ຫວຽດນາມພ້ອມກັບປະຊາຄົມໂລກຕ້ານການປ່ຽນແປງຂອງດິນຟ້າອາກາດປີ2016

(vovworld)- ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ທີ່​ສຸດ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຍຸດ​ທະ​ສາດ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແຫ່ງ​ຊາດ​ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຮຽກ​ຮ້ອງ​ການ​ຫນູນ​ຊ່ວຍ​ໄລ​ຍະ​ຍາວ​ຈາກ​ບັນ​ດາ​ນັກ​ອຸ​ປະ​ຖຳ​ສາ​ກົນຢ່າງ​ແຮງ ແລະ ມີ​ຫລາຍ​ໂຄງ​ການ​ກ່ຽວ​ຂ້ອງ​ເຖິງ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢູ່​ຫວຽດ​ນາມ. ປີ 2016, ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ສືບ​ຕໍ່​​ໄດ່​ຮັບ​ການຍູ້​ແຮງ, ສ້າງ​ກຳ​ລັງ​ຫນູນ​​ຢ່າງຕັ້ງ​ຫນ້າ​ໃຫ້​ແກ່​ຫວຽດ​ນາມ ໃນ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ກອບ​ສ່ວນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຫວຽດນາມພ້ອມກັບປະຊາຄົມໂລກຕ້ານການປ່ຽນແປງຂອງດິນຟ້າອາກາດປີ2016 - ảnh 1
ເວ​ທີ​ປາ​ໄສ​ການ​ໂອ້​ລົມ​ສົນ​ທະ​ນາ​ຂັ້ນ​ສູງ​ລະ​ຫວ່າງ​ຄະ​ນະ​ກຳ​ມະ​ການ
ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແລະ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ
ພາບ:nhandan.com.vn

        ໄລ​ຍະ​ຜ່ານ​ມາ, ຫວຽດ​ນາມ ໄດ້ ແລະ ພວມ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ບັນ​ດາ​ຍຸດ​ທະ​ສາດ​ການ​ເຕີບ​ໂຕ​ຂຽວ, ​ການປ້ອງ​ກັນ ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ພັດ​ທະ​ນາ​​ການ​ຜະ​ລິດພະ​ລັງ​ງານ​ຄືນໃຫມ່… ດ້ວຍ​ຫລາຍ​ລາຍ​ການ, ໂຄງ​ການ​ເໝາະ​ສົມ​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແລະ ຫລຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ. ໃນ​ວິ​ວັດ​ການນັ້ນ, ຫວຽດ​ນາມໄດ້​ຮັບ​ການ​ຫນູນ​ຊ່ວຍ​ຢ່າງ​ຕັ້ງ​ຫນ້າ​ຈາກ​ປະ​ຊາ​ຄົມ​ສາ​ກົນ.

ຄຳ​ໝັ້ນ​ສັນ​ຍາ​ຫນູນ​ຊ່ວຍ​ຈາກ​ປະ​ຊ​າ​ຄົມ​ສາ​ກົນ

       ປີ 2016, ຫວຽດ​ນາມ ສືບ​ຕໍ່​ເປີດກວ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ​ສອງ​ຝ່າຍ ແລະ ຫລາຍ​ຝ່າຍ, ພິ​ເສດ ແມ່ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ສິ່ງ​ແວດ​ລ້ອມ, ຊັບ​ພະ​ຍາ​ກອນ​ນ້ຳ, ອຸ​​ຕຸນິ​ຍົມ​ອຸ​ທົກ​ກະ​ສາດ ແລະ ການ​ຄ​ຸ້​ມ​ຄອງ​ທີ່​ດິນ. ໝາກ​ຜົນ​ນັ້ນ​ແມ່ນ ຜູ້​ຕາງ​ຫນ້າ​ຫລາຍ​ປະ​ເທດ, ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຫນູ​ນ​ຊ່ວຍ ຫວຽດ​ນາມ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ເມື່ອ​ລົງ​​ຢ້ຽມ​ຢາມບັນ​ດາ​ເຂດ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນ​ັກ​ຫນ່ວງ​ທີ່​ສຸດ​ຍ້ອນ​ໄພ​ນ້ຳ​ເຄັມ​ຢູ່ ແຂວງ ເບນ​ແຈ ເມື່ອ​ເດືອນ 5/2016, ທ່ານ​ຮອງ​ເລ​ຂ​າ​ທິ​ການ​ໃຫຍ່ ສ​ປ​ຊ, Jan Eliasson ຢືນ​ຢັນວ່າ: ສ​ປ​ຊ ຈະ​ຫນູນ​ຊ່ວຍ​ຫວຽດ​ນາມ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ໄພ​ແຫ້ງ​ແລ້ງ, ການ​ແຊກ​ຊືມ​ຂອງ​ນ້ຳ​ເຄັມ ດ້ວຍ​ບັນ​ດາ​ແຜນ​ການ​ລະ​ອຽດ. ສ​ປ​ຊ ຄາດ​ວ່າ ຈະ​ຂົນ​ຂວາຍ​ປະ​ຊາ​ຄົມ​ສາ​ກົນ ຈຳ​ນວນ​ເງິນ​ປະ​ມານ 50 ລ້ານ USD ເພື່ອ​ຫນູນ​ຊ່ວຍ​ໃຫ້​ບັນ​ດາ​ປະ​ເທດ​ພວມ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໄພ​ນ້ຳ​ເຄັມ ໃນ​ນັ້ນ ມີ​ຫວຽດ​ນາມ. ​ໃນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ຫວຽດ​ນາມ ເມ​ື່ອ​ເດືອນ 11/2016, ທ່ານ Karmenu  ຂ້າ​ຫລວງ​ໃຫຍ່​ກ່ຽວກັບ​ສິ່ງ​ແວດ​ລ້ອມ​ຂອງ ສະ​ຫະ​ພາບ​ ເອີ​ລົບ ​ໄດ້ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຫນູນ​ຊ່ວຍ​ຫວຽດ​ນາມໃນ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ​ທະ​ເລ, ຂຸດ​ຄົ້ນ​ພະ​ລັງ​ງານ​ຈາກ​ທະ​ເລ, ຫນູນ​ຊ່ວຍ, ແບ່ງ​ປັນ​ຂໍ້​ມູ​ນ​ຂ່​າ​ວ​ສານ​​ການ​ຄົ້ນ​ຄ້​ວາກ່ຽວ​ກັບ​ທະ​ເລ. ແລະ​ກໍ​ໃນ​ປີ 2016, ທະ​ນາ​ຄານ​ໂລກ WB ໄດ້​ອະ​ນຸ​ມັດ​ບ້ວງ​ສິນ​ເຊື່ອ 310 ລ້ານ USD ເພື່ອ​ຊ່ວຍ​ຫວຽດ​ນາມ ຍົກ​ສູງ​ກຳ​ລັງ​ແຮງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ 1,2 ລ້ານ​ຄົນ​ທີ່​ດຳ​ລົງ​ຊີ​ວິດ​ຢູ່ 9 ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ.

ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ບັນ​ດາ​ໂຄງ​ການ​ຫນູນ​ຊ່ວຍ

ພ້ອມ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຈ​າກ​ປະ​ຊາ​ຄົມ​ສາ​ກົນ, ປີ 2016 ມີ​ຫລາຍ​ໂຄງ​ການ​ຫນູນ​ຊ່ວຍ​ຫວຽດ​ນາມ ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ ແລະ ເສີມ​ຂະ​ຫຍາຍຢ່​າງ​ປະ​ສິດ​ທິ​ຜົນ. ກິດ​ຈະ​ກຳ​ຍົກ​ລະ​ດັບ​ຄັນ​ຄູ​​ກັນ​ນ້ຳ​ເຄັມ ສົມ​ທົບ​ກັບ​ເສັ້ນ​ທາງ​ຄົມ​ມະ​ນາ​ຄົມ​ຫລີກ​ລ້ຽງ​ພາ​ຍຸ​ນ້ຳ​ຖ້ວມ​ມີ​ຄວາມ​ຍາວ 1,6 ​ກິ​ໂລ​ແມັດ ຊື່ງ​ໄດ້​ຮັບ​ການກໍ່ສ້າງ​ຢູ່​ເທດ​ສະ​ບານ ຕາມ​ຢາງ, ເມືອງ​ນູຍ​ແທ່ງ ແຂວງ ກວ໋າງ​ນາມ ໄດ້​ສະ​ກັດ​ກັ້ນ​ສະ​ພາບ​ນ້ຳ​ເຄັມ​ຊືມ​ເຂົ້າ​ຢູ່​ທ້ອງ​ຖິ່ນ​ຢ່າງ​ຂ້ຽວ​ຂາດ. ໃນ​ຂະ​ນະ​ນັ້ນ, ຜ່ານ​ການ​ຫນູນ​ຊ່ວຍ​ຈາກ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​, ສະ​ພາ​ກາ​ແດງ ຫວຽດ​ນາມ ໄດ້​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ຢູ່​​ເຂດແຄມ​ທະ​ເລ ກໍ່​ສ້າງ​ເຮືອນ​ມີ​ຫລາຍ​ຄຸນ​ປະ​ໂຫຍດ​ເພື່ອ​ຮັບ​ໃຊ້​ປະ​ຊາ​ຊົນ​ຢູ່​ເຂດ​ເຄີຍ​ຖືກ​ຜົ​ນ​ສະ​ທ້ອນ​ຈາກ​ໄພ​ທຳ​ມະ​ຊາດ ແລະ ກິດ​ຈະ​ກຳ​ສະ​ຫນອງ​ນ້ຳ​ຈືດ​ຢູ່​ບັນ​ດາ​ເຂດ​ທີ່​ຖືກ​ນ້ຳ​ເຄັມ​ແຊກ​ຊືມ​ດ້ວຍ​ລະ​ດັບ​ສູງ. ຄຽງ​ຂ້າງ​ບັນ​ດາ​ປະ​ເທດ​ຄື: ຍີ່​ປຸ່ນ, ຝ​ລັ່ງ, ໂຮນ​ລັງ, ແດນ​ມາກ​ແລ້ວ, ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ດ້ວຍ​ບັນ​ດາ​ໂຄງ​ການ​ທີ່​ສຸມ​ໃສ່​ເຂົ້າ​ໃນ​ການ​ຊ່ວຍ​ໃຫ້​ຫວຽດ​ນາມ ສ້າງ​ກົນ​ໄກ​ນະ​ໂຍ​ບາຍ, ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ, ຫລຸດ​ຜ່ອນ​ການ​ປ່ອຍ​ອາຍ​​ພິ​ດເຮືອນ​ແກ້ວ ແລະ ປູກ​ປ່າ. ທ່ານ Eric Sidgwick, ຜູ້​ອຳ​ນວຍການ​ທະ​ນາ​ຄານ​ພັດ​ທະ​ນາ ອາ​ຊີ ຢູ່​ຫວຽດ​ນາມ ໃຫ້​ຮູ້​ວ່າ: “ADB ພວມ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຄຸ້ມ​ຄອງ ແລະ ຫລຸດ​ຜ່ອນ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ຖ້ວມ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ເປີດກວ້າງ, ໃນ​ນັ້ນ ມີ​ຫວຽດ​ນາມ. ໂຄງ​ການ​ມຸ່ງ​ໄປ​ເຖິງ​ການ​ປັບ​ປຸງ​ລະ​ບົບ​ ​ລະ​ບາຍ​ນ້ຳ ແລະ ຄຸ້ມ​ຄອງ​ແຫລ່ງ​ນ້ຳ​, ຊ່ວຍ​ຍົກ​ສູງ​ຄວາມ​ສາ​ມາດ​ຄວບ​ຄຸມ​ໄພ​ນ້ຳ​ເຄັມ ແລະ ນ້ຳ​ຖ້ວມ”. ທ່ານ ເຈີນ​ຮົ່ງ​ຮ່າ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ ໃຫ້​ຮູ້​ວ່າ:

        “ລັດ​ຖະ​ບານ​ໄດ້​ລະ​ດົມ​ບັນ​ດາ​ອົງ​ການ, ບັນ​ດາ​ປະ​ເທດ​ອື່ນ​ເຂົ້າ​ຮ່ວມ​​ຕ້ານການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢູ່ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ຄື: ໂຮນ​ລັງ. ພວກ​ເຮົາ​ໄດ້​ສ້າງ​ແຜນ​ການ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ໃນ​ນັ້ນ ມີ​ການ​ປ່ຽນ​ແປງ​ໂດຍ​ພື້ນ​ຖານ​ສຳ​ລັບ​ການ​ພັດ​ທະ​ນາ​ຢູ່​ເຂດນີ້​ໃນ​ອະ​ນາ​ຄົດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກໍ​ໄດ້​ເຊັນ​ອະ​ນຸ​ມັດ​ລາຍ​ການ, ຄາດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ເຕີບ​ໂຕ​ຂຽວ​ຢ່າງ​ເປັນ​ທາງ​ການ, ຕາມນັ້ນ​ແລ້ວ ແມ່ນ​ຊ​ຸກ​ຍູ້​ການ​ລະ​ດົມ​ທຸກ​ແຫລ່ງ​ກຳ​ລັງ​ຮ່ວມ​ມື​ໃຫຍ່​ຫລວງ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ຄູ່​ຮ່ວມ​ມື​ພັດ​ທະ​ນາ​ເພື່ອ​ປະ​ຕິ​ບັດ​ລາຍ​ການ​ຫນູນ​ຊ່ວຍ.”

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ແມ່ນ​ສິ່ງ​ທ້າ​ທາຍ​ໃຫຍ່​ສຳ​ລັບ​ບັນ​ດາ​ປະ​ເທດ​ໃນ​ໂລກ ກໍ​ຄື​ສຳ​ລັບ​ຫວຽດ​ນາມ. ສະ​ນັ້ນ ເພື່ອ​ຮັບ​ມື​ກັ​ບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຄວນ​ລະ​ດົມ​ແຫລ່ງ​ກຳ​ລັງ​ສັງ​ລວມ ແລະ ມີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດ​ທົ່ວ​ໂລກ. ຄຽງ​ຂ້າງນັ້ນ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ບັນ​ດາ​ຝ່າຍ​ກ່ຽວ​ຂ້ອງ ແລະ ປ່ຽນ​ແປງວິ​ທີ​ສຳ​ພັດ​ຈາກ​ການ​ຄຸ້ມ​ຄອງ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄປ​ສູ່​ການ​ຄຸ້ມ​ຄອງ​ໄພ​ທຳ​ມະ​ຊາດ. ທ່ານ​ນາງ Louise Chamberlain, ຜູ້​ຮັກ​ສາ​ການຫົວ​ຫນ້າ​ຜູ້​ຕາງ​ຫນ້າ ສ​ປ​ຊ ປະ​ຈຳ​ຫວຽດ​ນາມ ຖື​ວ່າ:

        “ບັນ​ດາ​ຄວາມ​ສ່ຽງ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ່​ຂຶ້​ນ ຄວນ​ໄດ້​ຮັບ​ການ​ຄິດ​ໄລ່​ໃນ​ບັນ​ດາ​ນະ​ໂຍ​ບາຍ, ລາຍ​ການ​ຂອງ​ຂະ​ແຫນງ​ກະ​ສິ​ກຳ, ພ້ອມ​ທັງ​ດັດ​ປັບ​ການ​ສ້າງ​ແຜນ​ບັນ​ດາ​ລາຍ​ການ​ເພ​ື່ອ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​. ໂຄງ​ການ​ພັດ​ທະ​ນາ​ຂອງ ສ​ປ​ຊ ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ການ​ຄຸ້ມ​ຄອງ​ບັນ​ດາ​ຄວາມ​ສ່ຽງ​ກ່ຽວ​ກັບ​ອາ​ກາດ, ໄພ​ທຳ​ມະ​ຊາດ ເຂົ້າ​ໃນ​ບັນ​ດາ​ນະ​ໂຍ​ບາຍ, ລາຍ​ການ​ຕ່າງໆ​ໃນ​ບັນ​ດາ​ຂະ​ແຫນງ​ການ, ໃນ​ນັ້ນ ມີ​ຂະ​ແຫນງກ​ະ​ສິ​ກຳ, ການ​ສ້າງ​ບັນ​ດາ​ລາຍ​ກາ​ນ​ຄຸ້ມ​ຄອງ​ຄວ​າມ​ສ່ຽງ​ໂດຍ​ອີ​ງ​ໃສ່​ປະ​ຊາ​ຄົມ, ຫລຸດ​ຜ່ອນ​ການ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຢູ່​ປະ​ຊາ​ຄົມ​​ທີ່ດຳ​ລົງ​ຊີ​ວິດ​ຢູ່​ເຂດ​ແຄ​ມ​ທະ​ເລ.”

        ປີ 2016 ແມ່ນ​ປີ​ທີ່​ຫວຽດ​ນາມ ຕ້ອງ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຢ່າງ​ຮ້າຍ​ແຮງ​ທີ່​ສຸດ. ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ໄດ້​ຜັນ​ແປ​ໄປ​ຢ່າງວ່ອງ​ໄວ ແລະ ຮ້າຍ​ແຮງກວ່າ​ເມື່ອ​ທຽບ​ໃສ່​ການ​ປະ​ກາດ​ໃນ​ປີ 2012. ດ້ວຍ​ລະ​ດັບ​ຜົນ​ສະ​ທ້ອນ​ຄື​​ໃນປະ​ຈຸ​ບັນ, ໃນ​ປີ 2030, ຜົນ​ເສຍ​ຫາຍ​ໂດຍ​ໄພ​ທຳ​ມະ​ຊາດກໍ່​ຂຶ້​ນ​ສຳ​ລັບ​ຫວຽດ​ນາມ ອາດ​ຈະ​ຂຶ້ນ​ເຖິງ 3-5% GDP. ສະ​ນັ້ນ ເລື່ອງ​ເປັນ​ເຈົ້າ​ການ​ໃນ​ການ​ລະ​ດົມ, ຫັນ​ແຫລ່ງ​ກຳ​ລັງ​ເປັນ​ຫລາຍ​ຮູບ​ແບບ ເພື່ອ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ພ້ອມ​ກັ​ບ​ບັນ​ດາ​ປະ​ເທດ ເພື່ອ​ແກ້​ໄຂ​ບັນ​ຫາ​ທົ່ວ​ໂລກ​ເທົ່າ​ນັ້ນ ຫາກ​ຍັງ​ມີ​ຄວາມ​ໝາຍ​ສຳ​ຄັນ​ຊ່ວຍ​ໃຫ້​ຫວຽດ​ນາມ ພັດ​ທະ​ນາ​ແບບ​ຍືນ​ຍົງ​ອີກ​ດ້ວຍ.


ຕອບກັບ

ຂ່າວ/ບົດ​ອື່ນ