ເກຼັກຢືນຢູ່ຕໍ່ໜ້າໄພລົ້ມລະລາຍ

ວິ​ກິດ​ການ​ໜີ້​ສິນ​ຂອງ ເກຼັກພວມ​ກ້າວ​ໄປ​ເຖິງ​ໄລ​ຍະ​ສຸດ​ທ້າຍ ຂະ​ນະ​ທີ່​ອຳ​ນາດ​ການ​ປົກ​ຄອງ​ສູນ​ກາງ ຍັງເຫຼືອ​ເງິນບໍ່​ເທົ່າ​ໃດ​ເພື່ອ​ຊຳ​ລະ​ບັນ​ດາ​ບ້ວງ​ເງິນ​ໃຊ້​ຈາຍ​ໂດຍ​ດ່ວນ. ໃນ​ຈຸ​ດເວ​ລານີ້, ຄວາ​ມມາ​ນະ​ພະ​ຍາ​ຍາມ​ເຈ​ລະ​ຈາ​ລະ​ຫວ່າງ ເກຼັກ​ກັບ​ກຸ່ມ 3 ຝ່າຍ ຊຶ່ງ​ເປັນ​ເຈົ້າ​ໜີ້ ລວມ​ມີ: EU, ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ECB ແລະ​ກອງ​ທຶນ​ສາ​ກົນ IMF ເພື່ອ​ຮັບ​ບ້ວງ​ເງິນ​ຊ່ວຍ​ກູ້ນັ້ນ, ພັດ​ຖືກ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ. ການ​ຄົງ​ຕົວ​ຂອງ ເກຼັກ ໃນ​ພາກ​ພື້ນໃຊ້ສະ​ກຸນ​ເງິນ​ເອີ​ໂຣ​ລວມ ແມ່ນ​ພວມ​ຢູ່​ໃນ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກກວ່າ​ເວ​ລາ​ໃດ​ໝົດ.

    ໃນ​ການ​ຜັນ​ແປ​ທີ່ຫຼ້າ​ສຸດ, ທະ​ນາ​ຄານ​ສູນ​ກາງ​ເອີ​ລົບ ECB ໄດ້​ປະ​ກາດ​ໃນ​ວັນ​ທີ 22/4 ວ່າ :  ECB ພຽງ​ສືບ​ຕໍ່​ສະ​ໜອງເງິນໃຫ້​ບັນ​ດາ​ທະ​ນາ​ຄານ​ຂອງ ເກຼັກ, ຕາບ​ໃດ​ທີ່​ບັນ​ດາ​ລະ​ບອບ​ການ​ເງິນນີ້ ຍັງ​ສາ​ມາດ​ຊຳ​ລະ​ໜີ້​ສິນ ແລະ ຍັງມີຊັບ​ສົມ​ບັດຄ້ຳ​ປະ​ກັນ​ທີ່​ມີ​ມຸນ​ຄ່າ. ກ່ອນ​ໜ້ານັ້ນ, ຜູ້​ອຳ​ນວຍ​ການ​ໃຫຍ່ ກອງ​ທຶນ​ສາ​ກົນ IMF Christine Lagarrde ຖະ​ແຫຼງວ່າ ຈະ​ບໍ່​ອະ​ນຸ​ຍາດ​ໃຫ້ ເກຼັກ ເລື່ອນ​ເວ​ລາ​ຊຳ​ລະ​ບ້ວງ​ໜີ້ 2,5 ຕື້ ເອີ​ໂຣ ຮອດ​ເດືອນ 5 ໜ້ານີ້. ເຫດ​ຜົນ​ກໍແມ່ນວ່າ ບັນ​ດາ​ເຈົ້າ​ໜີ້ຍັງ​ບໍ່​ທັນ​ເຫັນ​ດີ​ສືບ​ຕໍ່​ຊ່ວຍ​ກູ້​ດ້ານ​ການ​ເງິນ​ໃຫ້ ເກຼັກ​ເພາະ​ລັດ​ຖະ​ບານ​ປະ​ເທດນີ້ ຍັງ​ບໍ່​ທັນ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ແລະ ເງື່ອນ​ໄຂທີ່​ໄດ້​ວາງ​ອອກ​ຄື​ປະ​ຕິ​ຮູບ​ການ​ບໍ​ລິ​ຫານ ແລະ ສັງ​ຄົມ, ຍູ້​ແຮງ​ການ​ຫັນ​ເປັນ​ເອ​ກະ​ຊົນ ແລະ ປະ​ຕິ​ບັດ​ການ​ປະ​ຢັດ​ໃນ​ການ​ໃຊ້​ຈາຍ​ດ້ວຍ​ເງິນງົບປະ​ມານ. ທັງ​ນີ້​ກໍ​ເປັນ​ສິ່ງ​ທ້າ​ທາຍຕໍ່​ອຳ​ນາດ​ການ​ປົກ​ຄອງ ເກຼັກ ແລະ ພາ​ໃຫ້ ເກຼັກພວມຢືນ​ຢູ່​ຕໍ່​ໜ້າ​ໄພ​ລົ້ມ​ລະ​ລາຍ.

ເກຼັກຢືນຢູ່ຕໍ່ໜ້າໄພລົ້ມລະລາຍ - ảnh 1
​ເກຼັກ​ຍັງ​ຄົງ​ປາ​ຖະ​ໜາ​ບັນ​ລຸ​ຂໍ້​ຕົກ​ລົງ​ກັບ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ເພື່ອ​ຮັບ​ການ​ປ່ອຍ​ບ້ວງ​ເງິນ 7,2 ຕື້ ເອີ​ໂຣ

    ພື້ນ​ຖານ​ເສດ​ຖະ​ກິດ​ພວມ​ຕົກ​ຢູ່​ໃນ​ສະ​ພາບບໍ່​ມີ​ທາງ​ອອກ

  ໃນ​ຈຸດ​ເວ​ລານີ້, ຄວາມ​ເຄັ່ງ​ຕຶງ​ພວມ​ປົກ​ຄຸມ​ໄປ​ທົ່ວ ເກຼັກ , ພາຍຫຼັງ​ທີ່​ລັດ​ຖະ​ບານ​ຂອງ​ປະ​ເທດນີ້ເກນ​ໃຊ້​ຊົ່ວ​ຄາວ​ ສຳ​ລັບ​ແຫຼ່ງ​ເງິນ​ສະ​ສົມ​ຂອງ​ບັນ​ດາ​ສຳ​ນັກ​ງານ​ອຳ​ນາດ​ການ​ປົກ​ຄອງ, ອົງ​ການ​ແຫ່ງ​ລັດ, ຈາກ​ໂຮງ​ໝໍ, ມະ​ຫາ​ວິ​ທະ​ຍາ​ໄລ​ຕະຫຼອດ​ຮອດກອງ​ທຶນ​ຕ່າງໆ​ເພື່ອ​ຊ່ວຍ​ລັດ​ຊຳ​ລະ​ໜີ້​ສິນ. ຈຳ​ນວນ​ເງິນ​ທີ່​ຕ້ອງ​ຊຳ​ລະ​ຂອງ ເກຼັກ​ໄດ້​ຂຶ້ນ​ເຖິງ 3 ຕື້ ເອີ​ໂຣ. ໃນ​ຕະຫຼອດ​ໄລ​ຍະເກີດ ວິ​ກິດ​ການ​ໜີ້​ສິນ ເປັນ​ເວ​ລາ 6 ປີ​ທີ່​ຜ່ານມ​າ, ເກຼັກ ຍັງ​ບໍ່​ທັນ​ນຳ​ໃຊ້​ມາດ​ຕະ​ການ​ໂດຍ​ບັງ​ຄັບ​ເຊັ່ນ​ນັ້ນ, ຊຶ່ງ​ສະ​ແດງ​ໃຫ້​ເຫັນ​ສະ​ພາບບໍ່​ທາງ​ອອກ​ຂອງ​ລັດ​ຖະ​ບານ ເກຼັກ ຂະ​ນະ​ທີ່​ເງິນ​ທຶນຍັງເຫຼືອບໍ່​ເທົ່າ​ໃດ ແລະ ຕໍ່​ໜ້າ​ກຳ​ລັງ​ດັນ​ຈາກ​ເຈົ້າ​ໜີ້ນັບມື້​ນັບ​ເພີ່ມ​ຂຶ້ນ.

    ບັນ​ດາ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຢູ່ ເກຼັກ​ໄດ້​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ຂໍ້​ຕົກ​ລົງ​ນີ້ ແລະ ຖື​ວ່າ ເລື່ອງ​ລັດ​ຄຸ້ມ​ຄອງ​ແຫຼ່ງ​ເງິນ​ຂອງ​ບັນ​ດາ​ທ້ອງ​ຖິ່ນ ແມ່ນບໍ່​ຍຸດ​ຕິ​ທຳ ແລະ ບໍ່​ອາດ​ຮັບ​ຮູ້​ໄດ້ ແລະ ສິ່ງນີ້​ອາດ​ຈະ​ເຮັດ​ໃຫ້​ບັນ​ດາ​ອົງ​ການ​ສ​ຳ​ນັກ​ງານ​ທ້ອງ​ຖິ່ນ​ຕ້ອງ​ຢຸດ​ການ​ເຄື່ອນ​ໄຫວ. ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໂດຍບໍ່​ຫົວ​ຊາ​ຕໍ່​ບັນ​ດາ​ຄຳ​ເຫັນ​ຄັດ​ຄ້ານ, ລັດ​ຖະ​ບານ ເກຼັກ ຍັງ​ຄົງ​ປະ​ຕິ​ບັດຂໍ້​ຕົກ​ລົງ​ນີ້ ຂະ​ນະ​ທີ່​ຖື​ວ່າ ໃນ​ຕົວ​ຈິງ, ນີ້​ແມ່ນ​ຮູບ​ການ​ກູ້​ຢືນ​ທຶນ​ໄລ​ຍະ​ສັ້ນ​ຂອງ​ລັດ ແລະ ແຫຼ່ງ​ທຶນຕ່າງໆ​ຈະ​ຖືກມອບ​ສົ່ງຄືນ​ໃຫ້​ທ້ອງ​ຖິ່ນ​ຕາມ​ຄວາມ​ຕ້ອງ​ການ​ໂດຍ​ຈຳ​ເປັນ​ໃນ​ຮອບ​ເວ​ລາ 15-20 ວັນ.

   ແຕ່, ຈະ​ເອົາ​ແຫຼ່ງ​ເງິນ​ມາ​ຈາກ​ໃສ ເພື່ອ​ຊຳ​ລະ​ບັນ​ດາ​ບ້ວງເງິນ​ລະ​ດົມ​ນັ້ນ ? ລັດ​ຖະ​ບານ ເກຼັກ ຍັງ​ບໍ່​ທັນ​ໃຫ້​ຄຳ​ຕອບ​ເທື່ອ.

    ແຜນ​ການ​ໃດ​ເພື່ອ​ໃຫ້ ເກຼັກ ສືບ​ຕໍ່​ປະ​ຕິ​ບັດ ?

   ວັນ​ທີ 24/4 ຊຶ່ງ​ແມ່ນ​ກຳ​ນົ​ດ​ເວ​ລາ​ສຸດ​ທ້າຍ​ທີ່​ບັນ​ດາ​ລັດ​ຖະ​ມົນ​ຕີການ​ເງິນ​ເອີ​ລົບ ໂຮມ​ປະ​ຊຸມ​ຢູ່​ລາດ​ເວັຍ ເພື່ອ​ຍົກ​ອອກ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ຊ່ວຍ​ກູ້ ເກຼັກ, ແຕ່​ຮອດ​ຈຸດ​ເວ​ລານີ້, ເກຼັກ ຍັງ​ຄົງ​ບໍ່​ທັນ​ມີ​ໂຄງ​ການ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ບັນ​ດາ​ເຈົ້າ​ໜີ້​ສາ​ກົນ​ເພື່ອ​ຮັບ​ການ​ປ່ອຍ​ບ້ວງ​ເງິນ 7,2 ຕື້ ເອີ​ໂຣ​ທີ່​ຍັງ​ເຫຼືອໃນ​ບ້ວງ​ເງິນ​ຊ່ວຍ​ກູ້​ລວມ​ມຸ່ນ​ຄ່າ 240 ຕື້ ເອີ​ໂຣ ຊຶ່ງ EU ແລະ ກອງ​ທຶນ​ສາ​ກົນ IMF ໄດ້​ເຫັນ​ດີສະ​ຫງວ​ນ​ໃຫ້​ແກ່ ເກຼັກ ນັບ​ແຕ່​ປີ 2010.

    ປະ​ຈຸ​ບັນ, ຍ​ັງ​ບໍ່​ທັນ​ຮູ້​ແຈ້ງວ່າ ເກຼັກ ຈະ​ຖືກ​ບັງ​ຄັບ​ຕ້ອງ​ຖອນ​ອອກ​ຈາກ EU ຖ້າ​ຫາກ​ປະ​ເທດນີ້​ຖອນ​ອອກ​ຈາກ​ພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ຫຼືບໍ່ ?. ບັນ​ດາ​ມາ​ຕະ​ຖານ​ຂອງ EU ​ອະ​ນຸ​ຍາດ​ໃຫ້​ບັນ​ດາ​ປະ​ເທດ​ຖອນ​ອອກ​ຈາກ​ສະ​ຫະ​ພາບ, ແຕ່​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ປະ​ເທດບໍ່​ເຂົ້າ​ຮ່ວມ​ການ ນຳ​ໃຊ້​ສະ​ກຸນ​ເງິນ​ເອີ​ໂຣ​ລວມ ພັດ​ບໍ່​ຈະ​ແຈ້ງ. ຖ​້າ​ຫາກ ເກຼັກ​ຕ້ອງ​ຖອນ​ອອກ​ຈາກ EU ນັ້ນ, ປະ​ເທດນີ້​ຈະ​ຕ້ອງ​ຕີ​ລາ​ຄາ​ຄືນ​ເລື່ອງ​​ສຳ​ພັນທະ​ມິດ​ດ້ານ​ເສດ​ຖະ​ກິດ, ການ​ເມືອງ ແລະ ການ​ທະ​ຫານ​ຂອງ​ຕົນ. ເຖິ​ງແມ່ນ​ວ່າ ແຜນ​ການນີ້​ຍາກ​ທີ່​ຈະ​ປະ​ກົດ​ຜົນ​ເປັນ​ຈິງ, ແຕ່​ປະ​ຈຸ​ບັນ, ເກຼັກ ກະ​ກຽມ​ໃຫ້​ແກ່​ກໍ​ລະ​ນີ​ທີ່​ຊົ່ວ​ຮ້າຍ​ທີ່​ສຸດ​ຊຶ່ງ​ອາດ​ຈະ​ເກີດ​ຂຶ້​ນ.

ຕອບກັບ

ຂ່າວ/ບົດ​ອື່ນ