ຫວຽດນາມເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ


(vovworld)- ປີ 2015, ຫວຽດ​ນາມ ສຳ​ເລັດ​ການ​ເຂົ້າ​ຮ່ວມ​ສັນ​ຍາ​ການ​ຄ້າ​ເສ​ລີ ຈຳ​ນວນ​ຫນຶ່ງ, ພົ້ນ​ເດັ່ນ​ແມ່ນ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຍຸດ​ທະ​ສາດ​ຂ້າມ​ປ​າ​ຊີ​ຟີກ (TPP), ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ສະ​ຫະ​ພາບ​ເອີ​ລົບ (EU) ແລະ ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC). ເວ​ລານັ້ນ​ ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ຈະ​ມີ​ກຳ​ລັງ​ຫນູນ​ພັດ​ທະ​ນາ​ໃຫມ່ຕື່ມ​ອີກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຽງ​ຄູ່​ກັບ​ບັນ​ດາ​ສັນ​ຍານີ້ ແມ່ນ​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ, ຮຽກ​ຮ້ອງ​ອົງ​ການ​ກ່ຽວ​ຂ້ອງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຕ້ອງ​ເປັນ​ເຈົ້າ​ການ​ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດນີ້​ຢ່າງ​ສຸດ​ຂີດ.

        ບັນ​ດາ​ສັນ​ຍາ​ການ​ຄ້າ​ທີ່​ກ່າວ​ມາ​ຂ​້າງ​ເທິງນັ້ນ ຈະ​ສົ່ງ​ຜົນ​ກະ​ທົບ​ທີ່​ດີ​ເຖິງ​ການ​ເຄື່ອນ​ໄຫວ​ຜະ​ລິດ ດຳ​ເນີນ​ທຸ​ລະ​ກິດ​ຂອງວິ​ສາ​ຫະ​ກິດ ແຕ່​ຄຽງ​ຄູ່​ກັບ​ບັນ​ດາ​ສັນ​ຍາ​ດັ່ງ​ກ່າວ ແມ່ນ​ບັນ​ດາ​ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ເຕັກ​ນິກ, ຊັບ​ສິນ​ພູມ​ປັນ​ຍາ​ເຄື່ອງ​ໝາຍ​ການ​ຄ້າ, ຮົ້ວ​ກີດ​ຂວາງ​ກ່ຽວ​ກັບ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ສິ່ງ​ແວດ​ລ້ອມ.. ຊື່ງ​ບັນ​ດາ​ປະ​ເທດ​ນຳ​ເຂົ້າ​ວາງ​ອອກ​ມາດ​ຖານ​ສູງທີ່​ສຸດ.

ຫວຽດນາມເປັນເຈົ້າການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ - ảnh 1
ທ່ານ ຫ​ວູຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ - ​ການ​ຄ້າ ແລະ ທ່ານAndrei A. Slepnhev ລັດ​ຖ​່ະ​ມົນ​ຕິ​ກະ​ຊວງ​ການ​ຄ້າ ​ຄະ​ນະກຳ​ມະ​ການ​ເສດ​ຖະ​ກິດ​ອາ​ຊີ -ເອີ​ລົບ
ພາບ:.vnexpress.net

        ສິ່ງ​ທ້າ​ທາຍ​ໄປ​ຄຽງ​ຄູ່​ກັບ​ກາ​ລະ​ໂອ​ກາດ

        ການ​ເຈ​ລະ​ຈາ​ຄັ້ງ​ທີ 11 ແລະ ກໍ​ແມ່ນ​ວາ​ລະ​ສຸດ​ທ້າຍ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ​ລະ​ຫວ່າງ​ຫວຽດ​ນາມ ແລະ ອີ​ຢູ ສິ້ນ​ສຸດ, ຈະ​ລົງ​ນາມ​ໃນ 6 ເດືອນຕົ້ນ​ປ​ີ 2015. ນີ້​ແມ່ນ​ສັນ​ຍາ ດ້ວຍ​ລະ​ດັບ​ຫັນ​ເປັນ​ເສ​ລີ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງ. ກ່ອນ​ອື່ນ​ໝົດ, ສິນ​ຄ້າ​ຂອງ​ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່​ຕະ​ຫລາດ ອີ​ຢູ ໄດ້​ຮັບ​​ຜົນປະ​ໂຫຍດ​ໃຫ​ຍ່​ກ່ຽວ​ກັບ​ອັດ​ຕາ​ພາ​ສີ. ຄິດ​ໄລ່​ໃນ​ເບື້ອງ​ຕົ້ນ, ອີ​ຢູ ຈະ​ຍົກ​ເລີກ​ພາ​ສີ​ສຳ​ລັບ 90 ປະ​ເພດ. ບັນ​ດາ​ຂະ​ແຫນງ​ໄດ້​ຮັບ​ຜົນ​​ປະ​ໂຫຍດກວ່າ​ໝ​ູ​່ ນັ້ນ​ແມ່ນ: ຕຳ​່​ແຜ່ນ​ຕັດ​ຫຍິບ, ເກ​ີບ​ຫນັງ, ປຸງ​ແຕ່ງ​ອາ​ຫານ… ຕາມ​ການ​ຕີ​ລາ​ຄາ​ຂອງ​ຫ້ອງ​ການ​ການ​ຄ້າ ເອີ​ລົບ ປະ​ຈຳ​ຫວຽດ​ນາມ (Euro Cham) ແລ້ວ, ພາຍ​ຫລັງ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ -ອີ​ຢູ ໄດ້​ຮັບ​ການ​ລົງ​ນາມ ຈະ​ສົ່ງ​ຜ​ົນ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ​ສຳ​ລັບ​ຫວຽດ​ນາມ, ຊ່ວຍ​ໃຫ້​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຂອງ ຫວຽດ​ນາມ​ເພີ່ມ​ຂຶ້ນ ແຕ່ 10-15%. ນອກນັ້ນ, ສັນ​ຍາ​ກໍ​ແມ່ນ​ເງື່ອນ​ໄຂ​ຊຸກ​ຍູ້​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ ອີ​ຢູ ເພີ່ມ​ຂຶ້ນ​ ແຕ່ 30-40%.

        ໃນ​ຂະ​ນະ​ນັ້ນ, ສັນ​ຍາ​ຄູ່​ຮ່ວມ​ມື​ການ​ຄ້າ​ຂ້າມ​ປາ​ຊີ​ຟີກ TPP ລວມ​ມີ 12 ພື້ນ​ຖານ​ເສດ​ຖະ​ກິດ​ສະ​ມາ​ຊິກ ພວມ​ລໍ​ຄອຍ​ ​ສັນ​ຍາ​ໄດ້​ຮັບ​ການ​ລົງ​ນາມໃນ​ປີ 2015, ດ້ວຍ​ຂອບ​ຂະ​ຫນາດກວມ​ເຖິງ 40% ຍອດ GDP ທົ່ວ​ໂລກ, ກາຍ​ເປັນ​ເຂດ​ການ​ຄ້າ​ເສ​ລີ​ໃຫຍ່ກວ່າ​ໝູ່​ໃນ​ໂລກ. ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຫລາຍກວ່າ​ໝູ່, ເພາະ​​ວ່າຈຸດ​ໝາຍ​ໃຫຍ່​ສຸດ ເມື່ອ​ລົງ​ນາມ​ໃນ​ສັນ​ຍາ TPP ແມ່ນ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ ແລະ ຍົກ​ເລີກ​ບັນ​ດາ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ. ເມື່ອ​ບັນ​ດາ​ອັດ​ຕາ​ພາ​ສີ​ຫລຸດ​ລົງ ກໍ​ໝາຍ​ຄວາມ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ເພີ່ມ​ທະ​ວ​ີ​ການ​ສົ່ງ​ອອກ​ໄປ​ຍັງ 11 ປະ​ເທດ​ສະ​ມາ​ຊິກ, ໃນ​ນັ້ນ ມີ​ຕະ​ຫລາດ​ມີ​ກຳ​ລັງ​ຊື້​ສູງ ແລະ ເປັນ​ປົກ​ກະ​ຕິ​ຄື​: ຕະ​ຫລາດ​ອາ​ເມ​ລິ​ກາ, ຍີ່​ປຸ່ນ, ກາ​ນາ​ດາ.

        ສຳ​ລັບ ປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ (AEC), ຜົນ​ປະ​ໂຫຍດ​ໃຫຍ່​ສຸດ​ແມ່ນ​ວິ​ສາ​ຫ​ະ​ກິດ​ຫວຽດ​ນາມ ຈະ​ໄດ້​ດຳ​ເນີນ​ທຸ​ລະ​ກິດ​ໃນ​ສະ​ພາບ​ແວດ​ລ້ອມ​ຂະ​ຫຍັນ​ຂັນ​ເຄື່ອນ. ພິ​ເສດ ທີ່​ຕັ້ງ​ພູມ​ສາດ​ໃຈ​ກາງ​ຂອງ​ບັນ​ດ​າ​ສາຍ​ທາງ​ຂົນ​ສົ່ງ​ສິນ​ຄ້າທົ່​ວ​ໂລກ ກໍ​ແມ່ນ​ທ່າ​ໄດ້​ປຽບ​ເພື່ອ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ຫລຸດ​ຜ່ອນ​ລາ​ຄາ​ຜະ​ລິດ​ຕະ​ພັນ.

        ເມື່ອ​ຕີ​ລາ​ຄາ​ລວມ​ກ່ຽວ​ກັບ​ກາ​ລະ​ໂອ​ກາດ​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ, ທ່ານ ໂດ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ:

        “ນີ້​ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​ສຳ​ລັບ​ບັນ​ດາ​ວິ​ສາ​ຫະ​ກິດ. ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ພວກ​ເຮົາ​ສາ​ມາດ​ແຊກ​ຊືມ​ເຂົ້າ​ຕະ​ຫລາດນີ້ ແມ່ນ​ບັນ​ດາ​ປະ​ເພດ​ສິນ​ຄ້າມີ​ທ່າ​ແຮງ​ຂອງ​ຫວຽດ​ນາມ ຊື່ງ​ລວມ​ມີ: ເກີບ​ຫນັງ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ສິນ​ໃນ​ນ້ຳ, ເຄື່ອງ​    ສິ​ລະ​ປະ​ຫັດ​ຖະ​ກຳ.. ປະ​ຈ​ຸ​ບັນ ສຳ​ລັບ​ປະ​ເພດ​ສິນ​ຄ້າ​ມີ​ທ່າ​ແຮງນີ້ ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອໃຫ້​​ວິ​ສາ​ຫະ​ກິດ​ຍູ້​ແຮງ​ການ​ສົ່ງ​ອອກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.”

         ຄຽງ​ຄູ່​ກັບ​ບັນ​ດາ​ການ​ກະ​ທົບ​ຢ່າງ​ຕັ້ງ​ຫນ້າ, ການ​ເຂົ້າ​ຮ່ວມ​ກັບ​ບັນ​ດາ​ສັນ​ຍາ FTA ກໍ​ເຮັດ​ໃຫ້​ຕະ​ຫ​ລາດ​ພາຍ​ໃນ​ຖືກແກ້ງ​ແຍ້ງຢ່າງ​ແຮງ, ການ​ນຳ​ເຂົ້າ​ເກີນ​ດຸ່ນ​ເພີ່ມ​ຂຶ້ນ​ສູງ. ນອກນັ້ນ ກະ​ສິ​ກຳ, ຊາວ​ກະ​ສິ​ກອນ, ຊົນ​ນະ​ບົດ, ພົ້ນ​ເດັ່ນ ແມ່ນ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ພວມ​ຖືກ​ແກ້ງ​ແຍ້ງ​ຢ່າງ​ແຮງ​ຢູ່​ຕະ​ຫລາດ​ພາຍ​ໃນ. ທ່ານ ໂດ​ທັງ​ຫາຍ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ເມື່ອ​ພວກ​ເຮົາ​ໄດ້​ຊົມ​ໃຊ້​ອັດ​ຕາ​ພາ​ສີ 0% ຢູ່​ບັນ​ດາ​ຕະ​ຫລາດ​ທີ່​ພວກ​ເຮົາ​ລົງ​ນາມ​ໃນ​ສັນ​ຍາ, ແນ່ນອນ​ວ່າ ຢູ່​ຫວຽດ​ນາມ ຕ້ອງຍອມ​ຮັບ​ການ​ຫລຸດ​ຜ່ອນ​ອັດ​ຕາ​ພາ​ສີ​ຂອງ​ບາງ​ປະ​ເພດ​ສິນ​ຄ້າ. ການ​ເຄື່ອນ​ໄຫວ​ສົ່ງ​ເສີມ​ການ​ຄ້າ​ເວົ້າ​ລວມ ແລະ ການ​ເຄື່ອນ​ໄຫວ​ຂອງ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ ເວົ້າ​ສະ​ເພາະ ໄດ້​ມີ​ການ​ກຳ​ນົດ​ທິດ ນັ້ນ​ແມ່ນ​ຕ້ອງ​ໃກ້​ຊິດ​ຕິດ​ແທດ​ກັບ​ທ່າ​ໄດ້​ປຽບ ເມື່ອ​ຫວຽດ​ນາມ​ ເຂົ້າ​ຮ່ວມ ແລະ ລົງ​ນາມ​ໃນ​ບັນ​ດາສັນ​ຍາ, ພວກ​ເຮົາ​ມີ​ທ່າ​ແຮງ​ໃນ​ປະ​ເພດ​ສິນ​ຄ້າ​ໃດ​ຕ້ອງ​ຍູ້​ແຮງ​ການ​ສົ່ງ​ອອກ​ໄປ​ຍັງ​ຕະ​ຫລາດນັ້ນ. ສັນ​ຍາ​ການ​ຄ້າ​ທັງ​ໝ​ົດ​ລ້ວນ​ແຕ່​ມີ​ຄວາມ​ສະ​ດວກ ແລະ ຄວາມ​ຫຍຸ້ງ​ຍາກ. ຖ້າ​ຫາກວິ​ສາ​ຫະ​ກິດ​ຮູ້​ຈັກ​ເຖິງ​​ການຍາ​ດ​ແຍ່ງ​ກາ​ລະ​ໂອ​ກາດ ຈະ​ມີ​ຄວາມ​ສະ​ດວກ ແລະ ບຸ​ລິ​ມະ​ສິດກວ່າ.”

        ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

        ຕາມ​ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ​ແລ້ວ, ເມື່ອ ຕັດ​ສິນ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ກັບ​ຄູ່​ຮ່ວມ​ມື ​ລັດ​ຖະ​ບານ ໄດ້​ຄິດ​ໄລ່​ເຖິງ​ທ່າ​ໄດ້​ປຽບ ແລະ ວິ​ວັດ​ການ​ປົກ​ປ້ອງ​​ການ​ຜະ​ລິດ​ພາຍ​ໃນ​ປະ​ເທດ​ໃຫ້​ເໝາ​ະ​ສົມ​ກັບ​ການ​ເຊື່ອມ​ໂຍງ ແລະ ປົກ​ປ້ອງ​ຕະ​ຫລາດ​ພາຍ​ໃນ​ປະ​ເທດ. ເມື່ອ​ເວົ້າ​ເຖິງ​ການ​ກະ​ກຽມ​ຂອງ​ຫວຽດ​ນາມ, ທ່ານ ຫ​ວູຮູຍ​ຮ່​ວາງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ​ການ​ຄ້າ ໃຫ້ຮູ້​ວ່າ:

        “ຕ​າມ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ບານ, ໃນ ປີ 2015 ນີ້ ແລະ ຊຸມ​ປີ​ຕໍ່​ໄປ, ເມື່ອ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫລາຍ​ສະ​ບັບ​ມີ​ຜົນ​ສັກ​ສິດ, ວຽກ​ງານ​ສື່​ສານ​ແມ່ນ​ສຳ​ຄັນ​ທີ່​ສຸດ. ທີ​ສອງ ບັນ​ດາ​ອົງ​ການ​ລັດ ຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ໃຫຍ່, ຕ້ອງ​ສົມ​ທົບ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ເປັນ​ປະ​ຈຳ, ສຳ​ພັດ​ກັບ​ປະ​ຊາ​ຊົນ ເພື່ອ​ສ່ອງ​ແສງ​ຢ່າງ​ທັນ​ການ ແລະ ແລກ​ປ່ຽນ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື ເມື​່ອ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່ໄດ້​ລົງ​ນາມ​ເກີດ​ບັນ​ຫາ​ໃຫມ່ ຕ້ອງ​ປັບ​ປຸງ​ຢ່າງ​ທັນ​ການ.”

        ຍາດ​ແຍ່ງ​ບັນ​ດາ​ກາ​ລະ​ໂອ​ກາດ​ດີ​ໂດຍ ສັນ​ຍາ FTA ນຳ​ມາ​ໃຫ້ ຈະ​ເປັນ​ການ​ກະ​ຕຸກ​ຊຸກ​ຍູ້​ຢ່າງ​ແຮງ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ. ສະ​ນັ້ນ ເລື່ອງ​ອົງ​ການ​ກ່ຽວ​ຂ້ອງ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ  ແລະ ປ​ະ​ຊາ​ຊົນ ເປັນ​ເຈົ້າ​ການ​ໃນ​ການ​ຕອບ​ສະ​ຫນອງ​ບັນ​ດາ​ເງື່ອ​ນ​ໄຂ​ຂອງ​ສັນ​ຍາ FTA ແມ່ນ​ຄວາມ​ຈ​ຳ​ເປັນ​ທີ່​ສຸດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ​ຢ່າ​ງ​ເລິກ​ເຊິ່ງ, ກວ້າງ​ຂວາງ​ຂອງ​ປະ​ເທດ​ຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ