ອິນເດຍເພີ່ມທະວີຍຸດທະສາດການທູດຫລາຍທິດ

(vovworld)- ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ພວມ​ໄປ​ຢ້ຽມ​ຢາມ​ເຖິງ 3 ປະ​ເທດ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ຕົກ ລວມ​ມີ: ຈໍ​ແດນ, ປາ​ແລດ​ສະ​ຕີນ ແລະ ອິດ​ສະ​ຣາ​ແອນ. ການ​ຢ້ຽມ​ຢາມ ບໍ່​ພຽງ​ແຕ່​ຊ່ວຍ​ໃຫ້ ອິນ​ເດຍ ຮັດ​ແຫນ້ນ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ເຫົ​ຼ່ານັ້ນ​ໃນ​ຫລາຍ​ຂົງ​ເຂດກວ່າ​ອີກ ຫາກ​ຍັງ​ຊ່ວຍ​ອິນ​ເດຍ ຍົກ​ລະ​ດັບ​ ຜົນ​ສະ​ທ້ອນ​ຂອງ​ຕົນ​ຢູ່​ພາກ​ພື້ນ ອີກ​ດ້ວຍ.

ອິນເດຍເພີ່ມທະວີຍຸດທະສາດການທູດຫລາຍທິດ - ảnh 1
                    ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee
ພາບ:indiatvnews.com

        ນີ້​ເປັນ​ຄັ້ງ​ທຳ​ອິດ ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ໄປ​ຢ້ຽມ​ຢາມ 3 ປະ​ເທດ ແລະ ເຂດ​ແຄ້ວນ​ດັ່ງ​ກ່າວ. ພາຍ​ຫລັງ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຢ່າງ​ລຽນ​ຕິດ​ຂອງ​ ນີວ​ເດ​ລີ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ໂດຍ​ສຸມ​ໃສ່​ສ່ວນ​ຫລາຍ​ເຂົ້າ​ພາກ​ພື້ນ ອາ​ຊີ, ການ​ຢ້ຽມ​ຢາມ​ເຖິງ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ຕົກ​ນີ້ ສືບ​ຕໍ່​ສະ​ແດງ​ໃຫ້​ເຫັນ​ຍຸດ​ທະ​ສາດ​ການ​ທູດ​ຫລາຍ​ທິດ​ຂອງ​ອິນ​ເດຍ. ບໍ່​ພຽງ​ແຕ່​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ອິນ​ເດຍ ກັບ 3 ປະ​ເທດ​ດັ່ງ​ກ່າວ​ເທົ່າ​ນັ້ນ ຫາກ​ການ​ຢ້ຽມ​ຢາມ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ຍັງ​ແນ​ໃສ່​ຮ່ວມ​ມື​ຕ້ານ​ການກໍ່​ການ​ຮ້າຍ, ພ້ອມ​ທັງ ສະ​ແດງ​ໃຫ້​ເຫັນບົດ​ບາດ​ຂອງ​ ອິນ​ເດຍ ໃນ​ການ​ຊອກ​ຫາ​ມາດ​ຕະ​ການ “ສອງ​ລັດ” ລະ​ຫວ່າງ ປາ​ແລດ​ສະ​ຕີນ ແລະ ອິດ​ສະ​ຣ​າ​ແອນ.

        ຍູ້​ແຮງ​ການ​ພ​ົວ​ພັນ​ໃນ​ທຸກ​ຂົງ​ເຂດ

        ເມື່ອ​ສັງ​ເກດ​ໂດຍ​ສັງ​ເຂບ, 3 ປະ​ເທດ ຢູ່ ອາ​ຊີ​ຕາ​ເວັນ​ຕົກ ດັ່ງ​ກ່າວ ມີ​ຄວາມ​ຕ້ອງ​ການ​​ຫລາຍ​ກ່ຽວ​ກັບ​ການ​ນຳ​ເຂົ້າ​ສິນ​ຄ້າ. ບັນ​ດາ​ຂະ​ແຫນງ​ອຸດ​ສາ​ຫະ​ກຳ​ຜະ​ລິດ​ເຄື່ອງ​ໃຊ້​ສອຍ ແລະ ກະ​ສິ​ກຳ​ຂອງ​ 3 ປະ​ເທດນີ້ ບໍ່​ທັນ​ພັດ​ທະ​ນາ​ຢ່າງ​ແຮງ ສະ​ນັ້ນ ການ​ໃຊ້​ສອຍ​ພາຍ​ໃນ​ປະ​ເທດ ແມ່ນ​ອີງ​ໃສ່​ຫລາຍ​ຈາກ​ການ​ນຳ​ເຂົ້າ. ລາຍ​ຮັບ​ຂອງ​ປະ​ຊາ​ຊົນ​ເພີ່ມ​ຂຶ້ນ ເຮັດ​ໃຫ້​ຄວາມ​ຕ້ອງ​ການ​ໃຊ້​ສອຍ​ເພີ່ມ​ຂຶ້ນ. ພາ​ສີ​ນຳ​ເຂົ້າ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ໃຊ້​ສອຍ​ທີ່​ຈຳ​ເປັນ, ຜະ​ລິດ​ຕະ​ພັນ​ເອ​ເລັກ​ໂຕ​ນິກ ແລະ ຄອມ​ພິວ​ເຕີ ຢູ່ ພາກ​ພື້ນນີ້ ແມ່ນ​ຕ່ຳ​ສົມ​ຄວນ. ສະ​ນັ້ນ ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ອິນ​ເດຍ ເປີດກວ້າງ​ການ​ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ຕະ​ຫລາດນີ້​ແມ່ນ​ໃຫຍ່​ຫລວງ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຂົງ​ເຂດ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ, ບໍ​ລິ​ການ, ອຸດ​ສາ​ຫະ​ກຳ​ຊອບ​ແວ.

        ຢູ່ ຈໍ​ແດນ, ຊື່ງ​ແມ່ນ​ປະ​ເທດ​ທ​ຳ​ອິດ​ໃນ​ການ​ຢ້ຽມ​ຢາມ ອາ​ຊີ​ຕາ​ເວັນ​ຕົກ ໃນ​ເວ​ລາ 5 ວັນ, ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ໄດ້​ເຂົ້າ​ຢ້ຽມ​ຂ່ຳ​ນັບ ກະ​ສັດ Abdullah 2. ການ​ນຳ​ສອງ​ທ່ານ ໄດ້​ປຶກ​ສາ​ຫາ​ລື​ຫລາຍ​ບັນ​ຫາ ເພື່ອ​ປັບ​ປຸງ​ການ​ພົວ​ພັນ ແລະ ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ສອງ​ຝ່າຍ. ອິນ​ເດຍ ໄດ້​ໃຫ້​ຄ​ຳ​ໝັ້ນ​ສັນ​ຍາ ສະ​ຫງວນ​ໃຫ້ ຈໍ​ແດນ ບ້ວງ​ສິນ​ເຊື່ອ​ລວມ​ມູ​ນ​ຄ່າ 100 ລ້ານ USD. ສອງ​ຝ່າຍ ກໍ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ບາງ​ສະ​ບັບ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ, ຄຽງ​ຄູ່​ກັນ​ນັ້ນ ກໍ​ພ້ອມ​ກັນ​ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

        ໃນ​ການ​ຢ້ຽມ​ຢາມ ປາ​ແລດ​ສະ​ຕີນ ໃນ​ເວ​ລາ 2 ວັນ ຄື​ວັນ​ທີ 12 ແລະ 13/10, ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແຫນ່ງ​ປະ​ເທດ​ເຈົ້າ​ພາບ ທ່ານ Mahmoud Abbas, ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ Rami Hamdallah ແລະ ຢ້ຽມ​ຢາມ​ນະ​ຄອນ Ramallah. ໃນ​ບັນ​ດາ​ການ​ພົບ​ປະ, ເຈ​ລະ​ຈານັ້ນ ການ​ນຳ ນິວ​ເດ​ລີ ລ້ວນ​ແຕ່​ຢືນ​ຢັນ ອິນ​ເດຍ ສະ​ຫນັບ​ສະ​ຫນູນ ປາ​ແລດ​ສະ​ຕີນ ສ້າງ​ຕັ້ງ​ລັດ​ສະ​ເພາະ​ຂອງ​ຕົນ. ອິນ​ເດຍ ປາດ​ຖະ​ຫນາ​ຢາກ​ໄດ້​ເຫັນ​ປະ​ຈັກ​ຕາ ປາ​ແລດ​ສະ​ຕີນ ຄົງ​ຕົວ​ໂດຍສັນ​ຕິ​ພາບ​​ພ​້ອມ​ກັບ ອິດ​ສະ​ຣາ​ແອນ ຕາມ​ວິ​ວັດ​ທະ​ນາ​ການ​ຂອງ​ກຸ່ມ 4 ປະ​ເທດ ຢູ່ ຕາ​ເວັນ​ອອກ​ກາງ ແລະ ຕາມ​ບັນ​ດາ​ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປຊ.

       ເພ​ີ່ມ​ທະ​ວີ​ກຳ​ລັງ​ແຮງ​ດ້ານ​ປ້ອງ​ກັນ​ຊາດ

        ເດີນ​ທາງ​ອອກ​ຈາກ ປາ​ແລດ​ສະ​ຕິນ ເພື່ອ​ໄປ​ຢ້ຽມ​ຢາມ ອິດ​ສະ​ຣາ​ແອນ ຊື່ງ​ແມ່ນ​ປະ​ເທດ​ສຸດ​ທ້າຍ​ໃນ​ການ​ຢ້ຽມ​ຢາມ 3 ປະ​ເທດ ອາ​ຊ​ີ​ຕາ​ເວັນ​ຕົກ, ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ໄດ້​ປະ​ຊຸມ​ກັບ​ບັນ​ດາ​ການ​ນຳ​ຂອງ​ປະ​ເທດ​ເຈົ້າ​ພາບ ເພື່ອ​ຊຸກ​ຍູ້​ສາຍ​ພົວ​ພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ, ເປັນ​ຕົ້ນ​ແມ່ນ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ຊາດ ແລະ ຍຸດ​ທະ​ສາດ.

        ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ, ອິນ​ເດຍ ແລະ ອິດ​ສະ​ຣາ​ແອນ ມີ​ການ​ພົວ​ພັນ​ດ້ານ​ການ​ທະ​ຫານ ແລະ ຍຸດທະ​ສາດ​ຢ່າງ​ແຮງ. ນັກ​ໄຈ້​ແຍກ​ຈຳ​ນວນ​ຫນຶ່ງ ໄດ້​ເວົ້າ​ວ່າ ພັນ​ທະ​ມິດ​ລະ​ຫວ່າງ ອິນ​ເດຍ ແລະ ອິດ​ສະ​ຣາ​ແອນ ແມ່ນ​ສາຍ​ພົວ​ພັນ​ໃຫມ່​ໃນ​ສົງ​ຄາມ​ຕ້ານກໍ່​ການ​ຮ້າຍ. ນອກ​ຈາກ​ເປັນ ຄູ່​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຢືນອັນ​ດັບ 2 ຂອງ​ອິດ​ສະ​ຣາ​ແອນ ຢູ່ ອາ​ຊີ, ອິນ​ເດຍ ​ຍັງແມ່ນ​ຄູ່​ຄ້າ​ລາຍ​ໃຫຍ່ ໃນ​ການ​ຊື້ ແລະ ນຳ​ໃຊ້​ອາ​ວຸດ​ທຸກ​ປະ​ເພດ​ຂອງ ອິດ​ສະ​ຣາ​ແອນ. ສອງ​ຝ່າຍ ກໍ​ໄດ້​ຮັບ​ຮອງ​ເອົາ​ຜ່ານ​ກົນ​ໄກ​ເພີ່ມ​ທະ​ວີ​ການ​ພົວ​ພັ​ນ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ໃນ​ນັ້ນ ມີ​ກາ​ນ​ຈັດ​ຕັ້ງ​ບັນ​ດາ​ການ​ຊ້ອມ​ຮົບ​ຮ່ວມ​ສອງ​ຝ່າຍ. ກ່ອນ​ທີ່​ໄປ​ຢ້ຽມ​ຢາມ ອິດ​ສະ​ຣາ​ແອນ, ອິນ​ເດຍ ໄດ້​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ ບັນ​ດາ​ກຳ​ລັງ​​ປະ​ຕິ​ບັດ​ຫນ້າ​ທີ່ພິ​ເສດຂອງກອງ​ທັບ​ປະ​ເທດນີ້ ຈະ​ເຂົ້າ​ຮ່ວມ​ການ​ຊ້ອມ​ຮົບ​ຮ່ວມ​​ເປັນ​ຄັ້ງທຳ​ອິດ ກັບ​ກອງ​ທັບ ອິດ​ສະ​ຣາ​ແອນ. ນີ້​ແມ່ນ​ສັນ​ຍາ​ນ​ສະ​ແດງ​ໃຫ້​ເຫັນ​ວ່າ ສາຍ​ພົວ​ພັນ​ຍຸດ​ທະ​ສາດ ແລະ ປ້ອງ​ກັນ​ຊາດ ລະ​ຫວ່າງ​ສອງ​ປະ​ເທດ ພວມ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​ສູ່​ລະ​ດັບ​ໃຫມ່.

        ໃນ​ເດືອນ 9 ຜ່ານ​ມາ, ລັດ​ຖະ​ບານ ອິນ​ເດຍ ໄດ້​ຮັບ​ຮອງ​ເອົາ​ຂໍ້​ສະ​ເຫນີ ຊື້ ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ 10 ລຳ ຂອງ ກຸ່ມ​ບໍ​ລິ​ສັດ​ອຸດ​ສາ​ຫະ​ກຳ​ຍ່ານ​ເວ​ຫາ ອິດ​ສະ​ຣາ​ແອນ. ເລື່ອງ ນິວ​ເດ​ລີ ປະ​ກອບ​ພາ​ຫະ​ນະ​ການ​ທະ​ຫານ ແລະ ​ກຽມ​ພ້ອມ​​ຜັນ​ຂະ​ຫຍາຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ໂດຍ ອິດ​ສະ​ຣາ​ແອນ ຜະ​ລິດ ຈະ​ຊ່ວຍ​ເພີ່ມ​ກຳ​ລັງ​ແຮງ​ບຸກ​ໂຈມ​ຕີ​ໃຫ້​ກອງ​ທັບ​ອາ​ກາດ ອິນ​ເດຍ.

        ການ​ຢ້ຽມ​ຢາມ 3 ປະ​ເທດ ອາ​ຊີ​ຕາ​ເວັນ​ຕົກ ຂອງ​ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອິນ​ເດຍ Pranab Mukherjee ແມ່ນ​ດຳ​ເນີນ​ໃນ​ສະ​ພາບ​ກິດ​ຈະ​ການ​ປະ​ຕິ​ຮູບ​ຢູ່ ອິນ​ເດຍ ສືບ​ຕໍ່​ປະ​ຕິ​ບັດ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ, ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ ໄດ້​ຮັບ​ການ​ຊຸກ​ຍູ້​​ຢ່າງກະ​ໂດດ​ຂັ້ນ ຍົກ​ສູງ​ບົດ​ບາດ​ທີ່​ຕັ້ງ​ຂອງ ອິນ​ເດຍ ຢູ່​ພາກ​ພື້ນ ແລະ ໂລກ. ເປີດກວ້າງ​ການ​ຮ່ວມ​ມື​ກັບ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ຕົກ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຕັດ​ສິນ​ຍຸດ​ທະ​ສາດ​ຂອງ ນິວ​ເດ​ລີ ເພີ່ມ​ທະ​ວີ​ທີ່​ຕັ້ງ​ບົດ​ບາດ​ສຳ​ລັບ​ພາກ​ພື້ນ ທີ່​ເຕົ້າ​ໂຮມ​ການ​ແກ້ງ​ແຍ້ງ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ໃນ​ສັດ​ຕະ​ວັດ​ທີ 21.

ຕອບກັບ

ຂ່າວ/ບົດ​ອື່ນ