ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ

     ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມຫາ​ກໍ​ສິ້ນ​ສຸດ​ບັນ​ດາ​ການ​ເຄື່ອນ​ໄຫວໃນ​ຂອບ​ເຂດກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດ ແຕ່​ວັນ​ທີ 24-28/9 ແລະ ການ​ຢ້ຽມ​ຢາມ​ກຸຍ​ບາ​ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 28-30/9. ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດ ແລະ ການ​ຢ້ຽມ​ຢາມ​ກຸຍ​ບາ​ຢ່າງ​ເປັນ​ທາງ​ການໄດ້​ປະ​ສົບ​ຜົນ​ສຳ​ເລັດ​ຢ່າງ​ດີ​ງາມ, ອັນ​ໄດ້​ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ເປົ້າ​ໝາຍ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຂອງ​ຫວຽດ​ນາມ.​

ຫວຽດນາມຢັ້ງຢືນແນວທາງການຕ່າງປະເທດເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ - ảnh 1
ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄຂ
ກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 70

      ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ໜ້າ, ປະ​ກອບ​ສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ວິ​ວັດ​ການ​ເຈ​ລະ​ຈາຮັບ​ຮອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ 2030 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ທີ່ກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 70 ແລະ ເປັນ​ຂີດ​ໝາຍ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ໃນ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ຫວຽດ​ນາມ - ກຸຍ​ບາ, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມໄດ້​ແບ່ງ​ປັນ​ກັບ​ປະ​ຊາ​ຄົມ​ໂລກ​ໃນຫຼາຍ​ທັດ​ສະ​ນະ​ກ່ຽວ​ກັບ​ເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ ແລະ ບັນ​ດາ​ບັນ​ຫາ 2 ຝ່າຍ ແລະ ຫຼາຍ​ຝ່າຍ.

    ສານ​ກ່ຽວ​ກັບເປົ້າ​ໝາຍ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ

   ຂີດ​ໝາຍ​ທີ່​ພົນ​ເດັ່ນ​ຂອງ​ຫວຽດ​ນາມ​ຢູ່​ທີ່ກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດຄັ້ງ​ທີ 70, ນັ້ນ​ແມ່ນ​ເລື່ອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຂຶ້ນ​ກ່າວ​ປາ​ໄສໃນ​ມື້​ທຳ​ອິດ​ຂອງກອງ​ປະ​ຊຸມ​ຊຶ່ງ​ໄດ້​ຢືນ​ຢັນ​ຫວຽດ​ນາມ​ຈະ ສຸມ​ທຸກໆ​ແຫຼ່ງ​ກຳ​ລັງ, ລະ​ດົມ​ທຸກໆ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ແລະ ປະ​ຊາ​ຄົມ​ເພື່ອ​ປະ​ຕິ​ບັດໂຄງ​ການ​ດຳ​ເນີນ​ງານ 2030 ແລະ ບັນ​ດາເປົ້າ​ຫມາຍ​​ພັດ​ທະ​ນາສະ​ຫັດ​ສະ​ວັດຢ່າງ​ສຳ​ເລັດ​ຜົນ. ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຊີ້​ແຈ້ງ​ເຖິງ​ສານ​ຕ່າງໆ ແລະ ບັນ​ດາຂໍ້​ສະ​ເໜີ​ໃຫຍ່ ຊຶ່ງ​ລວມ​ມີ : ການ​ຮັບ​ປະ​ກັນ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ບົນ​ພື້ນ​ຖານ​ການ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ຊຶ່ງ​ແມ່ນ​ເງື່ອນ​ໄຂ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ປະ​ຕິ​ບັດ​ບັນ​ດາເປົ້າ​ຫມາຍ​​ພັດ​ທະ​ນາແບບ​ຍືນ​ຍົງຢູ່​ແຕ່​ລະ​ປະ​ເທດ​ຢ່າງ​ສຳ​ເລັດ​ຜົນ; ບັນ​ດາ​ປະ​ເທດ​ຕ້ອງ​ມີ​ຄວາມ​ຕັດ​ສິນ​ໃຈ​ດ້ານ​ການ​ເມືອງ​ຢ່າງ​ສູງ, ເສີມ​ຂະ​ຫຍາຍ​ກຳ​ລັງ​ພາຍ​ໃນ ແລະ ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ປະ​ເທດ​ຊາດ​ໃນ​ລະ​ດັບ​ສູງ​ສຸດ, ປະ​ສານ​ສົມ​ທົບ​​ບັນ​ດາເປົ້າ​ຫມາຍ​​ພັດ​ທະ​ນາເຂົ້າກັບທຸກໆ​ນະ​ໂຍ​ບາຍ, ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ, ໃນ​ນັ້ນ ມະ​ນຸດ​ຍາ​ມ​ໃດ​ກໍ​ມີ​ທີ່​ຕັ້ງ​ບົດ​ບາດ​ເປັນ​ສູນ​ກາງ; ຄວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ​່ວມ​ມືທົ່ວ​ໂລກ​ເພື່ອ​​ການ​ພັດ​ທະ​ນາ. ພ້ອມ​ກັບ​ບັນ​ດາ​ບົດ​ປະ​ກອບ​ຄຳ​ເຫັນ​ໃນ​ວາ​ລະ​ປະ​ຊຸມ​ສຳ​ຄັນ​ໃນ​ກອງ​ປະ​ຊຸມ, ທ່ານປະ​ທານ​ປະ​ເທດ ຫວຽດ​ນາມເຈືອງ​ເຕີ້ນ​ຊາງຍັງ​ມີ 3 ບົດ​ປະ​ກອບ​ຄຳ​ເຫັນ ແບ່ງ​ປັນ​ບົດ​ຮຽນ​ກ່ຽວ​ກັບ​ຜົນ​ສຳ​ເລັດ​ຂອງ​ຫວຽດ​ນາມກ່ຽວ​ກັບ​ການ​ພັດ​ທະ​ນາ​ຊົນ​ນະ​ບົດ​ຢ່າງ​ໝັ້ນ​ຄົງ, ຮັບ​ປະ​ກັນ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງຍິງ-ຊາຍ ແລະ ການ​ທີ່​ຫວຽດ​ນາມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ຂອງ​ສະ​ຫະ​ປະ​ຊາ​ຊາດ. ຈາກ​ສານ​ເຫຼົ່າ​ນັ້ນ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ໄດ້​ສັງ​ເກດ​ຫວຽດ​ນາມແມ່ນບໍ່ພຽງ​ແຕ່​ເປັນ​ສັນ​ຍາ​ລັກ​ແຫ່ງ​ການ​ຕໍ່​ສູ້​ເພື່ອ​ຍາດ​ເອົາ​ເອ​ກະ​ລາດ​ແຫ່ງຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ອີກ​ດ້​ວຍ.

     ຫັນ​ການ​ພົວ​ພັນ​ສາ​ກົນ​ເປັນຫຼາຍ​ຮູບຫຼາຍ​ແບບ

    ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມຍັງ​ໄດ້​ພົບ​ປະ 2 ຝ່າຍ​ກັບ​ປະ​ທານ​າ​ທິ​ບໍ​ດີ, ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ຜູ້​ແທນຂອງ​ເກືອບ 20 ປະ​ເທດ​ເພື່ອ​ແລກ​ປ່ຽນ​ບັນ​ດາ​ບັນ​ຫາ​ສາ​ກົນ​ເຊິ່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄ​ວາມ​ສົນ​ໃຈ ແລະ ເພີ່ມ​ທ​ະ​ວີ​ການ​ພົວ​ພັນ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ ແລະ ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ທີ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ, ເປັນ​ຕົ້ນ​ແມ່ນ​ສະ​ຫະ​ປະ​ຊາ​ຊາ​ດ. ທຸກໆ​ປະ​ເທດ​ເມື່ອ​ພົບ​ປະ​ກັບຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ, ກໍ​ລ້ວນ​ແຕ່​ຕີ​ລາ​ຄາ​ສູງ​ກິດ​ຈະ​ການ​ລົບ​ລ້າງ​ຄວ​າມ​ອຶດ​ຫິວ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ຢູ່​ຫວຽດ​ນາມ ແລະ ຖື​ວ່າດ້ວຍ​ບັນ​ດາ​ຜົນ​ງານ​ເຊັ່ນ​ນັ້ນ, ຫວຽດ​ນາມ​ສົມ​ກັບ​​ການ​ສະ​ເໜີ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາ​ດສົກ​ປີ 2020 – 2021. ບັນ​ດາ​ປະ​ເທດ​ເຊື່ອ​ໝັ້ນ​ຫວຽດ​ນາມ​ຈະ​ສືບ​ຕໍ່​ເຮັດ​ສຳ​ເລັດ​ບັນ​ດາ​ເປົ້າ​ຫມາຍ​​ພັດ​ທະ​ນາສະ​ຫັດ​ສະ​ວັດ, ມີ​ຄວາມ​ຫວັງ​ຢາກ​ສົມ​ທົບ, ຮ່ວມ​ມື ແລະ ໜູນ​ຊ່ວຍ​ຫວຽດ​ນາ​ມ​ໃນ​ໄລ​ຍະ​ປະ​ຕິ​ບັດ​ບັນ​ດາເປົ້າ​ຫມາຍ​​ພັດ​ທະ​ນາສະ​ຫັດ​ສະ​ວັດນັບ​ແຕ່ນີ້​ຫາ​ປີ 2030.

    ພ້ອມ​ກັນ​ນັ້ນ, ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ 2 ຝ່າຍ​ຂອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ ຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ ກັບ​ບັນ​ດາ​ເຈົ້າ​ຫນ້າ​ທີ່ຂັ້ນ​ສູງ​ລັດ​ຖະ​ບານ, ນັກ​ຮຽນ​ຮູ້, ຜູ້​ຕາງ​ໜ້າວິ​ສ​ຫະ​ກິດ, ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ ໄດ້​ປະ​ກອບ​ສ່ວນ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ອາ​ເມ​ລິ​ກາ​ໃນ​ມໍ່​ມາໆນີ້ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່​ພັກ​ກອ​ມມູ​ນິດຫວຽດ​ນາມ ຫງວຽນ​ຟູ້​ຈ້ອງ​ຢ່າງ​ແທດ​ຈິງ, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ເລິກ​ເຊິ່ງ​ຂຶ້ນ​ຕື່ມ. ການ​ຢ້ຽມ​ຢາມ​ກຸຍ​ບາ​ຢ່າງ​ເປັນ​ທາງ​ການ​ຂອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ກໍ​ເພີ່ມ​ທ​ະ​ວີການ​ພົວ​ພັນ​ສາ​ມັກ​ຄີ​ອ້າຍ​ນ້ອງ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ​ພັກ, ລັດ ແລະ ປະ​ຊາ​ຊົນ 2 ປະ​ເທດ​ຫວຽດ​ນາມ-ກຸຍ​ບາ.

    ຕໍ່​ສູ້​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຕາມ​ກົດ​ໝາຍ​ສາ​ກົນ

 ຢູ່​ທີ່ກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 70  ແລ​ະ ບັນ​ດາ​ການ​ເຄື່ອນ​ໄຫວ​ການ​ທູດ 2 ຝ່າຍ ແລະ ຫຼາຍ​ຝ່າຍ​ເນື່ອງໃນ​ໂອ​ກາດນີ້, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມສືບ​ຕໍ່​ຢັ້ງ​ຢືນ​ທັດ​ສະ​ນະ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ທີ່ມ​ີ​ຕໍ່ 2 ຫມູ່​ເກາະຮ່​ວາງ​ຊາ ແລະ ເຈືອງ​ຊາ. ໃນ​ບົດ​ປາ​ໄສ​ຢູ່​ທີ່ກອງ​ປະ​ຊຸມ​ສຸດ​ຍອດສະ​ຫະ​ປະ​ຊາ​ຊາດ, ທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ຢືນ​ຢັນ​ວ່າ ຫວຽດ​ນາມ​ພວມ​ມາ​ນະ​ພະ​ຍາ​ຍາມ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ບັນ​ດາ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ຮັກ​ສາ ແລະ ປັບ​ປຸງ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ ແນ​ໃສ່​ສ້າງສະ​ພາບ​ແວ​ດ​ລ້ອມ​ທີ່​ສະ​ດວກ​ໃຫ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ໃນ​ນັ້ນ​ມີ​ຄວາມ​ໝັ້ນ​ຄົງ, ປອດ​ໄພ ແລະ ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ, ການ​ບິນ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ຫວຽດ​ນາມ​ເດັດ​ດຽວ ແລະ ມີ​ແຜນ​ນະ​ໂຍ​ບາຍ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍກ່ຽວ​ກັບ​ການແກ້​ໄຂດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີສຳ​ລັບ​ບັນ​ດາ​ການ​ຂັດ​ແຍ້ງ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ, ປະ​ຕິ​ບັດ DOC  ແລະ ຊຸກ​ຍູ້​ການ​ບັນ​ລ​ຸ COC ໂດຍ​ໄວ.

      ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ຕ່າງ​ປະ​ເທດ​ຂອງທ່ານປະ​ທານ​ປະ​ເທດຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ພ້ອມ​ດ້ວຍຄະ​ນະ​ຜູ້​ແທນ​ຂັ້ນ​ສູງຫວຽດ​ນາມ​ໃນ​ການ​ເດີ​ນ ທາງ​ຄັ້ງ​ນີ້ ປະ​ກອບ​ສ່ວນ​ຍົກ​ສູງ​ພາບ​ພົດ, ທີ່​ຕັ້ງ​ບົດ​ບາດ​ສາ​ກົນ​ຂອງ​ຫວຽດ​ນາມ, ພ້ອມ​ທັງ​ເພີ່ມ​ທະ​ວີ​ການ​ພົ​ວ​ພັນຮ່ວມ​ມືຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ​ກັບສະ​ຫະ​ປະ​ຊາ​ຊາ​ດ ແລະ ບັນ​ດາ​ປະ​ເທດ, ຄູ່​ຮ່ວມ​ມື​ໃຫຍ່ ແລະ ເພື່ອນ​ມິດ​ທີ່​ມີ​ການ​ພົວ​ພັນ​ຮ່ວມ​ມື​ມາ​ແຕ່​ດົນ​ນານ.

ຕອບກັບ

ຂ່າວ/ບົດ​ອື່ນ