ຫວຽດນາມຢືດໝັ້ນປະຕິບັດບັນດາຈຸດໝາຍການຈະເລີນເຕີບໂຕຢ່າງສະເຫມີຕົ້ນສະເຫມີປາຍ

(vovworld)- ທີ່​ວາລະ​ໄຂ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13 ທີ່ດຳ​ເນີນ​​ໃນ​ຕອນ​ເຊົ້າ​ວັນ​ທີ 20/5, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ສະ​ເຫ​ນີບົດ​ລາຍ​ງານ​ສຳຄັນ​ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ຫນ້າ​ທີ່​ປີ 2012; ຫນ້າ​ທີ່ 4 ​ເດືອນ​ຕົ້ນ​ປີ 2013 ​ແລະ ບັນດາ​ມາດ​ຕະການ​ຕົ້ນຕໍ​ຂອງ​ລັດຖະບານ​ໃນ​ການ​ບໍ​ລິ​ຫານ​ພັດທະນາ​ເສດຖະກິດ​ສັງຄົມ​ແຕ່​ນີ້​ຮອດ​ທ້າຍ​ປີ.

        ບົດ​ລາຍ​ງານ​ຂອງ​ລັດຖະບານ​ໄດ້​ຊີ້​ອອກ​ບັນດາ​ໝາກຜົນ​​ເປັນ​ຫນ້າ​ຊື່ນ​ຊົມ​ຊື່​ງຫວຽດນາມ​ບັນລຸ​ໄດ້​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ. ນັ້ນ​ແມ່ນ​ເສດຖະກິດ​ສັງຄົມ​ໃນ​ 4 ​ເດືອນ ມີ​ສັນຍານ​ອັນ​ຕັ້ງຫນ້າ. ລາ​ຄ່າ​ໃຊ້​ສອຍ​​ໃນ​ເດືອນ 4 ​ແມ່ນ​ຕຳ່​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ ​ແລະ ​ແມ່ນ​ລະດັບ​ຕຳ່​ສຸດ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ 4 ປີ​ກ່ອນ​ນີ້. ອັດຕາ​ດອກ​ເບ້ຍ​ຫລຸດ​ລົງ. ​ຍອດເຫລືອ​ຫນີ້​ດ້ານ​ສິນ​ເຊື່ອ​ເພີ່ມ​ຂຶ້ນ​ຄືນ​ໃຫມ່​ຜ່ານ​​ຊຸມເດືອນ​ຕົ້ນ​ປີ. ​ໄລ່​ມາ​ຮອດ​ທ້າຍ​ເດືອນ 4 ​ໄດ້​ເພີ່ມ​ຂຶ້ນ 2,11 %, ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012. ຕະຫລາດ​ເງິນຕາ​ຕ່າງປະ​ເທດ ​ແລະ ອັດຕາ​ແລກປ່ຽນ​ເງິນຕາ​ເປັນ​ປົກກະຕິ. ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ເພີ່ມ​ຂຶ້ນ​ສູງ. ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສິນ​ເຊື່ອ​ມີ​ຄວາມ​ປອດ​ໄພ. ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ກໍ​ບັນລຸ​ປະສິດທິ​ຜົນ​ໃນ​ເບື້ອງ​ຕົ້ນ. ຍອດ GDP ​ຂອງ​ໄຕ​ມາດ 1 ​ເພີ່ມ​ຂຶ້ນ 4,89%, ສູງ​ກວ່າ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ (4,75%), ບັນລຸ​ຕາມຄາ​ດໝາຍ​ທີ່​ວາງ​ອອກ. ນີ້​ແມ່ນ​ລະດັບ​ຈະ​ເລ​ີນ​ເຕີບ​ໂຕ​ທີ່​ ​ ເໝາະ​ສົມ​ໃນ​ເງື່ອນ​ໄຂ​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ​ແລະ ຕ່າງປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ການ​ຮັບປະກັນ​ຊີວິ​ດສັງຄົມ, ສະຫວັດດີ​ການ​ສັງຄົມໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ​​ໃຫມ່​ໃຫ້​​ແກ່​ຄົນ​ງານ​ກວ່າ 475.000 ຄົນ. ຈຳ​ນວນ​ຜູ້​ຈົດ​ທະບຽນ​ຂໍ​ອຸດ​ຫນູນ​ການ​ວ່າງ​ງານ​ຫລຸດຜ່ອນລົງ.

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຕາມການ​ຄາດ​ຄະ​ເນ​ແລ້ວ, ​ເສດຖະກິ​ດທົ່ວ​ໂລກ​ສືບ​ຕໍ່​ຟື້ນ​ຕົວຢ່າງ​ຊັກ​ຊ້າ, ບໍ່​ເປັນ​ປົກກະຕິ. ​ເສດຖະກິດ​ສັງຄົມ​ພາຍ​ໃນ​ປະ​ເທດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ອີງ​ໃສ່​ບັນດາ​ຈຸດໝາຍ ​ແລະ ສະພາບ​​ຕົວ​ຈິງ, ລັດຖະບານ​ໄດ້​ກຳນົດ​ຫນ້າ​ທີ່​ສຳຄັນ​ໃນ​ໄລຍະ​ຈະ​ມາ​ເຖິງ ​ແມ່ນ​ສືບ​ຕໍ່​ປະຕິບັດຈຸດໝາຍ​ ເພີ່ມ​ທະວີ​ການ​ບໍລິຫານ​ເສດ​ຖະກິດ​ມະຫາ​ພາກຢ່າງສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​, ຄວບ​ຄຸມ​ໄພ​ເງິນ​ເຟີ້, ບັນລຸ​ການ​ເຕີບ​ໂຕ​ສູງ​ກວ່າ​ປີ 2012. ​ເປັນ​ເຈົ້າ​ການ​ໃນການ​ຊີ້​ນຳ​ບໍລິຫານ​, ການ​ນຳ​ໃຊ້ບັນດາ​ເຄື່ອງ​ມື, ນະ​ໂຍບາຍ​ເງິນຕາຢ່າງ​ໄຫວ​ພິບ, ສົມທົບ​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ນະ​ໂຍບາຍ​ງົບປະມານ, ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ຢ່າງ​ເໝາະ​ສົມ, ສູ້​ຊົນ​ບັນລຸ​ການ​ເຕີບ​ໂຕ​ດ້ານ​ສິນ​ເຊື່ອ​ທັງ​ປີ 2013 ດ້ວຍ​ລະດັບ 12%. ທ່າ​ນຮອງ​ນາຍົກລັດ​ຖະມົນຕີ ຫງວຽນ​ຊວນ​ຟຸກ ຊີ້​ແຈງ​ວ່າ:

        “ສຸມ​ໃສ່​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ, ​ແກ້​ໄຂ​ຫນີ້​ເສຍ, ພັດທະນາ​ຕະຫລາດ, ​ເພີ່ມ​ກຳລັງ​ຊື້, ຍູ້​ແຮງ​ການ​ຈຳຫນ່າຍ​ສິນຄ້າ. ສືບຕໍ່​ປະຕິບັດ​ບັນດາ​ມາດ​ຕະການ​​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດຢ່າງ​ມີປະສິດທິ​ຜົນ. ພັດທະນາ​ເສດຖະກິດ​ທະ​ເລ​ຢ່າງ​ແຮງ, ສືບ​ຕໍ່​ຊຸກຍູ້​ຕະຫລາດ​ພາຍ​ໃນ​ປະ​ເທດ, ສົ່ງ​ສິນຄ້າ​ລົງ​​ໄປຂາຍ​ຢູ່​ເຂດ​ຊົນນະບົດ, ຕັ້ງຫນ້າ​ຜັນ​ຂະຫຍາຍ​ບັ້ນ​ຂົນ​ຂວາ​ຍຊາວ​ຫວຽດນາມບຸລິມະສິດຊົມ​ໃຊ້​ສິນຄ້າ​ຫວຽດນາມ. ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຫນ້າ​ທີ່​ຈຸດ​ສຸມ​ສ້າງ​ໂຄງ​ປະກອບ​ເສດຖະກິດ​​ຄືນ​ໃຫມ່ໃຫ້​ບັນລຸ​ໝາກ​​ຜົນ. ບັນດາ​ກະຊວງ, ຂະ​ແຫນງ​ການ ​ແລະ ທ້ອງ​ຖິ່ນ ຮີບ​ເຮັ່ງ​ປະກາດ​ໃຊ້ ​ແລະ ຊີ້​ນຳ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດໂຄງການ​ເຄື່ອນ​ໄຫວ​ສ້າງ​ໂຄ​ງປະກອບຄືນ​​ໃຫມ່​​ໃນ​ຂົງ​ເຂດ​ຄຸ້ມ​ຄອງ​ທີ່​ໄດ້​ຮັບ​ການ​ມອບ​ໝາຍ.”

ຫວຽດນາມຢືດໝັ້ນປະຕິບັດບັນດາຈຸດໝາຍການຈະເລີນເຕີບໂຕຢ່າງສະເຫມີຕົ້ນສະເຫມີປາຍ - ảnh 1
ໄຂ​ກອງ​ປະ​ຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 5 ສະພາ​ແຫ່ງ​ຊາດ​ຫວຽດນາມ​ຊຸດ​ທີ 13
ພາບ: internet

        ລັດຖະບານ​ກໍ​ຊີ້​ນຳ​ປະຕິບັດ​ບັນດາ​ມາດ​ຕະການ​ສ້າງ​ພື້ນຖານ​ໂຄງ​ລ່າງ​ຢ່າງ​ຄົບ​ຊຸດ, ສືບ​ຕໍ່​ປະຕິບັດ​​ເສັ້ນທາງການ​ສ້າງ​ໂຄງ​ປະກອບ​ບັນດາ​ອົງການສິນ​ເຊື່ອຄືນ​ໃຫມ່, ​ໃນ​ນັ້ນ ສຸມ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບ​ສິນ​ເຊື່ອ, ສ້າງ​ຂໍ້​ກຳນົດກ່ຽວ​ກັບ​ຄວາມ​ປອດ​ໄພ​ການ​ເຄື່ອນ​ໄຫວ​ທະນາຄານ​ໃຫ້​ສົມ​ບູນ​ແບບ, ​ເພີ່ມ​ທະວີ​ການ​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ທັງ​ລະບົບ.

        ​ໄປ​ຄຽງ​ຄູ່​ກັບ​ການ​ພັດທະນາ​ເສດຖະກິດ, ລັດຖະບານ​ກໍ​ສຸມ​ໃສ່​ຮັບປະກັນ​ຊີວິດ​ສັງຄົມ ​ແລະ ສະຫວັດດີ​ການ​ສັງຄົມ, ​ເພີ່ມ​ທະວີ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ກິດຈະການ​ປະຕິ​ຮູບ​ດ້ານ​ບໍລິຫານ, ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ, ການ​ຟຸມ​ເຟືອຍ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ. ຄຽງ​ຄູ່​ກັນ​ນັ້ນ ຫວຽດນາມ ກໍ​ເພີ່ມ​ທະວີ​ການ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັບປະກັນ​ຄວາມ​​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ. ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ການ​ພົວພັນ​ຕ່າງປະ​ເທດ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ເນັ້ນ​ຫນັກ​ວ່າ:

        “ການ​ສ້າງ ​ແລະ ຜັນ​ຂະຫຍາຍ​ຍຸດ​ທະ​ສາດ​ສັງລວມກ່ຽວ​ກັບ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຕັ້ງຫນ້າ​ເຈລະຈາ ​ແລະ ​ເຂົ້າ​ຮ່ວມ​ບັນດາ​ເຂດ​ການ​ຄ້າ​​ເສລີ, ​ເປີດ​ກວ້າງ​ຕະຫລາດ, ຜັນ​ຂະຫຍາຍ​​ເສັ້ນທາງການ​ຍົກ​ການ​ພົວພັນ​ກັບ​ຄູ່​ຮ່ວມ​ມື​ຈຳນວນ​ຫນຶ່ງ​ຂຶ້ນ​ສູ່​ລະດັບ​​ໃຫ​ມ່, ​ເຮັດ​ໃຫ້ການ​ພົວພັນ​ທີ່​ໄດ້​ສ້າງ​​ຂຶ້ນ​ແລ້ວ​ເຂົ້າ​ສູ່ລວງ​ເລິກ, ປະສິດທິ​ຜົນ, ຍົກ​ສູງ​ບົດບາດ, ຮັບປະກັນ​ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ​ຢູ່​ບັນດາ​ອົງການ, ກົນ​ໄກ, ​ເວທີ​ປາ​ໄສ​ສາກົນ ​ແລະ ພາກ​ພື້ນ. ປະກອບສ່ວນ​ຢ່າງ​ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015, ​ເພີ່ມ​ທະວີ​ວຽກ​ງານ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ, ຊາວ​ປະມົງ​ເຄື່ອນ​ໄຫວ​ຢູ່​ທະ​ເລ​, ຢືດໝັ້ນ​ແຜນ​ນະ​ໂຍບາຍ​ແກ້​ໄຂ​ບັນດາ​ບັນຫາ​ບົນທະ​ເລ​​ໂດຍ​ສັນຕິ​ວິທີ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ເປັນ​ເຈົ້າ​ການ​ໃນ​ການ​ ​ສົນທະນາ​ກ່ຽວ​ກັບ​ປະຊາທິປະ​ໄຕ, ສິດທິ​ມະນຸດ ​ແລະ ສາດສະ ຫນາ.”

        ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ ​ຢືນຢັນ​ວ່າ ຫນ້າ​ທີ່ຍັງ​ເຫລືອ​ແມ່ນ​ຫນັກຫນ່ວງ​ທີ່​ສຸດ ​ແຕ່ດ້ວຍ​ຄວາມ​ຕັດສິນ​ໃຈ​ຂອງ​ລັດຖະບານ, ທຸກຂັ້ນ ​ແລະ ຂະ​ແຫນງ​ການ​ຕ່າງໆ  ຫວຽດນາມ ຈະ​ພະ​ຍາ​ຍາມປະຕິບັດ​ສຳ​ເລັດ​ບັນດາ​ຈຸດໝາຍທີ່​ວາງ​ອອກ​ໃຫ້​ທັງ​ປີ 2013, ປະກອບສ່ວນປະຕິບັດ​ແຜນການ 5 ປີ ຄື​ແຕ່ 2011-2015 ສຳ​ເລ​ັດຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ