ເພື່ອ ອາຊຽນ ທີ່ມີຂອບຂະໜາດໃຫຍ່

(VOVWORLD) - ກອງປະຊຸມໂດຍມີການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ກໍຄືບັນດາຄູ່ຮ່ວມມື.
ເພື່ອ ອາຊຽນ ທີ່ມີຂອບຂະໜາດໃຫຍ່ - ảnh 1ລັດຖະມົນຕີການຕ່າງປະເທດ ອາຊຽນ
(ພາບ: AFP)

        ວັນທີ 11 ກໍລະກົດ ນີ້, ກອງປະຊຸມລັດຖະມົນຕີການຕ່າງປະເທດສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 56 (AMM-56) ຈະໄຂຂຶ້ນຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ເຖິງຢ່າງໃດກໍ່ຕາມ, ແຕ່ວັນທີ 10 ກໍລະນົດ, ໄດ້ເລີ່ມດຳເນີນບັນດາການເຄື່ອນໄຫວຂັ້ນລັດຖະມົນຕີ ໃນຂອບເຂດ AMM-56. ນີ້ແມ່ນການເຄື່ອນໄຫວທີ່ມີຂອບຂະໜາດໃຫຍ່ທີ່ສຸດໃນແຕ່ລະປີຂອງບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ນຳໜ້າຄະນະເຂົ້າຮ່ວມກອງປະຊຸມ ຈະມີການປະກອບສ່ວນຢ່າງເປັນເຈົ້າການ, ຕັ້ງໜ້າຫຼາຍຢ່າງ ເພື່ອ ອາຊຽນ ທີ່ມີຂອບຂະໜາດໃຫຍ່.

        ກອງປະຊຸມ AMM-56 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຈັດຂຶ້ນແຕ່ວັນທີ 10 – 17 ກໍລະກົດ, ຢູ່ ຈາກາຕາ, ປະເທດ ອິນໂດເນເຊຍ. ກອງປະຊຸມໂດຍມີການເຂົ້າຮ່ວມຂອງ 10 ປະເທດ ອາຊຽນ ກໍຄືບັນດາຄູ່ຮ່ວມມື. ນອກຈາກບັນດາກອງປະຊຸມລະຫວ່າງ 10 ປະເທດ ອາຊຽນ ແລ້ວ, ກໍ່ຍັງໄດ້ຈັດບັນດາກອງປະຊຸມລະຫວ່າງ ອາຊຽນ ກັບແຕ່ລະຄູ່ຮ່ວມມື, ກອງປະຊຸມລັດຖະມົນຕີການຕ່າງປະເທດ ເວທີປາໄສອາຊີ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF).

ຊຸກຍູ້ຄວາມເຫັນດີເຫັນພ້ອມ ແລະ ຊອກຫາສຽງເວົ້າລວມຢູ່ AMM-56

        ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ຫວູໂຮ່, ຜູ້ຮັກສາການຫົວໜ້າ SOM ASEAN ແລ້ວ, ນອກຈາກການສະຫຼຸບຜົນງານທີ່ບັນລຸໄດ້ໃນໄລຍະ 6 ເດືອນຕົ້ນປີ 2023 ແລ້ວ, ເນື່ອງໃນໂອກາດນີ້, ບັນດາປະເທດຍັງຕ້ອງວາງແຜນທິດທາງການຮ່ວມມືຂອງ ອາຊຽນ ນັບແຕ່ນີ້ຮອດທ້າຍປີ. ບັນດາບັນຫາໄດ້ເຕື້ອງເຖິງ ແລະ ແລກປ່ຽນ ລ້ວນແຕ່ແມ່ນບັນຫາຮ້ອນເຮັ່ງຂອງພາກພື້ນ, ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ.

        “ໃນຄັ້ງນີ້, ຈະຈັດກອງປະຊຸມ 17 ຄັ້ງແຕກຕ່າງກັນ, ໃນນັ້ນມີກອງປະຊຸມລະຫວ່າງລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ແລະ ລັດຖະມົນຕີການຕ່າງປະເທດ ອາຊຽນ ກັບບັນດາຄູ່ຮ່ວມມື. ບັນດາຜູ້ແທນຈະແລກປ່ຽນບັນດາບັນຫາທີ່ກ່ຽວຂ້ອງເຖິງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ ບໍ່ພຽງແຕ່ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ ເທົ່ານັ້ນ, ຫາກຍັງກວ້າງໃຫຍ່ກວ່າແມ່ນພາກພື້ນ ອາຊີ - ມະຫາສະໝຸດອິນເດຍ - ປາຊີຟິກ ນຳອີກ. ນີ້ແມ່ນຈຸດພົ້ນເດັ່ນຂອງກອງປະຊຸມໃນຄັ້ງນີ້, ແມ່ນບາດກ້າວຕໍ່ໄປໃນການຜັນຂະຫຍາຍບຸລິມະສິດ ກໍຄືຂໍ້ລິເລີ່ມຂອງປີທີ່ ອິນໂດເນເຊຍ ເປັນປະທານ ດ້ວຍຫົວຂໍ້ “ອາຊຽນ - ທີ່ມີຂອບຂະໜາດໃຫຍ່ - ຈຸດໃຈກາງຂອງການເຕີບໂຕ”.

        ໂດຍໄດ້ຈັດຂຶ້ນໃນສະພາບພາກພື້ນ ແລະ ໂລກສືບຕໍ່ມີບັນດາການຜັນແປທີ່ສັບສົນ, ອາຊຽນ ຈະໃຫ້ບຸລິມະສິດເຂົ້າໃນບາງເນື້ອໃນ ເພື່ອແນໃສ່ຢືນຢັນບົດບາດໃຈກາງຂອງ ອາຊຽນ, ຮັບປະກັນສັນຕິພາບ, ສະຖຽນລະພາບ ແລະ ຄວາມສາມາດຟື້ນຟູເສດຖະກິດຢູ່ພາກພື້ນ. ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໃຫ້ຮູ້ຕື່ມອີກວ່າ:

        “ຈຸດໃໝ່ ແລະ ຈຸດພົ້ນເດັ່ນທີ່ສຸດຂອງປີ 2023 ໃນຫົວຂໍ້ຂອງ ອາຊຽນ ແມ່ນຖື ອາຊຽນ ເປັນໃຈກາງຂອງທຸກການເຄື່ອນໄຫວ. ໜ້າທີ່ທີ່ວາງອອກໃຫ້ທຸກໆປະເທດເມື່ອເຂົ້າຮ່ວມກອງປະຊຸມຄັ້ງນີ້ແມ່ນ ເຮັດແນວໃດເພື່ອໃຫ້ວິໄສທັດອາຊຽນ ກ່ຽວກັບມະຫາສະໝຸດ ອິນເດຍ - ປາຊີຟິກ ກາຍເປັນເອກະສານພື້ນຖານ, ເອກະສານໃຈກາງໃຫ້ແກ່ບັນດາການເຄື່ອນໄຫວຮ່ວມມືຢູ່ພາກພື້ນ ໃນຍຸກສະໄໝໃໝ່. ໜ້າທີ່ທີ 2 ແມ່ນວິທີການປະພຶດຂອງບັນດາຝ່າຍກັບບັນຫາທີ່ພວມພົ້ນເດັ່ນຂຶ້ນ, ຄື: ສະພາບການສັບສົນໃນພາກພື້ນ ກໍຄືຢູ່ໃນໂລກ, ໃນນັ້ນມີບັນຫາ ທະເລຕາເວັນອອກ, ມຽນມາ, ບັນດາການຜັນແປຫຼ້າສຸດໃນແຫຼມເກົາຫຼີ…”

        ຄະນະຜູ້ແທນ ຫວຽດນາມ ຈະເຂົ້າຮ່ວມການເຄື່ອນໄຫວ 20 ກວ່າຄັ້ງ, ປະກອບສ່ວນຊຸກຍູ້ຄວາມສາມັກຄີ, ຄວາມເຫັນດີເຫັນພ້ອມໃນ ອາຊຽນ, ເພີ່ມທະວີການຮ່ວມມືລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື.

ຫວຽດນາມ ສືບຕໍ່ເສີມຂະຫຍາຍຈິດໃຈເປັນເຈົ້າການ ແລະ ຕັ້ງໜ້າ

        ກ່ຽວກັບຄະນະຜູ້ແທນ ຫວຽດນາມ ຢູ່ ອາຊຽນ, ໃນຖານະບົດບາດເປັນອົງການເຊື່ອມຕໍ່ທີ່ໄດ້ຮັບໜ້າທີ່ເຈລະຈາກ່ຽວກັບເອກະສານບາງສະບັບ, ຄະນະຜູ້ແທນ ຫວຽດນາມ ໄດ້ຕັ້ງໜ້າ, ເປັນເຈົ້າການປະກອບສ່ວນ, ສະເໜີບັນດາຂໍ້ລິເລີ່ມ. ມີເອກະສານໃຫຍ່ຫຼາຍສະບັບ, ໃນນັ້ນ ມີບັນດາຖະແຫຼງການຮ່ວມ ເຊິ່ງຄາດວ່າຈະໄດ້ຮັບຮອງເອົາທີ່ກອງປະຊຸມຄັ້ງນີ້, ກໍ່ລ້ວນແຕ່ມີການປະກອບສ່ວນຂອງ ຫວຽດນາມ.

        ເມື່ອເຕື້ອງເຖິງເນື້ອໃນລະອຽດ, ຕາມທ່ານເອກອັກຄະລັດຖະທູດ ຫວູໂຮ່ ແລ້ວ, ທີ່ກອງປະຊຸມນີ້, ຫວຽດນາມ ໄດ້ປະກອບຫຼາຍຄຳເຫັນກ່ຽວກັບບັນຫາທີ່ພວມພົ້ນເດັ່ນໃນປະຈຸບັນ, ຄື: ການຟື້ນຟູເສດຖະກິດ, ການຄ້າ, ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ…

        “ຫວຽດນາມ ຈະຕັ້ງໜ້າປະກອບສ່ວນເພື່ອໄດ້ຮັບຄວາມເຫັນດີເຫັນພ້ອມໃນຂໍ້ຕົກລົງ, ມີຄວາມກົມກຽວໃນບັນດາຂໍ້ລິເລີ່ມ, ຜົນປະໂຫຍດຂອງບັນດາປະເທດ ແລະ ກໍ່ເຮັດແນວໃດເພື່ອໃຫ້ສົມເຫດສົມຜົນໃນການແກ້ໄຂທຸກບັນຫາທີ່ໄດ້ວາງອອກ. ສຳລັບບັນດາບຸລິມະສິດຂອງປະເທດປະທານ ອິນໂດເນເຊຍ, ຫວຽດນາມ ກໍ່ຈະໜູນຊ່ວຍເພື່ອໃຫ້ບັນດາຂໍ້ລິເລີ່ມ, ບຸລິມະສິດປະກົດຜົນເປັນຈິງ, ກາຍເປັນຊັບສົມບັດລວມຂອງທັງ ອາຊຽນ, ຜ່ານນັ້ນ ກໍ່ປະກອບສ່ວນຢ່າງລະອຽດ ແລະ ແທດຈິງເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາລວມຂອງທັງພາກພື້ນ”.

        ພາຍຫຼັງກອງປະຊຸມ AMM ແຕ່ລະຄັ້ງທີ່ບັນລຸຜົນສຳເລັດນັ້ນ ກໍ່ລ້ວນແຕ່ມີການປະກອບສ່ວນຂອງບັນດາປະເທດສະມາຊິກ. ສະນັ້ນ, ເລື່ອງເປັນເຈົ້າການ, ຕັ້ງໜ້າເຂົ້າຮ່ວມຂອງ ຫວຽດນາມ ຢູ່ AMM – 56 ຈະປະກອບສ່ວນຢັ້ງຢືນນ້ຳໃຈສາມັກຄີ ອາຊຽນ, ຈິດໃຈພ້ອມແລ້ວທີ່ຈະເຈລະຈາ, ຮ່ວມມືຢ່າງຈິງໃຈ ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນລວມ.

ຕອບກັບ

ຂ່າວ/ບົດ​ອື່ນ