ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ຄູເວດ

(vovworld)- ວັນ​ທີ 5/5, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່​ງ​ລັດ ຄູ​ເວດ Sheikh Jaber Mubarak Al Hamad Al Sabad ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ 3 ວັນ. ການ​ຢ້ຽມ​ຢາມ ແນ​ໃສ່​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ດ້ານ​ການ​ຄ້າ, ນ້ຳ​ມັນ​ອາຍ​ແກ​ສ, ແຮງ​ງານ, ກະ​ສິ​ກຳ, ການ​ທ່ອງ​ທ່ຽວ.
ເພີ່ມທະວີການພົວພັນລະຫວ່າງຫວຽດນາມ-ຄູເວດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່​ງ​ລັດ ຄູ​ເວດ Sheikh Jaber Mubarak Al Hamad Al Sabad
ພາບ:TTXVN

        ກ່ອນນີ້ ກວ່າ 40 ປີ, ວັນ​ທີ 10/1/1976, ຫວຽດ​ນາມ ແລະ ຄູ​ເວດ ໄດ້​ສ້າງ​ຕັ້ງ​ການພົວ​ພັນ​ທາງ​ການທູດ. ຄູ​ເວດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ຢູ່ ຕາ​ເວັນ​ອອກ​ກາງ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ, ພາຍ​ຫລັງ​ຫວຽດ​ນາມ​ທ້ອນ​ໂຮມ​ປະ​ເທດ​ຊາດ​ເປັນ​ເອ​ກະ​ພາບ. ຄູ​ເວດ ກໍ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ຈຳ​ນວນ​ບັນ​ດາ​ປະ​ເທດ​ສະ​ພາ​ຮ່ວມ​ມື​ເຂດ​ອ່າວ (GCC) ເປ​ີດ​ສະ​ຖານ​ທູດ​ຢູ່​ຮ່າ​ໂນ້ຍ ແລະ ສ​ະ​ຖານ​ກົງ​ສູນ​ຢູ່ ນະ​ຄອນ​ໂຮ່​ຈິ​ມີນ ເມື່ອ​ປີ 2007.

ການ​ພົວ​ພັນ​ຮ່ວມ​ມື​ຢ່າງ​ມີ​ປະ​ສິດ​ທິ​ຜົນ

       ຫວຽດ​ນາມ ແລະ ຄູ​ເວດ ມີ​ຈຸດ​ທີ່​ຄ້າຍ​ຄື​ກັນ, ນັ້ນ​ແມ່ນ ຄວາມ​ມຸ້ງ​ຫວັງ​ກ່ຽວ​ກັບ​ເອ​ກະ​ລາດ,ເສ​ລີ​ພາບ ແລະ ສັນ​ຕິ​ພາບ. ປະ​ຊາ​ຊົນ​ສອງ​ປະ​ເທດ​ລ້ວນ​ແຕ່​ໄດ້ຜ່ານ​ຜ່າການ​ຕໍ່​ສູ້​ອັນ​ຫຍຸ້ງ​ຍາກ​ລຳ​ບາກ​ເພື່ອ​ບັນ​ລຸ​ຈຸດ​ປະ​ສົງ​ອັນ​ສູງ​ສົ່ງ​ຂອງ​ຕົນ. ໃນ​ໄລ​ຍະ​ຫຍູ້ງ​ຍາກ, ລຳ​ບາກນັ້ນ, ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ໄດ້​ຮັບ​ການ​ຊ່ວຍ​ເຫລືອ​ອັນ​ລ້ຳ​ຄ່າ ແລະ ຄວາມ​ສາ​ມັກ​ຄີ​ຢ່າງ​ແຮງ​ຈາກລັດ​ຖະ​ບານ ແລະ ປ​ະ​ຊາ​ຊົນ ຄູ​ເວດ. ປະ​ຊາ​ຊົນ​ຫວຽດ​ນາມ ຍາມ​ໃດ​ກໍ​ຈົດ​ຈຳ​ການ​ຊ່ວຍ​ເຫລືອ ແລະ ອາ​ລົມ​ຈິດນັ້ນ. ປະ​ຈຸ​ບັນ, ການ​ພົວ​ພັມ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ​ສືບ​ຕໍ່​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ໃນ​ຫລາຍ​ຂົງ​ເຂດ. ການ​ນຳ​ສອງ​ປະ​ເທດ ໄດ້​ດຳ​ເນີນ​ບັນ​ດາ​ການ​ຢ້ຽມ​ຢາມ​ສັນ​ຖະ​ວະ​ໄມ​ຕີ​ເຊິ່ງ​ກັນ ແລະ​ກັນ​ໃນ​ຫລາຍ​ປີ​ຜ່ານ​ມາ. ພິ​ເສດ ການ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄູ​ເວດ Sheikh Nasser Al Mohammed Al Jaber Al Sabah ເມື່ອ​ເດືອນ 5/2007 ແລະ ການ​ຢ້ຽມ​ຢາມ ຄູ​ເວດ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເມື່ອ​ເດືອນ 3/2009 ເປັນ​ຂີດ​ໝາຍ​ໃຫມ່​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ.

        ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ, ສອງ​ປະ​ເທດ​ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ. ກອງ​ທຶນ ຄູ​ເວດ ພັດ​ທະ​ນາ​ເສດ​ຖະ​ກິດ ອາ​ຣັບ ໄດ້​ສະ​ຫນອງ​ແຫລ່ງ​ທຶນ​ໃຫ້​ຫລາຍ​ໂຄງ​ການ​ພັດ​ທະ​ນາ​ຢູ່​ຫວຽດ​ນາມ ນັບ​ແຕ່​ປີ 1979. ຜ່ານກອງ​ທຶນ​​ພັດ​ທະ​ນາ​ເສດ​ຖະ​ກິດ ອາ​ຣັບ (KFEAD), ມາ​ຮອ​ດ​ປະ​ຈຸ​ບັນ ຄູ​ເວດ ມີ 16 ໂຄງ​ການ ODA ອຸ​ປະ​ຖຳ​ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ກ່ຽວ​ກັບ​ຄົມ​ມະ​ນາ​ຄົມ, ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ, ຊົນ​ລະ​ປະ​ທານ… ຢູ່​ບັນ​ດາ​ເຂດ​ຊົນ​ນະ​ບົດ​ຂອງ​ຫວຽດ​ນາມ, ປະ​ກອບ​ສ່ວນ​ປັບ​ປຸງ​ເງື່ອນ​ໄຂ​ດຳ​ເນີນ​ຊີ​ວິດ, ການ​ຜະ​ລິດ​ຂອງ​ຊຸມ​ຊົນ​ຢູ່​ເຂດ​ໂຄງ​ການຫລາຍ​ສົມ​ຄວນ. ໃນ​ຊຸມ​ປີ​ຜ່ານ​ມາ, ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເຂົ້າ​ຕະ​ຫລາດ ຄູ​ເວດ ລ້ວນ​ແຕ່​ເພີ່ມ​ຂຶ້ນ, ປີ 2015 ເພີ່ມ​ຂຶ້ນ 20% ເມື່ອ​ທຽບ​ໃສ່​ປີ 2014. ຫວຽດ​ນາມ ຍາມ​ໃດ​ກໍ​ໃນ​ນອນ​ຈຳ​ນວນ 10 ປະ​ເທດສົ່ງ​ອອກຫລາຍ​ສຸດ​ເຂົ້າ​ຕະ​ຫລາດ ຄູ​ເວດ. ສັນ​ຍາກໍ່​ສ້າງ​ໂຮງ​ງາ​ນ​ກັ່ນ​ນ້ຳ​ມັນ ງີ​ເຊີນ ໄດ້​ຮັບ​ການ​ລົງ​ນາມ​ເມື່ອ​ປີ 2008 ລະ​ຫວ່າງ Petro Viet Nam, ກຸ່ມ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ​ສາ​ກົນ ຄູ​ເວດ ແລະ ສອງ​ຄູ່​ຮ່ວມ​ມື​ຂອງ​ຍີ່​ປຸ່ນ. ໂຮງ​ງານ​ປະ​ສົມ​ນ້ຳ​ມັນ​ແຫ່ງນີ້​ໄດ້​ຮັບ​ການກໍ່​ສ້າງ​ຢູ່ ງີ​ເຊີນ ແຂວງ ແທງ​ຮ​ວາ, ມີ​ເງິນ​ລົງ​ທຶນ​ປະ​ມານ 10 ຕື້ USD. ໂຄງ​ການ​ດັ່ງ​ກ່າວ​ເລີ່ມ​ລົງ​ມືກໍ່​ສ້າງ​ເມື່ອ​ເດືອນ 10/2013 ແລະ ຄາດ​ວ່າ​ຈະ​ນຳ​ເຂົ້າ​ໃຊ້​ການ​ໃນ​ທ້າຍ​ປີ 2017. ເດືອນ 3/2016, ພະ​ແນກ​ແຜນ​ການ ແລະ ການ​ລົງ​ທຶນ​ນະ​ຄອນ ຮ່າ​ໂນ້ຍ ໄດ້​ອອກ​ຫນັງ​ສື​ອະ​ນຸ​ຍາດ​​ລົງ​ທຶນ​ໃຫ້​ໂຄງ​ການ​ຮ່ວມ​ທຸ​ລະ​ກິດ​ແຈກ​ຢາຍ​ຜະ​ລິດ​ຕະ​ພັນ​ລະ​ຫວ່າງ​ບໍ​ລິ​ສັດ​ນ້ຳ​ມັນ​ອາຍ​ແກ​ສ ສາ​ກົນ ຄູ​ເວດ (KPI) ແລະ ບໍ​ລິ​ສັດ Idemitsu Kosan ຂອງ​ຍີ່​ປຸ່ນ ເພື່ອ​ແຈ​ກ​ຢາຍ​ບັນ​ດາ​ຜະ​ລິດ​ຕະ​ພັນ​ນ້ຳ​ມັນ​ອາຍ​ແກ​ສ ຢູ່ ຕະ​ຫລາດ ຫວຽດ​ນາມ.

        ກ່ຽວ​ກັບ​ດ້ານ​ການ​ຄ້າ, ຫວຽດ​ນາມ ສົ່ງ​ອອກ​ໄປ​ຍັງ​ຕະ​ຫລາດ ຄູ​ເວດ ບັນ​ດາ​ຜະ​ລິດ​ຕະ​ພັນ​ຄື: ເກີບ, ໂສ້ງ​ເສື້ອ, ສິນ​ໃນ​ນ້ຳ, ຄອມ​ພິວ​ເຕີ, ເຄື່ອງ​ເຟີ​ນີ​ເຈີ, ກາ​ເຟ, ຊາ…. ຫວຽດ​ນາມ ນຳ​ເຂົ້າ​ປະ​ເພ​ດ​ສິ​ນ​ຄ້າ​ຈາກ ຄູ​ເວດ ນັ້ນ​ແມ່ນ: ນ້ຳ​ມັນ, ກະ​ຊວນ, ເຄ​ມີ, ຟຸ່ນ​ເຄ​ມີ, ອຸ​ປະ​ກອບ​ຫນັງ… ພ້ອມ​ກັບ​ ຜົນສຳ​ເລັດ​ໃນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ​ຈຳ​ນວນ​ຫນຶ່ງ​ກໍ​ໄດ້​​ຮັບ​ການຮັບ​ຮູ້​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ແຕ່​ປີ 1996, ຫວຽດ​ນາມ ເລີ່ມ​ຕົ້ນ​ສົ່ງ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່ ຄູ​ເວດ. ປະ​ຈຸ​ບັນ ມີ​ຄົນ​ງານ​ຫວຽດ​ນາມ ປະ​ມານ 600 ຄົນ ເຮັດ​ວຽກ​ໃນ​ບັນ​ດາ​ຂົງ​ເຂດຄື: ກໍ່​ສ້າງ, ນ້ຳ​ມັນ​ອາຍ​ແກ​ສ. ກ່ຽວ​ກັບ​ການ​ສຶກ​ສາ​ບຳ​ລຸງ​ສ້າງ, ແຕ່​ລ​ະ​ປີ, ຄູ​ເວດ ໄດ້​ສະ​ຫນອງ​ທຶນ​ສຶກ​ສາ​ດ້ານ​ພາ​ສາ ແລະ ທຶນ​ສຶກ​ສາ​ຂະ​ແຫນງ​ອາຍ​ແກ​ສ​ໃຫ້​ຫວຽດ​ນາມ. ມາ​ຮອດ​ປະ​ຈຸ​ບັນ, ມີ ນັກ​ສຶກ​ສາ​ຫວຽດ​ນາມ 16 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຮຽນ​ພາ​ສາ ອາ​ຣັບ ຢູ່ ຄູ​ເວດ.

ກ່ຽວ​ກັບ​ຂົງ​ເຂດ​ການ​ທ່ອງ​ທ່ຽວ, ນັບ​ມື້​ນັບ​​ມີ​ນັກ​ທ່ອງ​ທ່ຽວ ຄູ​ເວດ ຫລາຍ​ຄົນ ໄດ້​ມາຢ້ຽມ​ຢາມ ຫວຽດ​ນາມ ໃນ​​ໂອກ​າດ​ວັນ​ພັກ​ການ ຫລື​ທ່ອງ​ທ່ຽວ​ທຸກ​ປີ ແລະ ຖື​ຫວຽດ​ນາມ ແມ່ນ​ຈຸດ​ນັດ​ພົບ​ທີ່​ເຂົາ​ເຈົ້າ​ນິ​ຍົມ. ຫ​ວຽດ​ນາມ ແມ່ນ​ປະ​ເທດ​ທີ 37 ​ທີ່​ພົນ​ລະ​ເມືອງ​ສາ​ມາດ​ຮັບ​ວິ​ຊາ​ຢູ່​ສະ​ຫນາມບ​ິນ​ສາ​ກົນ ຄູ​ເວດ. ສອງ​ຝ່າຍ​ກໍ​ໄດ້​ລົງ​ນາມ ໃນ​ສັນ​ຍາ​, ຂໍ້​ຕົກ​ລົງ​ບາງ​ສະ​ບັບ​ຄື: ສັນ​ຍາ​ແມ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ; ສັນ​ຍາ​ການ​ຄ້າ, ສັນ​ຍາ​ຂົນ​ສົ່ງ​ທາງ​ອາ​ກາດ, ອະ​ນຸ​ສັນ​ຍາ ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ອະ​ນຸ​ສັນ​ຍາ​ກ່ຽວ​ກັບ​ການ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ປະ​ສົມ, ສັນ​ຍາ​ສົ່ງ​ເສີມ ແລະ ອາ​ລັກ​ຂາ​ການ​ລົງ​ທຶນ, ສັນ​ຍາ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ, ສັນ​ຍາ​ຫລີກ​ລ້ຽງ​ການ​ເສຍ​ພາ​ສີ​ຊ້ອນ, ສັນ​ຍາ​ຍົກ​ເວັ້ນ​ວິ​ຊາ​ໃຫ້​ຜູ້​ຖື​ຫນັງ​ສື​ຜ່ານ​ແດນ​ການ​ທູດ ແລະ ລັດ​ຖະ​ການ. ເປັນ​ຫນ້າ​ສົນ​ໃຈ, ເດືອນ 2/2016, ລັດ​ຖະ​ບານ ຄູ​ເວດ ໄດ້​ຮັບ​ຮອງ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ຂອງ​ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ.

        ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ

ໃນ​ໄລ​ຍະ​ກວ່າ 40 ປີ​ຜ່ານ​ມາ, ຫວຽດ​ນາມ ແລະ ຄູ​ເວດ ຍາມ​ໃດ​ກໍ​ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ. ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ຂອງ​ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່​ງ​ລັດ ຄູ​ເວດ Sheikh Jaber Mubarak Al Hamad Al Sabad ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ສອງ​ຝ່າຍ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ຊື່ງ​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ຕ້ອນ​ຮັບ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່​ງ​ລັດ ຄູ​ເວດ Sheikh Jaber Mubarak Al Hamad Al Sabad ກໍ​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ ສະ​ແດງ​ໃຫ້​ເຫັນ​ຄວາມ​ຖືເປັນ​ສຳ​ຄັນ​ບົດ​ບາດ, ທີ່​ຕັ້ງຂອງ​ຄູ​ເວດ​​ໃນ​ການ​ພົວ​ພັນ​ມິດ​ຕະ​ພາບ​ການ​ຮ່ວມ​ມື​ຂອງ​ຫວຽດ​ນາມ ຢູ່ ຕາ​ເວັນ​ອອກ​ກາງ ແລະ ເຂດ​ອ່າວ. ການ​ຢ້ຽມ​ຢາມ​ຈະ​ແມ່ນ​ຂີດ​ໝາຍ​ເປີດ​ບາດ​ກ້າວ​ພັດ​ທະ​ນາ​ໃຫມ່​ໃນ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ