ຫວຽດນາມສົ່ງສານທີ່ຈະແຈ້ງກ່ຽວກັບສັນຕິພາບຢູ່ທີ່ Shangri-La 2016

ການ​ສົນ​ທະ​ນາ Shangri-La ຄັ້ງ​ທີ 5 ຫາ​ກໍ​ສິ້ນ​ສຸດ​ລົງ​ຢູ່​ສິງ​ກະ​ໂປ​ພາຍ​ຂ​ດຳ​ເນີນ​ມາ​ເປັນ​ເວ​ລາ 3 ວັນ. ໂດຍ​ຖືກ​ຈັດ​ຂຶ້ນ​ໃນ​ສະ​ພາບ​ຄວາມ​ໝັ້ນ​ຄົງ​ພາກ​ພື້ນ​ພວມ​ຢືນ​ຢູ່​ຕໍ່​ໜ້າ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ພິ​ເສດ​ແມ່ນ​ການຫຼຸດ​ຜ່ອນ​ຄວາມ​ເຊື່ອ​ໝັ້ນ​ຍຸດ​ທະ​ສາດ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ທີ່ ການ​ສົນ​ທະ​ນາ, ຫວຽດ​ນາມ​ໄດ້​ປະ​ກອບ​ຄຳ​ຄິດ​ເຫັນຫຼາຍ​ຂໍ້, ສົ່ງ​ສານ​ທີ່​ຈະ​ແຈ້ງ​ກ່ຽວ​ກັບ​ສັນ​ຕິ​ພາບ, ຜົນ​ປະ​ໂຫຍດ​ແຫ່ງ​ຊາດ ແລະ ຄວາມ​ຮັບ​ຜິດ​ຊອບ​ໃນ​ການ​ສ້າງ​ພື້ນ​ຖານ​ສັນ​ຕິ​ພາບ​ລວມ.

 

ຫວຽດນາມສົ່ງສານທີ່ຈະແຈ້ງກ່ຽວກັບສັນຕິພາບຢູ່ທີ່ Shangri-La 2016 - ảnh 1
ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີ້ວິ້ງ ກ່າວ​​ຄຳ​ເຫັນ​ທີີ່ການ​ສົນ​ທະ​ນາ Shangri-La 2016    (ພາບ:qdnd)

      Shangri-La ແມ່ນ​ເວ​ທີ​ປາ​ໄສ​ຄວາມ​ໝັ້ນ​ຄົງ​ທີ່​ສຳ​ຄັນ​ແຖ​ວ​ໜ້າ​ຂອງ​ພາກ​ພື້ນ. ເຫດ​ການນີ້​ຍາມ​ໃດ​ກໍ​ດຶງ​ດູດ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ຂອງ​ບັນ​ດາ​ລັດ​ຖະ​ມົນ​ຕີ, ເຈົ້າ​ໜ້າ​ທີ່​ກໍ​ຄື​ວົງ​ການ​ນັກ​ຮຽນ​ຮູ້​ໃນ​ໂລກ. ການ​ສົນ​ທະ​ນາ Shangri-La 2016 ມີ​ການ​ເຂົ້າ​ຮ່ວມ​ຂອງຜູ້​ຊ່ຽນ​ຊານ ແລະ ນັກ​ຮຽນ​ຮູ້ເປັນ​ຈຳ​ນວນຫຼາຍກວ່າ​ໝູ່​ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ. ໂດຍ​ຜ່ານ​ໄລ​ຍະ​ທາງ 15 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງ​ຕົນ, ການ​ສົນ​ທະ​ນາ Shangri-La ມີ​ທີ່​ຕັ້ງ​ບົດ​ບາດ​ສະ​ເພາະ​ຂອງ​ຕົນ ຊຶ່ງບໍ່​ວ່າ​ໃນ​ເວ​ທີ​ປາ​ໄສ​ຄັ້ງ​ໃດ​ອາດ​ຈະ​ປະ​ຕິ​ເສດ​ຫຼື​ສົມ​ທຽບໄດ້. ນີ້​ແມ່ນ​ແຫ່ງ​ເພື່ອ​ໃຫ້​ບັນ​ດາ​ນັກ​ການ​ເມືອງ, ເຈົ້າ​ໜ້າ​ທີ່​ການ​ທູດ, ການ​ປ້ອງ​ກັນ​ຊາດ​ໄດ້​ແບ່ງ​ປັນ​ທັດ​ສະ​ນະ​ຂອງ​ຕົນ​ກໍ​ຄ​ື​ຕີ​ລາ​ຄາ​ຄວາມ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບສະ​ພາບ​ຄວາມ​ໝັ້ນ​ຄົງ​ໃນພາກ​ພື້ນ, ຈາກນັ້ນ​ຈະ​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື​ເປັນ​ຮູບ​ປະ​ທຳ. ໂດຍ​ແມ່ນ​ປະ​ເທດ​ທີ່​ມີ​ສິດ ແລະ ຜົນ​ປະ​ໂຫຍດ​ໂດຍ​ກົງ​ຕໍ່​ບັນ​ດາ​ການ​ຜັນ​ແປ​ດ້ານ​ຄວາມ​ໝັ້ນ​ຄົງ​ທີ່​ເຄັ່ງ​ຕຶງ​ໃນ​ພາກ​ພື້ນ​ໄລ​ຍະ​ມໍ່ໆ​ມານີ້, ຫວຽດ​ນາມ​ເມື່ອ​ເຂົ້າ​ຮ່ວມ​ເວ​ທີ່​ປາ​ໄສ​ໄດ້​ຕັ້ງ​ໜ້າ​ສະ​ແດງ​ທັດ​ສະ​ນະ ແລະ ມີສຽ​ງ​ເວົ້າຂອງ​ຕົນ​ເພື່ອ​ແນ​ໃສ່​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລ​ະ ໃນ​ໂລກ.

    ຜົນ​ປະ​ໂຫຍດ​ແຫ່ງ​ຊາດ​ຕ້ອງ​ມີ​ຄ​ວາມກົມ​ກ່ຽວ​ໃນ​ທ່າມ​ກາງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊາດ​ອື່ນໆ

    ອາດ​ຈະ​ເຫັນ​ໄດ້​ວ່າ ມີ​ເນື້ອ​ໃນ​ປະ​ການ​ໜຶ່ງ​ໂດຍ​ລຸລ່ວງໃນການ​ສົນ​ທະ​ນາ Shangri-La ປີນີ້ ແລະ ກໍ​ແມ່ນ​ບັນ​ຫາ​ທີ່​ຫາກ​ສຽງ​ຄອງ​ຄ່ອຍ​ຈະ​ຊອ​ກ​ຫາ​ໄດ້​ວິ​ທີ​ການ​ແກ້​ໄຂ, ນັ້ນ​ແມ່ນ​ການ​ຄວບ​ຄຸມ​ຄວາມ​ເຄັ່ງຕຶງ. ບັນ​ຫາຄວບ​ຄຸມ​ຄວາມ​ເຄັ່ງຕຶງ ເບິ່ງ​ຄື​ວ່າ​ໄດ້​ຖືກ​ຍົກ​ອອກ​ຊ້ຳ​ແລ້ວ​ຊ້ຳ​ອີກ​ໃນ​ບັນ​ດາ​ວາ​ລະ​ປະ​ຊຸມ​ທີ່ Shangri-La ປີນີ້, ແຕ່​ພົ້ນ​ເດັ່ນ​ທີ່​ສຸດ ຍັງ​ຄົງ​ແມ່ນ​ວາ​ລະ​ປະ​ຊຸມ​ພິ​ເສດ​ກ່ຽວ​ກັບ​ “ການຄວບ​ຄຸມ​ຄວາມ​ເຄັ່ງຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ແລະ ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ “ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ”. ແລະ ໃນ​ທັງ 2 ວາ​ລະ​ປະ​ຊຸມນີ້, ຫວຽດ​ນາມ​ລ້ວນ​ແຕ່​ມີ​ບົດ​ປະ​ກອບ​ຄຳ​ເຫັນ ໂດຍ​ຍົກ​ອອກ​ຂໍ້​ສະ​ເໜີ​ແນະ​ທີ່ ແທດ​ຈິງ, ເໝາະ​ສົມ ແລະ ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ຫາງ​ສຽງ.

    ໃນວາ​ລະ​ປະ​ຊຸມ​ພິ​ເສດ​ກ່ຽວ​ກັບ​ “ການຄວບ​ຄຸມ​ຄວາມ​ເຄັ່ງຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ” ຫວຽດ​ນາມ​ໄດ້​ຊີ້​ແຈ້ງ​ເຖິງ​ບັນ​ດາ​ມາດ​ຕະ​ການ​ລະ​ອຽດ​ເພື່ອ​ແກ້​ໄຂ​ການ​ປະ​ທະ​ກັນ. ນັ້ນ​ແມ່ນ​ບັນ​ດາ​ຝ່າຍ​ຄວນ​ຕັ້ງ​ໜ້າ​ຊອກ​ຫາ​ບັນ​ດາ​ເຄື່ອງ​ມື​ເພື່ອ​ຈຳ​ກັດ​ຄວາມ​ສ່ຽງ​ຕໍ່​ການ​ຜິດ​ກັນ​ບົນ​ທະ​ເລ​ຄື ສ້າງ​ສາຍ​ໂທ​ລະ​ສັບ​ດ່ວນ, ເປັນ​ເອ​ກະ​ພາບ​ກັນ​ກ່ຽວ​ກັບ​ຂໍ້​ກຳ​ນົດ​ການ​ປະ​ພຶດ​ໃນ​ກໍ​ລະ​ນີເກີດຂຶ້ນ​ຢ່າງ​ກະ​ທັນ​ຫັນ, ສົມ​ທົບ​ກັນ​ລາດ​ຕະ​ເວນ​ຮ່ວມ​ລະ​ຫວ່າງ​​ກຳ​ລັງ​ທະ​ຫານ​ເຮືອ, ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ​ຂອງບັນ​ດາ​ປະ​ເທດອາ​ຊຽນ. ໃນ​ຂະ​ນະ​ນັ້ນ, ຢູ່​ທີ່ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ “ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ແກ້​ໄຂ​ການ​ປະ​ທະ​ກັນ”, ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີ້ວິ້ງ ໄດ້​ນຳ​ສະ​ເໜີ​ວ່າ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ຕ້ອງ​ທັງ​ຮ່ວມ​ມື, ທັງ​ຕໍ່​ສູ້​ເພື່ອ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີ້ວິ້ງ ກ່າວ​ວ່າ : 

    “ ບັນ​ດາ​ປະ​ເທດ​ທັງ​ໝົດຕ້ອງ​​ຮ່ວມ​ມືກັນ ແລະ ​ຕໍ່​ສູ້​ເພື່ອ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ, ສະ​ກັດ​ກັ້ນ​ການ​ປະ​ທະ​ກັນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ເພື່ອ​ພ້ອມ​ກັນ​ພັດ​ທະ​ນາ, ສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ກັນ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກັນ; ພ້ອມ​ກັນ​ນັ້ນ ກໍ​ທຳ​ການຕໍ່​ສູ້​ເພື່ອ​ຊອກ​ຫາ​ສຽງ​ເວົ້າ​ລວມ, ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ. ແຕ່​ເຖິງວ່າຈະ​ຮ່ວມ​ມືຫຼື​ຕໍ່​ສູ້​ກໍ​ຕາມ, ກ່ອນ​ອື່ນ​ໝົດ​ຕ້ອງ​ອີງ​ບົນ​ຈິດ​ໃຈ​ສະ​ເໝີ​ພາບ, ເຄົາ​ລົບ​ບັນ​ດາຫຼັກ​ການ​ຂອງ​ກົດ​ໝາຍ​ສາ​ກົນ, ຖື​ນັ້ນແມ່ນ​ມາດ​ຖານ​ເພື່ອ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ແກ້​ໄຂ​ການ​ຂັດ​ແຍ້ງ, ຄວາມບໍ່​ລົງ​ລອຍ​ກັນ, ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ເກີດ​ການ​ປະ​ທະ​ກັນ; ຍຶດ​ໝັ້ນ​ທັດ​ສະ​ນະແກ້​ໄຂ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ, ບໍ່​ນຳ​ໃຊ້​ກຳ​ລັງ​ອາ​ວຸດຫຼືນາບ​ຂູ່​ນຳ​ໃຊ້ກຳ​ລັງ​ອາ​ວຸດ​ຢ່າງເດັດ​ຂາດ”

     ເຊີດ​ຊູຄວາມ​ເຄົາ​ລົບ​ກົດ​ໝາຍ

   ທີ່ການ​ສົນ​ທະ​ນາ Shangri-La ຄັ້ງ​ນີ້, DOC ແລະ COC ​ເບິ່ງ​ຄື​ວ່າ ຖືກ​ເຕື້ອງ​ເຖິງຫຼາຍ​ເທື່ອ​ເທົ່າ​ທຽມ​ກັບ “ ທະ​ເລ​ຕາ​ເວັນ​ອອກ”. ເພາະຫຼາຍ​ປະ​ເທດ​ໃນ​ພາກ​ພື້ນ ແລະ ໃນ​ໂລກ​ທີ່​ມີ​ຄວາມ​ສົນ​ໃຈ​ຕໍ່​ຂົງ​ເຂດນີ້ ລ້ວນ​ແຕ່​ມີ​ຄວາມ​ຫ​ວັງຢາກ​ແ​ກ້​ໄຂການ​ຂັດ​ແຍ້ງ​ກັນ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ​ຄື​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ(DOC) ປະ​ມວນ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ປະ​ພຶດ​ຂອງ​ຝ່າຍ​ຕ່າງໆ​ຢູ່ທະ​ເລ​ຕາ​ເວັນ​ອອກ (COC), ສົນ​ທິ​ສັນ​ຍາ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982. ທີ່​ເວ​ທີ​ປາ​ໄສ​ຄັ້ງ​ນີ້, ຫວຽດ​ນາມ​ກໍ​ມີ​ທັດ​ສະ​ນະ​ເຊັ່ນ​ດຽວ​ກັນ​ກັບ​ບັນ​ດາ​ປະ​ເທດ ນັ້ນ​ແມ່ນ​ເຊີດ​ຊູ​ກົດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ການ​ຂັດ​ແຍ້ງ​ກັນ. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດ​ນາມ ຫງວຽນ​ຈີ້ວິ້ງ ຢືນ​ຢັນ​ວ່າ : 

   “ ທັດ​ສະ​ນະ​ຂອງ​ຫວຽດ​ນາມ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ ນັ້ນ​ແມ່ນ​ແກ້​ໄຂດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີໂດຍ​ອີງ​ໃສ່​ກົດ​ໝາຍ​ສາ​ກົນ. ໃນ​ສະ​ພາ​ວະ​ສັບ​ສົນ​ຄື​ໃນ​ປະ​ຈຸ​ບັນ​ນັ້ນ, ກ່ອນ​ອື່ນ​ໝົດ ພວກ​ເຮົາ​​ປະ​ຕິ​ບັດນະ​ໂຍ​ບາຍນັ້ນ​ດ້ວຍ​ການ​ຢືນ​ຢັນ​ອຳ​ນາດ​ອະ​ທິ​ປະ​ໄຕ. ພວກ​ເຮົາ​ຄັດ​ຄ້ານ​ຖະ​ແຫຼງ​ການ​ທັງ​ໝົດ​ທີ່​ແຕກ​ຕ່າງ​ກັບ​ຖະ​ແຫຼງ​ການ​ກ່ຽວ​ກັບ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມ​ເພາະ​ຖະ​ແຫຼງ​ການ​ຂອງ​ພວກ​ເຮົາ​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ ແລະ ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ”

    ຕໍ່​ໜ້າ​ສະ​ພາບ​ຂາດ​ສະ​ຖຽນ​ລະ​ພາບ​ທີ່​ພວມ​ນັບ​ມື້​ນັບ​ເພີ່​ມ​ຂຶ້ນ​ໃນ​ພາກ​ພື້ນ, ອາດ​ຈະ​ຢື​ນ​ຢັນ​ວ່າ ບໍ່​ມີ​ປະ​ເທດ​ໃດ​ທີ່​ຈະ​ຢືນ​ຢູ່ນອກ ຂະ​ນະ​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງ​ເຖິງ​ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ເພາະ​ສະ​ນັ້ນ, ດ້ວຍ​ການ​ປຶກ​ສາ​ຫາ​ລືຫຼາຍ​ບັນ​ຫາ​ທີ່​ເຄັ່ງ​ຮ້ອນ, Shangri-La ສືບ​ຕໍ່​ແມ່ນ​ເວ​ທີ​ປາ​ໄສ​ທີ່​ສຳ​ຄັນ​ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ປຶກ​ສາ​ຫາ​ລື​ເພື່ອ​ຊອກ​ຫາ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ໃຫ້​ແກ່​ບັນ​ດາ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ໃນ​ປະ​ຈຸ​ບັນ, ປະ​ກອບ​ສ່​ວນ​ສ້າງ​ພາກ​ພື້ນ​ອາ​ຊີ-ປາ​ຊີ​ຟິກ​ແຫ່ງ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. ແລະ ຫວຽດ​ນາມ​ໃນ​ຖາ​ນະ​ແມ່ນ​ປະ​ເທດ​ທີ່​ຄວາມ​ຮັບ​ຜິດ​ຊອບ ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ