ເປັນເຈົ້າການໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ

(vovworld)- ວັນ​ທີ 25/8, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ເປັນ​ປະ​ທານ​ກອງ​ປະ​ຊຸມ​ຄະ​ນະປະ​ຈຳ​ການ​ລັດ​ຖະ​ບານ ​ກັບ​ບັນ​ດາ ກະ​ຊວງ, ຂະ​ແຫນງ​ການ​ກ່ຽວ​ຂ້ອງ​ ເພື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຈາກ​ເສດ​ຖະ​ກິດ​ໂລກ​ໃນ​ໄລ​ຍະ​ມໍ່ໆ​ມານີ້​ຕໍ່​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ. ກ່ອນນີ້ ຫວຽດ​ນາມ ກໍ​ໄດ້​ວາງ​ອອກ​ບັນ​ດາ​ມາດ​ຕະ​ການ​ເພື່ອ​ຈຳ​ກັດ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທໍ້​ຈາກ​ພາຍນອກ ເພື່ອ​ສູ້​ຊົນ​ບັນ​ລຸ​ບັນ​ດາ​ຄາດ​ໝາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ໄດ້​ວາງ​ອອກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ທູ​ຮ​ວາ ດ້ວຍ​ຫົວ​ຂໍ້​ວ່າ: ເປັ​ນ​ເຈົ້າ​ການ​ໃນ​ການ​ຮັກ​ສາ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ.

       

ເປັນເຈົ້າການໃນການຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1
ກອງ​ປະ​ຊຸມ​​ຄະ​ນະ​ປະ​ຈຳການ​ລັດ​ຖະ​ບານ
ພາບ:TTXVN

ບັນ​ດາຜົນ​ກະ​ທົບ​ຢ່າງ​ຫຍໍ້​ທໍ້ ລວມ​ມີ ລາ​ຄານ້ຳ​ມັນ​ໂລກຫລຸດ​ລົງ​ຢ່າງ​ແຮງ, ຕະ​ຫລາດ​ຫລັກ​​ຊັບ​ໃນ​ໂລກ​ຜັນ​ແປ​ໄປ​ຢ່າງ​ຜິດ​ປົກ​ກະ​ຕິ, ບັນ​ດາ​ກະ​ແສ​ທຶນ​ສາ​ກົນ ແລະ ນະ​ໂຍ​ບາຍ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ຫລາຍ​ປະ​ເທດ​ໃນ​ໂລກ​ໄດ້​ຮັບ​ການ​ດັດ​ປັບ​ຢ່າງ​ລຽນ​ຕິດ ພາຍ​ຫລັງ​ ​ສະ​ກຸນ​ເງິນຢວນ​ຂອງຈີນ ​ອ່ອນ​ຕົວ. ທ່າ​ເຕີບ​ໂຕ​ຂອງ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຫາກໍ​ພົ້ນ​ເດັ່ນຂຶ້ນ, ໃນ​ນັ້ນ ມີ​ຈີນ ຫລຸດ​ລົງ​ຢ່າງ​ລຽນ​ຕິດ ໄດ້​ສົ່ງ​ຜົນ​ກະ​ທົບ​ບໍ່​​ຫນ້ອຍ​ເຖິງ​ເສດ​ຖະ​ກິດ​ໂລກ, ໃນ​ນັ້ນ ມີ​ເສດ​ຖະ​ກິດ​ຫວຽດ​ນາມ.

ຮັບ​ມື​ຢ່າງ​ທັນ​ການ

       ການ​ເປັນ​ເຈົ້າ​ການ​ຮັບ​ມື​ກັບ​ການ​ຜັນ​ແປ​ເສດ​ຖະ​ກິດ​ໂລກ ຂອງ​ຫວຽດ​ນາມ ແມ່ນ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ນະ​ໂຍ​ບາຍ​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ສະ​ກຸນ​ເງິນ​ດົງ​ກັບ​ສະ​ກຸນ​ເງິນ​ຕ່າງ​ປະ​ເທດ. ນັບ​ແຕ່​ໄລ​ຍະ​ຕົ້ນ​ປີ, ເມື່ອ​ຕະ​ຫລາດ​ການ​ເງິນ​ສາ​ກົນ​ປະ​ກົດ​​ມີ​ບັນ​ດາ​ການ​ຜັນ​ແປ​​ເກີນ​ຂອບ​ເຂດ​ການ​ຄາດ​ຄະ​ເນ​ຂອງ​ບັນ​ດາອ​ົງ​ການ​ສາ​ກົນ​ໃຫຍ່​ຄື: ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ​ຢູ່​ໃນ​ລະ​ດັບ​ຕ່ຳ​ສຸດ​ໃນ​ປະ​ຫວັດ​ສາດ ແລະ ​ ອັດ​ຕາ​ດອກ​ເບ້ຍ​ ຂອງ ທະ​ນາ​ຄານ​ສູນ​ກາງ​ສະ​ຫະ​ລັດ​ອາ​ເມ​ລິ​ກາ ຫລື Fed (Federal Reserve System)  ເພີ່ມ​ຂຶ້ນ​ ພ້ອມ​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ຂອງ ເອີ​ລົບ ແລະ ວິ​ກິດ​ການ ຢູ່ ເກຼັກ ໄດ້ເຮັດ​ໃຫ້ ຄ່າ​ສະ​ກຸນ​ເງິນ USD ຖີບ​ຕົວ​ຂຶ້ນ​ຫລາຍ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ຂອງ Fed, ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ໄດ້​ເປັນ​ເຈົ້າ​ການ​ໃນ​ການ​ດັດ​ປັບ​ເພີ່ມ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ລະ​ຫວ່າງ​ທະ​ນາ​ຄານ  ເປັນ 2 ຄັ້ງ​  ແມ່ນ 2%. ສະ​ນັ້ນ ​ໃນ 7 ເດືອນ​ຜ່າ​ນ​ມາ, ຕະ​ຫລາດ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາເປັນ​ປົກ​ກະ​ຕິ​ໂດຍ​ພື້ນ​ຖານ. ການ​ເປັນ​ເຈົ້າ​ການ​ຂອງ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ອີກ​ຄັ້ງ​ຫນຶ່ງ​ສະ​ແດງ​ອອກ​ຜ່ານ​ການ​ຮັບ​ມື​ກັບ​ບັນ​ດາ​ການ​ຜັນ​ແປຂອງ​ເສດ​ຖະ​ກິດ​ໂລກ​ໃນ​ຊຸມມື້​ຜ່ານ​ມາ.

        ຫາງ​ສຽງ​ຖື​ວ່າ ບັນ​ດາ​ນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ຮັບ​ມື​​ກັບ​ສະ​ພາບ​ເສດ​ຖະ​ກິດ​ໂລກ​ໃນ​ຊຸມມື້​ຜ່ານ​ມາຂອງ​ຫວຽດ​ນາມ ແມ່ນ​ທັນ​ການ ແລະ ເໝາະ​ສົມ. ທ່ານ​ຮອງ​ສາດ​ສະ​ດາ​ຈານ ດ​ຣ ເຈີນ​ຮ່​ວາງ​ເງິນ, ອະ​ທິ​ການ​ບໍ​ດີ ມະ​ຫາ​ວິ​ທະ​ຍາ​ໄລ​ການ​ເງິນ - Marketing ນະ​ຄອນ ໂຮ່​ຈິ​ມີນ ຊີ້​ແຈ້ງ:

        “ການ​ບໍ​ລິ​ຫານ​ນະ​ໂຍ​ບາຍອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຢູ່ ຫວຽດ​ນາມ ມີ 2 ໝວດ​ປັດ​ໄຈ​ສົ່ງ​ຜົນ​ກະ​ທົບ. ນັ້ນ​ແມ່ນ ປັດ​ໄຈ​ຈາກ​ພາຍນອກ ຄື: ສະ​ພາບ​ການ​ເສດ​ຖະ​ກິດ​ໂລກ​ປະ​ຈຸ​ບັນ, ສະ​ກຸນ​ເງິນ USD ​ຖີບ​ຕົວ ແລະ  ສະ​ກຸນ​ເງິນຢວນ​ຂອງ​ຈີນ​ອ່ອນ​ຕົວ ກໍ່​ກຳ​ລັງ​ດັນ​ຕໍ່​ການ​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ພວກ​ເຮົາ. ປັດ​ໄຈ​ພາຍ​ໃນ​ປະ​ເທດນັ້ນ​ແມ່ນ ການ​ສົ່ງ​ອອກ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ, ການ​ນຳ​ເຂົ້າ​ເກີນ​ດຸນ​ເພີ່ມ​ຂຶ້ນ. ສະ​ນັ້ນ ພວກ​ເຮົາ​ຕ້ອງ​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ. ທະ​ນາ​ຄານ​ແຫ່ງ​ລັດ ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ຄື​ແນວນັ້ນ ແມ່ນ​ເໝາະ​ສົມ​, ທັນ​ການ, ມີ​ໄຫວ​ພິບ.”

       ເປັນ​ເຈົ້າ​ການ​ຕໍ່​​ຫນ້າບັນ​ດາ​ການ​ຜັນ​ແປ​ທີ່​ຫຍຸ້ງ​ຍາກກວ່າ

        ບັນ​ດາ​ການ​ຜັນ​ແປ ​ ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໂລກຍາກ​ທີ່ຈະ​ຄາ​ດ​ຄ​ະ​ເນ​ໄດ້​ ຮຽກ​ຮ້ອງ ຫວຽດ​ນາມ ຕ້ອງ​ສືບ​ຕໍ່ການ​ຕິດ​ຕາມ​ຢ່າງ​ໃກ້​ຊິດ ແລະ ມີ​ມາດ​ຕະ​ການ​ຮັບ​ມື​ຢ່າງ​ເປັນ​ເຈົ້າ​ການ, ທັນ​ການ, ຈຳ​ກັດ​ຜົນ​ກະ​ທົບ​​ຢ່າງ​ຫຍໍ້​ທໍ້ໃນ​ລະ​ດັບ​ຕ​່ຳ​ສຸດ ແລະ ​ຍາດ​ແຍ່ງ​ສິ່ງ​ສະ​ດວກຢ່າງ​ສູງ​ສຸດ. ນະ​ໂຍ​ບາຍ​ດັດ​ປັບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຢ່າງ​ມີ​ໄຫວ​ພິບ ແມ່ນ​ໄດ້​ຄິດ​ໄລ່​ເຖິງ​ແຜນ​ການ​ນັບ​ແຕ່ນີ້​ຮອດ​ທ້າຍ​ປີ. ທ່ານ​ນາງ ຫງວຽນ​ທິ​ຮົ່ງ, ຮອງ​ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ​ລັດ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ດ້ວຍ​ຄວາມ​ຕັດ​ສິນ​ໃຈ​ຮັກ​ສາ​ຕະ​ຫລາດ​ເປັນ​ປົກ​ກະ​ຕິ, ທະ​ນາ​ຄານ​ແຫ່ງ​ລັດ ໄດ້​ກະ​ກຽມ​ບັນ​ດາ​ມາດ​ຕະ​ການ, ເຄື່ອງ​ມື​ທີ່​ຈຳ​ເປັນ. ການ​ດັດ​ປັບ​ເພີ່ມ 1% ອັດ​ຕາ​ແລກ​ປ່ຽນເງິນ​ຕາ​ສະ​ເລ່ຍ​ລະ​ຫວ່າງ ທະ​ນາ​ຄານ ແລະ ​ພາຍ​ຫລັງ​ດັດ​ປັບ​ເປັນ 2 ຄັ້ງ, ອັດ​ຕາ​ແລກ​ປ່ຽນ​ສະ​ກຸນ​ເງິນ​ດົງ​ ສາ​ມາດ​ຮັບ​ມື​ກັບ​ການ​ຜັນ​ແປ​ຂອງ​ຕະ​ຫລາດ​ໂລກ ແລະ ພາຍ​ໃນ​ປະ​ເທດ ບໍ່​ພຽງ​ແຕ່​ນັບ​ແຕ່ນີ້​ຮອດ​ທ້າຍ​ປີ ຫາກ​ນັບ​ທັງ​ຊຸມ​ເດືອນ​ຕົ້ນ​ປີ 2016,  ສ້າງ​ຄວາ​ມ​ສະ​ຖຽນ​ລະ​ພາບ​ໃຫ້​ຕະ​ຫລາດ​ເງິນ​ຕາ​ຕ່າງ​ປະ​ເທດ ແລະ ຮັບ​ປະ​ກັນ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ຂອງ​ສິນ​ຄ້າ​ຫວຽດ​ນາມ.”

         ນອກນັ້ນ, ຫວຽດ​ນາມ ຍັງ​ກະ​ກຽມ​ບັນ​ດາ​ມາດ​ຕ​ະ​ການ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຈາກ​ລາ​ຄາ​ນ້ຳ​ມັນ​ຫລຸດ​ລົງ. ກະ​ຊວງ​ການ​ເງິນ ຫວຽດ​ນາມ ໄດ້​ຢືນ​ຢັນ​ວ່າ: ດ້ວຍ​ລາ​ຄາ​ນ້ຳ​ມັນ​ຄື​ປະ​ຈຸ​ບັນ​, ການ​ສ້າງລາຍ​ຮັບ​ເຂົ້າ​ງົບ​ປະ​ມານ​ຂອງ​ຫວຽດ​ນາມ ຍັງ​ຄົງ​ຮັບ​ປະ​ກັນ​ຕາມ​ແຜນ​ການ​ແມ່ນລື່ນ​ກາຍ​ປະ​ມານ 8%. ສຳ​ລັບ​ການ​ຜັນ​ແປ​ໃນ​ຕະ​ຫລາດ​ຫລັກ​ຊັບ ຫວຽດ​ນາມ, ຄະ​ນະ​ກຳ​ມະ​ການ​ຫລັກ​ຊັບ​ແຫ່ງ​ລັດ ແລະ ບັນ​ດາ​ກະ​ຊວງ ຂະ​ແຫນງ​ການ ຢືນ​ຢັນ: ຕະ​ຫລາດ​ຈະ​ຟື້ນ​ຕົວ​ຢ່າງວ່ອງ​ໄວ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ດ້ວຍ​ບັນ​ດາ​ລັດ​ຖະ​ນະ​ໂຍ​ບາຍ​ຫວ່າງ​ແລ້ວນີ້ ເພື່ອ​ຮັບ​ມື​ກັບ​ຜົນ​ກະ​ທົບ​ຢ່າງ​ຫຍໍ້​ທ​ໍ້​ຈາກ​ເສດ​ຖະ​ກິດ​ໂລກ, ຫວຽດ​ນາມ ​ຍັງ​ຄົງຄວບ​ຄຸມ​ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ຢ່າງ​ດີ. ບັນ​ດາ​ຄາດ​ໝາຍ​ກ່ຽວ​ກັບ​ການ​ເຕີບ​ໂຕ, ໄພ​ເງິ​ເຟີ້, ​ສ້າງ​ລາຍ​ຮັບ​ເຂົ້າງົບ​ປະ​ມານ, ການ​ເຄື່ອນ​ໄຫວ​ນຳ​ເຂົ້າ​ສົ່ງ​ອອກ​ສິນ​ຄ້າ ກໍ​ຄື​ການ​ຜະ​ລິ​ດ​ດຳ​ເນີນ​ທຸ​ລະ​ກິດ ຍັງ​ຄົງ​ບັນ​ລຸ​ຄາດ​ໝາຍ​ທີ່​ວາງ​ອອກ.

ຂ່າວ/ບົດ​ອື່ນ