ເຂົ້າຮ່ວມ APEC 23: ຫວຽດນາມຍົກລະດັບການພົວພັນຫຼາຍຝ່າຍ


(vovworld) - ວັນ​ທີ 17/11, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ​ ​ໄດ້​​ເດີນທາງໄປ​ ມາ​ນີລາ, ຟີ​ລິບ​ປິນ, ​ເຂົ້າຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ໃນ​ສັບປະດາ​ຂັ້ນ​ສູງ ​ເວທີ​ປາ​ໄສ​ຮ່ວມ​ມື​ເສດຖະກິດ​ ອາຊີ - ປາຊີ​ຟິກຄັ້ງ​ທີ 23 (APEC 23). ​ເຂົ້າ​ຮ່ວມ APEC 23 ​ແມ່ນ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດບຸລິ​ມາ​ສິດ​ຂອງ​ ຫວຽດນາມໃນ​ປີ 2015, ທັງ​ຖອດ​ຖອນ​ບົດຮຽນ​ກະກຽມ​ໃຫ້​ປີ APEC 2017 ​ເຊິ່ງ ຫວຽດນາມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ, ທັງ​ປະກອບສ່ວນ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ ທີ່​ມີ​ຜົນ​ສະທ້ອນ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ​ຢູ່​ອາຊີ - ປາຊີ​ຟິກ.

ເຂົ້າຮ່ວມ APEC 23: ຫວຽດນາມຍົກລະດັບການພົວພັນຫຼາຍຝ່າຍ - ảnh 1

ປະທານປະເທດເຈືອງເຕິ໋ນຊາງ ແລະ ພັນລະຍາ

        ດ້ວຍ​ຫົວ​ຂໍ້ “ພັດທະນາ​ເສດຖະກິດ​ຢ່າງ​ສະໝຳ່ສະ​ເໜີ, ກໍ່​ສ້າງ​ໂລກ​ໜຶ່ງ​ທີ່​ຈົບງາມ​ກວ່າ“, APEC 23 ​ສຸມ​ໃສ່ 4 ບຸລິ​ມະ​ສິດ​ຕົ້ນຕໍ, ​ເຊິ່ງລວມມີ: ຍູ້​ແຮງ​ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ໃນ​ພາກ​ພື້ນ, ​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ​ແລະ ນ້ອຍ​ທີ່​ສຸດ, ລົງທຶນ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ກໍ່ສ້າງ​ປະຊາ​ຄົມ​ໃຫ້​ໝັ້ນຄົງ​ຖາວອນ ​ແລະ ສ້າງ​ຄວາມ​​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ. ກ່ຽວ​ກັບ​ຫົວ​ຂໍ້​ຂອງ APEC 23, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ, ຖື​ວ່າ:

        “ປະ​ເທດ​ເຈົ້າພາບ ຟິລິບ​ປີນໄດ້​ເລືອກ​ເຟັ້ນຫົວ​ຂໍ້​ທີ່​ເໝາະ​ສົມ​ກັບ​ປີ APEC 23, ນັ້ນ​ແມ່ນ​ພັດທະນາ​ຢ່າງ​ສະໝຳ່ສະ​ເໝີ ​ແລະກໍ່ສ້າງ​ໂລກ​ໜຶ່ງ​​ໃຫ້ທີ່​ຈົບ​ງາມ​ກວ່າ. ພ້ອມ​ທັງ​ເລືອກ​ເຟັ້ນ 4 ບຸລິມະ​ສິດ. ​ໄລຍະ​ຜ່ານ​ມາ APEC ​ໄດ້​ນຳ​ໜ້າ​ໃນ​ການ​ຊຸກຍູ້​ການ​ຫັນ​ການ​ຄ້າ ​ແລະການ​ລົງທຶນ​ເປັນ​ເສລີ, ກໍ່​ຄື​ການ​ຮ່ວມ​ສຳພັນ​ໃນ​ພາກ​ພື້ນ. ດ້ວຍ​ຫົວ​ຂໍ້​ບຸລິມະສິດ, ພ້ອມ​ກັບຄວາມ​ເອົາ​ໃຈ​ໃສ່​ລວມທີ່​ເໝາະ​ສົມ​ກັບ​ປະຊາ​ຄົມ​ສາກົນ​ຄື​​ແນວ​ນັ້ນ, ຫວັງ​ວ່າ APEC 2015 ຈະ​ຍົກ​ສູງ​ບົດບາດ​ຂອງ APEC ກວ່າ​ອີກ, ໜູນ​ຊ່ວຍ​​ໃຫ້ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກບັນລຸ​ໄດ້​ຄາດໝາຍ​ທີ່​ໄດ້​ວາງ​ອອກ“.

        ດ້ວຍ​ບັນດາ​ບຸລິ​ມາ​ສິດ​ເຫຼົ່າ​ນັ້ນ, ຫວັງ​ວ່າ APEC 23 ຈະ​ສ້າງ​ເປັນ​ກຳລັງ​ໜູນ​ໃໝ່​​ໃຫ້ການ​ເຕີບ​ໂຕ​ໃນ​ພາກ​ພື້ນ, ປະກອບສ່ວນ​ກໍ່ສ້າງ​ປະຊາ​ຄົມ​​ໃຫ້​ໝັ້ນຄົງ ​ແລະ ສ້າງ​ຄວາມ​​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

        ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື APEC

        ​ໃນ 17 ປີ​ທີ່​ເຂົ້າ​ເປັນ​ສະມາຊິກ APEC, ຍາມ​ໃດ ​ຫວຽດນາມ​ກໍ່​ແມ່ນ​ສະມາຊິກ​​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ​ເວທີ​ປາ​ໄສ​ຮ່ວມ​ມື​ນີ້. ພົ້ນ​ເດັ່ນ​ແມ່ນ​ເລື່ອງ ຫວຽດນາມ​ຮັບ​ບົດບາດ​ເປັນ​ປະທານ APEC ປີ 2006 ສຳ​ເລັດ​ຜົນ, ດ້ວຍ​ເລື່ອງ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ຂັ້ນ​ສູງ APEC 14, ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ - ​ເສດຖະກິດ APEC 18 ພ້ອມ​ກັບ 100 ກວ່າ​ເຫດການ​ອື່ນ​ອີກ. ຍົກ​ອອກແງ່​ຫວັງ​​ໄລຍະ​ຍາວ​ໃຫ້​​ພາກ​ພື້ນ. ​ລາຍການ​ດຳ​ເນີນ​ງານ ​ຮ່າ​ໂນ້ຍກ່ຽວ​ກັບ​ການ​ປະຕິບັດ​ບັນດາ​ຄາດໝາຍ Bogor (ສ້າງ​ຕັ້ງ​ເຂດ​ການ​ຄ້າ​ເສລີ ​ແລະ ການ​ລົງທຶນ​ຢູ່​ອາຊີ - ປາຊີ​ຟິກ​ເຖິງ​ປີ 2020) ​ແລະ ບັນດາ​ມາດ​ຕະການ​ປະຕິ​ຮູບ​ສັງ​ລວມ, ໄດ້​ສ້າງ​ເປັນ​ກຳລັງ​ໜູນ​ໃໝ່​ໃຫ້​ແກ່​ການ​ຮ່ວມ​ມື APEC. ນັບ​ແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ, ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ສະມາຊິກ​ທີ່​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ ​ແລະ ​ເຂົ້າ​ຮ່ວມ​ຂໍ້​ລິ​ເລີ່​ມ​ໃໝ່​ຫຼາຍ​ຢ່າງ, ດ້ວຍ 90 ຂໍ້​ລິ​ເລີ່​ມ​ໃນ​ເກືອບ​ທຸກ​ຂົງ​ເຂດ. ພິ​ເສດ, ​ເດືອນ 9/2014, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ລັດຖະມົນຕີ APEC ຄັ້ງ​ທີ 6 ກ່ຽວ​ກັບ​ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ ດ້ວຍ​ຂໍ້​ລິ​ເລີ່​ມກ່ຽວ​ກັບ​ການ​ເຊື່ອມ​ຕໍ່​ມະນຸດ​ນຳ​ກັນ​ສຳ​ເລັດ​ຜົນ. ຫວຽດນາມ ກໍ່​ຮັບ​ຫຼາຍໜ້າ​ທີ່​ສຳຄັນ​ໃນ APEC ອີກ.

        ​ເຂົ້າ​ຮ່ວມ APEC ​ໄດ້​ເປັນ​ຂີດ​ໝາຍ​ແຫ່ງ​ບາດກ້າວ​ຜັນ​ຂະຫຍາຍ​ສຳຄັນ​ໃນ​ນະ​ໂຍບາຍ​ເຊື່ອມ​ໂມງການ​ພົວພັນ​ຕ່າງປະ​ເທດ​ຂອງ​ ຫວຽດນາມ. ​ໃນ​ໄລຍະ​ຍຸດ​ທະ​ສາດ​ໃໝ່, APEC ສືບ​ຕໍ່​ເປັນ​ກົນ​ໄກ​ຮ່ວມ​ມື​ພາກ​ພື້ນ​ສຳຄັນ​ສຳລັບ ຫວຽດນາມ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ຢ່າງຮອບດ້ານ​ກັບ​ສາກົນ. ຍ້ອນ APEC ​ເຕົ້າ​ໂຮມ​ບັນດາ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ແຖວ​ໜ້າ​ເກືອບ​ທັງ​ໝົດ​ຂອງ​ຫວຽດນາມ.

        ບາດກ້າວ​ໃໝ່​ໃນ​ວິວັດ​ແຫ່ງ​ການ​ຮ່ວມ​ມື APEC

        ​ເລື່ອງ ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ APEC 2015 ຄັ້ງ​ນີ້ ມີ​ຄວາມ​ໝາຍ​ສຳຄັນ​ພິ​ເສດ. ​ໃນ​ສະພາບ​ການ​ທີ່​ ຫວຽດນາມຈະ​ເປັນ​ປະ​ເທດ​ເຈົ້າພາບ​ຈັດ​ຕັ້ງ APEC 24 ​ໃນ​ປີ 2017, ​ເຂົ້າ​ຮ່ວມ APEC 23 ​ແມ່ນ​ຈຸດ​ສຸມ​ໃນ​ການ​ພົວພັນ​ຕ່າງປະ​ເທດ​ຂອງ​ຫວຽນາມ​ ປີ​ນີ້, ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ແຜນ​ນະ​ໂຍບາຍ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງຂວາງ ​ແລະ ຮອບດ້ານກັບ​ສາກົນ, ກໍ່​ຄື​ຍົກ​ລະດັບ​ການ​ພົວພັນ​ສາກົນ​ຫຼາຍ​ຝ່າຍ, ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ອາຊີ - ປາຊີ​ຟິກ. ສິ່ງ​ສຳຄັນ​ກວ່າ​ນັ້ນແມ່ນ​​ກະກຽມ​ເປັນ​ເຈົ້າພາບ​ຈັດ​ຕັ້ງ APEC ​ເທື່ອທີ​ສອງ​ໃຫ້​ດີ. ນີ້​ຈະ​ແມ່ນ​ການ​ປະກອບສ່ວນ​ສຳຄັນ​ທີ່​ສຸດ​ຂອງ​ຫວຽດນາມ​ ເຂົ້າ​ໃນ​ກົນ​ໄກ​ຮ່ວມ​ມື​ຫຼາຍ​ຝ່າຍ​ທີ່​ສຳຄັນ​ຢູ່​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໃນ​ສະພາບ​ການ​ໃໝ່. ຫວຽດນາມ ​ໄດ້​ມີ​ການ​ກະກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ​ສຳຄັນ​ນີ້​ແລ້ວ. ນັບ​​ແຕ່ຕົ້ນ​ປີ, ຫວຽດນາມ ​ໄດ້​ຕັ້ງໜ້າ​ປະກອບ​ຄວາມ​ເຫັນ, ​ແນວ​ຄວາມ​ຄິດ​ໃຫ້​ບັນດາກອງ​ປະຊຸມ​ APEC. ບັນດາ​ພື້ນຖານ​ເສດຖະກິດ​ສະມາຊິກ​ຮັບ​ຮູ້ ​ແລະ ຕີ​ລາຄາ​ສູງ​ບັນດາ​ຄວາມ​​ເຫັນ, ຂໍ້​ລິ​ເລີ່​ມ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ​ ໃນ​ຂົງ​ເຂດ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ, ພະລັງງານ, ການ​ຮັບປະກັນ​ດ້ານ​ທັນ​ຍາ​ຫານ, ການ​ພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ການ​ໜູນ​ຊ່ວຍ​ບັນດາ​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ​ເຂົ້າ​ຮ່ວມ​ຕະຫຼາດ​ສາກົນ. ນີ້​ຈະ​ແມ່ນ​ພື້ນຖານ​ເພື່ອ​ສືບ​ຕໍ່​ກະກຽມ​ໃຫ້​ແກ່​ປີ APEC 2017. ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ບູ່​ຍ​ແທງ​ເຊີນ ​ເນັ້ນໜັກ​ວ່າ:

        “ພວກ​ເຮົາ​ກຳນົດວ່າ​ນັບ​ແຕ່​ນີ້​ເປັນ​ຕົ້ນ​ໄປ​ຈະ​ນຳ​ເນື້ອ​ໃນ ​ແລະ ບັນດາ​ບຸລິມະສິດ​ຂອງ​ຫວຽດນາມ​ ເຂົ້າພ້ອມ​ກັບ​ທ່າ​ອ່ຽງລວມຂອງ​ກອງ​ປະຊຸມ. ພິ​ເສດ​ແມ່ນ​ປະກອບສ່ວນ​ເຂົ້າ​ຜົນສຳ​ເລັດ​ຂອງ APEC 2015, ຊຸກຍູ້​ການ​ໃຫ້​ບຸລິ​ມະ​ສິດ​ແກ່​ການ​ຮ່ວມ​ມື​ໃນ APEC. ພ້ອມ​ກັນ​ນັ້ນ​ຜ່ານ​ກອງ​ປະຊຸມ​ຄັ້ງ​ນີ້, ພວກ​ເຮົາ​ກໍ່​ຮຳ່ຮຽນ, ​ແບ່ງປັນ​ບົດຮຽນ​ກັບ​ພວກ​​ເພື່ອນ​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ, ພະລາທິການ ​ແລະ ບັນດາ​ວຽກ​ງານ​ອື່ນໆ ​ເພື່ອ​ເຮັດ​ແນວ​ໃດ​ກະກຽມ​ດີ​ທີ່​ສຸດໃຫ້​​ແກ່ກອງ​ປະຊຸມ APEC 2017 ​ເຊິ່ງຈະດຳ​ເນີນ​ຢູຫວຽດນາມ​ ​“.

        ຄຽງ​ຂ້າງ​ການ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນກ່ຽວ​ກັບ​ວຽກ​ງານ​ກະກຽມ ​ແລະຈັດ​ຕັ້ງຈາກ​ປະ​ເທດ​ເຈົ້າພາບ ຟິລິບ​ປີນ ​ແລະ ບັນດາ​ພື້ນຖານ​ເສດຖະກິດ​ທີ່​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ APEC ​ໃນ​ຊຸມ​ປີ​ກ່ອນ​ ແລ້ວ, ການ​ເຂົ້າ​ຮ່ວມ APEC 23 ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ຫວຽດນາມ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ສອງ​ຝ່າຍ​ກັບ​ຟິລິບ​ປີນ ​ເວົ້າ​ສະ​ເພາະ ​ແລະ ບັນດາ​ພື້ນຖານ​ເສດຖະກິດ APEC  ​ເວົ້າ​ລວມ, ​ເຮັດ​ໃຫ້ການ​ຮ່ວມມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ນີ້​ເລິກ​ເຊິ່ງ ​ແລະ ​ແທດ​ຈິງ​ກວ່າ. ການ​ເຂົ້າຮ່ວມ APEC 23 ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແມ່ນ​ບາດກ້າວ​ໃໝ່​ໃນ​ວິວັດ​ແຫ່ງ​ການ​ຮ່ວມ​ມື APEC, ຢືນຢັນ​ບົດບາດ​ຂອງ​ຫວຽດນາມ ​ແມ່​ນະ​ມາ​ຊິກ​ທີ່​ຕັ້ງໜ້າ, ​ເປັນ​ເຈົ້າ​ການ ​ແລະ ມີ​ຄວາມ​ຮັບຜິດຊອບ​ໃນ APEC, ​ເພື່ອ​ຈຸດໝາຍ​ກໍ່ສ້າງ​ພາກ​ພື້ນ​ອາຊີ - ປາຊີ​ຟິກ ​ໃຫ້​ພັດທະນາ​ຢ່າງ​ໝັ້ນຄົງ.

 

ຕອບກັບ

ຂ່າວ/ບົດ​ອື່ນ