ເຄົາລົບກົດໝາຍສາກົນ, ເດັດດ່ຽວ - ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ

(VOVWORLD) - ບັນດາການກະທຳລະເມີດຢ່າງຮ້າຍແຮງຂອງ ຈີນ ຢູ່ທະເລຕາເວັນອອກ ໃນໄລຍະມໍ່ໆມານີ້ ໄດ້ນາບຂູ່ໂດຍກົງຕໍ່ອະທິປະໄຕ, ສິດອຳນາດອະທິປະໄຕ ແລະ ສິດອຳນາດສານຂອງ ຫວຽດນາມ ແລະ ບັນດາປະເທດ, ສົ່ງຜົນສະທ້ອນຕໍ່ຄວາມເສລີໃນການເດີນເຮືອ ແລະ ການບິນ ກໍ່ຄືບັນດາການເຄື່ອນໄຫວເສດຖະກິດຢູ່ເຂດທະເລຕາເວັນອອກ.

 ຕໍ່ໜ້າບັນດາການກະທຳທີ່ແອບອ້າງເປັນປະເທດໃຫຍ່ຂອງ ຈີນ, ຫວຽດນາມ ຍາມໃດກໍ່ມີບັນດາມາດຕະການທີ່ເໝາະສົມກັບທັດສະນະເດັດດ່ຽວ, ຢຶດໝັ້ນ ແລະ ບໍ່ຜ່ອນພັນສຳລັບອະທິປະໄຕເຂດນ້ຳແດນຂອງປະເທດຊາດ.

ເຄົາລົບກົດໝາຍສາກົນ, ເດັດດ່ຽວ - ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ - ảnh 1 ເຄົາລົບກົດໝາຍສາກົນ, ເດັດດ່ຽວ - ຢຶດໝັ້ນປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ

        ນັບແຕ່ກ່ອນມາຮອດປັດຈຸບັນ, ຫວຽດນາມ ຍາມໃດກໍ່ມີທັດສະນະສະເໝີຕົ້ນສະເໝີປາຍໃນການແກ້ໄຂບັນຫາທະເລຕາເວັນອອກໂດຍສັນຕິວິທີ. ບົນເນື້ອໃນຈິດໃຈນັ້ນ, ຫວຽດນາມ ພ້ອມແລ້ວທີ່ຈະແກ້ໄຂການຂັດແຍ້ງກັນກັບບັນດາປະເທດທີ່ກ່ຽວຂ້ອງ ໂດຍຜ່ານການພົບປະເຈລະຈາ ກໍ່ຄືບັນດາມາດຕະການແກ້ໄຂໂດຍສັນຕິວິທີອື່ນ, ໂດຍອີງໃສ່ກົດໝາຍສາກົນ ແລະ ສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

        ຫວຽດນາມ ຍາມໃດກໍ່ເລືອກເອົາທິດກ້າວເດີນທີ່ອີງໃສ່ກຳລັງແຮງຂອງຊາດ ດ້ວຍມູນເຊື້ອຕໍ່ສູ້ປົກປັກຮັກສາອະທິປະໄຕນັບຫລາຍພັນປີ, ພ້ອມທັງສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດທີ່ຕັ້ງຢູ່ແຄມທະເລທີ່ມີການຮຽກສິດອະທິປະໄຕ, ຍົກອອກບັນດາປະຕິກິລິຍາສະເໝີຕົ້ນສະເໝີປາຍ ແລະ ເໝາະສົມ.

ຍົກສູງບັນດາມາດຕະການແກ້ໄຂໂດຍສັນຕິພາບ

       ຫຼັກໝັ້ນສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ແມ່ນຄັດຄ້ານຢ່າງຮຸນແຮງຕໍ່ເລື່ອງສ້າງຕັ້ງອັນທີ່ເອີ້ນວ່າແມ່ນນະຄອນຕາມຊາ ແລະ ບັນດາຫົວໜ່ວຍບໍລິຫານອື່ນໆ ກໍ່ຄືບັນດາການກະທຳກ່ຽວຂ້ອງ ທີ່ໄດ້ລະເມີດອະທິປະໄຕຂອງ ຫວຽດນາມ ຢ່າງຮ້າຍແຮງ, ບໍ່ມີຄຸນຄ່າ ແລະ ບໍ່ໄດ້ຮັບການຮັບຮອງ, ບໍ່ມີຜົນປະໂຫຍດໃຫ້ແກ່ການພົວພັນມິດຕະພາບລະຫວ່າງບັນດາປະເທດ ແລະ ເຮັດໃຫ້ສະພາບການຢູ່ທະເລຕາເວັນອອກ, ພາກພື້ນ ແລະ ໂລກເກີດຄວາມສັບສົນຕື່ມອີກ. ຫວຽດນາມ ຮຽກຮ້ອງໃຫ້ ຈີນ ຈົ່ງເຄົາລົບອະທິປະໄຕຂອງ ຫວຽດນາມ, ຍົກເລີກບັນດາຄວາມຕັດສິນໃຈຜິດພາດທີ່ກ່ຽວຂ້ອງເຖິງບັນດາການກະທຳນັ້ນ ແລະ ໃນອະນາຄົດຈະບໍ່ມີບັນດາການກະທຳທີ່ຄ້າຍຄືກັນຕື່ມອີກ. ທ່ານສາດສະດາຈານ, ປະລິນຍາເອກ ຫງວຽນບ໊າຢ໊ຽນ, ຫົວໜ້າສະຖາບັນຄົ້ນຄວ້າວິທະຍາສາດທະເລ ແລະ ໝູ່ເກາະ, ຖືວ່າ:

        “ຫວຽດນາມ ໄດ້ມີບັນດາການກະທຳເດັດດ່ຽວພໍສົມຄວນຕໍ່ກັບບັນດາການກະທຳຂອງ ຈີນ. ກ່ຽວກັບດ້ານການພົວພັນສາກົນ, ຫວຽດນາມ ໄດ້ຖະແຫຼງກັບບັນດາປະເທດ, ບັນດາອົງການຈັດຕັ້ງສາກົນ ເພື່ອຮັບຮູ້ຢ່າງຈະແຈ້ງຕໍ່ບັນດາກົນອຸບາຍ, ຄວາມທະເຍີທະຍານມັກໃຫຍ່ໄຝ່ສູງທີ່ອັນຕະລາຍ, ຜິດກົດໝາຍຂອງ ຈີນ ຢູ່ທະເລຕາເວັນອອກ. ສະນັ້ນ, ຄວາມຮັບຜິດຊອບໃນການຮັກສາສັນຕິພາບ, ສະຖຽນລະພາບ ກໍ່ຄືຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລຕາເວັນອອກ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງ ຫວຽດນາມ ເທົ່ານັ້ນ ຫາກຍັງແມ່ນຂອງທັງປະຊາຄົມສາກົນອີກດ້ວຍ.

        ທ່ານພົນຈັດຕະວາ ເລວັນເກືອງ - ອະດີດຫົວໜ້າສະຖາບັນຍຸດທະສາດ ແລະ ວິທະຍາສາດ, ສັງກັດກະຊວງຕຳຫລວດ ຫວຽດນາມ ຖືວ່າ: ໃນບັນຫາການຂັດແຍ້ງກັນຢູ່ທະເລຕາເວັນອອກ, ກຳລັງແຮງແຫ່ງຊາດຕົ້ນຕໍ ແມ່ນຄວາມສາມັກຄີຂອງປະຊາຊົນພ້ອມກັບລັດ ຫວຽດນາມ ເພື່ອປົກປັກຮັກສາອະທິປະໄຕ. ສ່ວນກຳລັງແຮງຍຸກສະໄໝຈະໄດ້ຮັບການພັດທະນາ ໂດຍອີງໃສ່ທີ່ຕັ້ງບົດບາດຂອງ ຫວຽດນາມ ຢູ່ເວທີສາກົນ ໂດຍຜ່ານບັນດາຖະແຫຼງການດ້ານການເມືອງ, ການກະທຳເພື່ອຜົນປະໂຫຍດລວມ. ທ່ານ ເລວັນເກືອງ ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຖືວ່າ ປະຕິກິລິຍາຂອງ ຫວຽດນາມ ໃນປັດຈຸບັນ ແມ່ນຖືກຕ້ອງທີ່ສຸດ. ພວກເຮົາມີສິດຖະແຫຼງຢ່າງເປີດເຜີຍໃຫ້ປະຊາຊົນ ຫວຽດນາມ 100 ລ້ານຄົນຢູ່ພາຍໃນ ແລະ ຕ່າງປະເທດກ່ຽວກັບທ່າທີຢ່າງຈະແຈ້ງທີ່ສຸດຂອງພັກ, ລັດ ຫວຽດນາມ ແມ່ນເດັດດ່ຽວປົກປັກຮັກສາອະທິປະໄຕເຂດນ້ຳແດນດິນ. ທ່າທີນັ້ນ ໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ, ເຕົ້າໂຮມໄດ້ຄວາມເປັນຈິດໜຶ່ງໃຈດຽວກັນຂອງປະຊາຊົນ, ເໝາະສົມກັບກົດໝາຍສາກົນ. ພວກເຮົາປຸກລະດົມໄດ້ກຳລັງແຮງຂອງຊາດ ສົມທົບກັບກຳລັງແຮງຍຸກສະໄໝ. ນັ້ນແມ່ນປະຖົມປັດໄຈສຳຄັນທີ່ສຸດ ເພື່ອຍາດໄດ້ໄຊຊະນະໃນກິດຈະການປົກປັກຮັກສາອະທິປະໄຕເຂດນ້ຳແດນດິນຢູ່ທະເລຕາເວັນອອກ.

ເດັດດ່ຽວບໍ່ມີການປະນິປະນອມ

       ຕໍ່ໜ້າບັນດາຖະແຫຼງການດ້ານການເມືອງ ແລະ ມາດຕະການບໍລິຫານທີ່ຜິດພາດຢູ່ທະເລຕາເວັນອອກຂອງ ຈີນ ໃນໄລຍະມໍ່ໆມານີ້, ຫວຽດນາມ ໄດ້ຍົກອອກບັນດາຖະແຫຼງການຢ່າງຕໍ່ເນື່ອງ ເພື່ອຢັ້ງຢືນວ່າ ຫວຽດນາມ ມີພະຍານຫຼັກຖານປະຫວັດສາດ ແລະ ພື້ນຖານນິຕິທຳຢ່າງຄົບຖ້ວນ ເພື່ອຢັ້ງຢືນອະທິປະໄຕສຳລັບ 2 ໝູ່ເກາະຮ່ວາງຊາ ແລະ ເຈື່ອງຊາ.

        ຫວຽດນາມ ໄດ້ສົ່ງຈົດໝາຍທາງການເຖິງສະຫະປະຊາຊາດຢ່າງຕໍ່ເນື່ອງ ໃນນັ້ນ ໄດ້ຊີ້ແຈ້ງເຖິງການກະທຳຜິດກົດໝາຍ, ຄັດຄ້ານຄຳຮຽກສິດອະທິປະໄຕທີ່ໄຮ້ເຫດຜົນຂອງ ຈີນ ໃນຂະນະທີ່ປະເທດນີ້ ສົ່ງຈົດໝາຍທາງການເຖິງສະຫະປະຊາຊາດ ເພື່ອຮຽກສິດກ່ຽວກັບທະເລຕາເວັນອອກ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເດັດດ່ຽວ ແລະ ເປີດເຜີຍຂອງ ຫວຽດນາມ ຢູ່ເວທີສາກົນ ໃນບັນຫາການແກ້ໄຂຂໍ້ຂັດແຍ້ງກັນຢູ່ທະເລຕາເວັນອອກ. ເຫັນດີເຫັນພ້ອມກັບທັດສະນະດັ່ງກ່າວ, ທ່ານສາດສະດາຈານ Carl Thayer, ສັງກັດມະຫາວິທະຍາໄລ ອົດສະຕາລີ ຖືວ່າ:

        “ຫວຽດນາມ ຄວນສ້າງແນວຮົບເອກະພາບຢູ່ພາຍໃນປະເທດ, ເພື່ອແນໃສ່ຕອບໂຕ້ບັ້ນຮົບດັ່ງກ່າວ. ຄວນເວົ້າຢ່າງຈະແຈ້ງໃຫ້ປະຊາຊົນ ແລະ ປະຊາຄົມສາກົນຮັບຮູ້ກ່ຽວກັບທັດສະນະຂອງ ຫວຽດນາມ ຕໍ່ກັບບັນຫາດັ່ງກ່າວ. ຂ້າພະເຈົ້າຄິດວ່າ, ຫວຽດນາມ ຈະຮູ້ຈັກວິທີເຮັດສຳເລັດໜ້າທີ່ດັ່ງກ່າວນີ້ເປັນຢ່າງດີ.

        ແຜນນະໂຍບາຍຂອງ ຫວຽດນາມ ແມ່ນແກ້ໄຂບັນດາການຂັດແຍ້ງກັນຢູ່ທະເລຕາເວັນອອກ ໂດຍຜ່ານມາດຕະການແກ້ໄຂໂດຍສັນຕິວິທີ ບົນຈິດໃຈມີຄວາມເຂົ້າອົກເຂົ້າໃຈ ແລະ ເຄົາລົບເຊິ່ງກັນແລະກັນ, ເຄົາລົບກົດໝາຍສາກົນ ເປັນຕົ້ນແມ່ນສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982. ຫວຽດນາມ ເດັດດ່ຽວປົກປັກຮັກສາອະທິປະໄຕ ແລະ ເຂດນ້ຳແດນດິນຂອງຕົນຢ່າງຄົບຖ້ວນ, ແຜນນະໂຍບາຍສະເໝີຕົ້ນສະເໝີປາຍໃນການແກ້ໄຂດ້ວຍການເຈລະຈາໂດຍສັນຕິ ບັນດາບັນຫາທີ່ຍັງຄົງຄ້າງລະຫວ່າງ 2 ປະເທດ, ພິເສດແມ່ນຢູ່ 2 ໝູ່ເກາະຮ່ວາງຊາ, ເຈື່ອງຊາ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າບັນດາການກະທຳທີ່ແອບອ້າງເປັນປະເທດໃຫຍ່ຂອງ ຈີນ, ຫວຽດນາມ ຍາມໃດກໍ່ມີບັນດາມາດຕະການທີ່ເໝາະສົມກັບທັດສະນະເດັດດ່ຽວ, ຢຶດໝັ້ນ ແລະ ບໍ່ມີການຜ່ອນສັ້ນຜ່ອນຍາວ, ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງປະເທດຕັ້ງຢູ່ແຄມທະເລຢ່າງມີອະທິປະໄຕ./.

ຕອບກັບ

ຂ່າວ/ບົດ​ອື່ນ