ຫວຽດນາມເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາບັນຫາສາກົນ


(vovworld)- ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຈະ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ຍີ່​ປຸ່ນ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດຍອດ ກຸ່ມ 7 ປະ​ເທດ ອຸດ​ສາ​ຫະ​ກຳ​ພັດ​ທະ​ນາ (G7) ເປີດກວ້າງ ຢູ່ Mie, ຍີ່​ປຸ່ນ ແຕ່​ວັນ​ທີ 26 -28/5. ໂດຍ​ແມ່ນຫນຶ່ງ​ໃນ​ຈຳ​ນວນ 7 ປະ​ເທດ ຢູ່ ນອກ​ກຸ່ມ G7 ໄດ້​ຮັບ​ຄຳ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ເປີດກວ້າງ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ​ແມ່ນ​ປະ​ເທດ​ຕັ້ງ​ຫນ້າ, ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ທົ່ວ​ໂລກ.

ຫວຽດນາມເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາບັນຫາສາກົນ - ảnh 1

        ນີ້ບໍ່​ແມ່ນ​ຄັ້ງ​ທຳ​ອິດ ກອງ​ປະ​ຊຸມ G7 ເຊື້ອເຊີ​ນ​ບັນ​ດາປະ​ເທດບໍ່​ ສັງ​ກັດ​ກຸ່ມ G7 ພ້ອມ​ກັນ​ເຂົ້າ​ຮ່ວມກອງ​ປະ​ຊຸມ. ປ​ະ​ເທດ​ພວມ​ສວມ​ບົດ​ບາດ​ເປັນ​ປະ​ທານ ມີ​ສິດ​ຕັດ​ສິນ​ເຊື້ອ​ເຊີ​ນ ບັນ​ດາ​ປະ​ເທດ​ເໝາະ​ສົມ​ກັບ​ເນື້ອ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້. ເລື່ອງ​ປະ​ເທດ​ເຈົ້າ​ພາບ​ເຊື້ອ​ເຊີນ​ບັນ​ດາ​ປະ​ເທດນອກ​ກຸ່ມ ດ້ວຍ​ຖາ​ນະ​​ເປັນແຂກ​ຖືກ​ເຊີນ​ແມ່ນ​ອີງ​ໃສ່​ຫົວ​ຂໍ້, ເນື້ອ​ໃນ​ບຸ​ລິ​ມະ​ສິດ​ຂອງ​ໂຄງ​ການ​ດຳ​ເນີນ​ງານ ແລະ ຫວຽດ​ນາມ ແມ່ນ​ການ​ເລືອກ​ເຟັ້ນ​ຂອງ​ປະ​ເທດ​ເຈົ້າ​ພາບ ຍີ່​ປຸ່ນ.

        ນີ້​ກໍ​ແມ່ນ​ຄັ້ງ​ທຳ​ອິດ ຫວຽດ​ນາມ ຖືກ​ເຊີນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸ​ດ​ຍອດ G7, ສະ​ແດງ​ໃຫ້​ເຫັນ​ວ່າ ຄວາມ​ຖື​ເປັນ​ສຳ​ຄັນ​ຂອງ​ຍີ່​ປຸ່ນ ເວົ້າ​ສະ​ເພາະ ແລະ ກຸ່ມ G7 ເວົ້າ​ລວມ ສຳ​ລັບ​ອິດ​ທິ​ພົນ​ຊື່​ສຽງ ແລະ ບົດ​ບາດ​ຂອງ​ຫວຽດ​ນາມ ໃນ​ພາກ​ພື້ນ.

        ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັບ​ຜິດ​ຊອບ​ຕໍ່​ຫນ້າບັນ​ດາ​ສິ່ງ​ທ້າ​ທາຍທົ່ວ​ໂລກ

        ກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 27/5 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ປະ​ເທດ G7, ສະ​ຫະ​ພາບ​ເອີ​ລົບ ແລະ ບັນ​ດາ​ປະ​ເທດ​ແມ່ນ​ແຂກ​ຖືກ​ເຊີນ ລວມ​ມີ: ຫວຽດ​ນາມ, ອິນ​ໂດ​ເນ​ເຊຍ, ລາວ, ບັງ​ກະ​ລາ​ເທດ, ສີ​ລັງ​ກາ, ປາ​ປົວ ນິວ​ກີ​ເນ, ບັນ​ດາ​ອົງ​ການ​ສາ​ກົນ​ຄື: ສ​ປ​ຊ, ທະ​ນາ​ຄານ​ໂລກ, ກອງ​ທຶນ​ເງິນ​ຕາ​ສາ​ກົນ, ອົງ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ເສດ​ຖະ​ກິດ ແລະ ທະ​ນາ​ຄານ​ພັດ​ທະ​ນາ​ອາ​ຊີ. ກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ ລວມ​ມີ: ວາ​ລະ​ປະ​ຊຸມ 2 ຄັ້ງ ແລະ ສ​ຸມ​ໃສ່​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ພື້ນ​ຖານ​ໂຄງ​ລ່າງ​ທີ່​ມີ​ຄຸນ​ນະ​ພາບ​ສູງ, ຄວາມ​ໝັ້ນ​ຄົງ​ພາກ​ພື້ນ, ຊຸກ​ຍູ້​ສິດ​ຂອງ​ແມ່​ຍິງ, ສາ​ທາ​ລະ​ນະ​ສຸກ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຜັນ​ຂະ​ຫຍາຍ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ປີ 2030.

        ປີນີ້ ຍີ່​ປຸ່ນ ສວມ​ບົດ​ບາດ​ເປັນ​ປະ​ທານກອ​ງ​ປະ​ຊຸມ G7 ໃນ​ສະ​ພາບ​​ທີ່ປະ​ຊາ​ຄົມ​ໂລກ ພວມ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ທົ່ວ​ໂລກ​ຊຸດ​ໂຊມ, ລັດ​ທິກໍ່​ການ​ຮ້າຍ​ໄດ້​ນາບ​ຂູ່​ເຖິງ​ຊີ​ວິດ​ອີ​ນ​ຊີ​ຂອງ​ປະ​ຊາ​ຊົນ, ກະ​ແສ​ຊາວ​ອົບ​ພະ​ຍົບ ແລະ ບັນ​ດາ​ການ​ກະ​ທຳ​​ຕາມລຳ​ພັງ​ຝ່າຍ​ດຽວ​ເຮັດ​ໃຫ້ປ່ຽນ​ແປງ​ສະ​ພາບ​ເດີມ​ຢູ່​ທະ​ເລ ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ, ສົ່ງ​ຜົນ​ສະ​ທ້ອນ​ເຖິງ​ສັນ​ຕິ​ພາບ, ວັດ​ທະ​ນາ​ຖາ​ວອນ​ລວມ. ຕາມ​ທັດ​ສະ​ນະ​ຂອງ​ປະ​ເທດ​ເຈົ້າ​ພາບ ຍີ່​ປຸ່ນ, ບັນ​ດາ​ປະ​ເທດ G7, ເຄີຍ​ແບ່ງ​ປັນ​ບັນ​ດາ​ຄຸນ​ຄ່າ​ພື້ນ​ຖານ​ຄື: ຄວາມ​ເສ​ລີ, ປະ​ຊາ​ທິ​ປະ​ໄຕ, ອຳ​ນາດ​ແຫ່ງ​ກົດ​ໝາຍ ແລະ ສິດ​ທິ​ມະ​ນຸ​ດ, ຕ້ອງ​ມີ​ທັດ​ສະ​ນະ​ທົ່ວ​ໂລກ​ເພື່ອ​ນຳ​ມາ​ເຊິ່ງວິ​ວັດ​ການ​ເໝາະ​ສົມ​ທີ່​ສຸດ ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ ດ້ວຍ​ວິ​ໄສ​ທັດ​ຈະ​ແຈ້ງ.

ຫວຽດນາມເຂົ້າຮ່ວມ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນບັນດາບັນຫາສາກົນ - ảnh 2
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ​ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ  Fumio Kishida
(ພາບ: VGP)

        ທີ່​ການ​ພົບ​ປະ​ກັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍີ່​ປຸ່ນ ໃນ​ເດືອນ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແລະ ຍີ່​ປຸ່ນ ອາດ​ຈະ​ແລກ​ປ່ຽນ​ບັນ​ດາ​ເນື້ອ​ໃນ​ຢ່າງ​ເລິກ​ເຊິ່ງ ແລະ ກວ້າງ​ຂວາງ ເພື່ອ​​ແນ​ໃສ່ເພີ່ມ​ທະ​ວີ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຜ່ານ​ການ​ພົບ​ປະ​ສອງ​ຝ່າຍ​ຄັ້ງ​ຕ່າງໆ ຢູ່ນອກກອງ​ປະ​ຊຸມ ໃນ​ການ​ຢ້ຽມ​ຢາມ ຍີ່​ປຸ່ນ ຄັ້ງນີ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ວ່າ ຫວຽດ​ນາມ ຈະ​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ຍີ່​ປຸ່ນ ສືບ​ຕໍ່​ນຳ​ການ​ພົວ​ພັນ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ເລິກ​ເຊິ່ງກວ້າງ​ຂວາງ. ບໍ່​ພຽງ​ແຕ່​ເທົ່າ​ນັ້ນ, ພ້ອມ​ກັບ​ປະ​ເທດ​ເຈົ້າ​ພາບ ແລະ ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ, ຫວຽດ​ນາມ ຈະ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ, ປຶກ​ສາ​ຫາ​ລື​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ໂຄງ​ການ​ດຳ​ເນີນ​ງານ, ໃນ​ນັ້ນ ມີ​ບັນ​ຫາ​ຄວາມ​ໝັ້ນ​ຄົງ​ຂອງ​ພາກ​ພື້ນ, ຄວາມ​ປອດ​ໄພ​, ຄວາມ​ເສ​ລີ​ໃນ​ການ​ເດີນ​ເຮືອ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ທີ່ກອງ​ປະ​ຊຸມ​ສຸດຍອດ G7 ເປີດກວ້າງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຄາດ​ວ່າ ຈະ​ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ.

        ຫວຽດ​ນາມ​ຢືນ​ຢັນ​ທີ່​ຕັ້ງ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ທີ່​ມີ​ອິດ​ທິ​ພົນ​ຊື່​ສຽງ​ຂອງ​ປະ​ຊາ​ຄົມ​ສາ​ກົນ.

        ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ ແລະ ເປັນ​ສະ​ມາ​ຊິກ​ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ຊາ​ຄົມ​ສາ​ກົນ. ສິ່ງ​ດັ່ງ​ກ່າວ​ບໍ່​ພຽງ​ແຕ່​ໄດ້​ຮັບ​ການ​ສະ​ຫລຸບ​ໃນ​ຜົນ​ງານ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ໄດ້​ຮັບ​ກາ​ນ​ຮັບ​ຮູ້​, ຕີ​ລາ​ຄາ​ສູງຈາກ​ປະ​ຊາ​ຄົມ​ສາ​ກົນອີກ​ດ້ວຍ. ສ​ປ​ຊ ໄດ​້​ເຊີດ​ຊູ​ຫວຽ​ດ​ນາມ ຫລາຍ​ຄັ້ງ​ແລ້ວ ດ້ວຍ​ຖາ​ນະ​ແມ່ນ​ຫນຶ່ງ​ໃນ​ປະ​ເທດ​ສ່ວນ​ຫນ້ອຍ​ນຳ​ຫນ້າ​ໃນ​ຜົນ​ງານ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ ແລະ ຂໍ້​ລິ​ເລີ່ມ “ອົງ​ການສ​ປ​ຊດຽວ”. ຫວຽດ​ນາມ ກໍ​ໄດ້​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດ​າ​ໂຄງ​ການ​ດຳ​ເນີນ​ງານ​ເພື່ອ​ການ​ພັດ​ທະ​ນາ​ທົ່ວ​ໂລກ, ແມ່ນ​ປະ​ເທດສະ​ມາ​ຊິກມີ​ຄວາມ​ຮັບ​ຜິ​ດ​ຊອບ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ບົດ​ບາດ​ຮັກ​ສາ​ສັນ​ຕິ​ພາບ​ຂອງ ສ​ປ​ຊ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ອາ​ເມ​ລິ​ກາ ປະ​ຈຳ​ຫວຽດ​ນາມ Ted Osius ເນັ້ນ​ຫນັກ​ວ່າ: 3 ຫລັກ​ການ​ພື້ນ​ຖານ​ຂອງ​ພື້ນ​ຖານ​ການ​ທູດ​ຫວຽດ​ນາມ ໃນ​ການ​ຮ່ວມ​ມື​ຢູ່​ພາກ​ພື້ນ ແລະ ໂລກ, ລວມ​ມີ: ເຄົາ​ລົບ​ ແລະ ຮັກ​ສາ​ບັນ​ດາ​ຫລັກ​ການ ແລະ ກົດ​ໝາຍ​ສາ​ກົນ, ເຄົາ​ລົບ​ຜົນ​ປະ​ໂຫຍດ​ຂອງ​ຫວຽດ​ນາມ ແລະ ຂອງ​ຄູ່​ຮ່ວມ​ມື, ມາ​ນະ​ພະ​ຍາ​ຍາມ ພ້ອມ​ກັບ​ບັນ​ດາ​ປະ​ເທດ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ. ບັນ​ດາ​ເຫດ​ການ​ຕົ້ນ​ຕໍ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ ແລະ ແບກ​ຫາບ​ຫນ້າ​ທີ່​ກັບ​ປະ​ຊາ​ຄົມ​ໂລກ​ຂອງ​ຫວຽດ​ນາມ ແມ່ນ​ສະ​ແດງ​ອອກ​ຜ່ານ​ເລື່ອງ ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ ແລະ ລະ​ຫວ່າງ​ພາກ​ພື້ນ, ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ ຫລື ສວມ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ. ຫວຽດ​ນາມ ກໍ​ໄດ້​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່ມ​ສະ​ກັດ​ກັ້ນ​ການ​ແຜ່​ຂະ​ຫຍາຍ​ອາ​ວຸດ​ນິວ​ເຄຼຍ.

        ພາຍ​ໃນ​ກຸ່ມ ອາ​ຊຽນ, ຫວຽດ​ນາມ ໄດ້​ຮັບ​ຖື​ວ່າ ແມ່ນ “ຜູ້​ຮັກ​ສາ”  ບັນ​ດາ​ຫລັກ​ການ​ພື້ນ​ຖານ​ໃນ​ການ​ແກ້​ໄຂ​ບັນ​ດາ​ການຂັດ​ແຍ້ງໂດຍ​ສັນ​ຕິ ແລະ ເຄົາ​ລົບ​ກົດ​ໝາຍ​ສາ​ກົນ​ໃນ​ການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພິ​ເສດ ຍາມ​ໃດ​ເປັນ​ສະ​ມາ​ຊິກ​ມາ​ນະ​ພະ​ຍາ​ຍາມ​ຂອງ​ກຸ່ມ​ໃນ​ການ​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິພາບ, ສອດ​ຄ​່ອງ​ກັບກົດ​ໝາຍ​ສາ​ກົນ​ທີ່​ມີ​ຕໍ່​ບັນ​ຫານີ້.

        ດ້ວຍ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຕັ້ງ​ຫນ້າ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຄື​ແນວນັ້ນ, ເລື່ອງ​ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ 7 ປະ​ເທດ​ນອກ​ກຸ່ມ G7 ເຂົ້າ​ຮ່ວມກອງ​ປະ​ຊຸມ G7 ດ້ວຍ​ຖາ​ນະ​ແມ່ນ​ແຂກ​ຖືກ​ເຊີນ​ຄັ້ງ​ນີ້ ບໍ່​ແມ່ນ​ເລື່ອງ​ບັງ​ເອີນ. ອາດ​ຈະ​ເຫັນ​ຢ່າງ​ຈະ​ແຈ້ງວ່າ ປະ​ເທ​ດ​ເຈົ້າ​ພາບ ຍີ່​ປຸ່ນ ເວົ້າ​ສະ​ເພາະ, ປະ​ຊາ​ຄົມ​ສາ​ກົນ ເວົ້າ​ລວມ ລ້ວນ​ແຕ່​ປາດ​ຖະ​ຫນາ​ວ່າ ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ປະ​ກອບ​ສ່ວນ​ຫລາຍກວ່າ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາ​​ມີ​ຄວາມ​ສົນ​ໃຈລວມ​ຂອງ​ພາກ​ພື້ນ ແລະ ໃນ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ