ຮັບປະກັນສິດທິມະນຸດຕໍ່ຫນ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ

(vovworld)- ຢູ່ນອກກອງ​ປະ​ຊຸມ​ສາ​ມັນ​ຄັ້ງ​ທີ 32 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຊື່ງ​ດຳ​ເນີນ​ໄປ​ຢ​ູ່ ເຊີ​ແນວ ປະ​ເທດ​ສະ​ວິດ ຫວ່າງ​ແລ້ວນີ້, ຫວຽດ​ນາມ ພ​ອ້ມ​ກັບ 3 ປະ​ເທດ ໃນ​ກຸ່ມ​ຫລັກ​ແຫລ່ງ​ຂອງ​ຂໍ້​ລິ​ເລີ່ມ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ທົບ​ຈາກ​ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຕໍ່​ສິດ​ທິ​ມະ​ນຸດ​ໄດ້ ເຂົ້າ​ຮ່ວມ​ການໂອ້​ລົມ​ສົນ​ທະ​ນາ​ສາ​ກົນ ໂດຍ​ແນະ​ນຳ​ບົດ​ລາຍ​ງານ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ການ​ກະ​ທົບ​ຂອງ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສິດ​ທິ​ມະ​ນຸດ. ການ​ເຄື່ອນ​ໄຫວນີ້​ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມ​ໃນ​ການ​ຮັບ​ປະ​ກັນ​ບັນ​ດາ​ສິດ​ຂອງ​ມະ​ນຸດ, ພິ​ເສດ​ແມ່ນ​ບັນ​ດາ​ກຸ່ມ​ຄົນ​ເຄີຍ​ຖືກ​ສ່ຽງ​ໄພສູງກວ່າ​ເພີ່ນໃນ​ສັງ​ຄົມ.
ຮັບປະກັນສິດທິມະນຸດຕໍ່ຫນ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ຫງວຽນ​ຈູງ​ແທ່ງ, ຫົວ​ຫນ້າ​ຄະ​ນະ​ຜູ້​ຕາງ​ຫນ້າ​ຂອງ​ຫວຽດ​ນາມ​ຢູ່ ສ​ປ​ຊ
ກ່າວ​ຄຳ​ເຫັນ​ທີ່​ການ​ໂອ້​ລົມ​ສົນ​ທະ​ນາ
 (ພາບ: TTXVN)

        ໂດຍນອນ​ໃນ​ກຸ່ມ 5 ປະ​ເທດ ຈະ​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ສະ​ນັ້ນ ຫວຽດ​ນາມ ມີ​ຄວາມ​ຮັບ​ຮູ້​ໄດ້​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຮັບ​ມື, ໃນ​ນັ້ນ ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ປະ​ສານ​ສົມ​ທົບ​ບັນ​ດາ​ມາດ​ຕະ​ການ​​ຮັກ​ສາ​ສຸ​ຂະ​ພາບ​ວົງ​ຄະ​ນາ​ຍາດ, ບັນ​ດາ​ກຸ່ມ​ຄົນ​ເຄີຍ​ຖືກ​ສ່ຽງ​ໄພ​ສູງກວ່າ​ເພີ່ນ​ໃນ​ສັງ​ຄົມ, ຄ້ຳ​ປະ​ກັນ​ດ້ານ​ສະ​ບຽງ​ອາ​ຫານ, ເຮືອນ​ຢູ່, ການ​ສຶກ​ສາ​ໃນ​ບັນ​ດາ​ໂຄງ​ການ ແລະ ນະ​ໂຍ​ບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

        ມີ​ຄວາມ​ຮັບ​ຮູ້​ ແລະ​ການ​ກະ​ທຳ​ໂດຍ​ໄວ

        ຕາມ​ການ​ຄິດ​ໄລ່​ແລ້ວ, ນັບ​ແຕ່ນີ້​ຮອດ​ທ້າຍ​ສັດ​ຕະ​ວັດ​ທີ 21, ລະ​ດັບ​ອຸນ​ຫະ​ພູມ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ໃນ​ແຕ່​ລະ​ປີ​ຢູ່​ຫວຽດນາມ ຄາດ​ວ່າ​ແຕ່ 2-3 ອົງ​ສາ C, ເຮັດ​ໃຫ້​ລະ​ດັບ​ນ້ຳ​ທະ​ເລ​ເພີ່ມ​ຂຶ້ນ, ສົ່ງ​ຜົນ​ກະ​ທົບ​ໂດຍ​ກົງ​ເຖິງ 10-12% ຈຳ​ນວນ​ພົນ​​ລະເມືອງ​ຫວຽດ​ນາມ ແລະ ກໍ່​ຄວາມ​ເສຍ​ຫາຍ​ປະ​ມານ 10% GDP.

        ການ​ກະ​ທົບ​​ນັບ​ມື້​ນັບຮ້າຍ​ແຮງ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສຸ​ຂະ​ພາບ​ຂອງ​ມະ​ນຸດ​ນັບ​ມື້​ນັບ​ເຫັນ​ໄດ້​ຊັດ. ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດໄດ້ ແລະ ພວມກໍ່​ໃຫ້​ເກີດ​ສະ​ພາບ​ການ​ອາ​ກາດ​ທີ່​ຮ້າຍ​ແຮງ, ໄພ​ທຳ​ມະ​ຊາດ​ນັບ​ມື້​ນັບ​ເພີ່ມ​ຂຶ້​ນ​ຄື: ໄພ​ນ້ຳ​ຖ້ວມ, ໄພ​ແຫ້ງ​ແລ້ງ​ແກ່​ຍາວ​ຫລາຍມື້, ອາ​ກາດ​ຮ້ອນ​ເອົ້າ, ຈາກນັ້ນ​ສົ່ງ​ຜົນ​ສະ​ທ້ອນ​ໂດຍ​ກົງ​ຫລື​ທາງ​ອ້ອມ​ເຖິງ​ສຸ​ຂະ​ພາບ​ຂອ​ງ​ມະ​ນຸດ ຜ່ານ​ບັນ​ດາ​ການ​ກະ​ທົບ​ກໍ່​ມົນ​ລະ​ພິດ​ເຖິງ​ອາ​ກາດ, ຂາດ​ແຄນ​ນ້ຳ, ຂາດ​ແຄນ​ສະ​ບຽງ​ອາ​ຫານ, ທາດ​ບຳ​ລຸງ ກໍ​ຄື​ເຮັດ​ໃຫ້​ພະ​ຍາດ​ເຂດ​ຮ້ອນ​, ພະ​ຍາດ​ຕິດ​ແປດ, ພະ​ຍາດ​ກ່ຽວ​ກັບ​ດ້ານ​ຈິດ​ໃຈເພີ່ມ​ຂຶ້ນ. ບັນ​ດາ​ການ​ກະ​ທົບ​ຢ່າງ​ຫຍໍ​້​ທໍ້​ນີ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຢູ່​ບັນ​ດາ​ກຸ່ມ​ຄົນ​ເຄີຍ​ຖືກ​ສ່ຽງ​ໄພ​ສູງກວ່າ​ເພີ່ນ​ຄື: ແມ່​ຍິງ, ຜູ້​ອາ​ຍຸ​ສູງ, ເດັກ​ນ້ອຍ ແລະ ຄົນ​ພິ​ການ. ສະ​ເພາະ​ໃນ​ຂົງ​ເຂດ​ການ​ຜະ​ລິດ​ກະ​ສິ​ກຳ, ຜົນ​ສະ​ທ້ອນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໄດ້​ເຮັດ​ໃຫ້​ລະ​ດູ​ການ​ຜະ​ລິດບໍ່​ໄດ້​ຮັບ​ຜົນ ສະ​ນັ້ນ ຄວາມ​ສາ​ມາດ​ການ​ລົງ​ທຶນ​ຄືນ​ໃຫມ່, ການ​ຜະ​ລິດ​ຂອງ​ເປົ້າ​ໝາຍນີ້​ແມ່ນ​ຫຍຸ້ງ​ຍາກ​ທີ່​ສຸດ ເພາະ​ວ່າ ເຂົາ​ເຈົ້າ​ຂາດ​​ທຶນ​ຮອນ, ສະ​ນັ້ນ ສະ​ພາບ​ອຶດ​ຫິວ​ທຸກ​ຍາກ​ຂອງ​ຄົນ​ທຸກ​ຍາກ​ຈະ​ນັບ​ມື້​ນັບ​ຮ້າຍ​ແຮງກວ່າ ຍ້ອນ​ການ​ກະ​ທົບ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ສຳ​ລັບ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ເຂົາ​ເຈົ້າ​ດຳ​ລົງ​ຊີ​ວິດ​ໃນ​ເຮືອນ​ຢູ່​ຊົ່ວ​ຄາວ ສະ​ນັ້ນ​ຄວາມ​ສ່ຽງ​ຖືກ​ຜົນ​ສະ​ທ້ອນ​ໃຫຍ່​ຈາກ​ການ​ເສາະ​ເຈືອນຂອງ​ຝັ່ງແມ່​ນ້ຳ, ໄພ​ນ້ຳ​ຖ້ວມ, ຝົນ​ຕົກ​ແຮງ, ພາ​ຍຸ, ອາ​ກາດ​ຮ້ອນ​ເອົ້າ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ຄອບ​ຄົວ​ອົບ​ພະ​ຍົບ, ແຫລ່ງ​ນ້ຳ​ຖືກ​ມົນ​ລະ​ພິດ, ບໍ່​ຮັບ​ປະ​ກັນ​ໃຫ້​ເງື່ອນ​ໄຂ​ດຳ​ລົງ​ຊີ​ວິດ​, ພິ​ເສດ​ເມື່ອ​ໄພ​ທຳ​ມະ​ຊາດ​ເກີດ​ຂຶ້ນ ແລະ ອາ​ກາດ​ຮ້າຍ​ແຮງ, ພື້ນ​ຖານ​ໂຄງ​ລ່າງ​ສະ​ຫງວນ​ໃຫ້​ບັນ​ດາ​ເປົ້າ​ໝາຍ​ດັ່ງ​ກ່າວ ໄດ້​ກໍ່​ຄວາມ​ຫຍຸ້ງ​ຍາກ​ຕໍ່​ການ​ໄປ​ມາ​ ແລະ ການ​ຫນູນ​ຊ່ວຍ​ເຂົາ​ເຈົ້າ.

        ໂດຍ​ແມ່ນ​ປະ​ເທດ​ພວມ​ພັດ​ທະ​ນາ ສະ​ນັ້ນ ບັນ​ດາ​ການ​ກະ​ທົບ​ນີ້​ສຳ​ລັບ​ຫວຽດ​ນາມ ແມ່ນ​ໃຫຍ່​ຫລວງ​ທີ່​ສຸດ. ຕໍ່​ຫນ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ດັ່ງ​ກ່າວ, ຫວຽດ​ນາມ ໄດ້​ຜັນ​ຂະ​ຫຍາຍ​ຫລາຍ​ມາດ​ຕະ​ການ​ຢ່າງ​ຂ້ຽວ​ຂາດ ເພື່ອ​ຮັບ​ມື​ກັບ​ຜົນ​ຮ້າຍ​ໂດຍ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດກໍ່​ຂຶ້ນ.

        ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ

        ຄຽງ​ຄູ່​ກັບ​ການ​ສຸມ​ແຫລ່ງ​ກຳ​ລັງ, ການ​ກະ​ທຳ​ຢ່າງ​ແທດ​ຈິງ​ຜ່ານ​ລະ​ບົບ​ນະ​ໂຍ​ບາຍ​ຂອງ​ລັດ, ການລະ​ດົມຈາກ​ພາກ​ເອ​ກະ​ຊົນ, ບຸ​ລິ​ມະ​ສິດ​ບັນ​ດາ​ເປົ້າ​ໝາຍ​ເຄີຍ​ຖືກ​ສ່ຽງ​ໄພ​ສູງກວ່າ​ເພີ່ນ, ຫວຽດ​ນາມ ໄດ້​ຕັ​້ງ​ຫນ້າ​ຊຸກ​ຍູ້​ການ​ຮ່ວມ​ມື​ສາ​ກົນ​ໃນ​ຂົງ​ເຂດນີ້, ຜັນ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ທີ່​ກ່ຽວ​ຂ້ອງ. ຢູ່ນອກກອງ​ປະ​ຊຸມ​ສາ​ມັນ​ຄັ້ງ​ທີ 32 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ, ຫວຽດ​ນາມ ຢັ້ງ​ຢືນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ໃນ​ກຸ່ມ​ຫລັກ​ແຫລ່ງ​ຊຸກ​ຍູ້​ການ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ການ​ກະ​ທົບ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຕໍ່​ສິດ​ທິ​ມະ​ນຸດ ທີ່ກອງ​ປະ​ຊຸມ​ສະ​ພາ​ສິດ​ທິ​ມະ​ນຸດ, ກ່ອນ​ອື່ນ​ໝົດ ແມ່ນ​ແນະ​ນຳ​ຮ່າງ​ມະ​ຕິ​ກ່ຽວ​ກັບ​ການ​ກະ​ທົບ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຮອດ​ການ​ຊົມ​ໃຊ້​ບັນ​ດາ​ສິດ​ຂອງ​ເດັກ​ນ້ອຍ, ທາບ​ທາມ​ຄຳ​ເຫັນ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ກ່ອນ​ທີ່​ຍື່ນ​ສະ​ເຫນີ​ຕໍ່ ກອງ​ປະ​ຊຸມ​ຄັ້ງ​ທີ 32 ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຮັບ​ຮອງ​ເອົາ. ຫວຽດ​ນາມ ເນັ້ນ​ຫນັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ຊຸກ​ຍູ້​ບັນ​ດາ​ສິດ​ເສດ​ຖະ​ກິດ, ສັງ​ຄົມ ແລະ ວັດ​ທະ​ນະ​ທຳ​ສຳ​ລັບ​ວິ​ວັດ​ການ​ລົບ​ລ້າງ​ຄວາ​ມ​ອຶດ​ຫິວ ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ, ຮຽກ​ຮ້ອງ​ປະ​ຊາ​ຄົມ​ສາ​ກົນ ມີ​ການ​ກະ​ທຳ​ຢ່າງ​ແທດ​ຈິງກວ່າ ເພື່ອ​ແນ​ໃສ່​ຮັບ​ປະ​ກັນ ຜູ້​ທຸກ​ຍາກ​ໄດ້​ຊົມ​ໃຊ້​ບັນ​ດາ​ຜົນ​ງານ​ແຫ່ງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ. ພ້ອມ​ກັນ​ນັ້ນ ຫວຽດ​ນາມ ກໍ​ຢັ້ງ​ຢືນ ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ສຳ​ເລັດ​ບັນ​ດາ​​ເປົ້​າໝາຍ​ພັດ​ທະ​ນາ​ສະ​ຫັດ​ສະ​ວັດ ທີ່​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້ ແລະ ມ​່​ຸງ​ໄປ​ເຖິງການ​ປະ​ຕິ​ບັດ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ພ້ອມ​ແລ້ວ​ຮ່ວມ​ມື ແລະ ຫນູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ບັນ​ຫາ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທ​ຸກ​ຍາກ.

        ຜົນ​ສະ​ທ້ອນ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ອາດ​ຈະ​ເຮັດ​ໃຫ້​ບັນ​ດາ​ຜົນ​ງານ​ພັດ​ທະ​ນາ​ຂອງ​ຫວຽດ​ນາມ​ໃນ​ໄລ​ຍະ​ຜ່ານ​ມາ​​ຫລຸດ​ລົງ, ເປັນ​ຕົ້ນ​ແມ່ນ​ນາບ​ຂູ່​ເຖິງ​ສິດ​ພື້ນ​ຖານ​ຂອງ​ມະ​ນຸດ. ສະ​ນັ້ນ ລັດ​ຖະ​ບານ ຫວຽດ​ນາມ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ໄພ​ທຳ​ມະ​ຊາດ​ຜ່ານ​ການ​ຫລຸດ​ຜ່ອນ​ຄວ​າມ​ສ່ຽງ, ຍູ້​ແຮງວຽກ​ງານ​ກະ​ກຽມ ແລະ ສ້າງ​ແຜນ​ການ​ທີ່​ແຕກ​ຕ່າງ​ກັນ​ກ່ຽວ​ກັບ​ການ​ກະ​ທົບ​ຈາກ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຄຽງ​ຄູ່​ກັບ​ຄວາມ​ເອົາ​ໃຈ​ໃສ່​ປະ​ສານ​ສົມ​ທົບ​ບັນ​ດາ​ມາດ​ຕະ​ການ​ຮັກ​ສາ​ສຸ​ຂະ​ພາບ​ຂອງວົງ​ຄະ​ນາ​ຍາດ, ຄ້ຳ​ປະ​ກັນ​ສະ​ບຽງ​ອາ​ຫານ, ເຮືອນ​ຢູ່, ການ​ສຶກ​ສາ​ໃນ​ບັນ​ດາ​ໂຄງ​ການ ແລະ ນະ​ໂຍ​ບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ຫວຽດ​ນາມ ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ກຸ່ມ​ຄົນ​ເຄີຍ​ຖືກ​ສ່ຽງ​ໄພ​ສູງກວ່າ​ເພີ່ນ​ຄື: ແມ່​ຍິງ, ເດັກ​ນ້ອຍ, ຜູ້​ເຖົ້າ​ຜູ້​ແກ່, ຄົນ​ພິ​ການ.

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ