ເບິ່ງແຍງດູແລ,ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຄົນງານ


(vovworld)-ຫວຽດ​ນາມ ພວມ​ຍູ້​ແຮງ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ​ຮອດ​ປີ 2020 ກາຍ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ໂດຍ​ພື້ນ​ຖານ​ຢ່າງ​ມີ​ໄຊ ສະ​ນັ້ນ ເລື່ອງ​ສ້າງ​ຊົນ​ຊັ້ນ​ກຳ​ມະ​ກອນ​ຫວຽດ​ນາມ ໃຫ້ເຕີບ​ໃຫ​ຍ່ເຂັ້ມ​ແຂງ ໄດ້​ຮັບ​ການ​ກຳ​ນົດ​ວ່າ ແມ່ນ​ຫ​ນ້າ​ທີ່​ສຳ​ຄັນ ແລະ ຮີບ​ດ່ວນ​ຂອງ​ພັກ, ລັດ, ທັງ​ລະ​ບົບ​ການ​ເມືອງ, ກຳ​ມະ​ກອນ​ແຕ່​ລະ​ຄົນ ແລະ ​ທົ່ວສັງ​ຄົມ. ດ້ວຍ​ຄວາມ​ໝາຍ​ສຳ​ຄັນ​ນັ້ນ, ວຽກ​ງາ​ນ​ເບິ່ງ​ແຍງ​ດູ​ແລ ແລະ ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ໃຫ້​ແກ່​ຄົນ​ງານ​ຢູ່​ບັນ​ດາ​ຮາ​ກ​ຖານ​ຜະ​ລິດ, ໂຮງ​ຈັກ​ໂຮງ​ງານ… ຍາມ​ໃດ​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ.

ເບິ່ງແຍງດູແລ,ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຄົນງານ - ảnh 1
ພາບ​ປະ​ກອບ:tapchicaosu

        ອົງ​ການ​ກຳ​ມະ​ບານ​ທຸກ​ຂັ້ນ ມີ​ບົດ​ບາດ​ຕັ້ງ​ຫ​ນ້າ​ໃນ​ການ​ເຂົ້າ​ຮ່ວມ​ສ້າງ​ດ້ານ​ກົດ​ໝາຍ, ນະ​ໂຍ​ບາຍ ແລະ ຂົນ​ຂວາຍ​ກຳ​ມະ​ກອນ, ລັດ​ຖະ​ກອນ, ຄົນ​ງານ ແຂ່ງ​ຂັນ​ກັນ​ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ, ປະ​ກອບ​ສ່ວນ​ສຳ​ເລັດ​ບັນ​ດາ​ຫ​ນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢ່າງ​ມີ​ໄຊ. ກຳ​ມະ​ບານ​ທຸກ​ຂັ້ນ ໄດ້​ສົມ​ທົບ​ກັບ​ບັນ​ດາ​ຂະ​ແຫນງ​ການ ແລະ ອົງ​ການ​ກ່ຽວ​ຂ້ອງ ດຳ​ເນີນ​ການກວດ​ກາ, ຕິ​ດ​ຕາມກວດ​ກາ​ຫລາຍຄັ້ງ​ ເພື່ອ​ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ຄົນ​ງານ, ປະ​ກອບ​ສ່ວນ​ຫລຸດ​ຜ່ອນ​ການ​ຢຸດ​ງານ​ລວມ​ໝູ່ ພ້ອມ​ທັງ​ມອບ​ຂອງ​ຂວັນ​ຫລາຍ​ພູດ​ທີ່​ມີ​ຄວາມ​ໝາຍ ແລະ ແທດ​ຈິງ​ໃຫ້​ແກ່​ຄົນ​ງານ​​ປະ​ສົບ​ກັບ​ຄວາມ​ຫ​ຍຸ້ງ​ຍາກ.

        ເອົາ​ໃຈ​ໃສ່​ເຖິງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ກຳ​ມະ​ກອນ​ຈາກ​ຂັ້ນ​ຮາກ​ຖານ

        ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ທານ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ​ໃນ​ເດືອນ 3, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ສະ​ເຫ​ນີ​ສະ​ຫະ​ພັນ​ໃຫ​ຍ່​ແຮງ​ງານ​ຫວຽດ​ນາມ ໃນ​ປີ 2015 ສືບ​ຕໍ່​ສົມ​ທົບ​​ຢ່າງ​ແຫ​ນ້ນ​ແຟ້ນ​ກັບ​ລັດ​ຖະ​ບານ ສ້າງ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ອັນ​ແທດ​ຈິງ, ປະ​ຕິ​ບັດ​ຫ​ນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຕິດ​ພັນ​ກັບ​ການ​ຮັບ​ປະ​ກັນ ແລະ ເບິ່ງ​ແຍງ​ດູ​ແລ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຄົນ​ງານ​ໃຫ້​ນັບ​ມື້​ນັບ​ດີກວ່າ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽ​ນ​ເຕີນ​ຢູງ ເນັ້ນ​ຫ​ນັກ​ວ່າ:

        “ພວກ​ເຮົາ​ສົມ​ທົບ​ນຳ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ, ເບິ່ງ​ແຍງ​ດູ​ແລ​ຊີ​ວິດ​ການ​ເປັນ​ຢູ່ ແລະ ສິດ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ຄົນ​ງານ​ດີກວ່າ​ຄື: ໂຮງ​ຮຽນ​ອະ​ນຸ​ບານ, ເຮືອນ​ຢູ່​, ປະ​ກັນ​ສັງ​ຄົມໃຫ້​ແກ່​ຄົນ​ງານ, … ກຳ​ມະ​ບານຄວນ​ເອົາ​ໃຈ​ໃສ່, ໃກ້​ຊິດ​ຕິດ​ແທດ​ກັບ​ຄົນ​ງານ, ປົກ​ປ້ອງ​ສິດ​ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳໃຫ​້​ແກ່​ຄົນ​ງານ.”

        ຍູ​້​ແຮງ​ການ​ໂຄ​ສະ​ນາ​ຂົນ​ຂວາຍ, ສຶກ​ສາ​ກົດ​ໝາຍ ແລະ ຍົກ​ສູງ​ສະ​ຕິ​ພົນ​ລະ​ເມືອງ​ໃນ​ຊົນ​ຊັ້ນ​ກຳ​ມະ​ກອນ ແລະ ຄົນ​ງານ, ເປັນ​ຕົ້ນ​ ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃນ​ການ​ສຳ​ພັດ​ຂໍ້​ມູ​ນ​ຂ່າວ​ສານ​ກໍ​ຄື​ເພີ່ມ​ທະ​ວີ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງ​ບໍ​ລິ​ສັດ​ນຳ​ໃຊ້​ຄົນ​ງານ ແລະ ຄົນ​ງານ ເພື່ອ​ແກ້​ໄຂ​ບັນ​ຫາ​ຮ້ອນ​ເຮັ່ງ​ທີ່​ກ່ຽວ​ຂ້ອງ​ເຖິງ​ຄົນ​ງານ​ຢ່າງ​ທັນ​ການ ແລະ ສົມ​ເຫດ​ສົມ​ຜົນ ນັ້ນ​ແມ່ນ​ບັນ​ຫາ​ທີ່​ກຳ​ມະ​ບານ​ທຸກ​ຂັ້ນ​​ບຸ​ລິ​ມະ​ສິດ​ຕົ້ນ​ຕໍ. ທ່ານ​ນາງ ຫງວຽນ​ທູ​ເຮືອງ, ປະ​ທານ​ສະ​ຫະ​ພັນ​ແຮງ​ງານ ເມືອງ ບີງ​ແທ້ງ, ຊື່ງ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ຫົວ​ຫນ່ວຍ​ຕອບ​ສະ​ຫນອງ​ຢ່າງ​ຕັ້ງ​ຫນ້າ ແລະ ປະ​ຕິ​ບັດ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ໂດຍ​ສະ​ຫະ​ພັນ​ແຮງ​ງານ​ນະ​ຄອນ ໂຮ່​ຈິ​ມີນ ປຸກ​ລະ​ດົມ ແບ່ງ​ປັນ​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຊີ​ຂໍ້​ມູນ​ຂ່າວ​ສານ​ເພື່ອ​ຕິດ​ຕາມ​ການ​ເຄ​ື່ອນ​ໄຫວ​ກຳ​ມະ​ບານ​ຂັ້ນ​ຮາກ​ຖານ, ແບ່ງ​ບັນ​ຂໍ້​ມູນ​ຂ່າວ​ສານ​ຜ່ານ​ຊອບ​ແວ Google Drive.  ດ້ວຍ​ເຄື່ອງ​ມື ແລະ ວິ​ທີ​ປະ​ຕິ​ບັດ​ຄື​ດັ່ງ​ກ່າວ ໄດ້ຊ່ວຍ​ໃຫ້​ກຳ​ມະ​ກອນ​ສຳ​ພັດ​ກັບ​ບັນ​ດາ​ເນື້ອ​ໃນ, ຂະ​ບວນ​ການ​ຂອງ​ອົງ​ການ​ກຳ​ມະ​ບານ, ພິ​ເສດ​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ນອກ​ລັດ. ຈາກນັ້ນ ພວກ​ຂ້າ​ພະ​ເຈົ້າ​​ມີໂອ​ກາດ​ໄດ້​ຮັບ​ຂໍ້​ມູນ​ຂ່າວ​ສານ​ຈາກ​ຂັ້ນ​ຮາກ​ຖານ ແລະ ຊ່ວຍ​ໃຫ້​ສະ​ຫະ​ພັນ​ແຮງ​ງານ​ເມືອງ​ ປະ​ຕິ​ບັດ​ວຽກ​ງານ​ກຳ​ນົດ​ທິດ​ທາງ​ບັນ​ດາ​ຂະ​ບວນ​ການ​ດີຂຶ້ນ.”

        ເບິ່ງ​ແຍງ​ດູ​ແລ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ​ດ້ວຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ອຽດ

        ກຳ​ລັງ​ກຳ​ມະ​ກອນ​ປະ​ຈຸ​ບັນ, ເປັນ​ຕົ້ນ​ແມ່ນ​ຄົນ​ງານ​ຫນຸ່ມ, ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ເລື່ອງ​ຍົກ​ສູງ​ຄວາມ​ຊຳ​ນານ​ງານ, ບັນ​ດາ​ການ​ເຄື່ອນ​ໄຫວ​ລະ​ຫລິ້ນ​ບັນ​ເທິງ ແລະ ຊອກ​ຫາ​ວຽກ​ເຮັດ​ງານ​ທຳ. ຄຽງ​ຄູ່​ກັນ​ນັ້ນ ບັນ​ດາ​ຂະ​ບວນ​ການ​ໂດຍ​ອົງ​ການ​ກຳ​ມະ​ບານ​ທຸກ​ຂັ້ນ​ປຸກ​ລະ​ດົມ, ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ ໂຮ່​ຈິ​ມີນ ກ​ໍ​ໄດ້​ເຂົ້າ​ຮ່ວມ​ເບິ່ງ​ແຍງ​ດູ​ແລ​ເຖິງ​ຊີ​ວິດ​ທາງ​ດ້ານ​ຈິດ​ໃຈ​ຂອງ​ຄົນ​ງານຄື: ກວດ​ພະ​ຍາດ, ໃຫ້​ຄຳ​ປຶກ​ສາ​ກ່ຽວ​ກັບ​ສຸ​ຂະ​ພາບ, ຕັດ​ຜົມ​, ສ້ອມ​ແປງ​ໂທ​ລະ​ສັບ, ຄອມ​ພິວ​ເຕີ ໂດຍບໍ່​ເສຍ​ຄ່າ… ອ້​າຍ ຫງວຽນ​ແອງ​ຕວນ, ກຳ​ມະ​ການ ຄະ​ນະ​ປະ​ຈຳ​ສູ​ນ​ກາງ​ຊາວ​ຫນຸ່ມກອມ​ມູ​ນິດ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ພວກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ຫນາ​ຢາກ​ຈັດ​ຕັ້ງ​ວັນ​ບຸນ​ຊ່ວຍ​ເຫລືອ​ຄົນ​ງານ, ຊາວ​ຫນຸ່ມ ກຳ​ມະ​ກອນ ເພື່ອ​ເຜີຍ​ແຜ່​ແຜນ​ນະ​ໂຍ​ບາຍ​ຂອງ​ພັກ, ລັດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພັດ​ທະ​ນາ​ກຳ​ລັງ​ກຳ​ມະ​ກອນ ກໍ​ຄື​ເອົາ​ໃຈ​ໃສ່​ເຖິ​ງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ ຈິດ​ໃຈ​ໃຫ້​ແກ່​ຄົນ​ງານ, ເພື່ອ​ໃຫ້​ເຂົາ​ເຈົ້າ​ສາ​ມາດ​ປະ​ກອບ​ສ່ວນ​ເຂົ້າ​ໃນວິ​ວັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ​ຫລາຍກວ່າ.”

        ບັນ​ດາ​ການ​ເຄື່ອນ​ໄຫວນີ້​ນຳ​ມາ​ເຊິ່ງ​ປະ​ສົບ​ການ, ບົດ​ຮຽນ​ຫລາຍ​ຢ່າງ​ເພື່ອ​ຊ່ວຍ​ໃຫ້​ຊາວ​ຫນຸ່ມ​ພັດ​ທະ​ນາ​ອາ​ຊີບ​ຂອງ​ຕົນ. ນາງ​ຫງວຽນ​ທີ​ທູ​ຮົ່ງ, ກຳມະ​ກອນ ບໍ​ລິ​ສັດ ກີມ​ເກືອງ ຢູ່​ເຂດ​ອຸດ​ສາ​ຫະ​ກຳ ດ້າຍ​ອານ, ຫາຍ​ເຢືອງ ໃຫ້​ຮູ້​ວ່າ:

        “ເຂດ​ອຸດ​ສາ​ຫະ​ກຳ​ເອົາ​ໃຈ​ໃສ່​​ເຖິງກຳ​ມະ​ກອນທີ່​ສຸດ, ເຄີຍ​ຈັດ​ຕັ້​ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃຫ້​ແກ່​ກຳ​ມະ​ກອນ. ໄດ້​ເຂົ້າ​ຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ ແລະ ໄດ້​ຮັບ​ການກວດພະ​ຍາດ​ໂດຍບໍ່​ເສຍ​ຄ່າ ພວກ​ນ້ອງ​ຮູ້​ສຶກ​ດີ​ໃຈ​ຫລາຍ. ຫວັງ​ວ່າ ໄລ​ຍະ​ຈະ​ມາ​ເຖິງຈະ​ມີ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງກວ່າ​ເພື່ອ​ສະ​ຫງ​ວນ​ໃຫ້​ແກ່​ກຳ​ມະ​ກອນ.”

        ເພື່ອ​ລະ​ດົມ​ກຳ​ລັງ​ໃຈ​ໃຫ້​ແກ່​ຄົນ​ງານ, ບັນ​ດາ​ອົງ​ການ, ຫົວ​ຫນ່ວຍ​ຍັງ​ປຸກ​ລະ​ດົມ​ຫລາຍ​ຂະ​ບວນ​ການ​ຄື: ແຂ່ງ​ຂັນ​ອອກ​ແຮງ​ງານ​ເກັ່ງ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ຍູ້​ແຮງ​ການ​ຄົ້ນ​ຄ້​ວາ ແລະ ໝູນ​ໃຊ້​ບັນ​ດາ​ຄວາມ​ກ້າວ​ຫນ້າ​ວິ​ທະ​ຍາ​ສາດ ເຕັກ​ນິກ​ເຂົ້າ​ໃນ​ການ​ຜະ​ລິດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ. ຈາກ​ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ນັ້ນ ໄດ້​ພົບ​ເຫັນ, ບຳ​ລຸງ​ສ້າງ, ກໍ່​ສ້າງ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ກ້າວ​ຫນ້າ​, ບັນ​ດາ​ຮູບ​ແບບ​ໃຫມ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ການ​ອອກ​ແຮງ​ງານ, ວຽກ​ງານເປັນ​ຈຳ​ນວນ​ຫລາຍ. ນັ້ນ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຄົນ​ງານ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖ​ະ​ກິດ​ສັງ​ຄົມ​ຂອງ​ປະ​ເທດ​ຊາດ.

.

ຕອບກັບ

ຂ່າວ/ບົດ​ອື່ນ