ດ​າ​ປະ​ເທດ​ຕ່າງ​ກັນ,ໝາຍ​ຄວາມ​ວ່າ ບັນ​ດາ​ປະ​ເທດ​ພັດ​ທະ​ນາ, ບັນ​ດາ​ປະ​ເທດ​ຮັ່ງ​ມີ, ບັນ​ດາ​ປະ​ເທດ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​ຫລາຍ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫຍ່ກວ່າ​ເມື່ອ​ທຽບ​ໃສ່​ບັນ​ດາ​ປະ​ເທດ​ທຸກ​ຍາກ, ບັນ​ດາ​ປະ​ເທດ​ປ່ອຍ​ອາຍ​ແກ​ສ​ເຮືອນ​ແກ້ວ​ຫນ້ອຍ ຕ້ອງ​ໄດ້​ຮັບ​ການ​ຫນ​ູນ​ຊ່ວຍ​ກ່ຽວ​ກັບ​ດ້ານ​ການ​ເງິນ ເພື່ອ​ເຂົ້າ​ຮ່ວມ​ພາ​ລະ​ກິດ​ລວມນີ້. ຕ້ອງ​ເຄົາ​ລົບ​ຄວາມ​ແຕກ​ຕ່າງ​ກັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ.”

        ຫວຽດ​ນາມ ກໍ​ເຕື້ອງ​ເຖິງ​ບັນ​ຫາ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ຢູ່ ເຂດ​ທົ່ງ​ພຽ​ງ​ແມ່​ນ້ຳ​ຂອງ ທີ່​ເວ​ທີ​ປາ​ໄສ​ສາ​ກົນ​ນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ພ້ອມ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໂຮນ​ລັງ Mark Rutte ແລະ ທ່ານ​ນາງ​ຮອງ​ປະ​ທານ​ທະ​ນາ​ຄານ​ໂລກ WB, Laura Tusk ໄດ້​ເປັນ​ປະ​ທານ​ຮ່ວມ​ວາ​ລະ​ເຈ​ລະ​ຈາ​ຂັ້ນ​ສູງ “ຫວຽດ​ນາມ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ ເພື່ອ​ຮັບ​ມື​ກັບ​​ບັນ​ດາ​ສິ່ງ​ທ້າ​ທາຍ​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ”.

ຄວາມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

        ໃນ​​ຈຸດ​ເວ​ລາດຳ​ເນີນ ກອງ​ປະ​ຊຸມ COP 21 ຢູ່ ຫວຽດ​ນາມ ໄດ້​ດຳ​ເນີນກອງ​ປະ​ຊຸມ​ທົ່ວ​ໂລກ “ເສີມ​ຂະ​ຫຍາຍ​ບົດບາດ​ຂອງ​ບັນ​ດາ​ສາດ​ສະ​ຫນາ ເຂົ້າ​ຮ່ວມ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ ແລະ ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ”. ກອງ​ປະ​ຊຸມ ໂດຍ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ, ອົງ​ການ​ເອີ​ລົບ​ເຫນືອ ຫນູນ​ຊ່ວຍ​ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ, ນ​ະ​ທີ່ນີ້ ບັນ​ດາ​ສາ​ສະ​ຫນາ ຂອງ​ຫວຽດ​ນາມ ໄດ້​ຍົກ​ສານ​ທີ່​ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ພ້ອມ​ກັບ​ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ທຸກ​ຂັ້ນ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້​າ​ອາ​ກາດ. ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ ພາຍ​ຫລັງ​ກອງ​ປະ​ຊຸມ​ຄັ້ງ​ນີ້ ອີງ​ຕາມ​ແຕ່​ລະ​ສາ​ສະ​ຫນາ ຈະ​ມີ​ແຜນ​ການ​ກະ​ທຳ​ຂອງ​ຕົນ. ອົງ​ການ​ສາ​ສະ​ຫນາ​ຢູ່​ຂັ້ນ​ສູນ​ກາງ ຈະ​ແນະ​ນຳ​ໃຫ້​ສາ​ສະ​ຫນາ​ຢູ່​ທ້ອງ​ຖິ່ນ​ຕົນ ເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ການ​ກະ​ທຳ. ສ່ວນ​ບັນ​ດາ​ແຂວງ, ສາ​ສະ​ຫນາ ຈະ​ມີ​ການ​ເຮັດ​ວຽກ​ກັບ​ແນວ​ໂຮມ​ປະ​ເທ​ດ​ຊາດ, ພະ​ແນກ​ຊັບ​ພະ​ຍາ​ກອນ ສິ່ງ​ແວດ​ລ້ອມ ເພື່ອ​ລົງ​ນາມ​ໃນ​ໂຄງ​ການ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົງ​ຢູ່​ຂັ້ນ​ແຂວງ ແລະ ລົງ​ຮອດ​ຕາ​ແສງ. ຫ​ລັງ​ຈາກນັ້ນ ແຂວງ ຈະ​ຈັດ​ການ​ສະ​ຫລຸບ​2 ປີ ເທື່ອ​ຫນຶ່ງ, 3 ປີ ຈະ​ສະ​ຫລຸບ​ຢູ່​​ລະ​ດັບຊາດ. ວຽກ​ງານ​ໂຄ​ສະ​ນາ​ຈະ​ໄດ້​ຍູ້​ແຮງ​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້, ການ​ກະ​ທຳ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ແຕ່​ລະ​ຄົນ​​ກ່ຽວ​ກັບ​ບັນ​ຫານີ້.”

        ໃນ​ຫລາຍ​ປີ​ຜ່ານ​ມາ, ທ​ຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ​, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຂອງ​ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ໃນ​ຍຸດ​ທະ​ສາດນີ້, ເລື່ອງ​ຫລຸ​ດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​​ທີ່ຫຍໍ້​ທ​ໍ້​​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ພິ​ເສດ ສຳ​ລັບ​ເຂດ​ຜະ​ລິດ​ເຂົ້າ​ສານ​ໃຫຍ່ກວ່າ​ໝູ່ ນັ້ນ​ແມ່ນ​ເຂດ​ທົ່ງ​ພຽ​ງ​ແມ່​ນ້ຳ​ຂອງ​ໄດ້​ຮັບ​ຖື​ວ່າ ແມ່ນ​ວຽກ​ງານ​ທີ່​ຮີບ​ດ່ວນ​ຕົ້ນ​ຕໍ. ກ່ຽວ​ກັບ​ສິ່ງນີ້, ທ່ານ​ຮອງ​ສາດ​ສະ​ດາ​ຈານ, ດ​ຣ ເລ​ແອງ​ຕວນ, ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ຄົ້ນ​ຄ້​ວາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຫວຽດ​ນາມ, ມະ​ຫາ​ວິ​ທ​ະ​ຍາ​ໄລ ເກີນ​ເທີ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ສາ​ມາດ​ຫັນ​ປ່ຽນ​ບັນ​ດາ​ຜົນ​ລະ​ປູກ​ນຳ​ໃຊ້​ນ້ຳ​ຫນ້ອຍກວ່າ ພ້ອມ​ທັງ​ຕ້ອງ​ປະ​ຢັດ​ນ້ຳ. ຄຽງ​ຄູ່​ກັນ​ນັ້ນ ພວກ​ເຮົາ​ຕ້ອງ​ຊ່ວຍ​ປະ​ຊາ​ຊົນ​ຄິດ​ເຖິງ​ເລື່ອງ​ປ່ຽນ​ແປງ​ອົງ​ປະ​ກອບ​ການ​ຜະ​ລິດ. “

        ດ້ວຍ​ຈຸດ​ໝາຍ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ຕາມ​ທ່າ​ອ່ຽງ​ເຕີບ​ໂຕຂຽວ, ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ກັບ​ປະ​ຊາ​ຄົມ​ສາ​ກົນ ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຫວຽດ​ນາມ ກໍ​ໄດ້​ສ້າງ​ບັນ​ດາ​ແຜນ​​ພັດ​ທະ​ນາ, ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ປ້ອງ​ກັນ, ຕ້ານ​ໄພ​ທຳ​ມະ​ຊາດ​ຈຸດ​ສຸມ​​ແລະ​ຮີບ​ດ່ວນ, ຄົ້ນ​ຄ້​ວາ ແລະ ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ ເພື່ອ​ປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

 

       

ຕອບກັບ

ຂ່າວ/ບົດ​ອື່ນ