ເປັນເຈົ້າການໃນການພົວພັນແລກປ່ຽນ, ຮ່ວມມືກັບສາກົນເພື່ອພັດທະນາ ວັດທະນະທຳ

(vovworld)- ວັດທະນະທຳ​ໄດ້​ຮັບ​ຖື​ວ່າ​ແມ່ນ​ພື້ນຖານ​ດ້ານ​ຈິດ​ໃຈ​ສັງຄົມ,​ທັງ​ແມ່ນ​ຈຸດໝາຍ, ທັງ​ເປັນ​ກຳລັງ​ຫນູນ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ. ​ເລື່ອງ​ເປີດ​ກວ້າງ,​ຍົກ​ສູງ​ປະສິດທິ​ຜົນ​ກາ​ນຮ່ວມ​ມື​ສາກົນກ່ຽວ​ກັບ​ດ້ານ​ວັດທະນະທຳ ​ແມ່ນ​ຫນ້າທີ່​ຈຸ​ດສຸມ​ໃນ​ຍຸດ​ທະ​ສາດ​ພັດທະນາ​ຂອງ​ຫວຽດນາມ. ສິ່ງ​ດັ່ງກ່າວ​ນັບ​ມື້​ນັບ​ໄດ້​ຮັບ​ຄວາມ​​ເອົາ​ໃຈ​ໃສ່​ໃນ​ຕົວ​ຈິງ ນັບ​ແຕ່​​ເມື່ອ​ກອງ​ປະຊຸມ​ຄັ້ງ​ທີ 9,​ ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຊຸດ​ທີ 11 ສືບ​ຕໍ່​ຢືນຢັນ​ວ່າ: “ການ​ກໍ່ສ້າງ ​ແລະ ພັດທະນາ​ວັດທະນະທຳ, ມະນຸດ ຫວຽດນາມ ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ”. ​

ເປັນເຈົ້າການໃນການພົວພັນແລກປ່ຽນ, ຮ່ວມມືກັບສາກົນເພື່ອພັດທະນາ ວັດທະນະທຳ - ảnh 1
ນຳ​ບັນດາ​ຜະລິດ​ຕະພັນ​ສິລະປະ​ຫັດຖະກຳ, ​ເຄື່ອງ​ສິຂັດ​ມັນ, ​ເຄື່ອງ​ຈັກສານ, ​ເຄື່ອງ​ຖັກ​ແສ່ວ ​ຂອງ​ຫວຽດນາມ ຢູ່ເຊີແນວ

        ທ່າ​ອ່ຽງ​ໂລກາ​ພິວັດພັດທະນາ​ຢ່າງ​ແຂງ​ແຮງ ຊຸກຍູ້​ຫວຽດນາມ​ເພີ່ມ​ທະວີ​ການ​ຮ່ວມ​ມື, ພົວພັນ​ແລກປ່ຽນ​ກັບ​ສາກົນ​ໃນ​ທຸກ​ຂົງ​ເຂດ: ການ​ເມືອງ, ​ເສດຖ​ະກິດ, ວັດທະນະທຳ, ສັງຄົມ. ​ໃນ​ນັ້ນ ​ເປົ້າ​ໝາຍ​ການ​ຮ່ວມ​ມື, ວິທີ​ການ​ຮ່ວມ​ມື, ລະດັບ​ການ​ຮ່ວມ​ມື​ກ່ຽວ​ກັບ​ດ້ານ​ວັດທະນະທຳ​ຂອງ​ຫວຽດນາມ ກັບບັນດາ​ປະ​ເທດ​ອື່ນ​ ​ເປັນຫລາຍ​ຮູບ​ຫລາຍ​ແບບ, ​ໄຫວ​ພິບ ​ແລະ ​ແທດ​ຈິງ​ກວ່າ.

        ບັນດາ​ກາ​ນ​ເຄື​່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ​ທີ່​ຟົດ​ຟື້ນ

        ​ ​ໃນ​ຊຸມ​​ວັນຂອງ​ເດືອນ 3/2014, ​ໃນ​ເນື້ອ​ທີ່​ປະມານ 50 ຕາ​ແມັດ ຢູ່ ​​ເຊີ​ແນວ ປະ​ເທດ​ສະ​ວິດ, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ຂອງ​ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​​ໂລກ​ຄັ້ງ​ທີ 132(​ໂດຍ​ຫວຽດນາມ ​ເປັນ​ເຈົ້າພາບ​) ​ໄດ້​ຈັດ​ຕັ້ງ“ລາຍການ​ແນ​ະນຳ​ວັດທະນະທຳ​ຫວຽດນາມ” ​ເພື່ອ​ໂຄສະນາ​ກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ຜ່ານ​ການວາງສະ​ແດງ​ເຄື່ອງ​ສິລະ​ປະ​ຫັດຖະກຳ ​ແລະ ການ​ເຄື່ອນ​ໄຫວ​ວັດທະນະທຳ​ສິລະ​ປະ. ທ່ານ​ນາງ ​ເຈີ​ນກີ​ມຈີ, ຊື່​ງ​ແມ່ນ​ຜູ້​ຮັບຜິດຊອບ“ລາຍການ​ແນ​ະນຳ​ວັດທະນະທຳ​ຫວຽດນາມ” ສັງກັດ​ອະນຸ​ກຳມະການ​ໂຄສະນາ​ຂອງ ກອງ​ປະຊຸມ​ສະມັດ​ຊາ​ໃຫຍ່​ລັດຖະສະພາ​ລະຫວ່າງ​ຊາດ​​ໂລກ​ຄັ້ງ​ທີ 132 ​ໃຫ້​ຮູ້​ວ່າ:

        “ພວກ​ຂ້າພະ​ເຈົ້າ​ນຳ​ບັນດາ​ຜະລິດ​ຕະພັນ​ສິລະປະ​ຫັດຖະກຳ, ​ເຄື່ອງ​ສິຂັດ​ມັນ, ​ເຄື່ອງ​ຈັກສານ, ​ເຄື່ອງ​ຖັກ​ແສ່ວ ​ຂອງ​ຫວຽດນາມ ມາ​ແນະນຳ​ໃຫ້​ເພື່ອນ​ມິດສາ​ກົນ. ນອກ​ນັ້ນ ຍັງ​ມີ​ພາບໄມ້ຂອງ​ບັນດາ​ໝູ່​ບ້ານ​ຫັດຖະກຳ​ຂອງ​ຫວຽດນາມ, ບັນດາ​ຈຸດ​ທີ່​ເປັນ​ເອກະ​ລັກສະ​ເພາະ​ຂອງ​ວັດທະນະທຳ​ເຂດ​ທົ່ງພຽງ​ພາກ​ເຫນືອ​ຫວຽດນາມ. ນອກ​ນັ້ນ ຍັງ​​ແນະນຳບັນດາ​ສິ່ງ​ພິມ​ກ່ຽວ​ກັບ​ການທ່ອງ​ທ່ຽວ, ສິ່ງ​ພິມ​ໂຄສະນາ​ທິວທັດທຳມະ​ຊາດ​ທີ່​ສວຍ​ງາມ ​ແລະ ລື​ຊື່​ຢູ່​ຫວຽດນາມ.”

        ຕໍ່​ຈາ​ກນັ້ນ, ວັນ​ທີ 9/7/2014 ຢູ່ ຫໍພິພິດທະພັນ​ແຫ່ງ​ຊາດ​ສິລະ​ປະ​ອາຊີ Guimet​ (ປາຣີ ປະ​ເທດ​ຝລັ່ງ) ​ໄດ້​ດຳ​ເນີນ​ງານ​ວາງສະ​ແດງ​ວັດຖຸ​ພັນ​ກວ່າ 80 ຢ່າງ ກ່ຽວ​ກັບ​​ພາບ​ມັງກອນ​ໃນ​ວັດທະນະທຳ ​ແລະ ການ​ເຫລື້ອມ​ໃສ​ຂອງ​ຊາວ​ ຫວຽດນາມ. ທ່ານ ​ເວື​ອງຢູຍບຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ ກິລາ ​ແລະ ທ່ອງ​ທ່ຽວ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ເປັນ​ຄັ້ງ​ທຳ​ອິດ, ບັນດາ​ຜະລິດ​ຕະພັນ​ສິລະ​ປະ​​ໃນລາຊະວັງດ້ວຍ​ຮູບ​​ ມັງກອນ​ທີ່​ເປັນ​ເອກະລັກ​ສະ​ເພາະ, ສະ​ແດງ​ໃຫ້​ເຫັນ​ສິລະ​ປະ​ພື້ນ​ເມືອງ​ທີ່​ຍອດ​ຍິ່ງ ​ແລະ ມີ​ຄຸນຄ່າ​ປະຫວັດສາດ ​ໄດ້​ນຳ​ມາ​ແນະນຳ​ໃຫ້​ປະຊາຊົນ ຝລັ່ງ ​ແລະ ​ເພື່ອນ​ມິດສາ​ກົນ. ນີ້​ແມ່ນ​ເຫດ​ການ​ສຳຄັນ ​ນອນ​ໃນ​ບັນດາການ​ເຄື່ອ​ນ​ໄຫວ​ສະ​ເຫລີ​ມສະຫລອງ 40 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດນາມ ​ແລະ ສ ຝລ່ັງ. ງານ​ວາງສະ​ແດງ​ຄັ້ງ​ນີ້ ຈະ​ນຳ​ມາ​​ໃຫ້ ປະຊາຊົນ ຝລ່ັງ ​ແລະ ​ເພື່ອນ​ມິດສາ​ກົນ​ເຂົ້າ​ໃຈ​ກ່ຽວກັບ​ບັນດາ​ຄຸນຄ່າ​ດ້ານ​ວັດທະນະທຳ, ປະ​ຫວັດ​ສາດ​ຂອງ​ປະ​ເທດ​ຊາດ ​ແລະ ຊາວ​ຫວຽດນາມ ​ໃຫ້​ເລິກ​ເຊິ່ງກວ່າ.”

        ສອ​ງ​ເຫດການ​ດັ່ງກ່າວ​ພຽງ​ແຕ່​​ແມ່ນຫນຶ່ງ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ ລະຫວ່າງ ຫວຽດນາມ ກັບ​ບັນດາ​ປະ​ເທດ ​ໂດຍ ລັດ​ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ​ແລະ ຜັນ​ຂະຫຍາຍ​ຢູ່​ຕ່າງປະ​ເທດ​. ບັນດາ​ການ​ພົວພັນ​​ແລກປ່ຽນ​, ຮ່ວມ​ມື​ດ້ານ​ວັດທະນະທຳ​ຢູ່ ຕ່າ​ງປະ​ເທດ ປະກອບສ່ວນ​ຍົກ​ສູງ​​ທີ່​ຕັ້ງບົດບາດ, ​ເຄື່ອງໝາຍ​ປະ​ເທດ​ຫວຽດນາມ; ອະນຸລັກ​ຮັກສາ​ຄຸນຄ່າ​ວັດທະນະທຳ ​ແລະ ຢືນຢັນ​ການ​ພັດທະນາ​ຂອງ​ວັດທະນະທຳ​ຫວຽດນາມ.

ເປັນເຈົ້າການໃນການພົວພັນແລກປ່ຽນ, ຮ່ວມມືກັບສາກົນເພື່ອພັດທະນາ ວັດທະນະທຳ - ảnh 2

        ການ​ຮ່ວມ​ມື, ພົວພັນ​​ແລກປ່ຽນ​ວັດທະນະທຳ​ສວ​ມບົດບາດ​ສຳຄັນ​ໃນ​ວິວັດ​ການ​ເຊື່ອງ​ໂຍງ​ເຂົ້າ​ກັບ​ສາກົນ

        ຄວາມ​ຈິ​ງ, ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ ຫວຽດນາມ ຢູ່ ຕ່າງປະ​ເທດ ​ໄດ້​ສົ່ງ​ຜົນ​ກະທົບ​ຢ່າງ​ຕັ້ງຫນ້າ​ເຖິງ​ແນວ​ທາງ​ການ​ເມືອງ​ການ​ຕ່າງປະ​ເທດ, ກາ​ນຮ່ວມ​ມື​ກັບ​ສາກົນ​ຂອງ​ປະ​ເທດ​ຊາດ. ບັນດາ​ການ​ເຄື່ອນ​ໄຫວ​ວັດທະນະທຳ ຫວຽດນາມ ຢູ່ ຕ່າງປະ​ເທດ ບໍ່ພຽງ​ແຕ່​ມີ​ຄວາມ​ໝາຍ​ໂດຍ​ກົງ​ສຳລັບ ຊາວ​ຫວຽດນາມ ອາ​​ໄສ​ຢູ່​ຕ່າງປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​​ເປັນ​ການໂຄສະນາພາບ​ພົດ​ປະ​ເທດ​ຊາດ, ຊາວ​ຫວຽດນາມ, ວັດ​ທະ​ນະ​ທຳ ຫວຽດນາມ ກັບ​ເພື່ອ​ນມິດສາ​ກົນ.  ຈາກ​ນັ້ນ ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈ​ຂອງ​ບັນດາ​ພື້ນຖານ​ວັດທະນະທຳ ດ້ວຍ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ຫວຽດນາມ, ຢືນຢັນ​ວັດທະນະທຳ​ຫວຽດນາມ ​ໃນ​ຂອບຂະຫນາດ​ວັດທະນະທຳ​ກວ້າງ​ຂວາງ​ກວ່າ, ມີ​ລັກສະນະ​ວັດທະນະທຳ​ມະນຸດ, ສາກົນ. ຈາກ​ການ​ພົວພັນ​ແລ​ກປ່ຽນ​ນັ້ນ, ທີ່​ຕັ້ງ​ບົດບາດ​ຂອງ​ຫວຽດນາມ ຖືກ​ຍົກ​ສູງ​ຂຶ້ນ. ສິ່ງ​ທີ່ພົ້ນ​ເດັ່ນ​ຂອງຜົນສຳ​ເລັດນີ້ ນັ້ນ​ແມ່ນ​ປີ 2013, ຫວຽດນາມ ​ໄດ້​ກາຍ​ເປັນ​ສະມາຊິກ​ສະພາ​ມໍລະດົກ​ໂລກ ຂອງ ສປຊ (UNESCO). ທ່ານ ຫງວຽນ​ແທງ​ເຊີນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

        “​ມາ​ຮອດ​ປະຈຸ​ບັນ ຫວຽດນາມ ​ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ເພື່ອ​ນມິດສາ​ກົນ​ວ່າ ​ ແມ່ນ​ປະ​ເທດປະກອບ​ສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ UNESCO. ຂ້າພະ​ເຈົ້າ​ຖື​ວ່າ: ບົດບາດ, ທີ່​ຕັ້ງ​ຂອງ​ຫວຽດນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃນ​ເວທີ​ສາກົນ ຊື່​ງ​ເຮັດ​ໃຫ້​ສຽງ​ເວົ້າ​ຂອງ​ຫວຽດນາມ​ຢູ່​ບັນດາ​ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນ ມີ UNESCO ນັບ​ມື້​ນັບ​ມີ​ຄວາມ​ໝາຍ​ກວ່າ.”

        ການ​ພົວພັນ​ແລກປ່ຽນ​ດ້ານ​ວັດທະນະທຳ ປະກອບສ່ວນ​ຮັກສາ​ຄຸນຄ່າ​ວັດທະນະທຳ ​ແລະ ສີສັນ​ຊາດ​ຂອງ​ປະຊາ​ຄົມ​ຊາວ​ຫວຽດນາມ ຢູ່ ຕ່າງປະ​ເທດ, ກາຍ​ເປັນ​ປັດ​ໄຈ​ພົ້ນ​ເດັ່ນ​ໃນ​ການ​ພົວພັນ​ການ​ທູດ​ວັດທະນະທຳ ​ແລະ ການ​ພົວພັນ​ກັບ​ສາກົນ​ຂອງ​ຫວຽດນາມ. ການ​ຮ່ວມ​ມື ​ແລະ ​ພົວພັນ​ແລກປ່ຽນ​ກັບ​ສາກົນ ກ່ຽວ​ກັບ​ດ້ານ​ວັດທະນະທຳ ​ໄດ້​ຊ່ວຍ​ບັນລຸ​ບັນດາ​ຄາດໝາຍ​ຊື່​ງນະ​ໂຍບາຍ​ວັດທະນະທຳ​ຂອງ​ຫວຽດນາມ ​ໄດ້​ວາງ​ອອກ, ນັ້ນ​ແມ່ນ​ຮັບ​ເອົາ​ສິ່ງ​ຍອດ​ຍິ່ງ​ວັດທະນະທຳ​ຂອງ​ມະນຸດ, ​ເຮັດ​ໃຫ້​ບັນດາ​ຄຸນຄ່າ​ວັດທະນະ​ທຳ​ພື້ນ​ເມືອງ​ຂອງ​ປະ​ເທດ​ຊາດ​ອຸດົມສົມບູນ ​ແລະ ​ເລິກ​ເຊິ່ງກວ່າ. ການ​ຮ່ວມ​ມື​ດ້ານ​ວັດທະນະທຳ​ ຍັງ​ແມ່ນ​ພື້ນຖານ​ເພື່ອ​ເປີດ​ກວ້າງ​ການ​ພົວພັນ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ​ອື່ນ. ຜ່ານ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ແລກປ່ຽນ​ວັດທະນະທຳ​ກັບ​ຕ່າງປະ​ເທດ, ​ເພື່ອນ​ມິດສາ​ກົນ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ຊາດ, ວັດທະນະທຳ ​ແລະ ຊາວ​ຫວຽດນາມ ກວ່າ, ຜ່ານ​ນັ້ນ ຍົກ​ສູງ​ທ່ີ​ຕັ້ງ​ບົດບາດ​ຂອງ​ປະ​ເທດ​ຊາດ​ໃນ​ເວທີ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ