ເພີ່ມທະວີອັດຕາສ່ວນພະນັກງານຫນຸ່ມແລະພະນັກງານຍິງໃນອົງຄະນະພັກບັນດາແຂວງ, ນະຄອນ


(vovworld)- ມາ​ຮອດ​ປະ​ຈຸ​ບັນ, ມີກວ່າ 50 ໃນ​ຍອດ​ຈຳ​ນວນ 68 ອົງ​ຄະ​ນະ​ພັກ​ບັນ​ດາ​ແຂວງ, ນະ​ຄອນ ແລະ ທ້ອງ​ຖິ່ນ​ຕ່າງໆ ໄດ້ ແລະ ພວມ​ດຳ​ເນີນກອ​ງ​ປະ​ຊຸມ​ໃຫຍ່ ອາ​ຍຸ​ການ 2015-2020, ເພື່ອກະ​ກຽມ​ໃຫ້​ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ໃນ​ຈຳ​ນວນ​ເຫລົ່າ​ນັ້ນ ໄດ້​ມີ​ບັນ​ດາ​ອົງ​ຄະ​ນະ​ພັກ​ບັນ​ລຸ​ບາດ​ກ້າວ​ບຸກ​ທະ​ລຸ​ຢ່າງ​ເຫັນ​ໄດ້​ຊັດ ກ່ຽວ​ກັບ​ຕົວ​ເລກ​ຄາດ​ໝາຍ​ພະ​ນັກ​ງານ​ຫນຸ່ມ ແລະ ພະ​ນັກ​ງານ​ຍິງ ໃນ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ.

ເພີ່ມທະວີອັດຕາສ່ວນພະນັກງານຫນຸ່ມແລະພະນັກງານຍິງໃນອົງຄະນະພັກບັນດາແຂວງ, ນະຄອນ - ảnh 1
ພະ​ນັກ​ງານ​ຫນຸ່ມ​ຢູ່​ແຂວງກວ໋າງ​ນາມ​ໄດ້​ຮັບ​ເລືອກ​ຕັ້ງ
​ເຂົ້າ​ຄະ​ນະບໍ​ລິ​ຫານ​ງານອົງ​ຄະ​ນະ​ພັກແຂວງ

        ປຶກ​ສາ​ຫາ​ລື​ບົດ​ລາຍ​ງານ​ການ​ເມືອງ​ທີ່​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່, ອົງ​ຄະ​ນະ​ພັກ​ບັນ​ດາ​ແຂວງ, ນະ​ຄອນ ລ້ວນ​ແຕ່​ສຸມ​ໃສ່​ເຂົ້າ​ໃນ​ບັນ​ດາ​ບັນ​ຫາ​ໃຫຍ່ ດ້ວຍ​ຈຸດ​ໝາຍ “ພັດ​ທະ​ນາ​ເສດ​ຖະ​ກິດ​ແມ່ນ​ຈຸດ​ສຸມ, ກໍ່​ສ້າງ​ພັກ ແມ່ນກຸນ​ແຈ່”. ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ແຕ່​ລະ​ທ້ອງ​ຖິ່ນ ໄດ້​ເລືອກ​ເຟັ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ແກ້ງ​ແຍ້ງ​ສະ​ເພາະ ເພື່ອ​ສ​ຸ​ມ​ໃສ່​ພັດ​ທະ​ນາ​ຄື: ກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ບໍ​ລິ​ການ, ທ່ອງ​ທ່ຽວ. ມີ​ບາງ​ອົງ​ຄະ​ນະ​ພັກ​ໄດ້​ວາງ​ອອກ​ບັນ​ດາ​ໂຄງ​ການ​ບຸກ​ທະ​ລຸ​ໃນ 5 ປີ​ຈະ​ມາ​ເຖິງ​ລະ​ອຽດ​ທີ່​ສຸດ ແລະ ແທດ​ຈິງ ຄື: ອົງ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ໄດ້​ສຸມ​ໃສ່​ປັບ​ປຸງ ແລະ ພັດ​ທະ​ນາ​ຕົ​ວ​ເມືອງ, ອົງ​ຄະ​ນະ​ພັກ​ແຂວງ ຮ່​ວາ​ບີງ ໄດ້​ສຸມ​ໃສ່​ເຂົ້າ​ໃນ​ກະ​ສິ​ກຳ​ນຳ​ມາ​ເຊິ່ງ​ມູນ​ຄ່າ​ເພີ່ມ​ສູງ.

        ສຸມ​ໃສ່​ວຽກ​ງານກໍ່​ສ້າງ​ພັກ

ສຳ​ລັບ​ວຽກ​ງານກໍ່​ສ້າງ​ພັກ, ບັນ​ດາ​ອົງ​ຄະ​ນະ​ພັກ​ແຂວງ, ນະ​ຄອນ ລ້ວນ​ແຕ່ ອີງ​ໃສ່ ມະ​ຕິ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຄັ້ງ​ທີ 4 ກ່ຽວ​ກັບ​ບາງ​ບັນ​ຫາ​ຮີບ​ດ່ວນ​ໃນ​ວຽກ​ງານກໍ່​ສ້າງ​ພັກ​ປະ​ຈຸ​ບັນ ແລະ ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ຮ່ຳ​ຮຽນ ແລະ ປະ​ຕິ​ບັດ​ຕາມ​​ແບບ​ຢ່າງຄຸນ​ສົມ​ບັດ​ປະ​ທາ​ນ​ໂຮ່​ຈິ​ມີນ ເພື່ອ​ຜັນ​ຂະ​ຫຍາຍ​ການ​ກະ​ທຳ. ທ່ານ ມາຍ​ຕຽນ​ຢູງ, ເລ​ຂາ​ຄະ​ນະ​ພັກ​ແຂວງ ຮ່າ​ນາມ ໃຫ​້​ຮູ້​ວ່າ:

        “ວຽກ​ງານກໍ່​ສ້າງ​ພັກ ຍັງ​ຄົງ​ແມ່ນ​ບັນ​ຫາ​​ກຸນ​ແຈ່. ພວກ​ຂ້າ​ພະ​ເຈົ້າ​ເອົາ​ໃຈ​​ໃສ່ເຖິງ​ບັນ​ຫາ​ປະ​ຕິ​ບັດ​ມະ​ຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ຊຸດ​ທີ 11 ຕິດ​ພັນ​ກັບ ຄຳ​ສັ່ງ​ເລກ​ທີ 03 ຂອງ​ກົມ​ການ​ເມືອງ. ພ້ອມ​ກັນ​ນັ້ນ ພວກ​ຂ້າ​ພະ​ເຈົ້າ​ກໍ​ເອົາ​ໃຈ​ໃສ່ເຖິງວຽກ​ງານພະ​ນັກ​ງານ ແລະ ​ເລ​ຂາຄະ​ນະ​ພັກ​ທຸກ​ຂັ້ນ. ທັດ​ສະ​ນະ​ຕີ​ລາ​ຄາ​ພະ​ນັກ​ງານ ແມ່ນ​ຄັດເລືອກຜູ້​ກ້າ​ເຮັດ, ກ​້າ​ຮັບ​ຜິດ​ຊອບ, ສຸດ​ຈິດ​ສຸດ​ໃຈ. ພວກ​ຂ້າ​ພະ​ເຈົ້າ ຮັບ​ເອົາ​ພະ​ນັກ​ງານ​ຫນຸ່ມ​ເຂົ້າ​ເຮັດ​ວຽກ ເພື່ອ​ບຳ​ລຸງ​ລຸ້ນ​ພະ​ນັກ​ງານ​ສືບ​ທອດ.”

        ວຽກ​ງານກໍ່​ສ້າງ​ພັກ​ຢູ່​ອົງ​ຄະ​ນະ​ພັກ​ໃນ​ອາ​ຍຸ​ການ​ຈະ​ມາ​ເຖິງ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຕາມ​ທິດ​ຊຸກ​ຍູ້​ສາຍ​ກ່ຽວ​ພັນ​ນຳ​ກັນ, ສະ​ຫນິດ​ແຫນ້ນ​ລະ​ຫວ່າງ​ການ​ນຳ, ອຳ​ນາດ​ການ​ປົກ​ຄອງ, ຄະ​ນະ​ພັກ​ທຸກ​ຂັ້ນ ກັບ​ປະ​ຊາ​ຊົນ, ຕອບ​ສະ​ຫນອງ​ຄວາມ​ມຸ້ງ​ມາດ​ປາດ​ຖະ​ຫນາ​ອັນ​ຊອບ​ທຳ​ຂອງ​ປະ​ຊາ​ຊົນ, ຈາກນັ້ນ ຍົກ​ອອກ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ແທດ​ຈິງກວ່າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ຢູ່​ບັນ​ດາ​ທ​້ອງ​ຖິ່ນ. ໃນ​ການກໍ່​ສ້າງ​ພັກ, ບັນ​ດາ​ທ້ອງ​ຖິ່ນ​ຖືກ​​ວຽກ​ງານ​ພະ​ນັກ​ງານ ເປັນ​ສຳ​ຄັນ​ຕົ້ນ​ຕໍ, ໃນ​ນັ້ນ ຍູ້​ແຮງວຽກ​ງານ​ບຳ​ລຸງ​ສ້າງ​ພະ​ນັກ​ງານ ແລະ ພະ​ນັກ​ງານ​ສືບ​ທອດ ຮັບ​ປະ​ກັນ​ການ​ຕອບ​ສະ​ຫນອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ໄລ​ຍະ​ເຊື່ອມ​ໂຍງ.

        ​ບາດ​ກ້າວບຸ​ກ​ທະ​ລຸ​ກ່ຽວ​ກັບ​ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຍິງ ແລະ ພະ​ນັກ​ງານ​ຫນຸ່ມ

       ສຳ​ລັບ​ວຽກ​ງານ​ບຸກ​ຄະ​ລາ​ກອນ, ຢູ່ ກວ່າ 50 ອົງ​ຄະ​ນະ​ພັກ ບັນ​ດາ​ແຂວງ, ນະ​ຄອນ, ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຍິງ ແລະ ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຫນຸ່ມ ເຂົ້າ​​ຮ່ວມຄະ​ນະ​ບໍ​ລິ​ຫານ​ງານ ແລະ ຄະ​ນະ​ປະ​ຈຳ​ຄະ​ນະ​ພັກແຂວງ, ນ​ະ​ຄອນ ແມ່ນ 10% - 15%. ພິ​ເສດ ຢູ່​ອົງ​ຄະ​ນະ​ພັກ​ແຂວງ ກາວ​ບັ່ງ ຊື່ງ​ແມ່ນ​ທ້ອງ​ຖິ່ນ​ຢູ່​ເຂດ​ພູ​ດອຍ​ທາງ​ພາກ​ເຫນືອ ມີ​ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຍິງກວ່າ 20% ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ຄະ​ນະ​ພັກ​ແຂວງ. ທ່ານ ລາ​ງອກ​ທວາງ, ຫົວ​ຫນ້າ​ຄະ​ນະ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ແຂວງ ກາວ​ບັ່ງ ໃຫ້​ຮູ້​ວ່າ:

        “ເຖິງ​ວ່າ​ແມ່ນ​ແຂວງ​ຫນຶ່ງ​ທີ່​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ການ​ສ້າງ​ລາຍ​ຮັບ​ເຂົ້າງົບ​ປະ​ມານ​ຕ່ຳ​ກໍ​ຕາມ, ລະ​ດັບ​ຄວາມ​ຮູ້​ຂອງ​ປະ​ຊາ​ຊົນ​ຕ່ຳ ແຕ່​ສະ​ເພາະ​ວຽກ​ງານ​ພະ​ນັກ​ງານ, ຄະ​ນະ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງ​ຍາມ​ໃດ​ກ​ໍ​ເອົາ​ໃຈ​ໃສ່. ດ້ວຍ​ໝາກ​ຜົນ​ ກວ່າ 20% ພະ​ນັກ​ງານ​ຍິງ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ, ນັ້ນ​ແມ່ນ​ຄວາມ​ພະ​ຍາ​ຍາມ​ໃຫຍ່​ຫລວງ​ຂອງ​ອົງ​ຄະ​ນະ​ພັກ. ເພື່ອ​ບັນ​ລ​ຸ​ໄດ້​ໝາກ​ຜົນ ນັ້ນ ພວກ​ຂ້າ​ພະ​ເຈົ້າ​ຍາ​ມ​ໃດ​ກໍ​ເອົາ​ໃຈ​ໃສ່​ບຳ​ລຸງ​ສ້າງ​ຈາກ​ຂັ້ນ​ຮາກ​ຖານ.”

        ຜ່າ​ນ​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່​ອົງ​ຄະ​ນະ​ພັກ​ແຂວງ, ນະ​ຄອນ ໄດ້​ມີ​ພະ​ນັກ​ງານ 2 ຄົນ​ອາ​ຍຸ​ຕ່ຳ​ກວ່າ 40 ປີ ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ເລ​ຂາ​ຄະ​ນະ​ພັກ. ນະ​ຄອນ ດາ​ຫນັງ ມີ 13,46% ພະ​ນັກ​ງານ​ຫນຸ່ມ​ເຂົ້າ​ຮ່ວ​ມ​ຄະ​ນະ​ບໍ​ລິ​ຫານ​ງານ. ຢູ່ ນະ​ຄອນ ໂຮ່​ຈິ​ມີນ, ອົງ​ຄະ​ນະ​ພັກ​ໃຫຍ່​ໃນ​ທົ່ວ​ປະ​ເທດ, ໃນ​ 4 ຄົນ​ໄດ້​ຮັບ​ເລືອກ​ຕັ້ງ​ເປັນ​ຮອງ​ເລ​ຂາ​ຄະ​ນະ​ພັກ​ນັ້ນ, ມີ 2 ຄົນ ອາ​ຍຸ​ຕ່ຳ​ກວ່າ 45 ປີ. ຈຳ​ນວນ​ພະ​ນັກ​ງານ​ຫນຸ່ມ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ຄະ​ນະ​ພັກ​ນະ​ຄອນ​ໂຮ່​ຈິ​ມີນ ແມ່ນກວ່າ 11%. ທ່ານ​ນາງ ຫງວຽນ​ທິກວ​ຽດ​ເຕີມ, ຮອງ​ເລ​ຂາ​ຄະ​ນະ​ພັກ​ນະ​ຄອນ ໂຮ່​ຈິ​ມີນ ໃຫ້​ຮູ້​ວ່າ:

        “ເພື່ອ​ມີ​ຖັນ​ແຖວ​ພະ​ນັກ​ງານ​ຫນຸ່ມ​ຄື​ແນວນັ້ນ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ບຳ​ລຸງ​ສ້າງ, ສັບ​ຊ້ອນ​ພະ​ນັກ​ງານ ແລະ ຕ້ອງ​ມີ​ການ​ທ​ົດ​ສອບ. ພະ​ນັກ​ງານ​ຫນຸ່ມ​ຕ້ອງ​ມີ​ປະ​ສົບ​ການ. ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ ພະ​ນັກ​ງານ​ຫນຸ່ມ​ພິ​ສູດ​ໃຫ້​ເຫັນ​ກຳ​ລັງຄວາມ​ສາ​ມາດ, ຄຸນ​ສົມ​ບັດ, ທ່າ​ແຮງ​ຂອງ​ຕົນ.”

        ອົງ​ຄະ​ນະ​ພັກ​ບັນ​ດາ​ແຂວງ, ນະ​ຄອນ ແລະ ທ້ອງ​ຖິ່ນ​ຕ່າງໆ ພວມ​ສືບ​ຕໍ່​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ອາ​ຍຸ​ການ 2015-2020. ມາດ​ຖານ ຍົກ​ສູງ​ອັດ​ຕາ​ສ່ວນ​ພະ​ນັກ​ງານ​ຫນຸ່ມ ແລະ ພະ​ນັກ​ງານ​ຍິງ​ເຂົ້າ​ຮ່ວມ​ຄະ​ນະ​ບໍ​ລິ​ຫານ​ງານ​ອົງ​ຄະ​ນະ​ພັກ​ບັນ​ດາ​ທ້ອງ​ຖິ່ນ ຍັງ​ຄົງ​ສືບ​ຕໍ່​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ຢູ່​ບັນ​ດາ​ກອງ​ປະ​ຊຸມ​ໃຫຍ່.

ຕອບກັບ

ຂ່າວ/ບົດ​ອື່ນ