ຫວຽດນາມສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວຂອງສະຫະປະຊາຊາດ

      ວັນ​ທີ 24/10 ຊຶ່ງ​ເປັນ​ຂີດ​ໝາຍ​ຄົບຮອບ 70 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ຫະ​ປະ​ຊາ​ຊາດ(24/10/1945-24/10/2015). ຈາກ​ຈຳ​ນວນ 51 ປະ​ເທດ​ສະ​ມາ​ຊິກ, ມາ​ຮອດ​ປະ​ຈຸ​ບັນ, ສະ​ຫະ​ປະ​ຊາ​ຊາດໄດ້​ມີ 193 ປະ​ເທດ​ສະ​ມາ​ຊິກ ແລະ 2 ປະ​ເທດ​ສັງ​ເກດ​ການ, ກາຍ​ເປັນ​ອົງ​ການ​ສາ​ກົນທີ່​ມີ​ຜົນ​ສະ​ທ້ອນໃຫຍ່​ທີ່​ສຸດເຖິງ​ຊີ​ວິດ​ສາ​ກົນ, ເປັນ​ພື້ນ​ຖານ​ທ​ີ່​ຂາດບໍ່​ໄດ້​ຂອງ​ໂລກ​ແຫ່ງ​ສັນ​ຕິ​ພາບ ແລະ ວັດ​ທະ​ນາ​ຖາ​ວອນ. 38 ປີ​ ນັບຕັ້ງ​ແຕ່​ເຂົ້າ​ເປັນ​ສະ​ມາ​ຊິກ ສະ​ຫະ​ປະ​ຊາ​ຊາດ, ຫວ​ຽດ​ນາມ​ຍາມ​ໃດ​ກໍ​ແມ່ນ ປະ​ເທດ​ສະ​ມາ​ຊິກ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ ແລະ ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເຂົ້າ​ໃນ​ການ​ເຄື່ອນ​ໄຫວຂອງ​ອົງ​ການນີ້.

 

ຫວຽດນາມສືບຕໍ່ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນການເຄື່ອນໄຫວຂອງສະຫະປະຊາຊາດ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ແລະ
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki-Moon

     ນັບ​ຕັ້ງ​ແຕ່​ໄດ້​ຮັບ​ການ​ສ້າງ​ຕ​ັ້ງ, ສະ​ຫະ​ປະ​ຊາ​ຊາດຍາມ​ໃດ​ກໍ​ເຄື່ອນ​ໄຫວ​ຕາມ​ທິດ​ນຳ​ແມ່ນ​ຮັບ​ປະ​ກັນ​ໂລກສັນ​ຕິ​ພາບ ​ ແລະ ຍຸດຕິ​ທຳກວ່າ. ຜ່ານ 70 ປີ, ສະ​ຫະ​ປະ​ຊາ​ຊາດໄດ້​ກາຍເປັນອົງ​ການ​ໜຶ່ງ​ດຽວອັນ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ແລະ ມີ​ຂອບ​ເຂດ​ການ​ເຄື່ອນ​ໄຫວ​ຢ່າ​ງ​ກ້​ວາງ​ຂວາງ​ຍ້ອນ​ມີ​ຈຳ​ນວນ​ບັນ​ດາປະ​ເທດ​ສະ​ມາ​ຊິກຢູ່​ເກືອບ​ທຸກ​ທະ​ວີບ​ໃນ​ໂລກ. ບໍ່​ພຽງ​ແຕ່​ມີ​ສິດ​ອຳ​ນາດ​ໃຫຍ່​ໃນ​ຂົງ​ເຂດ​ພັດ​ທະ​ນາ, ຄວາມ​ໝັ້ນ​ຄົງ, ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບເທົ່າ​ນັ້ນ, ສະ​ຫະ​ປະ​ຊາ​ຊາດຍັງ​ແມ່ນ​ອົງ​ການ​ປົກ​ປ້ອງ​ບັນ​ດາ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ​ໃນ​ທົ່ວ​ໂລກ​ອີກ​ດ້ວຍ.

    ກາຍ​ເປັນປະ​ເທດ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ

   ກ່ອນນີ້ 38 ປີ, ວັນ​ທີ 20/9/1977, ຫວຽດ​ນາມໄດ້ເຂົ້າ​ເປັນ​ສະ​ມາ​ຊິກ ສະ​ຫະ​ປະ​ຊາ​ຊາດຢ່າງ​ເປັນ​ທາງ​ການ. ນີ້​ແມ່ນ​ເຫດ​ການ​ເປີດ​ສັງ​ກາດ​ໃໝ່​ໃຫ້ແກ່​ນະ​ໂນ​ບາຍ​ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍແບບ ແລະ ຫຼາຍ​ຝ່າຍ​ຂອງ​ຫວຽດ​ນາມ. ເມື່ອເຂົ້າ​ເປັນ​ສະ​ມາ​ຊິກ ສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ຍາມ​ໃດ​ກໍ​ພະ​ຍາ​ຍາມ​ເຮັດ​ສຳ​ເລັດ​ໜ້າ​ທີ່​ຂອງ​ຕົນ, ເປັນ​ເຈົ້າ​ການ​ຍົກ​ອອກ​ຂໍ້​ລິ​ເລີ່ມ​ທີ່​ແທດ​ຈິງຫຼາຍ​ຂໍ້. ຫວຽດ​ນາມ​ຍາ​ມ​ໃດ​ກໍ​ສະ​ໜັບ​ສະ​ໜູນ​ບັນ​ດາ​ເປົ້າ​ໝາຍ​ແຖວ​ໜ້າ​ຂອງສະ​ຫະ​ປະ​ຊາ​ຊາດເຊັ່ນ: ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ, ຕ້ານ​ການ​ຊ່ວງ​ເສ​ັງ​ປະ​ກອບ​ອາ​ວຸດ, ຫຼຸດ​ກຳ​ລັງ​ທັບ, ສະ​ກັດ​ກັ້ນ ແລະ ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງ, ປະ​ທະ​ກັນດ້ວຍ​ມາດ​ຕະ​ການໂດຍ​ສັນ​ຕິ​ວິ​ທີ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ບັນ​ດາ​ປະ​ຊາ​ຊາດ. ຫວຽດ​ນາມ​ກໍ​ແມ່ນ​ປະ​ເທດ​ເຂົ້າ​ຮ່ວມ​ລົງ​ນາມ​ໃນ​ສົນ​ທິ​ສັ​ນ​ຍາສາ​ກົນຫຼາຍ​ສະ​ບັບ​ໂດຍສະ​ຫະ​ປະ​ຊາ​ຊາດ​ຈັດ​ຕັ້ງ. ປີ 2009, ຫວຽດ​ນາມ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ປະ​ທານ​ໝູນ​ວຽນ​ກອງ​ປະ​ຊຸມຫຼຸດ​ກຳ​ລັງ​ທັບ ແລະ ປະ​ຈຸ​ບັນ​ພວມ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ໃນ​ບາງ​ຂົງ​ເຂດ​ປອດ​ອາ​ວຸດ, ສອດ​ຄ່ອງ​ກັບ​ເງື່ອນ​ໄຂ ແລະ ຄວາມສາ​ມາດ​ຂອງ​ຕົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ສະ​ຫະ​ປະ​ຊາ​ຊາດ Ban Ki-Moon ໄດ້​ເຄີຍ​ເວົ້າ​ວ່າ ຫວຽດ​ນາມ​ເຂົ້າ​ຮ່ວມ​ກຳ​ລັງປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແຫ່ງສະ​ຫະ​ປະ​ຊາ​ຊາດ ໄດ້​ນຳ​ມາ​ເຊິ່ງ​ກຽດ​ສັກ​ສີ ແລະ ຄຸນ​ຄ່າ​ໃຫ້​ແກ່​ການ​ເຄື່ອນ​ໄຫວນີ້​ຂອງສະ​ຫະ​ປະ​ຊາ​ຊາດ.

     ຫວຽດ​ນາມ​ກໍ​ແມ່ນ​ປະ​ເທດ​ນຳ​ໜ້າໃນ​ການ​ເຮັດ​ສຳ​ເລັດ​ກ່ອນ​ກຳ​ນົດ​ກ່ຽວ​ກັບຫຼາຍ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ໜຶ່ງ​ໃນ​ຈຳ​ນວນ 8 ປະ​ເທດ​ປະ​ຕິ​ບັດ​ທົດ​ລອງ​ຂໍ້​ລິ​ເລີ່ມ “ ເປັນ​ເອ​ກະ​ພາບ​ກະ​ທຳ ” ແລະ ພວມ​ຜັນ​ຂະ​ຫຍາຍ​ຂໍ້​ລິ​ເລີ່​ມນີ້ໃຫ້​ສຳ​ເລັດ​ຜົນ. ໃນ​ຖາ​ນະ​ຕຳ​ແໜ່ງ​ເປັນ​ປະ​ທານ​ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ​ເມື່ອ​ເດືອນ 7/2009, ຫວຽດ​ນາມ​ເປັນ​ຄັ້ງ​ທຳ​ອິດ​ໄດ້​ຍົກ​ອອກ​ຂໍ້​ລິ​ເລີ່ມ​ທາບ​ທາມ​ຄຳ​ເຫັນ​ບັນ​ດາປະ​ເທດ​ສະ​ມາ​ຊິກສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບົດ​ລາຍ​ງານ​ກຽວ​່​ກັບ​ວຽກ​ງານປະ​ຈຳ​ປີ​ຂອງ ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ ແລະ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກຫຼາຍ​ປະ​ເທດ. ທີ່​ບັນ​ດາ​ເວ​ທີ​ປາ​ໄສສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ປຶກ​ສາ​ຫາ​ລື​ເພື່ອ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ທີີ່​ມີ​ຄວາມ​ສົນ​ໃຈ​ຮ່ວມ​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ, ມະ​ນຸດ​ສະ​ທຳ ແລະ ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ, ພ້ອມ​ກັນ​ນັ້ນ, ກໍ​ປະ​ກອບ​ສ່ວນເຂົ້າ​ໃນ​ການ​ປະ​ຕິ​ຮູບ​ບັນ​ດາ​ອົງ​ການ ສະ​ຫະ​ປະ​ຊາ​ຊາດ​ຕາມ​ທິດ​ເປີດ​ກ້​ວາງ, ກະ​ຈ່າງ​ແຈ້ງ, ປະ​ຊ​າ​ທິ​ປະ​ໄຕ ແລະ ມີ​ປະ​ສິດ​ທິ​ຜົນ.

     ທີ່​ຕັ້ງບົດ​ບາດນ​ນັບ​ມື້​ນັບ​ຍົກ​ສູງ​ຂຶ້ນ

  ຕະຫຼອດ 38 ປີ​ທີ່​ຜ່ານມ​າ, ຫວຽດ​ນາມ​ຍາມ​ໃດ​ກໍ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນເອງ,ສັນ​ຕິ​ພາບ, ເປີດ​ກ້ວາງ, ​​ຫັນ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ເປັນຫຼາຍ​ຮູບ​ຫຼາຍແບບ ແລະ ຫຼາຍ​ຝ່າຍ. ປະ​ຊາ​ຄົມ​ໂລກ​ໄດ້​ເຫັນ​ແຈ້ງວ່າ ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມືທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ. ຫວຽດ​ນາມ​ໄດ້​ຕັ້ງ​ໜ້າ, ເປັນ​ເຈົ້າການເຂົ້າ​ຮ່ວມ​ບັນ​ດາ​ວຽກ​ງານຂອງສະ​ຫະ​ປະ​ຊາ​ຊາດ, ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ໃນ​ເວ​ທີ​ສາກົນ, ຕໍ່​ສູ້​ເພື່ອ​ປົກ​ປ້ອງ​ບັນ​ດາ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ບົນຫຼັກ​ການ​ເຄົາ​ລົບ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ແກ້​ໄຂ​ບັນ​ດາ​ການ​ຂັດ​ແຍ້ງກັນດ້ວຍ​ມາດ​ຕະ​ການໂດຍ​ສັນ​ຕິ​ວິ​ທີ, ຮັບ​ປະ​ກັນ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ທຸກໆ ປະ​ເທດ​ສະ​ມາ​ຊິກ, ໂດຍ​ສະ​ເພາະ​ແມ່ນ​ບັນ​ດາ​ປະ​ເທດ​ດ້ອຍ​ພັດ​ທະ​ນາ. ໂດຍ​ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນຫຼາຍ​ດ້ານ​ຂອງ​ຫວຽດ​ນາມ​ເຂົ້າ​ໃນ​ວຽກ​ງານ​ຂອງ ສະ​ຫະ​ປະ​ຊາ​ຊາດ, ບັນ​ດາປະ​ເທດ​ສະ​ມາ​ຊິກມີ​ຄວາມ​ໄວ້​ວາງ​ໃຈເລືອກ​ຕັ້ງ​ຫວຽດ​ນາມເປັນ​ກຳ​ມະ​ການບໍ່​ປະ​ຈຳ ສະ​ພາ​ຄວາມ​ໝັ້ນ​ຄົງສະ​ຫະ​ປະ​ຊາ​ຊາດ​ອາ​ຍຸ​ການ 2008-2009, ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ອາ​ຍຸ​ການ 2014-2016 ແລະ ເມື່ອບໍ່​ດົນ​ມານີ້, ຫວຽດ​ນາມ​ໄດ້​ຮັບ​ຂ່າວ​ມ່ວນ​ເມື່ອ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ມັດ​ຊາ​ເສດ​ຖະ​ກິດ​ສັງ​ຄົມ​ ສະ​ຫະ​ປະ​ຊາ​ຊາດອາ​ຍຸ​ການ 2016-2018 ດ້ວຍ​ຈຳ​ນວນ​ບັດ​ສະ​ໜັ​ບ​ສະ​ໜູນຫຼາຍ​ທີ່​ສຸດ. ນີ້ບໍ່​ພຽງ​ແຕ່ແມ່ນ​ການ​ຮັບ​ຮູ້​ຂອງ​ປະ​ຊາ​ຄົມ​ໂລກ​ກ່ຽວກ​ັບບັນ​ດາຜົນ​ງານ​ຂອງ​ຫວຽດ​ນາມ​ໃນ​ວິ​ວັດ​ການ​ປ່ຽນ​ແປ​ງ​ໃໝ່ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ການ​ຮັບ​ຮູ້​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ກອບ​ສ່ວນ​ແກ້​ໄຂ​ບັນ​ດາ​ບັນ​ຫາ​ລວມ​ຂອງ​ມວນ​ມະ​ນຸດ.

      ດ້ວຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເປີດ​ກ້​ວາງ​ຂອງ​ຫວຽດ​ນາມ, 38 ປີ​ທີ່​ຜ່ານ​ມາ, ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ- ສະ​ຫະ​ປະ​ຊາ​ຊາດໄດ້​ພັດ​ທະ​ນາ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ​ໃນ​ທຸກ​ດ້ານ. ເຂົ້າ​ເປັນ​ສະ​ມາ​ຊິກສະ​ຫະ​ປະ​ຊາ​ຊາດ, ຫວຽດ​ນາມ​ໄດ້​ຍົກ​ສູງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ຢ່າງບໍ່​ຢຸດຢັ້ງ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ ປົກ​ປັກ​ຮັກ​ສາ​ພື້ນ​ຖານສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ພັດ​ທະ​ນາ​ຢູ່​ໃນ​ພາກ​ພື້ນ ແລະ ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ