ເພີ່ມທະວີການພົວພັນຫວຽດນາມ-ອຸກະແຣນ

ເພີ່ມທະວີການພົວພັນຫວຽດນາມ-ອຸກະແຣນ - ảnh 1
ທ່ານ​ນາຍົກລັດຖະມົນຕີ ອຸ​ກະ​ແຣນ Mykola Azarov(ພາບ: internet)

 
(vovworld-) ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung , ວັນ​ທີ 15/11, ທ່ານ​ນາຍົກລັດຖະມົນຕີ ອຸ​ກະ​ແຣນ Mykola Azarov ​ໄດ້​ເດີນທາງ​ມາ​ຢ້ຽ​ມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ. ​ໂດຍ​ຖືກ​ດຳ​ເນີນ​ໃນ​ສະພາບ​ທີ່​ການ​ພົວພັນ​ມິດຕະພາບ ​ແລ​ະ ການ​ຮ່ວມ​ມືຫຼາຍ​ດ້ານ ຫວຽດນາມ​-ອຸ​ກະ​ແຣນ ພວມ​ພັດທະນາ​ຢ່າງ​ດີງາມ, ພິ​ເສດ​ໃນ​ປີ 2011ຜ່ານ​ມາ, ຊຶ່ງ​ແມ່ນ​ປີ​ບຸກທະລຸ​ໃນ​ການ​ພົວພັນ 2 ຝ່າຍ​ດ້ວຍ​ເລື່ອງ 2 ຝ່າຍ​ໄດ້​ຍົກ​ການ​ພົວພັນຂຶ້ນ​ເປັນ ການ​ພົວພັນ​ຄູ່​ຮ່ວມ​ມື​ຢ່າງຮອບດ້ານ, ການຢ້ຽມຢາມ​ຫວຽດນາມ​ຂອງ ທ່ານ​ນາຍົກລັດຖະມົນຕີ ອຸ​ກະ​ແຣນ Mykola Azarovຄັ້ງ​ນີ້ ຈະ​ສືບ​ຕໍ່​ປັບປຸງ ​ແລະ ​ເຮັດ​ໃຫ້ ການ​ພົວພັນຮ່ວມ​ມື​ລະຫວ່າງ ຫວຽດນາມ​-ອຸ​ກະ​ແຣນ ​ໃນ​ຫຼາຍ​ຂົງ​ເຂດ​ມີ​ຄວາມ​ເລິກ​ເຊິ່ງຍິ່ງ​ຂຶ້ນ.

    ​ໂດຍ​ສືບ​ທອດ​ຈາກ​ສາຍ​ພົວພັນ​ອັນ​ດີງາມ​ໃນ​ສະ​ໄໝອະດີດ​ສະຫະພາບ​ໂຊ​ຫວຽດ, ການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ ຫວຽດນາມ​-ອຸ​ກະ​ແຣນ​ໃນ​ໄລຍະ​ຫຼັງ​ອະດີດ​ສະຫະພາບ​ໂຊ​ຫວຽດ ກໍ​ຍັງ​ຄົງ​ໄດ້​ຮັບ​ການ​ຮັກສາ​ໄວ້ ​ແລະ ຂະຫຍາຍຕົວ​ຢ່າງ​ດີງາມ​ໂດຍ​ບໍ່​ຫົວຊາ​ຕໍ່​ບັນດາ​ການ​ຜັນ​ແປ​ຂອງ​ປະຫວັດສາດ. ຫວຽດນາມ​ ​ແລະ ອຸ​ກະ​ແຣນ ມີ​ບັນດາ​ຈຸດ​ຄ້າຍຄື​ກັນ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ​ຫຼາຍ​ຢ່າງ​ເພື່ອ​ສາມາດ​ເພີ່ມ​ເຕີມ​ໃຫ້​ແກ່​ກັນ​ເພື່ອ​ພ້ອມ​ກັນ​ພັດທະນາ. ບົນ​ພື້ນຖານການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອ, 2 ປະ​ເທດ​ໄດ້​ມານະ​ພະຍາຍາມ​ດຳ​ເນີນ​ຫຼາຍ​ມາດ​ຕະການ​ເພື່ອ​ຊຸກຍູ້ການ​ພົວພັນຮ່ວມ​ມື, ສົມທົບ​ກັນ​ຢູ່​ບັນດາ​ເວທີ​ປາ​ໄສ​ຫຼາຍ​ຝ່າຍ, ສາກົນ​ເພື່ອ​ຂຸດ​ຄົ້ນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຂອງ​ແຕ່ລະ​ຝ່າຍ​ໃຫ້​ຫຼາຍ​ກ່ວາ​ອີກ.

  ໃນ​ໄລຍະ​ທີ່​ຜ່ານ​ມາ, ຍ້ອນ​ຮັບ​ຜົນ​ສະທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ, ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໄດ້​ມີ​ທ່າ​ຫຼຸດ​ລົງ. ​ແຕ່ວົງ​ເງິນ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ໃນ​ປີ 2011 ​ໄດ້ມີ​ແນວ​ໂນ້ມຄ່ອຍໆ​ເພີ່ມ​ຂຶ້ນ, ບັນລຸ​ເກືອບ 300 ລ້ານ USD (​​ເພີ່​ມຂຶ້ນ 17% ​ເມື​ອ່ທຽບ​ໃສ່​ປີ 2010 ) , 9 ​ເດືອນຕົ້ນ​ປີ 2012 ບັນລຸ 175 ລ້ານ USD . ທາງ​ຝ່າຍອຸ​ກະ​ແຣນ​ໄດ້​ສະຫງວນ​ລະບອບ​ບຸລິມະສິດ​ໃຫ້​ແກ່​ຫວຽດນາມ​ໃນ​ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ໄປ​ຍັງອຸ​ກະ​ແຣນ. ​ໂດຍ​ໄດ້​ເຫັນ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ຍັງ​ໃຫຍ່​ຫຼວງ​ຢູ່​ນັ້ນ, ການ​ນຳ ຫວຽດນາມ​ ​ແລະ ອຸ​ກະ​ແຣນ​ໄດ້​ຕັດສິນ​ໃຈ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ໃຫ້​ສູງ​ຂຶ້ນ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ​ດ້ວຍ​ບັນດາ​ທິດ​ທາງ​ໃໝ່ ​ແລະ ມາດ​ຕະການ​ທີ່​ລະອຽດ. ​ໃນ​ການ​ເດີນທາງຢ້ຽມຢາມອຸ​ກະ​ແຣນ​ເມື່ອ​ເດືອນ 11/2011, ທ່ານ​ນາຍົກລັດຖະ ມົນຕີຫວຽດນາມ Nguyen Tan Dung ​ແລະ ທ່ານ​ນາຍົກລັດຖະມົນຕີ ອຸ​ກະ​ແຣນ Mykola Azarov ​ໄດ້​ລົງ​ນາມ​ໃນຖະ​ແຫຼ​ງການ​ຮ່ວມ ນຳການ​ພົວພັນຫວຽດນາມ​-ອຸ​ກະ​ແຣນຂຶ້ນ​ເປັນ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຢ່າງຮອບດ້ານ, ​ເຫັນ​ດິ​ເປັນ​ເອກະສັນ​ກັນ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ເຂດ​ການ​ຄ້າ​ເສລີ 2 ຝ່າຍ​ໂດຍ​ໄວ, ພ້ອມ​ກັນ​ນັ້ນ ກໍ​​ໄດ້​ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື​ຫຼາຍ​ສະບັບ​ເພື່ອ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ, ການ​ລົງທຶນ. ​ໃນ​ການ​ຢ້ຽມຢາມ, ທ່ານ​ນາຍົກ ລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ເນັ້ນ​ໜັກ​ວ່າ :

  “ ​ເພື່ອ​ຊຸກຍູ້​ດ້ານ​ການ​ຄ້າ, ຜະລິດ​ຕະພັນດ້ານ​ກະ​ສີ​ກຳ, ​ໃນ​ນັ້ນ​ມີ​ຜະລິດ​ຕະພັນ​ກະ​ເສດ, ສິນ​ໃນ​ນ້ຳຂອງ 2 ປະ​ເທ​ດນັ້ນ, ຄະນະ​ກຳມາ​ທິການ​ລະຫວ່າງ  ລັດຖະບານ​ຂອງ 2 ປະ​ເທດ​ຕ້ອງ​ຮີບ​ເຮັ່ງ​ຮຽບຮຽງ​ອະນຸ​ສັນຍາ​ລະຫວ່າງ 2 ລັດຖະບານ​ກ່ຽວ​ກັບ​ການກວດ​ໂລກລະບາດ​ສຳລັບ​ພືດ ​ແລະ ກ້າວ​ໄປ​ເຖິງການ​ເຊັນ​ສັນຍາ​ກ່ຽວ​ກັບ​ການກວດ​ໂລກລະບາດ​ສຳລັບ​ສັດ​ເພື່ອ​ລົບ​ລ້າງ​ບັນດາ​ຮົ້ວ​ກີດຂວາງ​ທີ່​ໄຮ້​ເຫດຜົນ, ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຜະລິດ​ຕະພັນ​ກະ​ສີ​ກຳ, ສິນ​ໃນ​ນ້ຳ ຂອງ​ຝ່າຍ​ໄດ້​ແຊກ​ຊຶມ​ຕະຫຼາດ​ຂອງ​ກັນ. ພ້ອມ​ກັນ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຂອງ 2 ປະ​ເທດ​ລົງທຶນ​ເຂົ້າ​ຂົງ​ເຂດ​ການ​ຜະລິດ ​ແລະ ປຸ່ງ​ແຕ່ງ​​ຜະລິດ​ຕະພັນ​ກະ​ສີ​ກຳ, ຍົກ​ຕົວ​ຢ່າງຄືປາ​ໜັງ​ຂອງ​ຫວຽດນາມ​ເປັນ​ຕົ້ນ ” .

    ປະຈຸ​ບັນ, ອຸ​ກະ​ແຣນມີ 4 ​ໂຄງການ​ລົງທຶນ​ເຂົ້າຫວຽດນາມ​ດ້ວຍ​ຍອດ​ເງິນ​ລົງທຶນ​ປະມານ 24 ລ້ານ USD. ສ່ວນ​ຫວຽດນາມ​ ກໍ​ມີ 4 ​ໂຄງການ​ລົງທຶນ​ຢູ່ອຸ​ກະ​ແຣນ​ດ້ວຍ​ຍອດ​ເງິນ​ລົງທຶນ​ 2,6 ລ້ານ USD. ​ໃນ​ການ​ຢ້ຽມຢາມ​ຫວຽດນາມຂອງ​ປະທານາທິບໍດີອຸ​ກະ​ແຣນ ​ເມື​ອ່​ເດືອນ 3/2011 ຜ່ານ​ມາ, ກຸ່ມ​ບໍລິສັດ​ໂທລະ​ຄົມ​ກອງທັບ Viettel ​ແລະ ອົງການ​ຄຸ້ມ​ຄອງ​ໂຄງການ​ແຫ່ງ​ຊາດອຸ​ກະ​ແຣນ ​ໄດ້​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ປະຕິບັດ​ໂຄງການ Internet ຄວາມ​ໄວ​ສູງ​ດ້ວຍ​ຍອດ​ມຸນ​ຄ່າ 600 ລ້ານ USD ຢູ່ອຸ​ກະ​ແຣນ.

   ​ໃນ​ບັນດາ​ຂົງ​ເຂດ​ຮ່ວມ​ມື, 2 ຝ່າຍ​ລ້ວນ​ແຕ່​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງ​ໜ້າ. ມາ​ຮອດ​ປະຈຸ​ບັນ, 2 ປະ​ເທດ​ໄດ້​ລົງ​ນາມ​ໃນ​ສັນຍາຮ່ວມ​ມື 20 ກ່ວາ​ສະບັບ​ໃນ​ຫຼາຍ​ຂົງ​ເຂດ​ທີ່​ສຳຄັນ​ຄື ຮ່ວມ​ມື​ດ້ານ​ເສດຖະກິດ-ການ​ຄ້າ, ການ​ຂົນ​ສົ່ງ​ທາງ​ທະ​ເລ, ການ​ຂົນ​ສົ່ງ​ທາງ​ອາກາດ, ວັດທະນະທຳ, ວິທະຍາສາດ, ສົ່ງ​ເສີມ ​ແລະ ອາລັກຂາ​ແກ່​ການ​ລົງທຶນ, ຫຼີກ​ເວັ້ນການ​ເກັບ​ພາສີ​ຊ້ອນ. ພິ​ເສດ, ​ໃນ​ຂົງ​ເຂດ​ການ​ສຶກສາ, ​ແຕ່ລະ​ປີ, ອຸ​ກະ​ແຣນ ​ແລະ ຫວຽດນາມ​​ໄດ້​ສະໜອງທຶນ​ສຶກສາ​ໃຫ້​ແກ່​ກັນດ້ວຍ​ຈຳນວນ​ກ່ວາ 30 ທຶນ. ປະຈຸ​ບັນ, ຫວຽດນາມ​​ມີ​ນັກ​ສຶກສາ ​ແລະ ນັກ​ຄົ້ນ​ຄ້ວາ​ປະມານ 1400 ຄົນພວມ​ສຶກສາ​ຮ່ຳຮຽນ ຢູ່ອຸ​ກະ​ແຣນ. ພ້ອມ​ກັບ​ຊາວ​ຫວຽດນາມ​ລຸ່ນຕ່າງໆ​ຊຶ່ງ​ໄດ້​ເຄີຍ​ຮ່ຳຮຽນ ​ແລະ ດຳລົງ​ຊີວິດ​ຢູ່ອຸ​ກະ​ແຣນ ຊຶ່ງ​ແມ່ນ​ກຳລັງ​ເປັນ​ຂົວ​ເຊື່ອມ​ຕໍ່ ປະກອບສ່ວນ​ນຳການ​ພົວພັນຫວຽດນາມ​-ອຸ​ກະ​ແຣນນັບ​ມື້​ນັບ​ສະໜິດ​ຕິດ​ພັນ​ກັນ, ທ່ານ​ປະລິນຍາ​ໂທ Dinh Tan Hung ຮອງ​ເລຂາທິການ​ໃຫຍ່​ສະມາຄົມ​ມິດຕະພາບຫວຽດນາມ​-ອຸ​ກະ​ແຣນ​ນະຄອນ ຮ່າ​ໂນ້ຍ​ແບ່ງປັນ​ວ່າ :  “ ອຸ​ກະ​ແຣນ​ແມ່ນ​ບ້ານ​ເກີດ​ເມືອງ​ນອນ​ແຫ່ງ​ທີ່ 2 ຂອງ​ຂ້າພະ​ເຈົ້າ, ຄາວ​ໄວ​ໜຸ່ມ, ຂ້າພ​ະເຈົ້າ​ໄດ້​ດຳລົງ​ຊີວິດ ​ແລະ ຮ່ຳຮຽນ​ຢູ່ອຸ​ກະ​ແຣນ. ຊວງ​ເວລາ​ນັ້ນ ​ໄດ້​ຊ່ວຍ​ຂ້າພ​ະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຫຼາຍ​ຢ່າງກ່ຽວ​ກັບປະ​ເທດ​ຊາດ ​ແລະ ຊາວອຸ​ກະ​ແຣນ. ​ເມື​ອ່ກັບ​ຄືນ​ຫວຽດນາມ, ຂ້າພະ​ເຈົ້າ​ຕິດ​ຕໍ່​ພົວພັນ ​ເປັນ​ຂົວ​ຕໍ່, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ, ນຳຄວາມ​ຮູ້​ຕ່າງໆ​ທີ່​ໄດ້​ຮຽນ​ຢູ່ອຸ​ກະ​ແຣນມາໝູນ​ໃຊ້​ໃນ​ບັນດາ​ຂົງ​ເຂດ​ທີ່​ຫວຽດນາມ​ມີ​ຄວາມ​ຕ້ອງການ, ຜ່ານ​ນັ້ນ ກໍ​ເປັນ​ການ​ເພີ່ມ​ທະວີ, ຊຸກຍູ້ການ​ພົວພັນຮ່ວມ​ມື​ລະຫວ່າງ 2 ປະ​ເທດ ”

    ບໍ່​ພຽງ​ແຕ່​​ພົວພັນຮ່ວມ​ມື ​ໃນ​ຂອບ​ເຂດ 2 ຝ່າຍ​ເທົ່າ​ນັ້ນ, ຫວຽດນາມ​ ​ແລະ ອຸ​ກະ​ແຣນຍົງ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ສະໜັບສະ​ໜູນຊຶ່ງກັນ ​ແລະ ກັນຍ​ເປັນ​ປະຈຳ​ຢູ່​ບັນດາ​ເວທີ​ປາ​ໄສ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ, ​ໃນ​ນັ້ນ​ມີ ສ.ປ.ຊ. ຫວຽດນາມ​​ໄດ້​ສະໜັບສະໜູນອຸ​ກະ​ແຣນກາຍ​ເປັນ​ນັກ​ສັງ​ເກດ​ການ​ຂອງ​ປະຊາ​ຄົມ​ບັນດາ​ປະ​ເທດ​ໃຊ້​ພາສາ​ຝະລັ່ງ, ອອກ​ສະໝັກ​ເລືອກ​ຕັ້ງ​ເປັນ​ສະມາຊິກ​ສະພາ​ສິດທິ​ມະນຸດ​ຄືນ​ໃໝ່. 2 ຝ່າຍ​ຕ່າ​ງກໍ​ຮັບ​ຮູ້​ຊຶ່ງ​ກັນ ​ແລະ ກັນ ​ເປັນ​ປະ​ເທດ​ມີ​ພື້ນຖາ​ນ​ເສດຖະກິດ​ການ​ຕະຫຼາດ. ຫວຽດນາມ​​ໄດ້​ສະໜັບສະໜູນອຸ​ກະ​ແຣນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ.

    ບົນ​ພື້ນ​ຖານການ​ພົວພັນ​ມິດຕະພາບທີ່​ເປັນ​ມູນ​ເຊື້ອອັນ​ດີ​ງາ​ມລະຫວ່າງ 2 ປະ​ເທ​ດ, ບັນດາ​ທິດ​ທາງ ​ແລະ ມາດ​ຕະການ​ຊຸກຍູ້​ການ​ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດຖະກິດ-ການ​ຄ້າ-ການ​ລົງທຶນ, ວິທະຍາສາດ-​ເຕັກນິກ, ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ໄດ້​ຮັບ​ການ​ແລກປ່ຽນ​ລະຫວ່າງທ່ານ​ນາຍົກ ລັດຖະມົນຕີ ອຸ​ກະ​ແຣນ Mykola Azarov ​ແລະ ການ​ນຳ​ຫວຽດນາມ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້, ​ແນ່ນອນ​ວ່າ​ຈະ​ນຳ​ການ​ພົວພັນຫວຽດນາມ​-ອຸ​ກະ​ແຣນ ຂຶ້ນ​ສູ່​ລະດັບ​ສູງ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ