ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19

(VOVWORLD) -   ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ພວມດຳເນີນຢູ່ຮ່າໂນ້ຍ, ພາຍໃຕ້ຮູບການທາງອອນລາຍ. ສິ່ງທີ່ໜ້າສົນໃຈໃນກອງປະຊຸມສຸດຍອດຄັ້ງນີ້ເປັນຄັ້ງທຳອິດທີ່ການນຳບັນດາປະເທດ ໄດ້ຮັບຮອງ ແລະ ປະກາດເອກະສານເປັນຈຳນວນຫຼາຍທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ. ໃນນັ້ນ, ເນື້ອໃນຂອງເອກະສານຫຼາຍສະບັບ ໄດ້ສຸມໃສ່ການຟື້ນຟູພື້ນຖານເສດຖະກິດ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19, ເພີ່ມທະວີການຮ່ວມມື, ການເຊື່ອມຕໍ່ດ້ານການຄ້າ, ການລົງທຶນ, ການສັນຈອນໄປ-ມາຂອງປະຊາຊົນໃນພາກພື້ນ ກໍຄື ກັບບັນດາປະເທດຄູ່ຮ່ວມມື.

ໂລກລະບາດໂຄວິດ - 19 ບໍ່ພຽງແຕ່ກໍ່ໃຫ້ເກີດວິກິດການດ້ານສາທາລະນະສຸກເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດວິກິດການດ້ານເສດຖະກິດ - ສັງຄົມໃນທົ່ວໂລກອີກດ້ວຍ ເຊິ່ງຢູ່ໃນນັ້ນປະເທດໃດກໍໄດ້ຮັບຜົນກະທົບຈາກໂລກລະບາດ. ບັນດາປະເທດໃນໂລກ ໄດ້ສະແດງໃຫ້ເຫັນກຳລັງພາຍໃນ, ກຳລັງຮັບມື ແລະ ກຳລັງຄວາມສາມາດໃນການປ່ຽນແປງໃໝ່. ໃນຄວາມມານະພະຍາຍາມນັ້ນ, ອາຊຽນ ແມ່ນແບບຢ່າງທີ່ພົ້ນເດັ່ນ ເມື່ອມີການເຄື່ອນໄຫວຢ່າງໄວວາຕໍ່ຄຳໝັ້ນສັນຍາດ້ານການເມືອງຢູ່ລະດັບສູງສຸດ.

ຮັບຮອງເອົາແຜນການຟື້ນຟູສັງລວມ ອາຊຽນ

        ແຜນການຟື້ນຟູສັງລວມ ອາຊຽນ ແລະ ແຜນການຜັນຂະຫຍາຍ ໂດຍລະອຽດແມ່ນສຸມໃສ່ 3 ໄລຍະຕົ້ນຕໍ, ເຊິ່ງລວມມີ ການເປີດປະຕູຄືນໃໝ່, ຟື້ນຟູ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.

        ຕາມນັ້ນແລ້ວ, ບັນດາແຜນການຮັກສາລະບົບການຜະລິດ ແລະ ສະໜອງ ໃຫ້ເປັນປົກກະຕິ, ຍູ້ແຮງການເຊື່ອມຕໍ່ ແລະ ຟື້ນຟູການແລກປ່ຽນການຄ້າໃນພາກພື້ນ ພວມໄດ້ຮັບການຊຸກຍູ້ໂດຍດ່ວນ. ອາຊຽນຈະສ້າງຕັ້ງແລວການສັນຈອນ ໄປ - ມາຢ່າງປອດໄພໃຫ້ແກ່ນັກທຸລະກິດ, ນັກລົງທຶນໃນສະພາບເກີດໂລກລະບາດໂຄວິດ - 19 ໂດຍໄວ. ໃນຕໍ່ໜ້າ, ອາຊຽນ ອາດຈະພິຈາລະນາເປີດແລວສັນຈອນໄປ - ມາລວມ ໃຫ້ແກ່ພົນລະເມືອງ ອາຊຽນຢູ່ດ່ານຊາຍແດນຕ່າງໆ. ຄວາມຕັດສິນໃຈດັ່ງກ່າວ ໂດຍທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ປະທານ ອາຊຽນ 2020 ໄດ້ຢັ້ງຢືນທີ່ພິທີໄຂ ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37, ທ່ານກ່າວວ່າ:

ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ກ່າວຄຳເຫັນທີ່ພິທີປະກາດຜົນບົດລາຍງານກາງສະໄໝ ກ່ຽວກັບແຜນການສັງລວມປະຊາຄົມ ອາຊຽນ ຮອດປີ 2025 (ພາບ: cand..com.vn)

“ພວກເຮົາຕ້ອງຍູ້ແຮງບັນດາມາດຕະການໜູນຊ່ວຍວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດ, ສ້າງວຽກເຮັດງານທຳ ແລະ ວິທີຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນ. ບັນດາສະມັດຊາ ປະຊາຄົມ ອາຊຽນ ຕ້ອງຮ່ວມມືກັນປະຕິບັດ ແຜນການຟື້ນຟູສັງລວມ ຂອງ ອາຊຽນ ແລະ ແຜນການຜັນຂະຫຍາຍ ພາຍຫຼັງສິ້ນສຸດກອງປະຊຸມນີ້ໃນທັນທີ. ເພື່ອຊ່ວຍປະກອບສ່ວນກຳນົດໂລກ ພາຍຫຼັງໂລກລະບາດໂຄວິດ - 19 ຄືນໃໝ່, ອາຊຽນ ຕ້ອງສ້າງທີ່ຕັ້ງຂອງຕົນໃນການຫັນປ່ຽນກຳລັງແຮງດ້ານເສດຖະກິດ - ການເມືອງ ລະຫວ່າງບັນດາປະເທດ ກໍຄື ບັນດາການດັດປັບຂອງລະບົບການຜະລິດ - ການສະໜອງທົ່ວໂລກ. ທ່າໄດ້ປຽບໃນການແກ້ງແຍ້ງທີ່ມີຢູ່ແລ້ວ ຂອງ ອາຊຽນ ຕ້ອງໄດ້ຮັບການປັບປຸງເພີ່ມເຕີມບັນດາຄຸນຄ່າຂອງວິທະຍາສາດເຕັກໂນໂລຢີກ້າວໜ້າ, ກຳລັງຄວາມສາມາດໃນການຫັນເປັນດີຈີຕອນ, ແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ກໍຄື ຄວາມສາມາດໃນການຫັນຕະຫຼາດສົ້ນເຂົ້າ - ສົ້ນອອກເປັນຫຼາຍຮູບຫຼາຍແບບ”.

        ພ້ອມກັບການຮັບຮອງເອົາ ແຜນການຟື້ນຟູສັງລວມຂອງ ອາຊຽນ ແລະ ແຜນການຜັນຂະຫຍາຍ, ການນຳບັນດາປະເທດ ອາຊຽນ ສ້າງຕັ້ງສາງສະສົມອຸປະກອນການແພດສຸກເສີນລະດັບພາກພື້ນ ຢ່າງເປັນທາງການ ແລະ ຊຸກຍູ້ການເຄື່ອນໄຫວຂອງ ກອງທຶນ ອາຊຽນ ຮັບມືກັບໂລກລະບາດໂຄວິດ - 19 ເພື່ອໜູນຊ່ວຍບັນດາຄວາມຕ້ອງການໃນການຕ້ານໂລກລະບາດຂອງພາກພື້ນໄດ້ຢ່າງມີປະສິດທິຜົນ. ບັນດາມາດຕະການດັ່ງກ່າວ ໄດ້ຊ່ວຍໃຫ້ ອາຊຽນ ເພີ່ມທະວີລັກສະນະແກ້ງແຍ້ງ, ຟື້ນຟູລະບົບສະໜອງ ແລະ ການບໍລິການທີ່ຖືກຕັດຕອນ ແລະ ຟື້ນຟູແບບຍືນຍົງໃນໄລຍະກາງ ແລະ ໄລຍະຍາວ ເທື່ອລະກ້າວ.

ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19 - ảnh 2ການນຳ ອາຊຽນເຫັນດີສ້າງຕັ້ງສາງສະສົມອຸປະກອນການແພດສຸກເສີນລະດັບພາກພື້ນ ຢ່າງເປັນທາງການ (ພາບ:cand..com.vn)

ສັນຍາ RCEP ສ້າງກຳລັງໜູນຢ່າງແຮງແກ່ການຟື້ນຟູເສດຖະກິດຂອງບັນດາປະເທດ ອາຊຽນ

        ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ກໍຫັນ ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP) ໃຫ້ປະກົດຜົນເປັນຈິງ, ດ້ວຍການປະຕິບັດສຳເລັດການເຈລະຈາ ແລະ ລົງນາມ. ສັນຍາ RCEP ແມ່ນໜຶ່ງໃນ 13 ເປົ້າໝາຍບຸລິມະສິດຂອງປີ  ອາຊຽນ 2020 ທີ່ໄດ້ຮັບຄວາມສົນໃຈຈາກທຸກປະເທດ ແລະ ສຸມແຫຼ່ງກຳລັງຢ່າງສູງສຸດ ເພື່ອສິ້ນສຸດການເຈລະຈາ ແລະ ກ້າວໄປເຖິງການລົງນາມ.

      ຕາມທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ, ຫົວໜ້າເຈົ້າໜ້າທີ່ອາວຸໂສ ອາຊຽນ - ຫວຽດນາມ ແລ້ວ, ສັນຍາ RCEP ຈະແມ່ນແຫຼ່ງກຳລັງໜູນຢ່າງແຮງໃຫ້ແກ່ການຟື້ນຟູ ແລະ ພັດທະນາເສດຖະກິດຂອງບັນດາປະເທດ ອາຊຽນ ພາຍຫຼັງໂລກລະບາດໂຄວິດ - 19. ເມື່ອສັນຍາໄດ້ຮັບການປະຕິບັດ ຈະສ້າງເຂດເສດຖະກິດທີ່ມີຂອບຂະໜາດໃຫຍ່ທີ່ສຸດ ນັບແຕ່ກ່ອນມາຮອດປັດຈຸບັນ ດ້ວຍ GDP ບັນລຸກວ່າ 28.500 ຕື້ USD,ເຊິ່ງກວມເອົາ 32,7% GDP ທົ່ວໂລກ. ການລົງນາມໃນສັນຍາ RCEP ໄດ້ຢັ້ງຢືນຄວາມຕັດສິນໃຈຢ່າງແຮງກ່ຽວກັບການຫັນການຄ້າເປັນເສລີ ແລະ ການຮ່ວມສຳພັນ ຂອງ ອາຊຽນ ກັບ ບັນດາຄູ່ຮ່ວມມືອື່ນໆ, ທ່ານ ຫງວຽນກວ໊ກຢຸງ ເວົ້າວ່າ:

        “ບັນດາປະເທດທີ່ກ່ຽວຂ້ອງ ໄດ້ໃຊ້ເວລາຫຼາຍປີເພື່ອເຈລະຈາສັນຍາ RCEP ເພື່ອສະແດງໃຫ້ເຫັນວ່າ ສັນຍາສະບັບນີ້ມີຄວາມສຳຄັນ, ມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບ ພາກພື້ນ, ໂດຍສະເພາະແມ່ນໃນສະພາບການໂລກ ພວມຖືກຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19. ເພາະສະນັ້ນ, ການລົງນາມໃນສັນຍາ RCEP ຈະສ້າງກຳລັງແຮງໃໝ່, ຄວາມຜັກດັນໃໝ່ໃຫ້ແກ່ການພັດທະນາດ້ານການຄ້າໃນພາກພື້ນ, ພິເສດແມ່ນບັນດາປະເທດທີ່ເຂົ້າຮ່ວມການລົງນາມ. ສິ່ງດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງສຳລັບ ຫວຽດນາມ ເວົ້າສະເພາະ, ໃນຂະນະທີ່ ຫວຽດນາມ ເປັນປະທານ ອາຊຽນ ປີ 2020 ແລະ ປະກອບສ່ວນຊ່ວຍບັນລຸໄດ້ຂໍ້ຕົກລົງເພື່ອກ້າວໄປເຖິງການລົງນາມໃນສັນຍາ RCEP.”

ອາ​ຊຽນ ຕັດ​ສິນ​ໃຈ​ຟື້ນ​ຟູ​ເສດ​ຖະ​ກິດ​ພາຍຫຼັງ​ໂລກ​ລະ​ບາດ ໂຄວິດ - 19 - ảnh 3 ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກວ໊ກຢຸງ (ພາບ:baoquocte.vn)

ໃນສະພາບການໂລກພວມມີການຜັນແປຢ່າງສັບສົນ, ບັນດາຈຸດເດັ່ນກ່ຽວກັບການຮ່ວມມືໃນການຮັບມືກັບບັນດາສິ່ງທ້າທາຍນັ້ນ ພວມໄດ້ຮັບການຮັບຮູ້ຢູ່ ອາຊີ - ປາຊີຟິກ ດ້ວຍບົດບາດນຳໜ້າຂອງ ອາຊຽນ. ໃນປີ 2020, ບັນດາປະເທດ ອາຊຽນ ລ້ວນແຕ່ສະແດງໃຫ້ເຫັນຄຸນນະທາດ ແລະ ຄວາມຕັດສິນໃຈຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ. ບັນດາຄຳໝັ້ນສັນຍາດ້ານການເມືອງຢ່າງແຮງ ຈາກກອງປະຊຸມຄັ້ງນີ້ ຈະແມ່ນການກຳນົດທິດເພື່ອໃຫ້ ອາຊຽນ ມີການເຄື່ອນໄຫວ, ສະກັດກັ້ນໂລກລະບາດໂຄວິດ - 19, ຍູ້ແຮງການຟື້ນຟູເສດຖະກິດ./.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ