ເຕິກກີ ແລະ ບັນດາການທ້າທາຍພາຍຫຼັງການເລືອກຕັ້ງ


(vovworld) - ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ​ຢູ່​ເຕິ​ກກີ ຫາ​ກໍ່​ສິ້ນ​ສຸດ​ດ້ວຍ​ໄຊຊະນະ​ແມ່ນ​ຂຶ້ນ​ກັບ​ພັກ​ຍຸຕິ​ທຳ ​ແລະພັດທະນາ​ຂອງ​ປະທານາທິບໍດີ Tayyip Erdoga ດ້ວຍ​ຈຳນວນ​ບັດ​ສະໜັບສະໜູນ​ສ່ວນ​ຫຼາຍ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ຜົນ​ການ​ເລືອກ​ຕັ້ງ​ໄດ້​ສ່ອງ​ແສງ​​ໃຫ້​ເຫັນຄວາມ​ມຸ່ງ​ມາດ​ປາຖະໜາສ່ວນ​ໃດ​ສ່ວນ​ໜຶ່ງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໃນ​ປ​ະເທດ​ນີ້, ນັ້ນ​ແມ່ນ​ຢາກ​ໄດ້​ດຳລົງ​ຊີວິດ​ໃນ​​ສະພາບ​ມີສະຖຽນ​ລະ​ພາບ ​ແລະ ພັດທະນາ, ​ເຊື່ອ​ໝັ້ນ​ວ່າ​ພັກ​ກຳ​ອຳນາດ​ສືບ​ຕໍ່​ຊີ້ນ​ຳນຳພາ​ປະ​ເທດ​ຊາດ.

ເຕິກກີ ແລະ ບັນດາການທ້າທາຍພາຍຫຼັງການເລືອກຕັ້ງ - ảnh 1

ບັນດາຜູ້ສະໜັບສະໜູນອວຍພອນໄຊຊະນະຂອງພັກ AKP

(ພາຍ: baotintuc.vn)

        ວັນ​ທີ 1/11, ດ້ວຍ 97% ຈຳນວນ​ບັດ​ສະໜັບສະໜູນ, ພັກ “ຍຸຕິ​ທຳ ​ແລະ ພັດທະນາ“ (AKP) ​ໂດຍ​ປະທານາທິບໍດີ  Tayyip Erdoga ສ້າງ​ຕັ້ງຍາດ​ໄດ້ 49,4% ຈຳນວນ​ບັດ​ສະ​ໜັບສະ​ໜູນ, ​ເທົ່າ​ກັບ 315/550 ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. ​ໃນ​ຂະນະ​ນັ້ນ, ພັກ​ປະຊາຊົນ​ສາທາລະນະ​ລັດ​ຝ່າຍ​ຄ້ານຍາດ​ໄດ້​ພຽງ 23% ຈຳນວນ​ບັດ​ສະໜັບສະໜູນ, ພັກ​ປະຊາທິປະ​ໄຕ​ປະຊາຊົນ​ຍາດ​ໄດ້ 10% ​ແລະ ພັກຂະ​ບວນກາ​ນຊົນ​ຊາດ​ຍາດ​ໄດ້ 11% ຈຳນວນ​ບັດ​ສະໜັບສະໜູນ. ດ້ວຍ​ຜົນງານ​ດັ່ງກ່າວ, AKP ມີ​ສິດ​ສ້າງ​ຕັ້ງ​ລັດຖະບານ​​ພັກ​ດຽວ​.

        ​ເປັນ​ຫຍັງ AKP ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ

        ການ​ເລືອກ​ຕັ້ງ​ຄັ້ງ​ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ເລືອກ​ຕັ້ງ​ສຳຄັນ​ທີ່​ສຸດ​ຢູ່​ເຕິ​ກກີ​ ໃນ​ຫຼາຍ​ປີຜ່ານມາ. ​ໂດຍ​ດຳ​ເນີນ​ໃນ​ສະພາບ​ລັດຖະບານ​ປະ​ເທ​ດນີ້​ພວມ​ຖືກ​ແບ່ງ​ແຍກຢ່າງ​ເລິກ​ເຊິ່ງຕໍ່ໜ້າ​ການ​ບຸກ​ໂຈມ​ຕີຢ່າງນ​ອງ​ເລືອດ​ຈາກ​ພາກສ່ວນ​ສາສະໜາ ກໍ່​ຄື​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ຂ້ຽວຂາດກັບ​ພັກ​ກຳມະກອນ​ຊາວ kurd (PKK), ກ່ອນ​ດຳ​ເນີນ​ການ​ເລືອກ​ຕັ້ງ, ນັກ​ໄຈ້​ແຍກ​ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ວິຕົກ​ກັງວົນ​ວ່າ, ການ​ເລືອກ​ຕັ້ງ​ຈະ​ບໍ່​ສາມາດ​ຢຸດຕິ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ໃນ​ປະຈຸ​ບັນ​ໄດ້. ຕາມ​ຜົນ​ແຫ່ງ​ການ​ຢັ່ງ​ຫາງ​ສຽງ​ກ່ອນ​ການ​ເລືອກ​ຕັ້ງ, ອັດຕາ​ສ່ວນ​ບັດ​ສະໜັບສະໜູນ​ໃຫ້​ພັກ​ຂອງ ປະທານາທິບໍດີ Tayyip Erdoga ບັນລຸພຽງ​ 40-43%​ ເທົ່າ​ນັ້ນ, ​ແມ່ນ​ຕຳ່​ກວ່າ​ລະດັບ​ຈຳ​ເປັນ​ເພື່ອ​ສາມາດ​ສ້າງ​ຕັ້ງ​ລັດຖະບານ. ​ໃນ​ຂະນະ​ນັ້ນ, ບັນດາ​ພັກ​ການ​ເມືອງ​ນິຍົມ Kurd ຍັງ​ຄົງ​ໄດ້​ຮັບ​ຄວາມ​ເປັນ​ໃຈ​ຈາກ​ປະຊາຊົນ​ຢູ່. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ແມ່ນ​ລື່ນ​ກາຍ​ການຄາດ​ຄະ​ເນ, ​ເມື່ອ​ພັກ​ກຳ​ອຳນາດ AKP ຍາດ​ໄດ້​ເຖິງ 49,4% ອັດຕາ​ສ່ວນ​ບັດ​ສະໜັບສະໜູນ​ຂອງ​ຜູ້​ມີ​ສິດ​​ເລືອກ​ຕັ້ງ, ດັ່ງ​ນັ້ນ​ພັກ​ນີ້​ຈຶ່ງ​ສາມາດ​ສ້າງ​ຕັ້ງ​ລັດຖະບານ​ໃໝ່​ໄດ້, ຫາກ​ບໍ່​ຕ້ອງການ​ຮ່ວມ​ສຳພັນ​ກັບ​ບໍ່​ວ່າ​ພັກ​ໃດ.

        ​ໄຊຊະນະ​ທີ່​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ຄັ້ງ​ນີ້​ຂອງ AKP ​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜົນງານ​ຍາດ​ໄດ້ໂດຍ​ບັງ​ເອີນ. ກ່ອນ​ໜ້າ​ນັ້ນ, ບັນດາ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຕິ​ກກີ ຕ້ອງ​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ​ເທື່ອ​ທີ 2 ​ໃນ 5 ​ເດືອນ​ຜ່ານ​ມາ​ຢູ່​ປະ​ເທດ​ນີ້. ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ເດືອນ 6 ຜ່ານ​ມາ, ​ເປັນ​ຄັ້ງ​ທຳ​ອິດພັກ AKP ກຳ​ອຳນາດ​ໄດ້​ຂາດຈຳນວນ​ທີ່​ຕັ້ງ​ສ່ວນ​ຫຼາຍ​ຢູ່​ສະພາ​ແຫ່ງ​ຊາດ ນັບ​ແຕ່​ຂຶ້ນ​ກຳ​ອຳນາດ​ຢູ່​ເຕິ​ກກີ​ ໃນ​ປີ 2002. ຫຼັງ​ຈາກ​ນັ້ນ, ພັກ​ນີ້​ກໍ່​ບໍ່​ໄດ້​ຮັບ​ຜົນ​ໃນ​ການ​ເຈລະຈາ​ກັບ​ພັກ​ຝ່າຍ​ອື່ນໆ​ເພື່ອ​ສ້າງ​ຕັ້ງ​ລັດຖະບານ​ປະສົມ, ອັນ​ໄດ້​ເຮັດ​ໃຫ້​ເຕິ​ກກີ ​ຕ້ອງ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຄືນ​ໃໝ່​ຕາມ​ກຳນົດ​ຂອງ​ລັດຖະທຳ​ມະນູນ.

        ສິ່ງ​ໃດ​ທີ່​ຊ່ວຍ​ໃຫ້ AKP ຍາດ​ໄດ້​ບັດ​ສະໜັບສະໜູນ​ສ່ວນ​ຫຼາຍ​ໃນ​ສະພາ​ແຫ່ງ​ຊາດ​ເພື່ອ​ກຳ​ອຳນາດ​ດ້ວຍ​ຕົວ​ເອງ. ຄຳ​ຕອບ​ນັ້ນ​ແມ່ນ​ຍ້ອນ​ວິ​ກິດ​ການ ​ແລະ ຄວາ​ມວິຕົກກັງ​ວົນ​ຕໍ່​ສະພາບ​ຂາດ​ສະຖຽນ​ລະ​ພາບ, ການ​ຟື້ນ​ຕົວ​ຂອງ​ພັກ​ກຳມະກອນ​ຊາວ Kurd (PKK), ການ​ຮົບ​ຢູ່​ປະ​ເທດ​ບ້ານ​​ໃກ້​ເຮືອນ​ຄຽງ ຊີຣີ ​ແລະ​ພວກ​ກໍ່​ການ​ຮ້າຍ​ລັດ​ອິດສະ​ລາມ (IS) ​ໄດ້​ກາຍ​ເປັນຄວາມ​ວິຕົກ​ກັງວົນ​ຂອງ​ຜູ້​ມີສິດ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ຄວາມ​ຂາດ​ສະຖຽນ​ລະ​ພາບ​ແກ່ຍາວ​ໃນ​ໄລຍະ​ຜ່ານ​ມາ​ຢູ່​ເຕິ​ກກີ ​ແມ່ນ​ສາຍ​ເຫດທີ່​ພາ​ໃຫ້​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຢາກ​ກັບ​ຄືນ​ສູ່​ສະ​ໄໝ​ ປະ​ເທດ​ຊາດ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ດ້ວຍ​ພັກ​ການ​ເມືອງໜຶ່ງ​ດຽວ, ​ເພື່ອ​ໃຫ້​ອຳນາດ​ການ​ປົກຄອງ​ສາມາດ​ມີ​ປະຕິກິລິຍາ​ຕ້ານ​ຄືນ​ລັດທິ​ກໍ່​ການ​ຮ້າຍ​ຢ່າງ​ເດັດ​ຂາດ. ຄຽງ​ຂ້າງ​ນັ້ນ​ບໍ່​ສາມາດ​ປະຕິ​ເສດ​ລັດຖະບານ​ຂ້າມ​ຜ່ານ​ຂອງ​ເຕິ​ກກີ ​ໃນ​ໄລຍະ​ຜານ​ມາ ​​ໄດ້ມີ​ການ​ປະຕິ​ຮູບ​ຢ່າງ​ໃຫຍ່​ຫຼວງ​ໃນ​ຊີວິດ​ທາງ​ດ້ານ​ເສດຖະກິດ, ການ​ເມືອງ​ສັງ​ຄົມ, ​ໂດຍ​ລັດຖະບາ​ນພັກ​ດຽວ​ກວມ​ທີ່​ນັ່ງ​ສ່ວນ​ຫຼາຍ​ໃນ​ສະພາ​ແຫ່ງ​ຊາດ​ສ້າງ​ຂຶ້ນ. ດ້ວຍ​ຍຸດ​ທະ​ສາດ ​ແລະ ການ​ປະຕິ​ຮູບ​ຢ່າງ​ຈະ​ແຈ້ງ​ນັ້ນ AKP ຈຶ່ງ​ສາມາດ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ.

        ການ​ທ້າ​ທາຍ​ພາຍຫຼັງ​ການ​ເລືອກ​ຕັ້ງ

        ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ສິ່ງ​ດັ່ງກ່າວ​ບໍ່​ໝາຍ​ຄວາມ​ວ່າ​ພັກ​ກຳ​ອຳນາດ AKP ຂອງປະທານາທິບໍດີ Tayyip Erdoga ຈະ​ສາມາດ​ປະຕິບັດ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ໄດ້​ຢ່າງ​ງ່າຍດາຍ. ສະພາບ​ບໍ່​ມີ​ທາງ​ອອກ​ຖືກ​ແກ່ຍາວ​ໃນ 5 ​ເດືອນ​ຜ່ານ​ມາ​ຢູ່​ເຕິ​ກກີ ສາມາດ​ໄດ້​ຮັບ​ການ​ແກ້​ໄຂ, ​ແຕ່​ຢູ່​ເບື້ອງ​ໜ້າ​ຍັງ​ມີ​ການ​ທ້າ​ທາຍ​ຢ່າງ​ໃຫຍ່​ຫຼວງ. ນັ້ນ​ແມ່ນ​ສະພາບ​ແບ່ງ​ແຍກ​ຢ່າງ​ເລິກ​ເຊິ່ງລະຫວ່າງ​ພັກ​ການ​ເມືອງ​ຕ່າງໆ, ສະພາບ​ເສດຖະກິດ​ຂອງ​ປະ​ເທດ​ຊາດ​ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ. ພິ​ເສດ​ແມ່ນ​ບັນດາ​ການ​ທ້າ​ທາຍ​ໃນ​ຂົງ​ເຂດ​ປ້ອງ​ກັນ​ຄວາມ​ສະຫງົບ, ການ​ຮັບ​ມື​ກັບ​ສະພາບ​ອົບ​ພະຍົບ, ບັນດາ​ການ​ປະ​ທະ​ກັນ​ລະຫວ່າງ​ລັດຖະບານ ​ແລະ ກຳລັງ​ລຸກ​ຮຶ້ຂຶ້ນ​ທີ່​ຂຶ້ນ​ກັບ​ພັກ​ PKK ນັບ​ມື້​ນັບ​ເພີ່ມ​ຂຶ້ນ ​ແລະ ວິວັດ​ທະ​ນາ​ການ​ສັນຕິພາບ​ຂອງ​ຊາວ Kurd ບໍ່​ມີ​ຄວາມ​ຄືບ​ໜ້າ. ນອກຈາກນັ້ນ​ແມ່ນ​ຂໍ້​ຕົກລົງ​ເຂົ້າ​ຮ່ວມ​ພັນ​ທະ​ມິດ​ໂດຍ​ອາ​ເມ​ລິ​ກາ​ ນຳ​ໜ້າ​ເພື່ອ​ຕ້ານ​ຄືນ​ກຸ່ມ​ລັດ​ອິດສະ​ລາມ IS ​ໄດ້​ເຮັດ​ໃຫ້​ເຕິ​ກກີ ກາຍ​ເປັນ​ເປົ້າ​ໝາຍ​ໃໝ່​ຂອງ​ກຳລັງ​ກໍ່​ການ​ຮ້າຍ.

        ຜົນ​ແຫ່ງ​ການ​ເລືອກ​ຕັ້ງ​ຜ່ານ​ມາ​ຢູ່ ​ເຕິ​ກກີ ​ສະ​ແດງ​ໃຫ້​ເຫັນ​ວ່າ, ປະຊາຊົນ​ປະ​ເທດ​ນີ້​ສະໜັບສະໜູນຄວາມ​ເອະ​ພາບ, ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ ​ແລະ ຄວາມປາຖະໜາຢາກ​ໄດ້​ດຳລົງ​ຊີວິດ​ໃນ​ສະພາບ​ມີສະຖຽນ​ລະ​ພາບ, ສັນຕິພາບ​. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ບັນດາ​ຄວາມ​ມຸ້ງ​ຫວັງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຕິ​ກກີ​ສ່ວນ​ຫຼາຍ​ຈະ​ປະກົດ​ຜົນ​ເປ​ັນຈິງ​ໄດ້​ຫຼື​ບໍ່? ຄຳ​ຕອບ​ຍັງ​ຢູ່​ເບື້ອງ​ໜ້າ​​ຢູ່.

ຕອບກັບ

ຂ່າວ/ບົດ​ອື່ນ