ອະນາຄົດພວມເລັ່ງລັດພວກເຮົາສ້າງຫນ້າປະຫວັດສາດໃຫມ່

(vovworld)- ໃນ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: “ອະນາຄົດ​ພວມ​ເລັ່ງລັດ​ພວກ​ເຮົາ​ສ້າງ​ຫນ້າ​ປະຫວັດສາດ​ໃຫມ່” ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ ຫວຽດນາມ ທີ 2/9/2012, ທ່ານ​ປະທານ​ປະ​ເທດ ຫວຽດນາມ Truong Tan Sang ຊີ້​ແຈງ​ວ່າ: ​ໄຊຊະນະ​ຂອງການ​ປະຕິວັດ​ເດືອນ​ສິງຫາ ​ແລະ ສະຖາປະນາ​ປະ​ເທດ ສາທາ​ລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ​ເມື່ອ​ປີ 1945 ​ແມ່ນ​ໄຊຊະນະ​ຂອງ​ຄຸນ​ນະ​ທາດ, ພູມ​ປັນຍາ, ຄວາມພິລະ​ອາດ​ຫານຂອງ​ຊາດ ພາຍ​​ໃຕ້ການ​ນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ທ່ານ​ປະທານ​ປະ​ເທດ​ໄດ້​ຮັບ​ຮູ້​ຢ່າງ​ກົງ​ໄປ​ກົງ​ມາ​ຕໍ່ບັນດາ​ຄວາມ​ຫຍຸ້​ງຍາກ, ສິ່ງ​ທ້າ​ທາຍ, ຂໍ້​ຂາດ​ຕົກ​ບົກ​ຜ່ອງ​ໃນ​ວິວັດທະນາ​ການ​ປົກ​ປັກ​ຮັກສາ ​ແລະ ສ້າງ​ສາ​ປະ​ເທດ​ຊາດ ນັບ​ແຕ່​ຊຸມ​ມື້​ທຳ​ອິດ​ມາ​ຮອດ​ປະຈຸ​ບັນ ​ແລະ ຢືນຢັນ​ວ່າ: ພັກ, ລັດ ​ແລະ ປະຊາຊົນ ຫວຽດນາມ ຍາມ​ໃດ​ກໍ​ເດີນ​ຕາມ​ເສັ້ນທາງ​ດຽວ ​ແລະ ພ້ອມ​ກັນ​ຜ່ານ​ຜ່າ​ການທົດ​ສອບ​ໃນ​ຕະຫລອດ​ໄລຍະ​ທາງ​ແຫ່ງ​ປະຫວັດສາດ. ທ່ານ​ປະທານ​ປະ​ເທດ​ຍັງຊີ້​ໃຫ້​ເຫັນ​ ຄວາມ​ສາມັກຄີ, ປ່ອງ​ດອງ​ຊາດ, ​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ຄວນ​ໄດ້​ຮັບ​ການ​ຮັກສາ, ​ເສີມ​ຂະຫຍາຍ, ສ້າງ​ເປັນ​ກຳລັງ​ແຮງ​ສັງ​ລວມ ຊ່ວຍ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າທາຍ​ປະຈຸ​ບັນ ​ແລະ ​ໄລຍະ​ຕໍ່​ໄປ.

        ​ຂຶ້ນຕົ້ນ​ບົດ​ຂຽນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຢືນຢັນ​ວ່າ: ການ​ປະຕິວັດ​ເດືອນ​ສິງຫາ​ປີ 1945 ​ແມ່ນ​ບາດ​ລ້ຽວສຳຄັນ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ ດ້ວຍ​ຮູບ​ພາບ​ປະທານ​ໂຮ່ຈິ​ມິນ ອ່ານ​ບົດ​ຖະ​ແຫລ​ງ​ປະ​ກາ​​ດເອກະລາດ ຢູ່ ສະຫນາມ​ຫລວງ Ba Dinh ປະຫວັດສາດ ​ເມື່ອ​ວັນ​ທີ 2/9/1945 ​​ເປັນ​ສັນຍາ​ລັກ. ​ເຫດການ​ນີ້​ໄດ້​ກາຍ​ເປັນ​ຂີດ​ໝາຍ​ແຫ່ງປະຫວັດສາດ​ຍິ່ງ​ໃຫຍ່​ຂອງ​ປະ​ເທດ​ຊາດ, ​ເປີດ​ຫນ້າ​ປະຫວັດສາດ​ໃຫມ່​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ໃນ​ວິວັດທະນາ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຫວຽດນາມ, ​ແມ່ນ​ການ​ປ່ຽນ​ແປງ​ໃຫມ່​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ​ສຳລັບ​ຊາວ ຫວຽດນາມ ​ແຕ່ລະຄົນ. ​ເປັນ​ຄັ້ງທຳ​ອິດ​ໃນ​ປະຫວັດສາດ​ຂອງ​ຊາດ, ມີລັດ​​ແບບໃຫມ່, ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ຈາກ​ປະ​ເທດ​​ເປັນຂ້ອຍຂ້າຢູ່​ພາຍ​ໃຕ້​​ແອກ​ປົກຄອງທີ່​​ໂຫດຮ້າຍ​ສາມານຂອງ​ອຳນາດ​ການ​ປົກຄອງ​ລ່າ​ເມືອງ​ຂຶ້ນ - ສັກ​ດີ​ນາ, ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ມີ​ຄວາມ​ເສ​ລີ​ພາບ ​ແລະ ​ເອກະລາດ. ປະຊາຊົນ ຫວຽດນາມ ຈາກ​ຊາຕາກຳ​ເປັນ​ຂ້ອຍຂ້າ ​ໄດ້ກາຍ​ເປັນ​ເຈົ້າ​ຂອງ​ປະ​ເທດ​ຊາດ, ​ເປັນ​ເຈົ້າ​ຂອງ​ຊາຕາກຳ​ຂອງ​ຕົນ. ຕາມ​ ທ່ານ​ປະທານ​ປະ​ເທດ Truong Tan Sang ​ແລ້ວ, ບໍ່​ມີ​ຜູ້​ໃດ​ ສາມາດ​ປະຕິ​ເສດ​​ຄວາມ​ຈິງ​ ປະຫວັດສາດທີ່ວ່າ: ​ໄຊຊະນະ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ ​ແລະ ສະຖາປະນາ​ປະ​ເທດ ສາທາລະນະ​ລັດ​ປະຊາທິປະ​ໄຕ ຫວຽດນາມ ​ແມ່ນ​ໄຊຊະນະ​ຂອງ​ຄຸນ​ນະ​ທາດ, ພູມ​ປັນຍາ ​ແລະ ນ້ຳ​ໃຈ​ຕໍ່ສູ້​ອັນ​ພິລະ​ອາດ​ຫານ​ຂອງ​ທົ່ວ​ປະ​ເທດ​ຊາດ ຫວຽດນາມ  ພາຍ​ໃຕ້​ການ​ນຳພາ​ອັນ​ຖືກຕ້ອງ​, ມີຫົວຄິດ​ປະດິດ​ສ້າງຂອງ​ພັກ​ກອມ​ມູນິດ ຫວຽດນາມ, ​ໂດຍ​ແມ່ນ​ທ່ານປະທານ​ໂຮ່ຈິ​ມິນນຳ​ຫນ້າ. ດ້ວຍ​ບັນດາ​ຄຸນຄ່າ​ດ້ານ​ປະຫວັດສາດ​ອັນ​ຍິ່ງ​ໃຫຍ່​ນັ້ນ ​ແລະ ບັນດາ​ບົດຮຽນ​ພຶດຕິ​ກຳ​ທີ່​ອຸດົມສົມບູນ, ​ໃນ​ຕະຫລອດ 67 ປີຜ່ານ​ມາ ນັບ​ແຕ່​ມື້​ສະຖາປະນາ​ປະ​ເທດຊາດ, ພັກ​ກອມ​ມູນິດ ຫວຽດນາມ ​ໄດ້​ນຳ​ພາປະ​ເທດຊາດ ​ແລະ ປະຊາຊົນ ຫວຽດນາມ ຈາກ​ໄຊຊະນະ​ນີ້​​ໄປ​ສູ່ໄຊຊະນະ​​ໃຫມ່,  ຈາກ​ໄຊຊະນະ​ຂອງ​ບັ້ນ​ຮົບ Dien Bien Phu ​​ທີ່​ກ້ອງ​ກັນ​ວານ​ໄປ​ທົ່ວ 5 ທະ​ວີ​ບ ຕະຫລອດ​ຮອດ​ໄຊຊະນະ​ລະດູບານ​ໃຫມ​່ປີ 1975, ​​ໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ ​ແລະ ໄຊຊະນະອັນ​ຍິ່ງ​ໃຫຍ່​ມີ​ຄວາມ​ໝາຍ​ປະຫວັດສາດ​ຂອງ​ກິດຈະການ​ປ່ຽນ​ແປງ​ໃຫມ່, ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ ສສ ຫວຽດນາມ. ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ຕັ້ງ​ຄຳ​ຖາມ​ວ່າ: “ພາຍຫລັງ​ປະຫວັດສາດນັບ​ພັນ​ປີ​, ປະ​ເທດ ຫວຽດນາມ ບໍ່​​ເຄີຍມີ​ຍຸກ​ສະ​ໄຫມ​ໃດ​ສະຫງ່າ​ງາມຄື​ວັນ​ນີ້.”

ອະນາຄົດພວມເລັ່ງລັດພວກເຮົາສ້າງຫນ້າປະຫວັດສາດໃຫມ່ - ảnh 1
ປະທານ​ໂຮ່ຈິ​ມິນ ອ່ານ​ບົດ​ຖະ​ແຫລ​ງ​ປະ​ກາ​​ດເອກະລາດ ຢູ່ ສະຫນາມ​ຫລວງ Ba Dinh ປະຫວັດສາດ ​ເມື່ອ​ວັນ​ທີ 2/9/1945
ພາບ: internet

        ບັນດາ​ບົດຮຽນ​ໄດ້​ຊ່ວຍ​ໃຫ້ ຫວຽດນາມ ​ຜ່ານ​ຜ່າຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​ນາ​ໆ​ປະການ ​ແລະ ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ປະຫວັດສາດ​​ແຫ່ງ​ການ​ປະຕິວັດ ຊື່​ງ​ທ່ານ​ປະທານ​ປະ​ເທດ​​ໄດ້ຢ້ຳຄືນ​ເນື່ອງ​ໃນ​ໂອກາດ​ສະ​ເຫລີ​ມສະຫລອງ 67 ປີ​ແຫ່ງ​ວັນ​ປະຕິວັດ​ເດືອນ​ສິງຫາ ​ແລະ ວັນຊາດ ຫວຽດນາມທີ 2/9. ນັ້ນ​ແມ່ນ​ບົດຮຽນ​ກ່ຽວ​ກັບ​ຄວາມ​ເອກະລາດ​​ແຫ່ງ​ຊາດຕິ​ດພັນ​ກັບ​ສັງຄົມ​ນິຍົມ, ບົດຮຽນ​ກ່ຽວ​ກັບ​ພາລະກິດ​ປະ​ຕິວັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອ​ປະຊາຊົນ​ ​ແລະ ປະຊາຊົນ​ເອງ​ແມ່ນ​ຜູ້​ທີ່​ສ້າງ​ເປັນ​ໄຊຊະນະ​ປະຫວັດສາດ, ​ ​ກົກ​ເຄົ້າ​​ກຳລັງ​ແຮງຂອງ​ພັກ​ແມ່ນ​ມາ​ຈາກ​ຄວາມສະຫນິດ​ຕິດ​ພັນ​ກັບ​ປະຊາຊົນ. ນັ້ນ​ແມ່ນ​ບົດຮຽນ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ປັບປຸງ​ຄວາມ​ສາມັກຄີ - ຄວາມ​ສາມັກຄີ​ໃນ​ທົ່ວ​ພັກ, ທົ່ວ​ທັງຊາດ, ຄວາມ​ສາມັກຄີ​ສາກົນ, ຄວາມ​ສາມັກຄີ​ແມ່ນ​ມູນ​ເຊື້ອອັນ​ລ້ຳ​ຄ່າ ​ແລະ ​ແມ່ນ​ແຫ​ລ່ງກຳລັງ​ອັນ​ຍິ່ງ​ໃຫຍ່​ຂອງ​ການ​ປະຕິວັດ ຫວຽດນາມ. ນັ້ນ​ແມ່ນ​ບົດຮຽນ​ກ່ຽວ​ກັບ​ການ​ນຳພາ​ຢ່າງ​ຖືກຕ້ອງ​ຂອງ​ພັກ, ​ແມ່ນ​ປັດ​ໄຈ​ຕົ້ນຕໍ​ຕັດສິນ​ຊີ້​ຂາດ​ໄຊຊະນະ​ຂອງ​ການ​ປະຕິວັດ​ຫວຽດນາມ. ບັນດາ​ບົດຮຽນ​ນີ້ ຖ້າ​ໄດ້​ຮັບ​ການ​ຊາບ​ຊືມປະຕິບັດຕົວ​ຈິງຈາກ​ທົ່ວ​ພັກ, ທົ່ວ​ປວງ​ຊົນ ​ແລະ ທົ່ວ​ກອງທັບ, ຫວຽດນາມ ຈະ​ສາມາດ​ຜ່ານ​ຜ່າທຸກ​ຄວາມ​ຫຍຸ້ງຍາກ​​ໄດ້.

        ຕາມ​ ທ່ານ​ປະທານ​ປະ​ເທດ Truong Tan Sang, ຄວາມ​ສາມັກຄີ, ປ່ອງ​ດອງ​ຊາດ​, ​ເປັນ​ເອກະ​ພາບ ​ເຄີຍ​​ເປັນ​ບົດຮຽນ ​ແລະ ​ແມ່ນ​ເຫດຜົນ​ຊ່ວຍ​ໃຫ້​ພວກ​ເຮົາ​ໄດ້​ຮັບໄຊຊະນະ​ໃນ​ທຸກ​ໄລຍະ​ປະຫວັດສາດ​ຂອງ​ຊາດ ຫວຽດນາມ ​ໃນ​ອະດີດຕະການ, ສືບ​ຕໍ່​ແມ່ນ​ຫນຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ, ສິ່ງ​ທ້າ​ທາຍ​​ໃນປະ​ຈຸ​ບັນ ​ແລະ ​ໄລຍະ​ຕໍ່​ໄປ. ​ໃນ​ໄລຍະ​ໃຫມ່, ຄວາມ​ສາ​ມັກ​ຄີ, ປອງ​ດອງ​ຊາດ, ຄວາມ​ເປັນ​ເອກະ​ພາບ ຄວນ​ໄດ້​ຮັບ​ການ​ຮັກສາ, ​ເສີມ​ຂະຫຍາຍ ​ແລະ ​ເພີ່ມ​ເຕີມ​ບັນດາ​ຄຸນ​ຄ່າ​ໃຫມ່​ເພື່ອ​ຮັດ​ແຄບ​ຄວາມ​ແຕກ​ຕ່າງ​ກັນ, ສິ່ງທັງ​ໝົດກໍ​ເພື່ອ​ຈຸດໝາຍ “ປະຊາຊົນ​ຮັ່ງມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງຄົມ​ຍຸ​ຕິ​ທຳ, ປະຊາ​ທິປະ​ໄຕ ​ແລະ ສີວິ​ໄລ”. ທ່ານ​ປະທານ​ປະ​ເທດ Truong Tan Sang ຖື​ວ່າ ຫນ້າ​ທີ່​ຮັບຜິດ​ຊອບ​ຂອງ​ພັກ, ລັດ ​​ແມ່ນຕ້ອງສ້າງບັນດາເງື່ອນ​ໄຂ​ເພື່ອ​ໃຫ້​ການ​ກະທຳ​ທີ່​ຕັ້ງຫນ້າ​ຂອງ​ທົ່ວ​ພັກ, ທົ່ວ​ປວງ​ຊົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເພື່ອ​ປະ​ເທດ​ຊາດ, ​​ການ​ປັບປຸງ​ ​ແລະ ສ້າງສາ​ລັດ ຫວຽດນາມ ​ໃຫ້​ນັບ​ມື້​ນັບ​ປອດ​​ໃສ, ​ເຂັ້ມ​ແຂງ​ກວ່າ. ທ່ານ​ປະທານ​ປະ​ເທດ Truong Tan Sang ຊີ້​ແຈງ​ວ່າ: “ພວກ​ເຮົາ​ສູ້​ຊົນ​ເພື່ອ​ອະນາຄົດ​​ໃກ້ໆ​ນີ້, ປີ 2020 ​ເຮັດ​ໃຫ້​ຫວຽດນາມ ກາຍ​ເປັນ​ປະ​ເທດ​ອຸດສາຫະກຳ​ຕາມ​ທິດ​ທັນ​ສະ​ໄຫມ, ​ພັດທະນາ​ລະດັບ​ປານ​ກາງ; ການ​ເມືອງ ສັງຄົມ​ມີ​ຄວາມ​ສະຖຽນ​ລະ​ພາບ, ປະຊາທິປະ​ໄຕ, ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ, ຈິດ​ໃຈ​ຂອງ​ປະຊາຊົນ​ສືບ​ຕໍ່​ໄດ້​ຮັບ​ການ​ປັບປຸງ; ​ເອກະລາດ, ອະທິປະ​ໄຕ, ​ເປັນ​ເອກະ​ພາບ ​ແລະ ຜືນ​ແຜນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ຮັກ​ສາ​ໄວ້ຢ່າງ​ໝັ້ນຄົງ; ທີ່​ຕັ້ງ​ບົດບາດ​ຂອງ ຫວຽດນາມ ​ໃນ​ເວທີ​ສາກົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ​; ສ້າງ​ປະຖົມ​ປັດ​ໄຈ​ອັນ​ໝັ້ນ​ແກ່ນ​ເພື່ອ​ພັດທະນາ​ສູງ​ກວ່າ, ວ່ອງ​ໄວ, ໝັ້ນຄົງ​ກວ່າ​ໃນ​ໄລຍະ​ຕໍ່​ໄປ.

        ມ້ວນທ້າຍ​ບົດ​ຂຽນ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ເນັ້ນ​ຫນັກ​ວ່າ: “ພວກ​ເຮົາ​ບໍ່​ອາດ​ຫລົງ​ລື​ມ​ໄດ້ວ່າ: ພວກ​ເຮົາ​ແມ່ນ​ລຸ​້ນສືບ​ທອດ​ຜົນງານ​ຂອງ​ການ​ປະຕິວັດ​ເດືອນ​ສິງຫາ​ອັນ​ຍິ່ງ​ໃຫຍ່. ​ໃນ​ຈຸດ​ເວລາ​ນີ້, ພວກ​ເຮົາ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື​ ​ແລະ ອາ​ໄລ​ຫາ​ປະທານ​ໂຮ່ຈິ​ມີນ - ຜູ້ນຳ​ທີ່​ປີ​ຊາ​ສາມາດ, ວິລະ​ຊົນ​ປົດ​ປ່ອຍ​ຊາດ​ທີ່​ຍິ່ງ​ໃຫຍ່ ​ແລະ ນັກ​ວັດທະນະທຳລ້ຳ​ເລີດ. ​ພວກ​​ເຮົາ​ມີ​ຄວາມເອກອ້າງ​ທະ​ນົງ​ໃຈ​ຕໍ່​ສິ່ງ​ຕ່າງໆ​ທີ່​ບັນລຸ​ໄດ້​ ​ແລະ ສືບ​ທອດ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ຊາດ, ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ບືນ​ຕົວ​ຂຶ້ນ ປະກອບສ່ວນ​ເຮັດ​ໃຫ້​ປະ​ເທດ​ຫວຽດນາມ ພັດທະນາ ​ແລະ ຍືນ​ຍົງ​ຄົງ​ຕົວ​​ໄປຊົ່ວ​ກາລະ​ນານ.

 

 

ຕອບກັບ

ຂ່າວ/ບົດ​ອື່ນ