ອາຊຽນກຽມພ້ອມເຊື່ອມໂຍງເຂົ້າກັບທົ່ວໂລກ

ວັນ​ທີ 31/12 ທີ່​ຈະ​ມາ​ເຖິງ, ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮ​ັບ​ການ​ສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການ. ມາ​ຮອດ​ປະ​ຈຸ​ບັນ, ທຸກໆ​ປະ​ເທດ​ສະ​ມາ​ຊິກ​ອາ​ຊຽນ​ໄດ້​ສຳ​ເລັດ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນໃນ​ຂັ້ນ​ພື້ນ​ຖານ ພ້ອມ​ທັງ​ໄດ້​​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍບັນ​ດາ​ມາດ​ຕະ​ການ​ຍົກ​ສູງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ, ພັດ​ທະ​ນາ​ພື້ນ​ຖານ​ໂຄງລ່າງ, ເພີ່ມ​ທະ​ວີ​ການ​ເຊື່ອມ​ໂຍງ, ຮັດ​ແຄບ​ຄວາມ​ແຕກ​ໂຕນ​ກັນ​ໃນ​ການ​ພັດ​ທະ​ນາ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ຈໍ​ລະ​ຈອນ​ສິນ​ຄ້າ, ສ້າງກອບ​ກົດ​ໝາຍ​ໃຫ້​ສົ​ມບູນ​ແບບເພື່ອ​ສອດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ອາ​ຊຽນ.

 

ອາຊຽນກຽມພ້ອມເຊື່ອມໂຍງເຂົ້າກັບທົ່ວໂລກ - ảnh 1

      ວັນ​ທີ 22/11/2015 ຢູ່​ກົວ​ລາ​ລຳ​ເປີ ປະ​ເທດ​ມາ​ເລ​ເຊຍ ໄດ້​ກາຍ​ເປັນ​ວັນ​ປະ​ຫວັດ​ສາດ ຂະ​ນະ​ທີ່​ການ​ນຳ 10 ປະ​ເທດ​ອາ​ຊຽນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ສັນຮັບຮອງ​ເອົາຖະ​ແຫຼງ​ການ​ສ້າງ​ຕັ້ງປະ​ຊາ​ຄົມ​ອາ​ຊຽນ, ອັນ​ໄດ້​ສິ້ນ​ສຸດ​ໄລ​ຍະ 48 ປີ​ແຫ່ງ​ການ​ສ້າງ​ຕັ້ງ ແລະ ຂະ​ຫຍາຍ​ຕົວ​ຂອງອາ​ຊຽນ ແລະ ໄດ້​ເປີດ​ໄລ​ຍະ​ໃໝ່​ໃຫ້​ແກ່​ອ​າ​ຊຽນ. ດ້ວຍ​ການ​ສ້າງ​ຕັ້ງຂຶ້ນ​ຢ່າງ​ເປັນ​ທາງ​ການນັ້ນ, ອາ​ຊຽນໄດ້​ກາຍ​ເປັນ​ອົງ​ການ​ລະ​ດັບ​ພາກ​ພື້ນ​ທີ 3 ໃນ​ໂລກ, ຖັດ​ຈາກປະ​ຊາ​ຄົມເສດ​ຖະ​ກິດ​ເອີ​ລົບ( ປະ​ຈຸ​ບັນ​ແມ່ນ​ສະ​ຫະ​ພາບ​ເອີ​ລົບ) ແລະ​ ອົງ​ການ​ທ້ອນ​ໂຮມ​ອາ​ຟະ​ລິ​ກາ​ເປັນ​ເອ​ກະ​ພາບ(ປະ​ຈຸ​ບັນ​ແມ່ນ​ສະ​ຫະ​ພາບອາ​ຟະ​ລິ​ກາ). ເປົ້າ​ໝາຍ​ໂດຍ​ສັງ​ເຂບ​ຂອງປະ​ຊາ​ຄົມ​ອາ​ຊຽນແມ່ນ​ສ້າງອາ​ຊຽນ​ກາຍ​ເປັນ​ອົງ​ການ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ​ຊຶ່ງ​ມີ​ການ​ຮ່ວມ​ສຳ​ພັນ​ຢ່າງ​ເລິກ​ເຊິ່ງ​ກ້​ວາງ​ຂວາງກວ່າ ແລະ ຜູກ​ຮັດ​ກັນຫຼາຍກວ່າບົນ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ແມ່ນ​ກົດ​ບັດອາ​ຊຽນ, ແລະ ຍັງ​ຄົງ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ກັບ​ພາຍນອກ.

     ກາ​ລະ​ໂອ​ກາດ ແລະ ສິ່ງ​ທ້າ​ທາຍ

  ປະ​ຊາ​ຄົມ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ເປັນ​ທາງ​ການນັ້ນ ຈະ​ນຳ​ມາ​ເຊິ່ງຫຼາຍ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ໃຫ້​ແກ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ, ກ່ອນ​ອື່ນ​ໝົດ​ແມ່ນ​ຂົງ​ເຂດ​ເສດ​ຖະ​ກິດ. ປະ​ຊາ​ຄົມ​ອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​ດ້ວຍ​ຄວາມ​ຫວັງ​ຫັນ​ຕະຫຼາດ​ທີ່​ມີ​ຈຳ​ນວນ​ປະ​ຊາ​ກອນກວ່າ 600 ລ້ານ​ຄົນ​ໃຫ້ກາຍເປັນ​ຕະຫຼາດ​ຮ່ວມ​, ກາຍ​ເປັນ​ພື້ນ​ຖານ​ການ​ຜະ​ລິດ​ຢ່າງ​ເປັນ​ເອ​ກະ​ພາບ ໃນ​ນັ້ນ​ສິນ​ຄ້າ, ການ​ບໍ​ລິ​ການ, ການ​ລົງ​ທຶນ, ທຶນ ແລະ ແຮງ​ງານ​ທີ່​ມີສີ​ມື​ການ​ຊ່າງ​ສູງ​ຈະ​ມີ​ໂອ​ກາດ​ເຄື່ອນ​ໄຫວ​ຢ່າງ​ເສ​ລີ. ປະ​ຊາ​ຄົມ​ອາ​ຊຽນຈະ​ຊ່ວຍ​ຍູ້​ແຮງ​ການ​ເຊ​ື່ອນ​ຈອດ​ພາກ​ພື້ນ ແລະ ເພີ່ມ​ທ​ະ​ວີ​ກຳ​ລັງ​ແກ່ງ​ແຍ້ງ​ເພື່ອ​ປະ​ເຊີ​ນ​ໜ້າ​ກັບ​ສິ່ງທ້າ​ທາຍໃໝ່​ໃນ​ໂລກ, ພິ​ເສດ​ແມ່ນ​ໃນ​ພາກ​ພື້ນ​ທີ່​ມີ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ​ຄື: ຈີນ, ອີນ​ເດຍ…ຕາມ​ການ​ສະ​ຖີ​ຕິ​​ໃນ​ມໍ່ໆ​ມ​ານີ້, ໃນ 3 ປີ​ຢ່າງ​ຕໍ່​ເນື່ອງ, ອາ​ຊຽນໄດ້​ດຶງ​ດູດ​ເງິນ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ​ FDI ເປັນ​ຈຳ​ນວນຫຼວງຫຼາຍ ໃນ​ສະ​ພາ​ວະ​ທີ່​ກະ​ແສ​ທຶນ FDI​ໃນ​ທົ່ວ​ໂລກຫຼຸດ​ລົງ ແລະ ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກບໍ່​ສະ​ໝ່ຳ​ສະ​ເໝີ. ປະ​ຈຸ​ບັນ, ອາ​ຊຽນໄດ້​ກາຍ​ເປັນ​ພາກ​ພື້ນ​ດຶງ​ດູດ​ທຶນ FDI ຫຼາຍກວ່າ​ໝູ່​ໃນ​ໂລກ. ການ​ປົວ​ແປງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຂອງ​ພາກ​ພື້ນ ກໍ​ຄື​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ຂອງ​ອາ​ຊຽນ​ເພື່ອ​ກ້າວ​ໄປ​ເຖິງ​ການ​ສ້າງ​ຕັ້ງ​ເປັ​ນປະ​ຊາ​ຄົມ​ອາ​ຊຽນໃນ​ປະ​ຈຸ​ບັນ​ໄດ້​ປະ​ກອບ​ສ່ວນ​ສ້າງ​ຄວາມ​ດູດ​ດື່ມ​ຂອງ​ອາ​ຊຽນ​ທີ່​ມີ​ຕໍ່​ທຶນ FDI .

          ແຕ່​ພ້ອມ​ກັນ​ນັ້ນ, ໃນ​ປະ​ຈຸ​ບັນ, ອາ​ຊຽນ​ຍັງ​ສະ​ແດ​ງ​ໃຫ້​ເຫັນ​ສິ່ງ​ທີ່​ຍັງ​ຄົງ​ຄ້າງຫຼາຍ​ຢ່າງ. ສິ່ງ​ທີ່​ຄົງຄ້າງ​ຢ່າ​ງ​ໃຫຍ່ຫຼວງກວ່າ​ໝູ່​ແມ່ນ​ຄວາມ​ແຕກ​ໂຕນ​ທາງ​ດ້ານ​ຄວາມ​ຮູ້​ລະ​ຫວ່າງ 2 ກຸ່ມ​ປະ​ເທດ​ອາ​ຊຽນ. ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ສິ່ງນີ້​ອາດ​ຈະ​ເຮັດ​ໃຫ້​ວິ​ວັດ​ການ​ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສ​ລີ​ຂອງ​ພາກ​ພື້ນ​ຊັກ​ຊ້າ​ລົງ ແລະ ຈະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ພາຍນອກ. ນອກ​ຈາກນັ້ນ, ການ​ສົມ​ທົບ​ຢ່າງ​ກົມ​ກ່ຽວ​ລະ​ຫວ່າງ​ຜົນ​ປະ​ໂຫຍດແຫ່ງ​ຊາດ​ກັບ​ຜົນ​ປະ​ໂຫຍດ​ລວມ​ຂອງ​ທັງ​ກຸ່ມ​ອາ​ຊຽນ ກໍ​ແມ່ນ​ສິ່ງ​ທ​ີ່​ຍັງ​ຄົງ​ຄ້າງບໍ່​ໜ້ອຍ.

    ກຽມ​ພ້ອມ​ເຊື່ອມ​ໂຍງ​ເຂົ້າກັບ​ທົ່ວ​ໂລກ

 ໂດຍ​ໄດ້​ຮັບ​ຮູ້ກ່ຽວ​ກັບ​ບັນ​ດາ​ສິ່ງທ້າທາຍ​ພ້ອມ​ກັບ​ກາ​ລະ​ໂອ​ກາດ​ໃຫຍ່​ຊຶ່ງປະ​ຊາ​ຄົມ​ອາ​ຊຽນນຳ​ມາ​ໃຫ້​ນັ້ນ, ບັນ​ດາ​ປະ​ເທດ​ສະ​ມາ​ຊິກອາ​ຊຽນ ກໍ​ຍັງ​ຜັນ​ຂະ​ຫຍາຍຫຼາຍ​ມາດ​ຕະ​ການ​ລະ​ອຽດ, ເໝາະ​ສົມ​ກັ​ບ​ສະ​ພາບ​ການ ແລະ ເງື່ອນ​ໄຂ​ຂອງ​ແຕ່​ລ​ະ​ປະ​ເທດ​ເພື່ອ​ສາ​ມາດ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ຕົນ​ເມື່ອ​ໄດ້​ເຊື່ອມ​ຕົວ​ເຂົ້າ​ກັບ​ປະ​ຊາ​ຄົມ​ທີ່​ໃຫຍ່ກວ່າ. ຍ​ົກ​ຕົວ​ຢ່າງ​ຄື ສິງ​ກະ​ໂປ​ເຊີດ​ຊູ​ບົດ​ບາດ​ຂອງ​ສູນ​ຄົ້ນ​ຄ້​ວາ, ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ມຽນ​ມາ ແລະ ຟ​ີ​ລິບ​ປິນ​ເອົາ​ໃຈ​ໃສ່​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ. ໃນ​ຂະ​ນະ​ນັ້ນ, ໄທ​ຍັງ​ພວມ​ຍູ້​ແຮງ​ການ​ປະ​ຕິ​ຮູບ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ບໍ​ລິ​ການ, ການ​ຄ້າ ແລະ ການ​ລົງ​ທຶນ, ປະ​ຕິ​ບັດ​ໂຄງ​ການ “ ປະ​ຕູ​ດຽວ​ແຫ່ງ​ຊາ​ດ ”, “ປະ​ຕູ​ດຽວ​ອາ​ຊຽນ” ຢ່າງມີ​ປະ​ສິດ​ທິ​ຜົນ, ພັດ​ທະ​ນາ​ຕາ​ຫນ່າງໜູນ​ຊ່ວຍສັງ​ຄົມ. ສ່ວນ​ກຳ​ປູ​ເຈຍ ກໍ​ສຸມ​ໃສ່​ພັດ​ທະ​ນາ​ນະ​ໂຍ​ບາຍ​ການ​ຄ້າ​ເປີດ​ປະ​ຕູ​ເພື່ອ​ດຶງ​ດູດ​ເງິນ​ລົງ​ທຶນ, ໂຍະ​ຍານ​ກົດ​ໝາຍ​ວ່າ​ດ້ວຍ​ການ​ລົງ​ທຶນ ແລະ ກົດ​ໝາຍ​ວ່າ​ດ້ວຍ​ກຳ​ມະ​ສິດ. ສຳ​ລັບ​ຫວຽດ​ນາມນັ້ນ, ກໍ​ເພີີ່ມ​ທະ​ວີ​ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ການ​ຄ້​າ​ໂດຍ​ຜ່ານ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ພາ​ສີ​ເອ​ເລັກ​ໂຕ​ນິກ, ກົນ​ໄກ​ປະ​ຕູ​ດຽວ, ປະ​ຕິ​ຮູບ​ລະ​ບຽບ​ການ​ບໍ​ລິ​ຫານ, ເຮັດ​ໃຫ້​ລະ​ບົບ​ອອກ​ໜັງ​ສື​ອະ​ນຸ​ຍາດ, ໜັງ​ສືຢັ້ງ​ຢືນ​ເປັນ​ງ່າຍ​ດາຍ, ມຸ່ງໄປ​ສູ່​ການ​ສ້າງ​ການ​ບໍ​ລິ​ການ​ເປັນ​ເສ​ລີ. ຫວຽດ​ນາມ​ກໍ​ໄດ້​ດຳ​ເນີນ​ການ​ປັບ​ປຸງ​ກົດ​ໝາຍ​ບາງ​ສະ​ບັບ​ທີ່​ກ່ຽວ​ຂ້ອງ​ເຊັ່ນ: ກົດ​ໝາຍ​ວ່າ​ດ້ວຍການ​ລົງ​ທຶນ, ກົດ​ໝາຍ​ວ່າ​ດ້ວຍການ​ຄ້າ, ກົດ​ໝາຍ​ວ່າ​ດ້ວຍວິ​ສາ​ຫະ​ກິດ ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ໃນ​ອາ​ຊຽນ.

       ພ້ອມ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ, ຄະ​ນະ​ເລ​ຂາ​ອາ​ຊຽນ​ໄດ້​ສ້າງ​ແຜນ​ການ​ລະ​ອຽດ​ໃຫ້​ແກ່ ປະ​ຊາ​ຄົມ​​ເສດ​ຖະ​ກິດອາ​ຊຽນ. ການ​ກະ​ກຽມ​ທັງ​ໝົດ​ເຫຼົ່າ​ນັ້ນແມ່ນ​ເພື່ອ​ຮັບ​ປະ​ກັນ​ໃຫ້ປະ​ຊາ​ຄົມ​ອາ​ຊຽນເຄື່ອນ​ໄຫວ​ໄດ້​ຕາມ​ແຜນ​ການ, ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ບັນ​ດາ​ຜົນ​ປະ​ໂຫຍດ​ອັນ​ແທດ​ຈິງ​ໃຫ້​ແກ່​ທັງ​ກຸ່ມອາ​ຊຽນ​ເວົ້າ​ລວມ ແລະ ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ​ເວົ້າ​ສະ​ເພາະ ພ້ອມນັ້ນ​ນັ້ນ​ກໍ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ, ຄວາມ​ວັດ​ທະ​ນາ​ຖາ​ວອນ​ຂອງ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ