ຫວຽດນາມເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ


    ຫວຽດນາມ​​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​ຢ່າງ​ໜັກໜ່ວງ​ຍ້ອນ​ບັນຫາ​ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ຍຸດທະສາດແຫ່ງຊາດກ່ຽວກັບ ຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ພວມ ມານະພະຍາຍາມຮຽກຮ້ອງ ການໜູນຊ່ວຍໄລຍະຍາວ ແລະ ແຂງແຮງຂອງບັນດານັກ ອຸປະຖຳສາກົນ ໃຫ້ແກ່ວຽກ​ງານ​ຄຸ້ມ​ຄອງ​ຊັບພະຍາກອນ​ສິ່ງ​ແວດ​ລ້ອມ ​ແລະ ການ​ຮັບ​ມື​ກັບ​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ.

ຫວຽດນາມເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ກ່າວຄຳເຫັນທີ່ກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ໜູນ​ຊ່ວຍ​ພັດທະນາ​ສັງ​ລວມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ


    ​ໃນ​ຊຸມ​ປີ​ມໍ່​ມາ​ນີ້, ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຍາມ​ໃດ​ກໍ​ແມ່ນ​ບັນຫາ​ຮ້​ອນ​ເຮັ່ງ​ບໍ່​ພຽງ​ແຕ່​ຢູ່​ຫວຽດນາມ​ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ຫຼາຍ​ປະ​ເທດ​ໃນ​ໂລກ​ອີກ​ດ້ວຍ. ບັນດາ​ຄວາມ​ເສຍ​ຫາຍ​ກ່ຽວ​ກັບ​ຊີວິດ​ອີນຊີ ​ແລະ ຊັບ​ສິນ​ຍ້ອນ​ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດກໍ່​ຂຶ້ນນັ້ນ ​ໄດ້​ເຮັດ​ໃຫ້​ລັດຖະບານ​ປະ​ເທດ​ຕ່າງໆ​ຕ້ອງ​ມີ​ບັນດາ​ນະ​ໂຍບາຍ​ນຳ​ໜ້າ​ໃນ​ບັນຫາ​ນີ້.  ຢູ່​ຫວຽດນາມ, ລັດຖະບານ​ໄດ້​ອະນຸມັດ​ຜ່ານ​ໂຄງການ​ຈຸດ​ໝາ​ຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ສ້າງ​ແຜນ​ຮັບ​ມື​ຕໍ່​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ​ແລະ ນ້ຳ​ທະ​ເລ​ຂຶ້ນ​ສູງ​ໃຫ້​ບັນດາ​ເຂດ​ຂອງ​ຫວຽດນາມ​ເຖິງ​ປີ 2050 ​ແລະ ສ້າງ​ແຜນການ​ດຳ​ເນີນ​ງານ​ແຫ່ງ​ຊາດ. ບັນດາ​ນະ​ໂຍບາຍຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຂອງ​ຫວຽດນາມ ​ໄດ້​ມີ​ການ​ເຂົ້າ​ຮ່ວມ​ຢ່່າງ​ແຂງ​ແຮງ​ຂອງ​ບັນດາ​ນັກ​ອຸປະຖຳ ​ແລະ ບັນດາ​ປະ​ເທດ​ທີ່​ມີ​ທ່າ​ແຮງ​ໃນ​ຂົງ​ເຂດ​ນີ້.

     ​ໂຮ​ນລັງ, ປະ​ເທດ​ທີ່​ມີ​ການ​ຮ່ວມ​ມື​ຫຼາຍ​ຢ່າງ​ກັບ​ຫວຽດນາມ​ເພື່ອຮັບມືກັບ ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ

   ໂຮ​ນລັງ ​ແລະ ຫວຽດນາມ​ໄດ້​ມີ​ສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ​ແລະ ການ​ຄຸ້ມ​ຄອງ​ນ້ຳ. ນັບ​ແຕ່​ເມື່ອ​ສັນຍາ​ໄດ້​ຮັບ​ການ​ລົງ​ນາມ​ໃນ​ການ​ຢ້ຽມຢາມ ໂຮ​ນລັງ ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ເມື່ອ​ປີ 2010 ມາ​ຮອດ​ປະຈຸ​ບັນ, 2 ຝ່າຍ​ໄດ້​ຕັ້ງໜ້າ​ຜັນ​ຂະຫຍາຍ​ປະຕິບັດ​ສັນຍາ, ​ໃນ​ນັ້ນ​ໄດ້​ສ້າງ​ຕັ້ງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ຫວຽດນາມ- ໂຮ​ນລັງ ​ແລະ ​ເປັນ​ເອກະ​ພາບ​ກັນ​ຜັນ​ຂະຫຍາຍ​ການ​ຄົ້ນ​ຄ້ວາ​ກ່ຽວ​ກັບ 8 ໝວດ​ບັນຫາ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ນ້ຳ​ຄື: ຕີ​ລາຄາ​ຊັບພະຍາກອນ​ນ້ຳ, ນ້ຳ​ຮັບ​ໃຊ້​ການ​ຜະລິດ​ສະບຽງ​ອາຫານ, ​ໂຄງ​ລ່າງຂະ​ແໜງນ້ຳ.... ກອງ​ປະຊຸມ​ຄັ້ງ​ທີ 1 ຂອງ​ຄະນະ​ກຳມາ​ທິການ​ລະຫວ່າງ​ລັດຖະບານ​ໄດ້​ຖືກ​ຈັດ​ຂຶ້ນ​ເມື່ອ​ເດືອນ 3/2011 ​ໂດຍ​ພາຍ​ໃຕ້​ການ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈຸ​ງຫາຍ ​ແລະ ອົງ​ມົງກຸດ​ລາຊະ​ກຸມມານ ​ໂຮ​ນລັງ Willem Alexander . 2 ຝ່າຍ​ໄດ້​ປຶກສາ​ຫາລື​ບັນດາ​ບັນຫາ​ຮ່ວມ​ມື​ເພີ່ມ​ທະວີ​ຄວາມ​ສາມາດ​ຄຸ້ມ​ຄອງ​ນ້ຳ, ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ​ແລະ ປົກ​ປັກ​ຮັກສາ​ບັນດາ​ລະບົບ​ຊີວະ​ພາບ​ກະ​ສີ​ກຳ​ທີ່​ກ່ຽວຂ້ອງ​ຢູ່​ຫວຽດນາມ. ພິ​ເສ​ດ, ຍັງ​ມີ​ການ​ຮ່ວມ​ມື​ຜັນ​ຂະຫຍາຍ​ແຜນການ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ຍົກ​ສູງ​ຄວາມ​ສາມາດ​ໃນ​ການວາງ​ແຜນຜັງ ​ແລະ ພັດທະນາ​ຕົວ​ເມືອງ​, ຊົນນະບົດ, ຄວບ​ຄຸມ​ໄພ​ນ້ຳ​ຖ້ວມ, ສະໜອງ​ນ້ຳ, ກຳ​ຈັດ​ນ້ຳ​ເສຍ ​ແລະ ສ້າງ​ບັນດາ​ລະບອບ​ຄຸ້ມ​ຄອງ​ການ​ເງິນ​ທີ່​ກ່ຽວຂ້ອງ. ບົນ​ພື້ນຖານ​ບັນດາ​ເນື້ອ​ໃນ​ທີ່​ໄດ້​ເຕື້ອງ​ເຖິງ​ນັ້ນ, ບັນດາ​ກອງ​ປະຊຸມ ຄະນະ​ກຳມາ​ທິການ​ຮ່ວມ​ມື ​ຫວຽດນາມ- ໂຮ​ນລັງ ຫຼັງ​ຈາກ​ນັ້ນ​ໄດ້​ປຶກສາ​ຫາລື, ວາງ​ບັນດາ​ໜ້າທີ່ຄວນ​ເລັ່ງ​ໃສ່ປະຕິບັດ​ຄື ສ້າງ​ຕັ້ງ​ບັນດາ​ຄະນະ​ປະສານ​ງານ​ລະຫວ່າງ​ຂະ​ແໜງ, ບັນດາ​ກຸ່ມ​ປະ​ບັດ​ງານ, ຊຸກຍູ້​ການ​ສົມທົບ​ກັບຝ່າຍໂຮ​ນລັງ​ເພື່ອ​ສ້າງ​ແຜນການ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ບັນດາ​ໂຄງການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ຄຸ້ມ​ຄອງ​ນ້ຳ, ຄຸ້ມ​ຄອງ​ທີ່​ດິນ, ນ້ຳ​ທະ​ເລ​ຂຶ້ນ​ສູງ... ​ໃນ​ການ​ຜັນ​ແປ​ຄັ້ງ​ຫຼ້າ​ສຸດ, ​ເມື່ອ​ວັນ​ທີ 17/6/2014 ຢູ່​ຮ່າ​ໂນ້ຍ, ​ໃນ​ຂອບ​ເຂດ​ການ​ຢ້ຽຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ແລະ ​ທ່ານ​ນາຍົກລັດຖະມົນຕີ ​ໂຮນລັງ Mark Rutte ​ໄດ້​ເປັນ​ປະທານ​ຮ່ວມກອງ​ປະຊຸມ​ຂັ້ນ​ສູງ​ກ່ຽວ​ກັບ​ການ​ສົມທົບ​ກັນ​ໜູນ​ຊ່ວຍ​ພັດທະນາ​ສັງ​ລວມ​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ, ຜັນ​ຂະຫຍາຍ​ຕື່ມ​ອີກບາດກ້າວ​ລະອຽດ​ບາດກ້າວ​ໜຶ່ງ ​ແນ​ໃສ່ຫັນສັນຍາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກ່ຽວ​ກັບ​ການ​ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ການ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ລະຫວ່າງ 2 ປະ​ເທດໃຫ້​ປະກົດ​ຜົນ​ເປັນ​ຈິງ. ພ້ອມ​ກັບ​ການ​ຮ່ວມ​ມື​ໃນ​ລະດັບ​ຊາດ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ​ກໍ​ຍັງ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະອຽດ, ຊຸກຍູ້​ການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ ພ້ອມ​ກັບ​ບັນດາ​ທ້ອງ​ຖິ່ນ​ຂອງ​ໂຮ​ນລັງ.

   ຮ່ວມ​ມື​ສາກົນ​ເພື່ອ​ຄຸ້ມ​ຄອງ​ຊັບພະຍາກອນ, ສິ່ງ​ແວດ​ລ້ອມ, ປູກ​ປ່າ​ນ້ຳ​ເຄັມ

 ​ເພື່ອຮັບມືກັບສະພາບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ໃຫ້​ເປັນ​ຢ່າງ​ດີ, ຫວຽດນາມ​ຍັງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ໃນ​ການ​ຄຸ້ມ​ຄອງ​ຊັບພະຍາກອນ​ນ້ຳ, ພາ​ຍາກ​ອນອາກາດ ​ແລະ ຄຸ້ມ​ຄອງທີ່​ດິນ. ປະຈຸ​ບັນ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ຫວຽດນາມ​ພວມ​ເປັນ​ປະທານ​ຮັບຜິດຊອບ 58 ​ໂຄງການ​ໜູນ​ຊ່ວຍ​ຂອງ​ຕ່າງປະ​ເທດ​​ໃຫ່​ແກ່​ການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຂອງ​ຫວຽດນາມ, ດ້ວຍ​ຍອດ​ຄ່າ​ໃຊ້​ຈາຍໝັ້ນ​ໝາຍ​ເກືອບ 430 ລ້ານ USD. ​ໃນ​ປີ 2013, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​​ແວດ​ລ້ອມ​ຫວຽດນາມ ​ໄດ້​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ບາງ​ທ້ອງ​ຖິ່ນ​ເພື່ອ​ຜັນ​ຂະຫຍາຍ​ໂຄງການ​ຟື້ນ​ຟູ​ປ່າ​ຊາຍ​ເລນ​ເພື່ອ ຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ​ແລະ ກໍ​​ໃນ​ປີ​ນີ້, ​ໂຄງການ ຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ​ໄດ້​ຈາ​ຍບ້ວງ​ເງິນ​ເກືອບ 250 ຕື້​ດົງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປູກ​ປ່າ​ນ້ຳ​ເຄັມ. ກະຊວງ​ກະ​ສີ​ກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ກໍ​ໄດ້​ສ້າງ​ແຜນການ​ຟື້ນ​ຟູ ປ່າ​​ຊາຍ​ເລນ​ໃນ​ທົ່ວ​ປະ​ເທດ​ເຖິງ​ປີ 2015, ດ້ວຍ​ຍອດ​ຄ່າ​ໃຊ້​ຈາ​ຍຂຶ້ນ​ເຖິງ 1900 ຕື້​ດົງ. ດ້ວຍ​ການ​ໜູນ​ຊ່ວຍ​ແກ່​ການຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດຂອງ​ລັດຖະບານ​ແດນ​ໝາກ, ຫຼາຍ​ທ້ອງ​ຖິ່ນ​ຂອງ​ຫວຽດ ນາມ​ໄດ້​ຜັນ​ຂະຫຍາຍ​ບັນດາ​ຮູບ​ແບບ​ທົດ​ລອງ​ກ່ຽວ​ກັບ​ການ​ກໍ່ສ້າງ​ບາງລະບົບ​ຄັນ​ຄູ​ທະ​ເລ ​ໄປ​ຄຽງ​ຄູ່​ກັບ​ການ​ປູກ​ໃໝ່​, ຟື້ນ​ຟູ​ປ່າ​ຊາຍ​ເລນ​ໃນ​ເນື້ອ​ທີ່​ນັບ​ຮ້ອຍ​ແຮັກ​ຕາ....

     ​ໃນ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ ປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ, ຫວຽດນາມ​ໄດ້​ວາງ 4 ຈຸດໝາຍ, ​ໃນ​ນັ້ນ​ມີ​ຈຸດໝາຍ​ຮ່ວມ​ມື​ກັບ​ປະຊາ​ຄົມ​ໂລກ​ເພື່ອຮັບມືກັບການປ່ຽນ​ແປງ​ຂອງ​ດິນຟ້າ​ອາກາດ. ພ້ອມ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ໃນ​ໂລກ,  ຫວຽດນາມ​ໄດ້ ​ແລະ ຈະສືບ​ຕໍ່​ຮ່ວມ​ມື​ກັບ​ທະນາຄານ​ໂລກ, ທະນາຄານ​ພັດທະນາ​ອາຊີ, ອົງການ​ສະຫະ​ປະຊາ​ຊາດ ​ແລະ ອົງການ​ສາກົນ​ອື່ນໆ​ເພື່ອ​ປະຕິບັດ​ບັນດາ​ຈຸດໝາຍ​ໃນ​ຍຸດ​ທະ​ສາດ​ຂອງ​ຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ