ຫວຽດນາມມຸ່ງໄປສູ່ເປົ້າໝາຍ ພັດທະນາແບບຍືນຍົງ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13 ພວມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບັນ​ດາ​ໜ້າ​ທີ່, ວິ​ທີ​ການ​ແກ້​ໄຂ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2015 ແລະ ຊຸມ​ປີ​ຕໍ່ໆ​ໄປ. ໃນ​ສະ​ພາ​ວະ​ທີ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ພວມ​ຢູ່​ໃນ​ທ່າ​ຟື້ນ​ຟູ, ການພັດ​ທະ​ນາແບບ​ຍືນ​ຍົງ​ ຍາມ​ໃດ​ກໍ​ແມ່ນ​ເປົ້າ​ໝາຍ​ຂອງ​ຫວຽດ​ນາມ.

 

ຫວຽດນາມມຸ່ງໄປສູ່ເປົ້າໝາຍ ພັດທະນາແບບຍືນຍົງ - ảnh 1
ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 9 ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ​ຊຸດ​ທີ 13

            ໃນ​ຍຸດ​ທະ​ສາດ ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ໄລ​ຍະ 2011-2020, ຫວຽດ​ນາມ​ຕັດ​ສິນ​ໃຈ​ຍູ້​ແຮງກິດ​ຈະ​ການ​ປ່ຽນ​ແປງ​ໃໝ່​ຢ່າງ​ຮອບ​ດ້ານ​ດ້ວຍ 3 ບາດ​ກ້າວ​ບຸກ​ທະ​ລຸ​ຍຸດ​ທະ​ສາດ, ນັ້ນ​ແມ່ນ​ສ້າງ​ລະ​ບອບ​ເສດ​ຖະ​ກິດ​ຕະຫຼາດ​ໃຫ້​ສົມ​ບູນ​ແບບ, ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ຄຸນ​ນະ​ພາບ​ສູງ ແລະ ກໍ່ສ້າງ​ພື້ນ​ຖານ​ໂຄງ​ລ່າງທັນ​ສະ​ໄໝ, ແນ​ໃສ່​ນຳ​ປະ​ເທດ​ຫວຽດ​ນາມ​ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ຕາມ​ທິດ​ທັນ​ສະ​ໄໝ​ໂດຍ​ພື້ນ​ຖານ​ໃນ​ປີ 2020. ໃນ​ສະ​ເພາະ​ໜ້າ, ປີ 2015, ຫວຽດ​ນາມ​ສູ້​ຊົນ​ບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ແມ່ນ 6,2 %, ວົງ​ເງິນ​ສົ່ງ​ອອກ​ເພີ່ມ​ຂຶ້ນ 10%, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ແຮງ​ງານ​ປະ​ມານ 1,6 ລ້ານ​ຄົນ.

      ຄວ​າມ​ສະ​ດວກ​ພ້​ອມ​ກັບ​ສິ່ງ​ທ້າ​ທາຍ

ບົດ​ລາຍ​ງານ​ຂອງ​ລັດ​ຖະ​ບານກ່ຽວ​ກັບ​ສະ​ພາບ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ປີ 2014 ແລະ ຊຸມ​ເດືອນ​ຕົ້ນ​ປີ 2015 ​ ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ ມີບັນ​ດາ​ການ​ຜັນ​ແປ​ຢ່າງ​ຕັ້ງ​ໜ້າ, ເປີດ​ແງ່​ຫວັງ​ເພື່ອ​ໃຫ້​ເສດ​ຖະ​ກິດ​ຫວຽດ​ນາມ​ພັດ​ທະ​ນາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ. ປີ 2014, ຫວຽດ​ນາມ​ປະ​ຕິ​ບັດ​ຢ່າງ​ສຳ​ເລັດ​ຜົນ​ກ່ຽວ​ກັບ​ເປົ້າ​ໝາຍ​ສ້າງ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ, ຈຳ​ກັດ​ໄພ​ເງິນ​ເຟີ້ ແລະ ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ສັງ​ຄົມ. ໃນ​ຈຳ​ນວນ 14 ຄາດ​ໝາຍ​ທີ່​ໄດ້​ວາງ​ອອກ, ແມ່ນ​ມີ​ເຖິງ 13 ຄາດ​ໝາຍ ສາ​ມາດ​ບັນ​ລຸ ແລະ ລື່ນກາຍ​ແຜນ​ການ. ເປັນ​ໜ້າ​ສົນ​ໃຈ ແມ່ນ​ລະ​ດັບ GDP ໃນ​ປີ 2014 ບັນ​ລຸ 5,98%; ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ CPI ຖືກ​ຈຳ​ກັດ​ໃນ​ລະ​ດັບ 1,84% ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນຫຼາຍ​ປີ​ທີ່​ຜ່ານ​ມາ, ບັນ​ລຸ​ລະ​ດັບວົງເງິນ​ສົ່ງ​ອອກ​ເກີນ​ດຸນ 2,1 ຕື້ USD . ທ່ານ ເຈີນ​ຮ່​ວາງ​ເງິນ, ສ.ສ.ຊ ນະ​ຄອນ​ໂຮ່​ຈິ​ມິ​ນ ຕີ​ລາ​ຄາ​ວ່າ :

     “ ຈຸດ​ທີ່​ສະ​ຫວ່າງ​ສະ​ໄຫວ​ທີ 1 ແມ່ນ​ເສດ​ຖະ​ກິດ​ຂະ​ຫຍາຍ​ຕົວ, ລະ​ດ​ັບ​ເງິນ​ເຟີ້ຫຼຸດ​ລົງ​ໃນ 4 ປີ​ລຽນ​ຕິດ. ນີ້​ແມ່ນ​ຜົນ​ສຳ​ເລັດ​ຂອງ​ທັງ 2 ຢ່າງ. ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ​ສືບ​ຕໍ່​ໄດ້​ຮັບ​ການ​ປົວ​ແປງ. ຜົນ​ສຳ​ເລັດ​ທີ 3 ແມ່ນ​​ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ໄດ້​ບັນ​ລຸ​ໝາກ​ຜົນ​ໃດ​ໜຶ່ງ, ໃນ​ນັ້ນ​ຕ້ອງ​ເວົ້າ​ເຖິງການສ້າງ​ໂຄງ​ປະ​ກອບທະ​ນາ​ຄານ​ຄືນ​ໃໝ່, ໜີ້​ເສຍ​ໄດ້​ຮັບ​ການ​ຄວບ​ຄຸມ ”

     ປະ​ຕ​ິ​ບັດ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດ ແລະ ຄົບ​ຊຸດ

  ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​, ມີ ສ.ສ.ຊ ຫຼາຍ​ທ່ານ​ໄດ້​ສະ​ເໜີ ປະ​ຕ​ິ​ບັດ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ຢ່າງ​ຂ້ຽວ​ຂາດເພື່ອພັດ​ທະ​ນາແບບ​ຍືນ​ຍົງ. ຕາມ​ບັນ​ດາ ສ.ສ.ຊ ແລ້ວ, ​ວິ​ທີ​ການ​ແກ້​ໄຂ​ທີ່​ສຳ​ຄັນ​ທີ່​ສຸດ ແລະ ມີ​ລ​ັກ​ສະ​ນະ​ຍາວ​ນານ​ໃນ​ປະ​ຈຸ​ບັນ ແມ່ນ​ຕ້ອງ​ເດັ​ດ​ດຽວ​ປ່ຽນ​ໃໝ່​ຮູບ​ແບບ​ການ​ເຕີບ​ໂຕ​ຕິດ​ພັນ​ກັບ​ການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່, ໃນ​ນັ້ນ ຕ້ອງ​ປະ​ຕິ​ບັດ​ການສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ແຫ່ງ​ລັດ​ຄືນ​ໃໝ່, ສ້າງ​ໂຄງ​ປະ​ກອບລັດ​ວິ​ສາ​ຫະ​ກິດ​ຄືນ​ໃໝ່​ໂດຍ​ຜ່ານ​ການ​ຍູ້​ແຮງ​ການ​ຫັນ​ເປັນຫຸ້ນສ່ວນ​ຕິດ​ພັນ​ກັບ​ການ​ຕິດປະ​ກາດໃນ​ຕະຫຼາດຫຼັກ​ຊັ​ບ. ໃນການສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃໝ່ນັ້ນ, ຄວນ​ສ້າງ​ເງື່ອນ​ໄຂ​ທີ່​ສະ​ດວກ​ທີ່​ສຸດ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ພິ​ເສດ​ແມ່ນ​ວິ​ສາ​ຫະ​ກິດຂະ​ໜາດ​ກາງ ແລະ ນ້ອຍ, ຖື​ວ່າ ນີ້​ແມ່ນ​ກຳ​ລັງ​ໜູນ​ເພື່ອ​ພັດ​ທະ​ນ​າ​ພື້ນ​ຖານ​ເສດ​ຖະ​ກິດ. ສະ​ພາ​ແຫ່ງ​ຊາດ​ຍັງ​ຮຽກ​ຮ້ອງ​ລັດ​ຖະ​ບານ ຈົ່ງ​ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ແກ່​ວິ​ສາ​ຫະ​ກິດ, ຖື​ເປັນ​ສຳ​ຄັນ​ດ້ານ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ແລະ ກຳ​ລັງ​ແກ່ງ​ແຍ້ງ. ທ່ານ ຫງວຽນ​ກາວ​ເຊີນ ສ.ສ.ຊ ແຂວງ​ຮ່​ວາ​ບິງ ສະ​ເໜີ​ວ່າ :  

    “ ສະ​ເໜີ​ລັດຖະ​ບານ​ຈັດ​ສັນ​ແຜນ​ການ​ງົບ​ປະ​ມານ​ສູນ​ກາງ​ໄລ​ຍະ 2016-2020, ໜູນ​ຊ່ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ທີ່​ມີ​ໂຄງ​ການ​ລົງ​ທຶນ​ເຂົ້າ​ຂົງ​ເຂດ​ກະ​ສີ​ກຳ, ຊົນ​ນະ​ບົດ, ມີ​ກົນໄກ​ຮ່ວມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ເຂດ​ໃນ​ຂົງ​ເຂ​ດ​ກະ​ສີ​ກຳ. ລັດ​ຖະ​ບານ​ຍືນ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ ຈົ່ງ​ສືບ​ຕໍ່​ຈຳ​ໜ່າຍພັດ​ທະ​ບັດ​ລັດ​ຖະ​ບານ​ໄລ​ຍະ 2016-2020 ແນ​ໃສ່​ເພີ່ມ​ທະ​ວີ​ບັນ​ດາ​ແຫຼ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ ”

      ຕາມ​ທ່ານ​ ບຸຍກວາງວິງ ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ​ຫວຽດ​ນາມ, ສ.ສ.ຊ ແຂວງ ລາຍ​ເຈົາ​ແລ້ວ, ພ້ອມ​ກັບ​ເລື່ອງ​ຫວຽດ​ນາມ​ຕ້ອງ​ດຶງ​ດູດ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ໃຫ້​ແຂງ​ແຮງນັ້ນ, ລັດ​ຖະ​ບານ​ຄວນ​ສືບ​ຕໍ່​ຈຳ​ກັດ​ໄພ​ເງິນ​ເຟີ້​ໃນ​ລະ​ດັບ​ປະ​ຈຸ​ບັນຄື ປະ​ມານ 5%. ​ທ່ານ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ແຜນ​ການ ແລະ ລົງ​ທຶນ​ຫວຽດ​ນາມ ບຸຍກວາງວິງ ກ່າວວ່າ : (ເທບ) : “ ພວກ​ເຮົາ​ຕ້ອງ​ຮັກ​ສາ​​ລະ​ດັບ​ເງິນ​ເຟີ້​ເປັນ​ປົກ​ກະ​ຕິ, ແຕ່​ພວກ​ເຮົາ​ທັງ​ຮັບ​ປະ​ກັນ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ. ໃນ 2-3 ປີ ມໍ່ໆ​ມານີ້, ລັດ​ຖະ​ບານ​ຍັງ​ຄົງ​ຄາດ​ຄະ​ເນ​ກ່ຽວ​ກັບ​ດັດ​ຊະ​ນີ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ແຕ່ 5 – 7%. ນີ້​ແມ່ນ​ລະ​ດັບ​ທີ່​ເໝາະ​ສົມ. ພວກ​ເຮົາ​ໂຍະ​ຍານ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ສິນ​ເຊື່ອ​ເພື່ອ​ຮັບ​ປະ​ກັນ​ໃຫ້​ແກ່ການ​ລົງ​ທຶນ ແລະ ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ເງື່ອນ​ໄຂ​ທີ່​ດີກ​່​ວາ​ໃນ​ການ​ກູ້​ຢືມ​ທຶນ ”

     ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ​ເພື່ອ​ຮັບ​ໃຊ້​ການ​ເຕີບ​ໂຕ

   ເພື່ອພັດ​ທະ​ນາແບບ​ຍືນ​ຍົງ, ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດການສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ໃຫ້​ສົມ​ບູນ​ແບບ, ສ້າງ​ເງື່ອນ​ໄຂ​ຊຸກ​ຍູ້ການ​ເຕີບ​ໂຕແມ່ນ​ໜ້າ​ທີ່ຮີບ​ດ່ວນ​ໃນ​ປະ​ຈຸ​ບັນ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ສະ​ພາ​ແຫ່ງ​ຊາດມອບ​ໝາຍ​ໃຫ້​ລັດ​ຖະ​ບານ ເລັ່ງ​ໃສ່​ແກ້​ໄຂ​ສິ່ງ​ຍັງ​ຄົງ​ຄ້າງ​ໃນ​ຂົງ​ເຂດ​ນີ້. ທ່ານ ດ​ຣ ເຈີນ​ຢູ​ລິກ ຮອງ​ຫົວ​ໜ້າ​ຄະ​ນະ ສ.ສ.ຊ ນະ​ຄອນ​ໂຮ່​ຈິມ​ິນ ຖື​ວ່າ :

     “  ຕາມ​ຂ້າ​ພະ​ເຈົ້າ​ແລ້ວ, ຕ້ອງກວດກາບັນ​ດາ​ນະ​ໂຍ​ບາຍ, ກົດ​ໝາຍ​ທັງ​ໝົດ. ເຮັດ​ແນວ​ໃດ ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ດຳ​ເນີນ​ທຸ​ລ​ະກິດທີ່​ສະ​ເໝີ​ພາບ​ຢ່າງ​ແທ້​ຈິງ​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ. ໃນ​ໄລ​ຍະ​ໂລ​ກາ​ພິ​ວັດ, ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງກວ່າ​ໝູ່​ສຳ​ລັບ​ວິ​ສາ​ຫະ​ກິດ ແມ່ນ​ຕ້ອງ​ແກ່ງ​ແຍ້ງ​ຈຶ່ງ​ສາ​ມາດ​ຄົງ​ຕົວ ແລະ ຂະ​ຫຍາຍ​ຕົວ​ໄດ້”

    ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມແບບ​ຍືນ​ຍົງ ແມ່ນ​ການ​ເລືອກ​ເຟັ້ນ​ທີ່​ມີ​ລະ​ດັບຍຸດ​ທະ​ສາດ​ຂອງ​ຫວຽດ​ນາມ​ໃນ​ປະ​ຈຸ​ບັນ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຕ້ອງ​ສົມ​ທົບ​ຢ່າງ​ກົມ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ການ​ໜູນ​ຊ່ວຍ​ສັງ​ຄົມ. ພັດ​ທະ​ນາ​ແບບ​ຍືນ​ຍົງ​ກໍ​ແມ່ນ​ໄມ້​ວັດ​ແທກ​ດ້ານ​ພູມ​ປັນ​ຍາ, ຄ​ຸນ​ນະ​ທາດ​ຫວຽດ​ນາມ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ