ເຂົ້າຮ່ວມ APEC ຢູ່ ເປຣູ: ຫວຽດນາມ ກະກຽມໃຫ້ແກ່ APEC 2017


(vovworld)- ພາ​ຍ​ຫລັງ​ສິ້ນ​ສຸດ​ການ​ຢ້ຽມ​ຢາມ ກູ​ບາ ຢ່າງ​ເປັນ​ທາງ​ການ, ວັນ​ທີ 18/11 ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ໋າຍກວາງ ໄດ້​ເຂົ້າ​ຮ່ວມ​ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ (APEC -24). ດ້ວຍ​ທິດ​ນຳ​ເປັນ​ເຈົ້າ​ການ​ ຕັ້ງ​ຫນ້າ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ, ການ​ເຂົ້າ​ຮ່ວມ APEC -24 ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ຢັ້ງ​ຢືນ​ບົດ​ບາດ​ທີ່​ຕັ້ງ​ຂອງ​ປະ​ເທດ​ເຈົ້າ​ພາບ​ ປີ​ແຫ່ງ​ການຈັດ​ຕັ້ງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊີ​ຟີກ 2017 (APEC 2017), ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດາ​ຄວາມ​ເອົາ​ໃຈ​ໃສ່​ລວມ​ຂອງ​ເວ​ທີ​ປາ​ໄສ.

ເຂົ້າຮ່ວມ APEC ຢູ່ ເປຣູ: ຫວຽດນາມ ກະກຽມໃຫ້ແກ່ APEC 2017 - ảnh 1
(ພາບປະກອບ)

ຄາດ​ໝາຍ​ຂອງ​ສັບ​ປະ​ດາ​ຂັ້ນ​ສູງ​ຄັ້ງ​ທີ 24 ຂອງ APEC ຄັ້ງນີ້ ແມ່ນ​ເພື່ອ​ແນ​ໃສ່​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ກຳ​ນົດ​ທິດ​ຮ່ວມ​ມື​ໂດຍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ເມື່ອ​ປີ 2014- 2015 ກໍ​ຄື​ມຸ່ງ​ໄປ​ເຖິງ​ການ​ເຊັ​ນ​ສັນ​ຍາ​ການ​ຄ້າ​ເສ​ລີ ອາ​ຊີ ປາ​ຊີ​ຟີກ. APEC -24 ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ 4 ບຸ​ລິ​ມະ​ສິດ​ຕົ້ນ​ຕໍ​ໃນ​ປີ 2016 ນັ້ນແມ່ນ​ ການ​ຮ່ວ​ມ​ສຳ​ພັນ​ດ້ານ​ເສດ​ຖະ​ກິດ​ພາກ​ພື້ນ ແລະ ເພີ່ມ​ທະ​ວີ​ຄຸນ​ນະ​ພາບ; ຕະ​ຫລາດ​ສະ​ບຽງ​ອາ​ຫານ​ຂອງ​ພາກ​ພື້ນ, ຫັນ​ວິ​ສາ​ຫະ​ກິດ​ຂະ​ຫນາດນ້ອຍ​ສຸດ, ຂະ​ຫນາດນ້ອຍ ແລະ  ຂະ​ຫນາດ​ກາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ.

ເປັນ​ເຈົ້າ​ການ​ໃນ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ຍົກ​​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ຫລາຍ​ຝ່າຍຂຶ້ນ​ສູ່​ລະ​ດັບ​ສູງ

ເລື່ອງຫວຽດ​ນາມ​ເຂົ້າ​ຮ່ວມ APEC ເມື່ອ​ປີ 1998, ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ການ​ຜັນ​ຂະ​ຫຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ເປີດກວ້າງ, ຫລາຍ​ຮູບ​ຫລາຍ​ແບບ, ຫລາຍ​ຝ່າຍ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຂອງ​ຫວຽດ​ນາມ. ໃນ 18 ປີ​ຜ່ານ​ມາ, ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງຕັ້ງ​ຫນ້າ​ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮ່ວມ​ມື APEC. ພົ້ນ​ເດັ່ນ​ແມ່ນ​ສຳ​ເລັດ​ບົດ​ບາດ​ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ປີ APEC  2006 ດ້ວຍ​ການ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຸດຍອດ APEC 14 ສຳ​ເລັດ​ຜົນ, ວາງ​ອອກ​ແງ່​ຫວັງ​ຍາວ​ນານ​ກ່ຽວ​ກັບ​ການ​ມຸ່ງ​ໄປ​ເຖິງ​ການ​ສ້​າງ​ເຂດ​ການ​ຄ້າ​ເສ​ລີ ອາ​ຊີ ປາ​ຊີ​ຟີກ, ຮັບ​ຮ​ອງ​ເອົາ​ໂຄງ​ການ​ດຳ​ເນີນ​ງານ ຮ່າ​ໂນ້ຍ ກ່ຽວ​ກັບ​ການ​ປະ​ຕິ​ບັດ ເປົ້າ​ໝາຍ  Bogor ແລະ ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ຮູບ​ເພື່ອ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື APEC. ປີ 2014, ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ APEC ຄັ້ງ​ທີ 6 ກ່ຽວ​ກັບ​ການ​ພັດ​ທະ​ນາ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ຢູ່ ຮ່າ​ໂນ້ຍ ສຳ​ເລັດ​ຜົນ.

ໃນ​ຊຸມ​ປີ​ຜ່ານ​ມາ, ຍາມ​ໃດ​ຫວຽດ​ນາມ ກໍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ສະ​ມາ​ຊິກ​ເປັນ​ເຈົ້າ​ການ​​ໃນ​ການສະ​ເຫນີ ແລະ ປະ​ກອບຂໍ້​ລິ​ເລີ່ມ​ໃຫມ່​ຫລາຍ​ຢ່າງ, ສະ​ເຫນີ ແລະ ຜັນ​ຂະ​ຫຍາຍກວ່າ 100 ໂຄງ​ການ​ໃນ​ຫລາຍ​ຂົງ​ເຂດ​ຄື: ການ​ຄ້າ, ການ​ລົງ​ທຶນ, ການ​ຮ່ວມ​ມື​ເສດ​ຖະ​ກິດ -ເຕັກ​ນິກ, ວິ​ສາ​ຫະ​ກິດ​ຂະ​ຫນາດ​ກາງ ແລະ ນ້ອຍ, ຮັບ​ມື​ກັບ​ສະ​ພາ​ວະ​ສຸກ​ເສີນ, ສາ​ທາ​ລະ​ນະ​ສຸກ, ສະບຽງ​ອາ​ຫານ, ຕ້ານກໍ່​ການ​ຮ້າຍ. ຫວຽດ​ນາມ ກໍ​ຮັບ​ຜິດ​ຊອບ​ຫນ້າ​ທີ່​ສຳ​ຄັນ​ໃນ​ກົນ​ໄກ​ຮ່ວມ​ມື​ຂອງ APEC.

ຢັ້ງ​ຢືນ​ບົດ​ບາດ​ທີ່​ຕັ້ງ​ຂອງ​ປະ​ເທດ​ເຈົ້າ​ພາບ APEC 2017

ດ້ວຍ​ທິດ​ນຳ​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ເລື່ອງເຂົ້າ​ຮ່ວມ APEC – 24 ໄດ້ຊ່ວຍ​ໃຫ້​ຫວຽດ​ນາມ ຍົກ​ລະ​ດັບ​ການ​ພົວ​ພັນ​ການ​ຕ່າງ​ປະ​ເທດ​ເປີດກວ້າງ​ ແລະ ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ຢືນ​ຢັນ​ບົດ​ບາດ​ທີ່​ຕັ້ງ​ເປັນ​ເຈົ້າ​ພາບ​ປີ​ແຫ່ງ​ເວ​ທີ​ປາ​ໄສ​ການ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ ປາ​ຊ​ີ​ຟີກ 2017 (APEC 2017). ນີ້​ແມ່ນ​ການ​ເຄື​່ອນ​ໄຫວ​ການ​ຕ່າງ​ປະ​ເທດ​ໃນ​ຂອບ​ຂະ​ຫນາດ​ໃຫ​ຍ່​ສຸດ ແລະ ຂັ້ນ​ສູ​ງ​ສຸດ ຊື່ງ​ຫວຽດ​ນາມ ຈັດ​ຕັ້ງ​ໃນໄລ​ຍະ​ແຕ່​ນີ້​ຮອດ​ປີ 2025, ມີ​ຄວາມ​ໝາຍ​ໃຫຍ່ ສຳ​ລັບ​ຫວຽດ​ນາມ. ໂດຍ​​ຮັບ​ຮູ້ໄດ້​ສິ່ງ​ດັ່ງ​ກ່າວ, ຫວຽດ​ນາມ ມີ​ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ວຽກ​ງານ​ກະ​ກຽມ. ທ່ານ​ນາງ ຫງວຽນ​ຫງວຽດ​ງາ, ເອກ​ອັກ​ຄະ​ລັດ​ຖະ​ທູດ, ຜູ້​ໃຫ້​ຄຳ​ປຶກ​ສາ​ຂັ້ນ​ສູງ ຄະ​ນະ​ເລ​ຂາ APEC 2017 ໃຫ້​ຮູ້​ວ່າ:

        “ໂດຍ​ຮັບ​ຮູ້​ໄດ້​ຄວາມ​ສຳ​ຄັນ​ດັ່ງ​ກ່າວ ສະ​ນັ້ນ ພວກ​ເຮົາ​ໄດ້​ຜັນ​ຂະ​ຫຍາຍ​ວຽກ​ງານ​ກະ​ກຽມ​ໂດຍ​ໄວ, ເລີ່ມ​ປະ​ຕິ​ບັດ​ນັບ​ແຕ່​ປີ 2013, ກອງ​ປະ​ຊຸມ​ຂັ້ນ​ສູງ​ຢູ່ ອິນ​ໂດ​ເນ​ເຊຍ, ຮັບ​ຮອງ​ເອົາ​ເລື່ອງ​ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ຢ່າງ​ເປັນ​ທາງ​ການ. ແຕ່​ທ້າຍ​ປີ 2013- 2014, ພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ກຸ່ມ​ປະຕິບັດວຽກງານ​ລະ​ຫວ່າງ​ຂະ​ແຫນງ ແລະ ແຕ່​ເດືອນ 7/2015 ພວກ​ເຮົາ​ໄດ້​ສ້າງ​ຕັ້ງ​ ຄະ​ນະ​ກຳ​ມະ​ການ​ແຫ່ງ​ຊາດ​ໂດຍ​ກົງ​ຊີ້​ນຳ​ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ປີ APEC 2017. ໃນ​ກວ່າ 1 ປີ​ຜ່ານ​ມາ, ມາ​ຮອດ​ປະ​ຈຸ​ບັນ ພວກ​ເຮົາ​ໄດ້​ກະ​ກຽມ​ທຸກ​ຂົງ​ເຂດ​ວຽກ​ງານ​ຢ່າງ​ລອບຄອບ​ຖີ່​ຖ້ວນ​.”


ໃນ​ຖາ​ນະ​ເປັນ​ປະ​ເທດ​ເຈົ້າ​ພາບ, APEC 2017 ຍັງ​ນຳ​ເອົາກາ​ລະ​ໂອ​ກາດໃຫ້ ຫວຽດ​ນາມ ​ໄດ້​ແນະ​ນຳ​ເຖິງ​ເພື່ອນ​ມິດ​ໃນ​ພາກ​ພື້ນ​ກ່ຽວ​ກັບ​ປະ​ເທດ​ປ່ຽນ​ໃໝ່, ຂະ​ຫຍັນ​ຂັນ​ເຄື່ອນ, ມ​ີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ພັດ​ທະ​ນາຫຼາຍ​ຢ່າງ, ພວມ​ຢູ່ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ຮອບ​ດ້ານ​ດ້ວຍ​ທີ່​ຕັ້​ງໃໝ່. ທ່ານ​ນາງ ຫງວຽນ​ງວຽດ​ງາ ຢັ້ງ​ຢືນ​ວ່າ:

        “ປີ​ໜ້າ, ທັງແມ່ນ​ຄວາມ​ຮັບ​ຜິດ​ຊອບ ​ທັງ​​ແມ່ນກາ​ລະ​ໂອ​ກາດ​ໃຫຍ່​ໃຫ້ແກ່ການ​ເຊື່ອມ​ໂຍງ​ຂອງ ຫວຽດ​ນາມ. ພວກ​ຂ້​າ​ພະ​ເຈົ້າ ຫວັງ​ວ່າ ດ້ວຍ​ວຽກ​ງານ​ກະ​ກຽມ​​​ຢ່າງລອບ​ຄອບ​ຖີ່​ຖ້ວນນັ້ນ APEC 2017 ຈະ​​ເປັນການ​ຊຸກ​ຍູ້​ໃຫ້​ ຫວຽດ​ນາມ ໃນ​ບັນ​ຫາ​ພັດ​ທະ​ນາ, ເພີ່ມ​ການ​ພົວ​ພັນ​ຄູ່​ຮ່ວມ​ມື, ດຶງ​ດູດ​ແຫຼ່ງ​ກຳ​ລັງ​ຕື່ມ​ອີກພ້ອມ​ທັງ​ໂຄ​ສະ​ນາ​ກຳ​ລັງ​​ແຮງຂອງ ຫວຽດ​ນາມ ກ່​ວາ​ອີກ”

        ​ໃນ​ໄລ​ຍະກ່​ວາ 25 ປີ​ຜ່ານ​ມາ, ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟິກ APEC ນັບ​ມື້​ນັບ​ຢັ້ງ​ຢືນ​ໃຫ້​ເຫັນ​ວ່ານີ້​ແມ່ນ​ກົນ​ໄກ​ຮ່ວມ​ມື​ເສດ​ຖະ​ກິດ​ແຖວ​ໜ້າ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ, ນຳ​ພາ​ວິ​ວັດ​ທະ​ນາ​ການ​ຫັນ​ການ​ຄ້າ ແລະ ການ​ລົງ​ທຶນ​ເປັນ​ເສ​ລີ, ຊຸກ​ຍູ້​ທ່າ​ອ່ຽງ​ການ​ຮ່ວມ​ມື, ຮ່ວມ​ສຳ​ພັນ​ຫຼາຍ​ຂັ້ນ​ເພື່ອ​ສັນ​ຕິ​ພາບ ແລະ ການ​ພັດ​ທະ​ນາ. ສຳ​ລັບ ຫວຽດ​ນາມ ແລ້ວ, APEC ເປັນ​ບ່ອນ​ເຕົ້າ​ໂຮມ​ ​ບັນ​ດາ​ຄູ່​ຮ່ວມ​ມື​ຍຸດ​ທ​ະ​ສາດ, ຄູ່​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ​ແຖວ​ໜ້າ​ເກືອບ​ທັງ​ໝົດຂອງ ຫວຽດ​ນາມ. ດັ່ງ​ນັ້ນ, ເລື່ອງ ຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ APEC 2017, ພາຍຫຼັງຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ 2006, ມີ​ຄວາມ​ໝາຍ​ວ່າແມ່ນ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ ຫວຽດ​ນາມ ສຳ​ລັບ ເວ​ທີ​ປາ​ໄສ ໃນ​ສະ​ພາບ​ການ​ໃໝ່, ເພື່ອ​ແນ​ໃສ່​ຊຸກ​ຍູ້​ຄວາມ​ສົນ​ໃຈ​ລວມ​ແມ່ນ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພ​າບ, ການ​ຮ່ວມ​ມື​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ວັດ​ທະ​ນາ​ຖາ​ວອນ.

        ເຂົ້າ​ຮ່ວມ APEC 24 ຢູ່ ເປ​ຣູ ຄັ້ງ​ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ຈະ​ປະ​ກອບ​ສ່ວນ​ຕັ້ງ​ໜ້າ​ເຂົ້າ​ໃນ​ຄວາມ​ສົນ​ໃຈ​ລວມ​ຂອງ​ເວ​ທີ​ປາ​ໄສ, ເຮັດ​ໃຫ້​ການ​ພົວ​ພັນ 2 ຝ່າຍ​ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສຳ​ຄັນ​ມີ​ຄວາມເລິກ​ເຊິ່ງ​ຕື່ມອີກ ແລະ ຊຸກ​ຍູ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດຂອງ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປ​າ​ຊີ​ຟິກ ເພີ່ມ​ທະ​ວີ​ການ​ລົງ​ທຶນ, ດຳ​ເນີນ​ທຸ​ລະ​ກິດ​ຢູ່ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ