ຫວຽດນາມມານະພະຍາຍາມແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ

ຫວຽດ​ນາມ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດມີ​ເນື້ອ​ທີ່​ດິນ​ຖືກ​ມົນ​ລະ​ພິດ​ຢ່າງຫຼວງຫຼາຍ​ທິ່​ສຸດຍ້ອນລູກ​ລະ​ເບີດ​ຝັງ​ດິນ ແລະ ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງກວ່າ​ໝູ່​ໃນ​ໂລກ. ທົ່ວ​ປະ​ເທດ​ໄດ້​ມີ 4 ໝື່ນຄົນ​ເສຍ​ຊີ​ວິດ ແລະ ກວ່າ 6 ໝື່ນ​ຄົນ​ໄດ້​ຮັບ​ບາດ​ເຈັບ​ຍ້ອນ​ລູກ​ລະ​ເບີດກໍ່​ຂຶ້ນ ນັບ​ຕັ້ງ​ແຕ່​ປີ 1972 ມາ​ຮອດ​ປະ​ຈຸ​ບັນ. ຫວຽດ​ນາມ​ໄດ້ ແລະ ພວມ​ຜັນ​ຂະ​ຫຍາຍ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແລະ ໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. 

ຫວຽດນາມມານະພະຍາຍາມແກ້ໄຂ ຜົນຮ້າຍຢ້ອນຫຼັງຈາກລູກລະເບີດຍັງບໍ່ທັນແຕກ - ảnh 1
ແຕ່​ລະ​ປີ, ຫວຽດ​ນາມ​ຍັງ​ຄົງ​ສະ​ຫງວນ​ເງິນ 1 ພັນ​ຕື້ກວ່າ​ດົງ​ເພື່ອ​ປະ​ຕິ​ບັດວຽກ​ງານ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ    (baomoi.com)

     ຕາມ​ໝາກ​ຜົນ​ຂອງ​ໂຄງ​ການ “ ສຳຫຼວດ, ສ້າງ​ແຜນ​ທີ່​ກ່ຽວ​ກັບ​ເນື້ອ​ທີ່​ດິນ​ມົນ​ລະ​ພິດ​ຍ້ອນລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ”, ຍອດ​ເນື້ອ​ທີ່​ດິນ​ມົນ​ລະ​ພິດ ແລະ ສົງ​ໄສ​ມົນ​ລະ​ພິດຍ້ອນລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແມ່ນ​ປະ​ມານ 6,8 ລ້ານ​ແຮັກ​ຕາ, ກວມກວ່າ 20% ຍ້ອນ​ເນື້ອ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ. ຈຳ​ນວນລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກແມ່ນ​ຍັງ​ມີ​ຢູ່​ບັນ​ດາ​ແຂວງ, ນະ​ຄອນ​ທັງ​ໝົດ​ໃນ​ທົ່ວ​ປະ​ເທດ, ໃນ​ນັ້ນ ຫຼາຍ​ກ່​ວາ​ໝູ່​ແມ່ນ​ຢູ່​ບັນ​ດາ​ແຂວງ​ທາງ​ພາກ​ກາງ​ຫວຽດ​ນາມ. ຄາດ​ຄະ​ເນ​ວ່າ ນັບ​ແຕ່​ປີ 1975 ມາ​ຮອດ​ປະ​ຈຸ​ບັນ, ລູກ​ລະ​ເບີດ​ທີ່​ຖືກ​ຕົກ​ຄ້າງ​ໃນ​ສົງ​ຄາມ​ໄດ້​ເຮັດ​ໃຫ້ ກວ່າ 4 ໝື່ນຄົນ​ເສຍ​ຊີ​ວິດ ແລະ ກວ່າ 6 ໝື່ນ​ຄົນ​ໄດ້​ຮັບ​ບາດ​ເຈັບ​.

    ຍູ້​ແຮງວຽກ​ງານ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແລະ ໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ.

    ແຕ່​ລະ​ປີ, ຫວຽດ​ນາມ​ຍັງ​ຄົງ​ສະ​ຫງວນ​ເງິນ 1 ພັນ​ຕື້ກວ່າ​ດົງ​ເພື່ອ​ປະ​ຕິ​ບັດວຽກ​ງານ​ເກັບ​ກູ້​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ ແລະ ສະ​ຫງວນ​ເງິນ​ນັບ​ຮ້ອຍ​ຕື້​ດົງ​ໃຫ້​ແກ່​ການ​ປິ່ນ​ປົວ, ໜູນ​ຊ່ວຍ, ຟື້ນ​ຟູ​ສະ​ມັດ​ທະ​ພາບ​ໃຫ້​ຜູ້​ຮັບ​ເຄາະ​ຮ້າຍ, ບຳ​ລຸງ​ສ້າງ​ອາ​ຊີບ, ສ້າງ​ເຂດ​ຕັ້​ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່​ໃຫ້​ແກ່​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. ຫວຽດ​ນາມ​ໄດ້​ດຳ​ເນີນ​ການ​ສຳຫຼວດ, ເກັບ​ກູ້ ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ໄດ້​ນັບ​ຮ້ອຍ​ລ້ານ​ໂຕນ, ບຸກ​ເບີກ​ເນື້ອ​ທີ່​ດິນ​ໄດ້​ນັບ​ແສນ​ແຮັກ​ຕາ, ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ປອດ​ໄພ​ໃຫ້​ແກ່​ປະ​ຊາ​ຊົນ, ຫຼຸດ​ຜ່ອນ​ອຸ​ບັດ​ຕິ​ເຫດ​ຍ້ອນລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກກໍ່​ຂຶ້ນ. ໃນ​ນັ້ນ, ນັບ​ແຕ່​ປີ 2010 ມາ​ຮອດ​ປະ​ຈຸ​ບັນ, ແຕ່​ລະ​ປີ​ຫວຽດ​ນາມ​ສາ​ມາດ​ສຳຫຼວດ ແລະ ເກັບ​ກູ້ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກໃນ​ເນື້ອ​ທີ່​​ດິນແຕ່ 3 ໝື່ນ​ຫາ 5 ໝື່ນ​ແຮັກ​ຕາ. ແຕ່​ວຽກ​ງານນີ້ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ທ່ານ ງຽມ​ດິງ​ຖ້ຽນ ຮອງ​ຫົວ​ໜ້າ​ສູນ​ເຕັກ​ໂນ​ໂລ​ຢີ​ແກ້​ໄຂ​ບັນ​ຫາລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ເຫຼົ່າ​ຮົບ​ທະ​ຫານ​ຊ່າງ​ແສງໃຫ້​ຮູ້​ວ່າ : 

    “ ການສຳຫຼວດ ແລະ ເກັບ​ກູ້ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ໃນ​ເຂດ​ຊຸມ​ຊົນ​ແມ່ນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ  ເພາະ​ຕ້ອງ​ມີ​ແຜນ​ການ ແລະ ມີ​ກຳ​ລັງ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ຢູ່​ບັນ​ດາ​ບໍ​ລິ​ເວນ ຈຶ່ງ​ສາ​ມາດ​ເລີ່ມ​ຕົ້ນ​ວຽກ​ງານ​ສຳຫຼວດ ແລະ ຂຶ້ນ​ແຜນ​ການຊອກ​ຄົ້ນຢູ່​ບັນ​ດາ​ບໍ​ລິ​ເວນນັ້ນ. ນອກ​ຈາກນັ້ນ, ຍັງ​ມີ​ 2 ບັນ​ຫາ : ທີ 1 ແມ່ນ​ຄວາມ​ປະ​ໝາດ, ຍ້ອນ​ການ​ຫາ​ເງິນ​ລ້ຽງ​ຊີບ, ດັ່ງ​ນັ້ນປະ​ຊາ​ຊົນຍັງ​ບໍ່​ທັນ​ເຂົ້າ​ໃຈ​ໝົດ​ກ່ຽວ​ກັບ​ຄວາມ​ເປັນ​ອັນ​ຕະ​ລາຍ​ເມື່ອ​ເຈາະ, ເລື່ອຍ, ຕັດ​ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກເພື່ອ​ເອົາ​ໝື້ ແລະ ເຫຼັກ​ເສດ​ນຳ​ໄປ​ຂາຍ. ທີ 2 ແມ່ນ​ປະ​ຊາ​ຊົນ​ບໍ່​ຮູ້​ຈັກ​ວ່າ ວັດ​ຖຸນັ້ນແມ່ນລູກ​ລະ​ເບີດ​, ວັດ​ຖຸ​ລະ​ເບີດ, ດັ່ງນັ້ນ ໄດ້ເຈາະ, ເລື່ອຍ, ຕັດ​ພາ​ໃຫ້ເກີດ​ຄວາມ​ບາດ​ເຈັບ​ລົ້ມ​ຕາຍ.”

      ເພື່ອ​ຊ່ວຍ​ບັນ​ດາ​​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສ້າ​ງ​ການ​ດຳ​ລົງ​ຊີ​ວິດ​ເປັນ​ປົກ​ກະ​ຕິ, ໃນ​ຊຸມ​ປີ​ທີ່​ຜ່ານ​ມາ, ພັກ, ລັດ​ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​​ນຳ​ນະ​ໂຍ​ບາຍ​ຊ່ວຍ​ເຫຼືອຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກເຂົ້າ​ໃນ​ນະ​ໂຍ​ບາຍ​ລວມ​ສຳ​ລັບ​ຄົນ​ພິ​ການ​ເຊັ່ນ: ປະ​ມວນ​ກົດ​ໝາຍ​ວ່າ​ດ້ວຍ​ແຮງ​ງານ, ກົດ​ໝາຍ​ວ່າ​ດ້ວຍ​ຄົນ​ພິ​ການ, ແຜນ​ຮ່າງ​ໜູນ​ຊ່ວຍຄົນ​ພິ​ການ​ໄລ​ຍະ 2012 – 2020. ພ້ອມ​ກັນ​ນັ້ນ ລັດ​ຖະ​ບານ​ກໍ​ມີ​ບັນ​ດາ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ປົວ​ແປງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ໃຫ້​ແກ່​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. ທ່ານ ໂຕ​ດຶກ ຮອງ​ຫົວ​ໜ້າ​ກົມ​ຊ່ວຍ​ເຫຼືອ​ສັງ​ຄົມ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ : 

    “ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ຕ່າງໆ​ພັດ​ທະ​ນາ​ລະ​ບົບ​ການ​ບໍ​ລິ​ການ​ສຳ​ລັບ​ຄົນ​ພິ​ການ​ເວົ້າ​ລວມ ແລະ ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກເວົ້າ​ສະ​ເພາະ, ໃນ​ນັ້ນ ພັດ​ທະ​ນາ​ລະ​ບົບ​ຟື້ນ​ຟູ​ສະ​ມັດ​ທະ​ພາບ​ໃຫ້​ແກ່ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກໂດຍ​ອີງ​ໃສ່​ວົງ​ຄະ​ນະ​ຍາດ. ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ພວກ​ຂ້າ​ພະ​ເຈົ້າ​ສືບ​ຕໍ່​ກວດ​ກາ​ກົນ​ໄກ​ນະ​ໂນ​ບາຍ ໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ.  ”

     ຫວຽດ​ນາມ​ພ້ອມ​ກັບ​ປະ​ຊາ​ຄົມ​ໂລກ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ

     ເພື່ອເກັບ​ກູ້ລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ​ທີ່ຕົກ​ຄ້າງ​ໃນ​ສົງ​ຄາມ​ຢູ່​ຫວຽດ​ນາມ​ໃຫ້​ໝົດ​ນັ້ນ, ຄາດ​ຄະ​ເນ​ວ່າ​ຫວຽດ​ນາມ​ຕ້ອງ​ການ​ເງິນ​ຈຳ​ນວນກວ່າ 10 ຕື້​ USD ແລະ ປະ​ຕິ​ບັດ​ໃນ​ໄລ​ຍະກວ່າຮ້ອຍ​ປີ, ນັ້ນ​ແມ່ນ​ຍັງ​ບໍ່​ທັນ​ຄິ​ດ​ໄລ່​ເຖິງ​ນັບ​ຕື້ USD ເພື່ອ​ປະ​ຕິ​ບັດ​ການ​ກໍ່​ສ້າງ​ເຂດ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ຄືນ​ໃໝ່, ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຢູ່​ເຂດ​ຖືກ​ມົນ​ລະ​ພິດ​ຍ້ອນ​ລູກ​ລະ​ເບີດ​ຝັງ​ດິນ. ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ວຍ​ບັນ​ດາ​ແຫຼ່ງ​ທຶນ​ຢູ່​ພາຍ​ໃນ​ປະ​ເທດ, ໄລ​ຍະ​ທີ່​ຜ່ານ​ມາ, ມີຫຼາຍ​ອົງ​ການ​ສາ​ກົນ​ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ​ກ່ຽວ​ກັບ​ວຽກ​ງານໜູນ​ຊ່ວຍ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. ກ່ຽວ​ກັບ​ບັນ​ຫານີ້, ທ່ານ ໂຕ​ດຶກ ຮອງ​ຫົວ​ໜ້າ​ກົມ​ຊ່ວຍ​ເຫຼືອ​ສັງ​ຄົມ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໃຫ້​ຮູ້​ວ່າ :

   “ ບົນ​ພື້ນ​ຖານ​ການ​ສົມ​ທົບ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ, ຫວຽດ​ນາມ​ໄດ້​ສ້າງ​ກົນ​ໄກ ນະ​ໂຍ​ບາຍ​ໜູນ​ຊ່ວຍ​ໃຫ້​ສົມ​ບູນ​ແບບ​ເທື່ອ​ລະ​ກ້າວ, ແລ້ວ​ກໍ​ພັດ​ທະ​ນາ​ລະ​ບົບ​ການ​ບໍ​ລິ​ການ ແລະ ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ຖັນ​ແຖວ​ພະ​ນັກ​ງານ​ໃນ​ວຽກ​ງານ​ປ້ອງ​ກັນ ແລະ ຫຼີກ​ລ້ຽງ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ. ຈາກ​ການ​ຮ່ວມ​ມື​ກັບ​ສາ​ກົນ, ບັນ​ດາ​ຄູ່​ຮ່ວມ​ມື​ໄດ້​ມີ​ບັນ​ດາ​ຂໍ້​ສະ​ເໜີ​ແນະ ກັບ​ຫວຽດ​ນາມ​ໃນ​ການ​ເຂົ້າ​ຮ່ວມ​ໃຫ້​ສັດ​ຕະ​ຍາ​ບັນ​ສົນ​ທິ​ສັ​ນ​ຍາຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ສິດ​ທິ​ຄົນ​ພິ​ການ. ນີ້​ແມ່ນ​ຄຳ​ໝັ້ນສັນ​ຍາ​ຢ່ງ​ແຂງ​ແຮງ​ຂ​ອງ​ລັດ​ຖະ​ບານ​ຫວຽດ​ນາມ​ສຳ​ລັບ​ບັນ​ດາ​ຄຳ​ໝັ້ນສັນ​ຍາ​ສາ​ກົນ​ເວົ້າ​ລວມ ກໍ​ຄື​ສຳ​ລັບ​ຄົນ​ພິ​ການ​ເວົ້າ​ສະ​ເພາະ ”

     ປະ​ຈຸ​ບັນ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ຫວຽດ​ນາມ​ໄດ້​ຍື່ນ​ສະ​ເໜີ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຊັນ​ອະ​ນຸ​ມັດ​ແຜນ​ຮ່າງ​ສ້າງ​ຖານ​ຂໍ້​ມູນ​ກ່ຽວ​ກັບ​ການ​ຊ່ວຍ​ໜູ​ນ​ສັງ​ຄົມ, ພ້ອມ​ກັນ​ນັ້ນ, ທາງ​ກະ​ຊວງ​ກໍ​ໄດ້​ສົມ​ທົບ​ກັບ​ສະ​ມາ​ຄົມ​ໜູ​ນ​ຊ່ວຍ​ຄົນ​ພິ​ການ​ຫວຽດ​ນາມ, ກອງ​ທຶນ​ທະ​ຫານ​ຜ່ານ​ເສິກ​ອາ​ເມ​ລິ​ກາ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ​ຜັນ​ຂະ​ຫຍາຍ​ທົດ​ລອງ​ສ້າງ​ລະ​ບົບ​ຖານ​ຂໍ້​ມູນ​ກ່ຽວ​ກັບຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ, ແນ​ໃສ່​ຍົກ​ສູງວຽກ​ງານ​ເບິ່ງ​ແຍງ, ປິ່ນ​ປົວ​ໃຫ້​ແກ່​ຜູ້​ຮັບ​ເຄາະ​ຮ້າຍ​ຈາກລູກ​ລະ​ເບີດ​ຍັງ​ບໍ່​ທັນ​ແຕກ.

ຕອບກັບ

ຂ່າວ/ບົດ​ອື່ນ