ຮັບປະກັນຊີວິດມີຄວາມຜາສຸກ, ສິດພື້ນຖານຂອງມະນຸດ

(vovworld)- ກ່ອນນີ້ 67 ປີ (10/12), ບົດ​​ຖະ​ແຫລງປະ​ກາດ​​ສິດ​ທິ​ມະ​ນຸດສາ​ກົນ ໂດຍ ກອງ​ປະ​ຊຸມ​ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຮັບ​ຮອງ​ເອົາ​ທີ່ ປາ​ຣີ  ປະ​ເທດ ຝ​ລັ່ງ ຖືກ​ແປຢ່າງ​ຫນ້ອຍ​ສຸດເປັນ 375 ພາ​ສາ. ນີ້ ແມ່ນ​​ຈຸດ​ໝາຍ​ລວມ​ຕ້ອງ​​ຜັນ​ຂະ​ຫຍາຍ​ຢູ່ທຸກ​ປະ​ເທດ. ຢູ່ ຫວຽດ​ນາມ 70 ປີ​ຜ່ານ​ມາ ນັບ​ແຕ່​ມື້ປະ​ເທດ​ຊາດໄດ້​ຮັບ​ການສະ​ຖາ​ປະ​ນາ​,  ຫວຽດ​ນາມ ບັນ​ລຸ​ໄດ້​ຜົນ​ງານ​ອັນ​ໃຫຍ່​ຫລວງ​ຫລາຍ​ຢ່າງ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ.
ຮັບປະກັນຊີວິດມີຄວາມຜາສຸກ, ສິດພື້ນຖານຂອງມະນຸດ - ảnh 1
ພາບ​ປະ​ກອບ:cong ly

        ນັບ​ແຕ່​ຊຸມມື້​ທຳ​ອິດ​ຂອງ​ການ​ປະ​ຕິ​ວັດ, ພັກ, ລັດ​ຫວຽດ​ນາມ ໄດ້​ຢັ້ງ​ຢືນ​ເນື້ອ​ແທ້​ຂອງ​ລະ​ບອບ ນັ້ນ​ແມ່ນ​ລະ​ບອບ​ເພື່ອ​ ​ມະ​ນຸດ, ເພື່ອ​ສິ​ດ​ເສ​ລີ​ພາບ​ຂອງ​ມະ​ນຸດ. 70 ປີ​ຜ່ານ​ມາ, ບັນ​ຫາ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ​ໄດ້​ຮັບ​ການຢັ້ງ​ຢືນ ແລະ ລະ​ບຸ​ໄວ້​ໃນ​ກົດ​ໝາຍ. ເລື່ອງ​ຫັນ​ນະ​ໂຍ​ບາຍ​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ ໄດ້​ຮັບ​ປະ​ກັນ​ໃນ​ທຸກ​ຂົງ​ເຂດ​ຂອງ​ຊີ​ວິດ, ວັດ​ທະ​ນະ​ທຳ, ຈິດ​ໃຈ ກໍ​ຄື​ເງື່ອນ​ໄຂ​ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ຂອງ​ມະ​ນຸດ.

 ຜູ້​ໃດ​ກໍ​ມີ​ສິດ​​ຢາກ​ດຳ​ລົງ​ຊີ​ວິດ​ໃນ​ຄວາມ​ຜາ​ສຸກ

        ພາຍ​ຫລັງ​ປະ​ເທດ​ຊາດ​ຍາ​ດ​ເອ​ກະ​ລາດ, ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຕ່າງ​ປະ​ເທດ, ປະ​ທານ​ໂຮ່​ຈິ​ມີນ ໄດ້​ເວົ້າ​ວ່າ: “ຂ້າ​ພະ​ເຈົ້າ​ພຽງ​ມີ​ຄວາມ​ໄຝ່​ຝັນ​, ຄວາມ​ປາດ​ຖະ​ຫນາ​ຫນຶ່ງດຽວ ນັ້ນ​ແມ່ນ​ເຮັດ​ແນວ​ໃດ​ໃຫ້​ປະ​ເທດ​ເຮົາ​ມີ​ເອ​ກະ​ລາດ, ປະ​ຊາ​ຊ​ົນ​ມີ​ຄວາມ​ເສ​ລີ​ພາບ, ຜູ້​ໃດ​ກໍ​ມີ​ເຂົ້າ​ກິນ ມີ​ເສື້ອ​ນຸ່ງ, ຜູ້​ໃດ​ກໍ​ໄດ້​ຮ່ຳ​ໄດ້​ຮຽນ. ນັ້ນ​ແມ່ນ​ເງື່ອ​ນ​ໄຂ​ຈຳ​ເປັນ​​ທີ່​ສຸດເພື່ອ​ຮັບ​ປະ​ກັນ​ຄວາມ​ຜາ​ສຸກ​ຂອງ​ປະ​ຊາ​ຊົນ​ຢູ່​ປະ​ເທດ​ທີ່​ຫາ​ກໍ​ຍາດ​ໄດ້​ເອ​ກະ​ລາດ, ເສ​ລີ​ພາບ. ສາດ​ສະ​ດາ​ຈານ, ດ​ຣ ຕ້າ​ງອກ​ເຕີນ, ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ:

        “ສິດ​ໄດ້​ດຳ​ລົງ​ຊີ​ວິດ​ໃນ​ສັນ​ຕິ​ພາບ ນັ້ນ​ແມ່ນ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ການ​ເສຍ​ສະ​ຫລະ​ເລືອດ​ເນື້ອ, ພູມ​ປັນ​ຍາ​ຂອງ​ລຸ​້ນ​ພໍ່​ລຸ້ນ​ອ້າຍ. ປະ​ທານ ໂຮ່​ຈິ​ມີນ ເວົ້າ​ວ່າ: ເມື່ອ​ປະ​ເທດ​ຊາດ ມີ​ເອ​ກະ​ລາດ, ເສ​ລີ​ພາບ ແຕ່​ປະ​ຊາ​ຊົນ​ບໍ່​ມີ​ຄວາມ​ຜາ​ສຸກ, ເອ​ກະ​ລາດ, ເສ​ລີ​ພາບນັ້ນ ​ຈະ​ບໍ່​ມີ​ຄວາມ​ໝາຍ”. ເພື່ອ​ປະ​ຕິ​ບັດ​ຄວາມ​ປາດ​ຖະ​ຫນາ​ຂອ​ງ​ປະ​ທານ​ໂຮ່​ຈິ​ມີນ, ຮຽກ​ຮ້ອງ​ຕ້ອງ​ມີ​​ວັດ​ການ​ສ້າງ​ສາ, ພະ​ຍາ​ຍາມ, ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ, ​ການ​ຜິດ​ພາດ, ຄວາມ​ຫຍຸ້ງ​ຍາກ​ເພື່ອ​ສຸດ​ທ້າຍ​ນຳ​ມາ​ເຊິ່ງ​ຊີ​ວິດ​ອັນ​ດີ​ງາມກວ່າ.”

       ກົດ​ໝາຍ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ​ໃຫ້​ສົມ​ບູນ​ແບບ

        70 ປີ​ຜ່ານ​ມາ, ບັນ​ດາ​ຜົນ​ງານ​ຊື່ງ​ຫວຽດ​ນາມ ບັນ​ລຸ​ໄດ້​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ ສະ​ແດງ​ອອກ​ໃນ​ຫລາຍ​ດ້ານ, ໃນ​ນັ້ນ ມີ​ເລື່ອງ​ນຳ​ເອົາ​ບັນ​ຫາ​ທັງ​ໝົດ​ທີ່​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ​ຂອ​ງ​ປະ​ຊາ​ຊົນ​ລະ​ບຸ​ໄວ້​ໃນ​ກົດ​ໝາ, ສ້າງ​ລັດ​ແຫ່ງ​ອຳ​ນາດ​ນິ​ຕິ​ບັນ​ຍັດ. ເປັນ​ຫນ້າ​ສົນ​ໃຈ, ລັດ​ຖະ​ທຳ​ມະ​ນູນ​ປີ 2013 ໂດຍ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮ​ອງ​ເອົາ, ໃນ​ນັ້ນ ມີ 36 ມາດ​ຕາ​ກ່ຽວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ​ພົນ​ລະ​ເມືອງ. ບັນ​ດາ​ສິດນັ້ນ ລວມມ​ີ ທຸກ​ຂົງ​ເຂດ​ກ່ຽວ​ຂ້ອງ​ເຖິງ ຊີ​ວິດ​ທາງ​ດ້ານ​ວັດ​ຖຸ, ວັດ​ທະ​ນະ​ທຳ, ຈິດ​ໃຈ​ກໍ​ຄື​ເງື່ອນ​ໄຂ​ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ໃຫ້​ມະ​ນຸດ. ສາດ​ສະ​ດາ​ຈານ, ດ​ຣ ຫວ​ໍ​ແຄງວີງ, ສະ​ພາ​ມະ​ຫາ​ບັນ​ດິດ ວິ​ທະ​ຍາ​ສາດ​ສັງ​ຄົມ​ຫວຽດ​ນາມ ຖື​ວ່າ:

        “ເມື່​ອ​ທຽບ​ໃສ່​ລັດ​ຖະ​ທຳ​ມະ​ນູນ​ບັນ​ດາປະ​ເທດ​ອື່ນ, ພວກ​ເຮົາ​ມີ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ການ​ເຕີບ​​ໂຫຍ່. ປະ​ຈຸ​ບັນ ໂຄງ​ການ​​ປັບ​ປຸງກົດ​ໝາຍ​ ​ເພື່ອ​ຮັບ​ໃຊ້​ໃຫ້​ລັດ​ຖະ​ທຳ​ມະ​ນູນ​ປີ 2013, ສິ​່ງ​ສຳ​ຄັນ​ແມ່ນ​ສຸມ​ໃສ່​ສິດ​ທິ​ມະ​ນຸດ. ໃນ​ການ​ສ້າງ ແລະ ປະ​ຕິ​ບັດ​ກົດ​ໝາຍ ຫວຽດ​ນາມ ໄດ້​ມີ​ການ​ສຳ​ພັດ​ກັບ​ກົດ​ໝາຍ​ສາ​ກົນ, ພວກ​ເຮົາ​ໄດ້​ເຂົ້າ​ຮ່ວມ 7/9 ສົນ​ທິ​ສັນ​ຍາ​ສາ​ກົນ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ນີ້​ແມ່ນ​ຜົນ​ງານ​ໃນ​ຂົງ​ເຂດ​ກົດ​ໝາຍ.”

        ນັບ​ແຕ່​ປີ 2009 ມາ​ຮອດ​ປະ​ຈຸ​ບັນ, ມີ ກົດ​ໝາຍ​ສຳ​ຄັນ 25 ສະ​ບັບ​ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແລະ ປັບ​ປຸງ ຈາກ​ສະ​ພາ​ແຫ່ງ​ຊາດ ເພື່ອ​ສ້າງ​ພື້ນ​ຖານ​ດ້ານ​ກົດ​ໝາຍ​ຢ່າງ​ຄົບ​ຖ້ວນ, ໝັ້ນ​ຄົງ​ໃຫ້​ແກ່​ເລື່ອງ​ເຄົາ​ລົບ ແລະ ຮັບ​ປະ​ກັນ​ການ​ປະ​ຕິ​ບັດ​ສິດ​ທິ​ມະ​ນຸດ. ນອກນັ້ນ, ລັດ​ຖະ​ບານ ກໍ​ໄດ້​ເຊັນ​ອະ​ນຸ​ມັດ ແລະ ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ 41 ຍຸດ​ທະ​ສາດ ແລະ ໂຄງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ດ້ວຍ​ການ​ບຸ​ລິ​ມະ​ສິດ​ສະ​ຫງ​ວນ​ໃຫ້​ບັນ​ດາ​ກຸ່ມ​ຄົນ​ຖືກ​ຄວາມ​ສ່ຽງ​ສູງກວ່າ​ເພີ່ນ. ດ​ຣ ຟານ​ວັນ​ຮຸ່ງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ,ຮອງ​ຫົວ​ຫນ້າ ​ກຳ​ມາ​ທິ​ການ​​ຊົນ​ເຜົ່າ ຖື​ວ່າ: ສະ​ເພາະ ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ ມີ​ 200 ນະ​ໂຍ​ບາຍ  ​ທີ່​ແຕກ​ຕ່າງ​ກັນ, ກວມ​ລ​ວມ​ບັນ​ດາ​ຂົງ​ເຂດ​ຈາກ​ການ​ຮັບ​ປະ​ກັນ​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ​ຕະ​ຫລອດ​ຮອດ​ວັດ​ທະ​ນະ​ທຳ, ບ​ໍ​ລິ​ການ, ສາ​ທາ​ລະ​ນະ​ສຸກ.

        “ມາ​ຮອດ​ປະ​ຈຸ​ບັນ, ບັນ​ດາ​ມາດ​ຕາ​ໃນ​ກົດ​ໝາຍ​ຂອງ​ພວກ​ເຮົາ ໄດ້​ສະ​ແດງ​ໃຫ້​ເຫັນ​ສິດ​ຂອງ​ບັນ​ດາ​ຊົ​ນ​ເຜົ່າ​ສ່ວນ​ຫນ້ອຍ​ຄົບ​ຖ້ວນພໍ​ສົມ​ຄວນ​ໃນ​ມາດ​ຕາ 5 ຂອງ​ລັດ​ຖະ​ທຳ​ມະ​ນູນ. ພວກ​ເຮົາ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ບັນ​ລຸ​ໝາກ​ຜົນ​ສຳ​ຄັນ ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ, ແຕ່​ລະ​ປີ ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກ​ໄດ້​ຫລຸດ​ລົງ 4-5%. ກ່ຽວ​ກັບ​ການ​ສຶກ​ສາ, ກ່ອນນີ້ ເຂດ​ຊົນ​ເຜົ່າບໍ່​ໄດ້​ຮ່ຳ​ໄດ້​ຮຽນ ແລະ ​ກືກ​ຫນັງ​ສື ແຕ່​ມາ​ຮອດ​ປະ​ຈຸ​ບັນ ໄດ້ສຳ​ເລັດການ​ສຶກ​ສາ​ຂັ້ນ​ປະ​ຖົມ, ມັດ​ທະ​ຍົມ​​ຕອນ​ຕົ້ນພາກ​ບັງ​ຄັບ ແລະ ພວມ​​ພະ​ຍາ​ຍາມ​ສຳ​ເລັດ​ການ​ສຶກ​ສາ​ຂັ້ນ​ມັດ​ທະ​ຍົມ​ຕອນ​ປາຍ​ພາກ​ບັງ​ຄັບ.”

        ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

        ຫວ​ຽດ​ນາມ ກໍ​ແມ່ນ​ປະ​ເທດ​ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ຕາມ​ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ. ນີ້​ແມ່ນ​ກຳ​ລັງ​ຫນູນ​ເພື່ອ​ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ປະ​ເທດ​ຊາດ, ຮັກ​ສາ​ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ຊາດ​ຊື່ງ​ໄດ້​ຮັບ​ການ​ກຳ​ນົດ​ຈາກ​ປະ​ຊາ​ຄົມ​ສາ​ກົນ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ດັ້ງ​ຢູງ​ຈີ, ສະ​ຖາ​ບັນ​ຄົ້​ນ​ຄ້​ວາ​ສິດ​ທິ​ມະ​ນຸດ, ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ໂຮ່​ຈິ​ມີນ ຖື​ວ່າ:

        “ໃນ​ໄລ​ຍະ​ໃຫມ່, ຫວຽດ​ນາມ ຄວນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ປະ​ຊາ​ຊົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ກ່ອນ​ອື່ນ ພະ​ນັກ​ງານ, ລັດ​ຖະ​ກອນ ຂຶ້ນ​ກັບ​ກົງ​ຈັກ​ລັດ ຕ້ອງ​ເຂົ້າ​ໃຈ​ສິດ​ທິ​ມະ​ນຸດ, ພາ​ລະ​ບົດ​ບາດ, ຫນ້າ​ທີ່​ເພື່ອ​ປະ​ຕິ​ບັດ. ສິ່ງ​ດັ່ງ​ກ່າວ​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ສ້າງ​ກົດ​ໝາຍ ປະ​ຕິ​ບັດ​ການ​ປົກ​ປ້ອງ​ສິດ​ທິ​ມະ​ນຸດ​ຢ່າງ​ຄົບ​ຖ້ວນ​ຄື​ດັ່ງ​ໄດ້​ລະ​ບຸ​ໄວ້​ໃນລັດ​ຖະ​ທຳ​ມະ​ນູນ​ປີ 2013”

        ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ ໄດ້​ປະ​ກາດ​ໃຊ້ ແລະ ຕັ້ງ​ຫນ້າ​ຜັນ​ຂະ​ຫຍາຍ​ຍຸດ​ທະ​ສາດ​ປະ​ຕິ​ຮູບ​ຕຸ​ລາ​ການ​ຮອດ​ປີ 2020 ເພື່ອ​ສ້າງ​ພື້ນ​ຖານ​ນິ​ຕິ​ກຳ​ສູ​ງ​ສຸດ​ເພື່ອ​ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ຮັບ​ປະ​ກັນ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ​ມີ​ຄວາມ​ເສ​ລີ​ພາບ, ສະ​ເໝີ​ພາບ, ມີ​ຄວາມ​ຜາ​ສຸກ.

ຕອບກັບ

ຂ່າວ/ບົດ​ອື່ນ