ເພີ່ມທະວີກົນໄກແລະແຫລ່ງກຳລັງພັດທະນາກະສິກຳ,ຊົນນະບົດ

(vovworld)-ໃນ​ສະ​ພາບ​​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ເສດ​ຖະ​ກິດ, ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ​ຢູ່ ຫວຽດ​ນາມ ພວມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຂອງ​ພັກ,ອຳ​ນາດກ​ານ​ປົກ​ຄອງ​ກ່ຽວ​ກັບ​ກະ​ສິ​ກຳ, ຊົນ​ນະ​ບົດ ແລະ ຊາວ​ກະ​ສິ​ກອນ​ເປັນ​ຢ່າງ​ດີ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ຜ່ານ​ກອງ​ປະ​ຊຸມ​ຫລ​າຍ​ຄັ້ງ​ ກ່ຽວ​ກັບ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດກໍ​ຄ​ື ​ການ​ເຮັດ​ວຽກ ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັ​ນ​ນີງ ກັບ​ບັນ​ດາ​ຄະ​ນະ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ກ່ຽວ​ກັບ​ໂຄງ​ການ, ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໃນ​ໄລ​ຍະ​ມໍ່ໆ​ມານີ້.
ເພີ່ມທະວີກົນໄກແລະແຫລ່ງກຳລັງພັດທະນາກະສິກຳ,ຊົນນະບົດ - ảnh 1
ພາບ​ປະ​ກອບ:hanoimoi.com.vn

        ເພີ່ມ​ທະ​ວີ​ກົນ​ໄກ ແລະ ແຫລ່ງ​ກຳ​ລັງ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ ແມ່ນ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງກອງ​ປະ​ຊ​ຸມ​ທົ່ວ​ປະ​ເທດ​ ສະ​ຫລຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ບົດ​ສະ​ຫລຸບ​ເລກ​ທີ 61 ກ່ຽວ​ກັບ​ແຜ​ນ​ຮ່າງ “ຍົກ​ສູງ​ບົດ​ບາດ, ຄວາມ​ຮັບ​ຜິດ​ຊອບ​ຂອງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໃນ​ການ​ພັດ​ທະ​ນາ​ກະ​ສິ​ກຳ, ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ກໍ່​ສ້າງ​ຊົນ​ຊັ້ນ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໄລ​ຍະ 2010-2020  ຊື່ງ​ຖືກຈັດ​ຂຶ້ນ​ເມື່ອ​ວັນ​ທີ 3/7/2015. ຫລັງ​ຈາກນັ້ນ​ບໍ່​ດົນ ຄື​ວັນ​ທີ 20/8/2015, ຄະ​ນະ​ເສດ​ຖະ​ກິດ​ສູນ​ກາງ ໄດ້​ສົມ​ທົບ​ກັບ​ກະ​ຊວງ​ກະ​ສິ​ກຳ ແລະ ພ​ັດ​ທະ​ນາ​ຊົນ​ນະ​ບົດ, ວາ​ລະ​ສານ​ກົ້ງ​ສານ(ກອມ​ມູ​ນິດ) ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສຳ​ມະ​ນາ “ຍູ້​ແຮງ​ການ​ຫັນ​ກະ​ສິ​ກຳ, ຊົນ​ນະ​ບົດເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່.” ໃນ​ໄລ​ຍະ​ດຳ​ເນີນ 2 ເຫດ​ການນີ້, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວັນ​ນີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ໄດ້​ມີ​ກາ​ນ​ເຮັດ​ວຽກ​ກັບ​ຫລາຍ​ຂະ​ແຫນງ, ນະ​ຄອນ, ທ້ອງ​ຖິ່ນຕ່າງໆ ຢ່າງ​ລຽນ​ຕິດ ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່.

         ເກືອບ10% ຈຳ​ນວນ​ຕາ​ແສງ​ບັນ​ລຸມາດ​ຖານ​ຊົນ​ນະ​ບົດ​ໃຫມ່

        ປະ​ຈຸ​ບັນ​ທົ່ວ​ປະ​ເທດ ມີ 889 ຕາ​ແສງ ແລະ 5 ເມືອງ ບັນ​ລຸ​ມາ​ດ​ຖານ​ຊົນ​ນະ​ບົດ​ໃຫມ່. ຕົວ​ເລກ​ດັ່ງ​ກ່າວ​ແມ່ນ​ການຢັ້ງ​ຢືນ​ໝາກ​ຜົນ​​ທີ່ບັນ​ລຸ​ໄດ້​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແມ່ນ​ຖືກ​ກັບ​ຄວາມ​ມຸ່ງ​ຫວັງ​ຂອງ​ປະ​ຊາ​ຊົນ. ບັນ​ດາ​ທ້ອງ​ຖິ່ນທີ່ ບັນ​ລຸ 19 ມາດ​ຖານ​ກ່ຽວ​ກັບ​ຊົນ​ນະ​ບົດ​ໃຫມ່ນັ້ນ  ມີ​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍືນ​ຍົງ, ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ດ້ານ​ເສດ​ຖະ​ກິດ​ສັງ​ຄົມ​ແມ່ນ​ຄົບ​ຊຸດ, ທັນ​ສະ​ໄຫມ, ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ປະ​ຊາ​ຊົນ​ໄດ້​ຮັບ​ການ​ປັບ​ປຸງ, ສິ່ງ​ແວດ​ລ້ອມ​ແຫ່ງ​ການ​ດຳ​ລົງ​ຊີ​ວິດ​ແມ່ນ​ຂຽວ- ສະ​ອາດ - ສວຍ​ງາມ, ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ ແລະ ລະ​ບົບ​ການ​ເມື້ອງ​ເຂັ້ມ​ແຂງ. ບ​ັນ​ດາ​ມາດ​ຖານນີ້​ໄດ້​ປະ​ກອບ​ສ່ວນ​ຫັນ​ຈຸດ​ໝາຍ​ປະ​ຊາ​ຊົນ​ຮັ່ງ​ມີ, ປະ​ເທດ​ຊາດ​ເຂັ້ມ​ແຂງ, ສັງ​ຄົມ​ປະ​ຊາ​ທິ​ປະ​ໄຕ, ຍຸ​ຕິ​ທຳ, ສີ​ວິ​ໄລ​ຢູ່​ບໍ​ລິ​ເວນ​ຊົນ​ນະ​ບົດ​ ແລະ ວິ​ວັດ​ການ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມເປັນ​ລະ​ອຽດ, ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຄືນ​ໃຫມ່, ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຢູ່​ບໍ​ລິ​ເວນ​ຊົນ​ນະ​ບົດ​ຄືນ​ໃຫມ່.

       ຫນ້າ​ທີ່​ຈຸດ​ສຸມ​ໃນ​ຕໍ່​ຫນ້າ​ແລະ​ເປັນ​ປະ​ຈຳ

        ຫນ້າ​ທີ່​ຈຸດ​ສຸມ​ໃນ​ຕໍ່​ຫນ້າ​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ນັ້ນ​ແມ່​ນ​ຄະ​ນະ​ພັກ​​, ອຳ​ນາດ​ການ​ປົກ​ຄອງ​, ແນວ​ໂຮມ​ປະ​ເທດ​ຊາດ, ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນທຸກ​ຂັ້ນຄວນ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງ​ຄວາມ​ໝາຍກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ຖື​ວ່າ ນີ້​ແມ່ນ​ຫນ້າ​ທີ່​ການ​ເມືອງ​ຈຸດ​ສຸມ, ເປັນ​ປະ​ຈຳ, ພ້ອມ​ທັງ​ມີ​ແຜນ​ການ, ໂຄງ​ການ​ດຳ​ເນີນ​ງານ, ກວດ​ກາ, ເລັ່ງ​ລັດ​ລະ​ອຽດ ແລະ ແບ່ງ​ງານ, ຊັບ​ຊ້ອນ​ພະ​ນັກ​ງານ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ຕິດ​ພັນ​ກັບ​ການ​ເພີ່ມ​ທະ​ວີ​ການ​ຂົນ​ຂວາຍ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ ດ້ວຍ​ຖາ​ນະ​ແມ່ນ​ເຈົ້າ​ຂອງ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່. ທ່ານ ເວືອງ​ດີງ​ເຫ້ວ, ຫົວ​ຫນ້າ​ຄະ​ນ​ະ​ເສດ​ຖະ​ກິດ​ສູນ​ກາງ​ຖື​ວ່າ:

        “​ປະ​ຕິ​ບັດ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ສຳ​ເລັດ​ຜົນ​ ຫລືບໍ່ ສິ່ງ​ສຳ​ຄັນ​ແມ່ນ​ບັນ​ຫາ​ຄວາມ​ຮັບ​ຮູ້. ທີ​ສອງ ແມ່ນ​ບົດ​ບາດ​ຂອງ​ທຸກ​ຂັ້ນ, ຂະ​ແຫນງ​ການ ໃນ​ການຈັດ​ຕັ້ງ​ປະ​ຕິ​ບັດ ແລະ ສຳ​ຄັນ​ກວ່ານັ້ນ​ບົດ​ບາດ​ຂອງ​ຄະ​ນະ​ພັກ, ອຳ​ນາດ​ການ​ປົກ​ຄອງ​ທຸ​ກ​ຂັ້ນ. ທີ​ສາມ ແມ່ນ​ການ​ປ່ຽນ​ໃຫມ່, ພັດ​ທະ​ນາ ຍົກ​ສູງ​ປະ​ສິດ​ທິ​ຜົນ​ຂອງ​ເສດ​ຖະ​ກິດ​ການ​ຮ່ວມ​ມື, ພິ​ເສດ ແມ່ນ​ເສດ​ຖະ​ກິ​ດ​ຂອງ​ສະ​ຫະ​ກອນ​ກະ​ເສດ​ແບບ​ໃຫມ່ ໃນ​ການ​ຜະ​ລິດ​ກະ​ສິ​ກຳ, ຕິດ​ພັນ​ກັບ​ໂຄງ​ການກໍ່​ສ້າ​ງ​ຊົນ​ນະ​ບົດ​ໃຫມ່ ດ້ວຍ​ບົດ​ບາດ​ເຈົ້າ​ຂອງ ຂອງ​ຊາວ​ກະ​ສິ​ກອນ, ຂອງ​ຖັນ​ແຖວ​ວິ​ສາ​ຫະ​ກິດ ແລະ ນັກ​ທຸ​ລະ​ກິດ.”

        ໄລ​ຍະ​ຈະ​ມາ​ເຖິງ, ໃນ​ສະ​ພາບ​ການ​ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງ, ກວ້າງ​ຂວາງ, ການ​ແກ້ງ​ແຍ້ງ​ຢ່າງ​ແຮງ ​ຮຽກ​ຮ້ອງ​ ​ຕ້ອງ​ຍົກ​ສູງ​ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ ການ​ຜະ​ລິດກະ​ສິ​ກຳ, ລັດ​ຖະ​ບານ​ຫວຽດ​ນາມ ບຸ​ລິ​ມະ​ສິດ​ເພີ່ມ​ທະ​ວີ​ທຸກ​ແຫລ່ງ​ກຳ​ລັງ​ເພື່ອ​ພັດ​ທະ​ນາ​ກະ​ສິ​ກຳ. ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ບຳ​ລຸງ​ສ້າງ​ໃຫ້​ຊາວກ​ະ​ສິ​ກອນ ເພື່ອ​ໃຫ້​ເຂົາ​ເຈົ້າ​ກາຍ​ເປັນ​ຊາວ​ກະ​ສິ​ກອນ​ແບບ​ໃຫມ່, ມີ​ລະ​ດັບ​ຄວາມ​ຮູ້, ກຳ​ລັງ​ຄວາມ​ສາ​ມາດ​ຈັດ​ຕັ້ງ​ຕາມ​ຮູບ​ແບບ​ກາ​ນ​ຜະ​ລິດ​ກະ​ສິ​ກຳ ຫວຽດ​ນາມ ຕາມ​ຂອບ​ຂະ​ຫນາດ​ໃຫຍ່, ທັນ​ສະ​ໄຫມ. ກ່ຽວ​ກັບ​ສິ່ງ​ດັ່ງ​ກ່າວ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ວີງ​ນີງ ຊີ້​ແຈ້ງວ່າ:

        “ປະ​ຈຸ​ບັນ ພວກ​ເຮົາ​ຜະ​ລິດ​ຕາມ​ຮູບ​ແບບ​ເອ​ກະ​ຊົນ, ຂະ​ຫນາດ​ນ້ອຍ ສະ​ນັ້ນ​ບໍ່​ສາ​ມາດ​ແກ້ງ​ແຍ້ງ​ໄດ້. ບົດ​ບາດ​ຂອງ​ເສດ​ຖະ​ກິດ​ຄອບ​ຄົວ ຍັງ​ໃຫຍ່​ຫລວງ​ຢູ່ ຕ​້ອງ​ມີ​ການ​ຮ່​ວມ​ສຳ​ພັນ​ໃນ​ການ​ຜະ​ລິດ​ກະ​ສິ​ກຳ. ທີ​ສອງ ແມ່ນ​ຂົນ​ຂວາຍ​ຊາວ​ກະ​ສິ​ກອນ​ເປັນ​ເຈົ້າ​ການ ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ​ຄືນ​ໃຫມ່, ຮ່ວມ​ສຳ​ພັນ​ໃນ​ການ​ຜະ​ລິດ​ຕາມ​ລະ​ບົບ​ມູນ​ຄ່າ, ເຂົ້າ​ຮ່ວມ​​ຈັດ​ຕັ້ງ​ກາ​ນ​ຮ່ວມ​ມື, ສະ​ຫະ​ກອນແບບ​ໃຫມ່​ເພື່ອ​ຮ່ວມ​ສຳ​ພັນ​ກັບ​ວິ​ສາ​ຫະ​ກິດ​ໃນ​ການ​ຜະ​ລິດ, ປຸງ​ແຕ່ງ, ຈຳ​ຫນ່າຍ ເ​ຮັດ​ຄື​ແນວນັ້ນ ​ກາ​ນ​ພັດ​ທະ​ນາ​ກະ​ສິ​ກຳ​ຈຶ່ງ​ໝັ້ນ​ຄົງ​ໄດ້.”

         ພ້ອມ​ກັບ​ບັນ​ດາ​ຫນ້າ​ທີ່​ໃນ​ຕໍ່​ຫນ້າ ແລະ ເປັນ​ປະ​ຈຳ, ພັກ ແລະ ລັດ​ຫວຽດ​ນາມ ກ​ໍ​ເອົາ​ໃຈ​ໃສ່​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນ​ຫາ​ຫັນ​ກະ​ສິ​ກຳ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ, ກວດ​ກາ​ຄືນ, ເພີ່ມ​ເຕີມ​ບາງ​ມາດ​ຖານ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໄລ​ຍະ 1(2011-2015) ແລະ ມຸ່ງ​ໄປ​ເຖິງ​ກາ​ນ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່​ໄລ​ຍະ 2 (2016-2020).

ຕອບກັບ

ຂ່າວ/ບົດ​ອື່ນ