ເພື່ອສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄສ

(vovworld) – ສວຍ​ໃຊ້​ເຫດການຕິດ​ຂັດ​ສິ່ງ​ແວດ​ລ້ອມທະ​ເລ​ຢູ່​ບັນດາ​ແຂວງ​ພາກ​ກາງ, ບັນດາ​ບຸກຄົນ​ທີ່​ບໍ່​ດີ ດ້ວຍ​ຄັນ​ຕະລະ​ບັດ “ສາສະໜາ” ​ໄດ້​ແກ່​ດຶງຊາວ​ຄຼິດສ່ວນ​ໜຶ່ງ​ຢູ່​ບັນດາ​ແຂວງ​ພາກ​ກາງ ກໍ່​ຄວາມ​ຂາດສະຖຽນ​ລະ​ພາບ, ສ້າງ​ເປັນ​ຂໍ້​ອ້າງອີງ​ເພື່ອຕູ່​ຫາ​ອຳນາດ​ການ​ປົກຄອງວ່າ “ປາບ​ປາມ​ສາສະໜາ, ບີບ​ບີ້ປະຊາທິປະ​ໄຕ”, ​ເສັກ​ສັ້ນ​ປັ້ນ​ແຕ່ງ​ເພື່ອ​ໃຫ້​ໂລກ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ ຫວຽດນາມ “ຂາດ​ສະຖຽນ​ລະ​ພາບ, ​ແບ່ງ​ແຍກ​ຄວາມ​ສາມັກຄີ​ຊົນ​ຊາດ, ປຸກ​ປັນການ​ຈະລາຈົນ, ຮຽກ​ຮ້ອງ​ຕ່າງປະ​ເທດ​ແຊກ​ແຊງ​ເຂົ້າ ຫວຽດນາມ. ​ໃນ​ສະພາບ​ພຶດຕິ​ກຳ​ຕົວ​ຈິງ, ອຳນາດ​ການ​ປົກຄອງ​ບັນດາ​ທ້ອງ​ຖິ່ນ​ພວ​ມຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຫລາຍ​ຢ່າງ ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ​ໃຫ້​​ຊາວ​ຄິຼດ. ບົດ​ຂຽນ​ຂອງ​ບັນນາ​ທິການ ທູ​ຮວາ “​ເພື່ອສະພາບ​​ແວດ​ລ້ອມ​ແຫ່ງການ​ດຳລົງ​ຊີວິດ​ປອດ​ໄສ”.

ເພື່ອສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄສ - ảnh 1
(ພາບປະກອບ)

ຈຸດ​ພົ້ນ​ເດັ່ນ​ແມ່ນ​​ເຫດການ​ປຸກ​ປັນ​ຍຸ​ແຍ່​​ຊາວ​ຄິຼດບາງ​ຄົນຢູ່​ແຂວງ ​ເຫ​ງະ​ອານ, ຮ່າ​ຕີງ ກັ້ນທາງ​ຫລວງ​ 1A, ທຳລາຍ​ຊັບ​ສິນ ​ແລະ ບຸກຕີ​ກຳລັງ​ເຈົ້າ​ໜ້າ​ທີ່, ປິດ​ລ້ອມ, ກໍ່​ຄວາມ​ສັບສົນ​ວຸ້ນວາຍຢູ່​ສຳນັກງານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ​ໂລກ​ຮ່າ (​ແຂວງ ຮ່າ​ຕີງ) ໃນເດືອນ 2 ແລະ ຊຸມວັນຕົ້ນເດືອນ 4/2017. ບັນດາຄຸນພໍ່, ບຸກຄົນ​ກໍ່​ການ​ຮ້າຍ “ຫວຽດເຕີນ”, ບັນດາຊາວຄິຼດຫົວ​ຮຸນ​ແຮງໄດ້ຄອຍໆ​ຖືກ​ເຜີ​ຍ​ແບ ດ້ວຍ​ຄັນ​ຕະລະ​ບັດ​ດັ່ງກ່າວ.

​ແກ້​ໄຂຜົນ​ຮ້າຍ​ຢ້ອນ​ຫລັງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຢ່າງ​ເຖິງ​ຖອງ​ເທື່ອ​ລະ​ກ້າວ

        ​ເຫດການຕິດ​ຂັດ​ສິ່ງ​ແວດ​ລ້ອມ​ທະ​ເລ​ຢູ່​ບັນດາ​ແຂວງ​ພາກ​ກາງ ​ໂດຍ​ບໍລິສັດ Formosa ກໍ່​ຂຶ້ນ​ໄດ້​ຄົບ​ຮອດ 1 ປີ​ແລ້ວ, ລັດຖະບານ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້ ​ແລະ ພວ​ມມານະ​ພະຍາຍາມ​ປະຕິບັດ​ນະ​ໂຍບາຍ, ມາດ​ຕະການຫລາຍ​ຢ່າງ ​ເພື່ອ​ຊ່ວຍ​ເຫຼືອ​ຊາວ​ປາ​ມົງບັນດາ​ທ້ອງ​ຖິ່ນ​ຄອຍໆສ້າງ​ຊີວິດ​ການ​ເປັນ​ຢູ່​ກັບ​ຄືນ​ສູ່​ປົກກະຕິ, ອຸ່ນ​ອ່ຽງ​ໃຈອອກ​ທະ​ເລ​ໄປ​ຫາ​ປາ. Formosa ຮ່າ​ຕີງ ທີ່​​ກໍ່​ໃຫ້​ເກີດ​ໄພພິບັດ​ສິ່ງ​ແວດ​ລ້ອມ​ທະ​ເລ​ໄດ້​ຮັບຜິດຊອບ ​ແລະ ຈ່າຍຄ່າ​ຊົດ​ເຊີຍ 500 ລ້ານ USD. ດ້ວຍ​ການ​ເຂົ້າ​ຮ່ວມຂອງ​ລັດຖະບານ ​ແລະ ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ​ເລື່ອງ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຂອງ Formosa ພາຍຫລັງ​ເກື​ອບ 1 ປີ, ດ້ວຍ 51/53 ຂໍ້​ຂາດ​ຕົກ​ບົກຜ່ອງ​ກ່ຽວ​ກັບ​ການ​ແກ້​ໄຂ​ການ​ປ່ອຍສິ່ງ​ເສດ​ເຫລືອສິ່ງ​ແວດ​ລ້ອມ ​ແມ່ນ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ. ພ້ອມ​ກັນ​ນັ້ນ ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ທີ່​ຂາດ​ຄວາມ​ຮັບຜິດຊອບ, ​ເຖິງ​ວ່າຈະ​ຕັ້ງ​ໃຈ ຫຼື ບໍ່​ຕັ້ງ​ໃຈ ເຮັດ​ໃຫ້​ເກີດ​ເຫດກາ​ນຕິດ​ຂັດສິ່ງ​ແວດ​ລ້ອມ​ດັ່ງກ່າວ ກໍ່​ໄດ້​ ​ແລະ ພວ​ມຖືກ​ພິຈາລະນາ, ​ແກ້​ໄຂ. ສາມາດ​​ເຫັນແຈ້ງ​ສິ່ງ​ນີ້​​ໄດ້ ​ຜ່ານ​ທ່າ​ທີ​ຢ່າງ​​ແຂງ​ແຮງ ​ແລະ ​ເຂັ້ມ​ງວດ​ຂອງນາ​ຍົກ ຫວຽດນາມ ທ່ານ ຫງວຽນ​ຊວນ​ຟຸກ ທີ​ວ່າ: ຍາມ​ໃດ​ແກ້​ໄຂ​ໄດ້ຜົນ​ຮ້າຍ​ຢ້ອນ​ຫລັງ​ກ່ຽວ​ກັບ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ສຳ​ເລັດ​ຜົນ, Formosa ຈຶ່ງ​ໄດ້​ເຄື່ອນ​ໄຫວ​ຄືນ​ໃໝ່ ​ແລະ ຈະ​ຢຸດຕິ​ການ​ເຄື່ອນ​​ໄຫວ​​ຕະຫລອດ​ ຖ້າ​ຫາກລະ​ເມີດ​ອີກ​ຄັ້ງ​ໜຶ່ງ.

        ​ໃນ​ຂະນະ​ນັ້ນ, ວຽກ​ງານ​ໃຊ້​ຈ່າ​ຍຄ່າ​ຊົດ​ເຊີຍຕໍ່​ຜົນ​ຮ້າຍຢ້ອນ​ຫລັງ​ໃຫ້​ຊາວ​ປາ​ມົງ ກໍ່​ໄດ້​ຮັບ​ການ​ແກ້​ໄຂ​ຢ່າງຮີບ​ດ່ວນ, ບົນ​ຈິດ​ໃຈ​ເປີດ​ເຜີຍ, ຍຸຕິ​ທຳ ​ແລະ ​ໂປ່​ງ​ໄສ. ມາ​ຮອດ​ຕົ້ນ​ເດືອ​ນ 3 ຜ່ານ​ມາ, 77% ​ໃນ​ຍອດ​ຈຳນວນ​ເງິນ 4.680 ຕື້​ດົ່ງ​ ​ໄດ້​ຖືກ​ສົ່ງ​ເຖິງ​ປະຊາຊົນຜູ້​ຖືກ​ເສຍ​ຫາຍ​ແລ້ວ. ສ່ວນ​ຫລາຍ​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍ​ລ້ວນ​ແຕ່ມີ​ຄວາມ​ເພິ່ງ​ພໍ​ໃຈ​ຕໍ່​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ ​ແລະ ລັດ​ຢ່າງ​ທັນ​ການ. ຫລາຍ​ຄອບຄົວ​ທີ່​ໄດ້​ຮັບ​ຄ່າ​ຊົດ​​ເຊີຍ​ໄດ້​ຮ່ວມ​ກັນຕໍ່​ກ່ຳ​ປັ່ນ​ໃໝ່ ມີກຳລັງ​ແຮງ​ຕິດ​ຕັ້ງ​ໃຫຍ່​ເພື່ອ​ໄປ​ຫາ​ປາ​ຢູ່ໄກ​ຝັ່ງ, ອຸ່ນ​ອ່ຽນ​ໃຈ​ອອກ​ແຮງ​ງານ ​ແລະ ສ້າງ​ຊີ​ວິດ​ການ​ເປັນ​ຢູ່​ເປັນ​ປົກກະຕິ​​ເທື່ອ​ລະ​ກ້າວ. ວຽກ​ງານ​ຈ່າຍຄ່າ​ຊົດ​ເຊີຍຕໍ່​ຜົນ​ຮ້າຍ​ພວມ​ສືບ​ຕໍ່​​ແກ້​ໄຂ, ​ເພີ່ມ​ເຕີ່​ມ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ປະຊາຊົນ​ຮັບ​ປະກັນ​ຊີວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດຖຸ ​ແລະ ຈິດ​ໃຈ ຕາມ​ວິທີ​ດີ​ທີ່​ສຸດ​ພາຍຫລັງ​ເຫດການ​ຕິດ​ຂັດສິ່ງ​ແວດ​ລ້ອມ.

ເພື່ອສະພາບແວດລ້ອມແຫ່ງການດຳລົງຊີວິດປອດໄສ - ảnh 2
​ພໍ່​ແມ່​ປະຊາຊົນ​ໄດ້​ຮັບ​ຄ່າ​ຊົດ​ເຊີຍຮ່ວມ​ຄິດຕໍ່​ກ່ຳ​ປັ່ນ​ໃໝ່

ຕັ້ງ​ໃຈ​ປຸກ​ປັນຊາວ​ຄຼິດກໍ່​ຄວາມ​ວຸ່ນ​ວາຍ

   ໂດຍ​ບໍ່​ຫົວ​ຊາຕໍ່​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ ແລະ ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນນັບ​ແຕ່​ພາຍຫຼັງ​ເຫດ​ການ​ຕິດ​ຂັດ​ສິ່ງ​ແວດ​ລ້ອມ​ທະ​ເລ​ມາ​ຮອດ​ປະ​ຈຸ​ບັນ, ຢູ່​ບັນ​ດາ​ແຂວງ​ເງະ​ອານ, ຮ່າ​ຕີ້ງ​, ໄດ້​ເກີດ​ມີ​ການ​ເດີນ​ຂະ​ບວນ​ປະ​ທ້ວງ, ເຕົ້າ​ໂຮມ​ກັນ​ຫຼາຍ​ຄົນ​ໂດຍ​ມີ​ການ​ຈັດ​ຕັ້ງ. ບັນ​ດາ​ການ​ກະ​ທຳ​ນີ້​ລ້ວ​ນ​ແຕ່​ມີ​ການ​ຊີ້​ນຳ ແລະ ໄດ້​ຮັບ​ການ​ສະ​ໜັບ​ສະ​ໜູນ​ຈາກ​ພວກ​ປະ​ຕິ​ການ. ຕາມ​ບັນ​ດາ​ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ແລ້ວ, ປີ 2016, ໄດ້​ມີ 2 ເປົ້າ​ໝາຍໄດ້​ຖືກ ອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ປັບ​ໄໝ​ລົງ​ໂທດ, ນັ້ນ​ແມ່ນ ເຈືອງ​ມິນ​ຕາມ ແລະ ຈູ​ແມ້ງ​ເຊີນ, ຍ້ອນ​ໄດ້​ຮັບ​ເງິນ​ຈາກ​ບັນ​ດາ​ອົງ​ການ​ປະ​ຕິ​ການ​ເພື່ອ​ເກັບ​ກຳ​ຂໍ້​ມູນ, ນຳ​ຮູບ​ພາບ​ຕ່າງໆ​ຂຶ້ນ​ເຄືອ​ຂ່າຍ​ອີນ​ເຕ​ີເນັດ ແນ​ໃສ່​ປຸກ​ປັນ​ປະ​ຊາ​ຊົນ, ເຮັດ​ໃຫ້​ສະ​ພາບ​ການ​ການ​ເມືອງ​ສັບ​ສົນ​ຂຶ້ນ​ຕື່ມເນື່ອງ​ໃນ​ເຫດ​ການ​ຕິດ​ຂັດ​ສິ່ງ​ແວດ​ລ້ອມ. ຕົ້ນ​ເດືອນ 4 ນີ້, ບັນ​ດາ​ກໍ​ລະ​ນີ​ຄ້າຍ​ຄື​ກັນ​ໄດ້​ເກີດ​ຂຶ້ນ​ຢູ່​ເມືອງ​ໂລກ​ຮ່າ ແຂວງ​ຮ່າ​ຕິ້ງ… ບັນ​ດາ​ກໍ​ລະ​ນີກໍ່​ຄວາມ​ວຸ່ນ​ວາຍ, ເຕົ້າ​ໂຮມ​ກັນ​ຫຼາຍ​ຄົນ​ ກໍ​ລ້ວນ​ແຕ່​ເກີດ​ຂຶ້ນ​ຢູ່​ເຂດ​ຊາວ​ຄຼິດ. ບັນ​ດາ​ບຸກ​ຄົນ​ທີ່ບໍ່​ດີ ໄດ້​ປຸກ​ປັນ​ຍຸ​ແຍ່​ຊາວ​ຄຼິດ, ຕັ້ງ​ໃຈ​ສ້າງ​ເປັນ​ຈຸດ​ຮ້ອນ ເພື່ອ​ໃນ​ເວ​ລາ​ບັນ​ດາອົງ​ການ​ທີ່​ມີ​ໜ້າ​ທີ່ຮັບ​ຜິດ​ຊອບ​ມາ​ແກ້​ໄຂ​ນັ້ນ, ກໍ​ຖື​ເປັນ​ຂໍ້​ອ້າງ​ອີງ ແນ​ໃສ່​ເສັກ​ສັ້ນ​ປັ້ນ​ແຕ່ງ​ບິດ​ເບືອນ​ຄວາມ​ຈິງ ແລະ ຕູ່​ຫາ​ອຳ​ນາດ​ການ​ປົກ​ຄອງ ປາບ​ປາມ​ສາ​ສະ​ໜາ ແລະ ຮຽກ​ຮ້ອງ​ສາ​ກົນ​ແຊກ​ແຊງ.

     ສາ​ສະ​ໜາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ

  ນັບ​ແຕ່​ກ່ອນ​ເປັນ​ຕົ້ນ​ມາ, ຊາວ​ຄຼິດ​ຫວຽດ​ນາມຍາມ​ໃດ​ກໍຮ່ວມ​ເດີນ​ທາງ​ພ້ອມ​ກັບ​ຊາດ. ອ​ຳ​ນາ​ດ​ການ​ປົກ​ຄອງ​ທ້ອງ​ຖິ່ນ​ຕ່າງໆ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ່ອນຫຼັງ​ຈາກ​ເຫດ​​ການ​ຕິດ​ຂັດ​ສິ່ງ​ແວດ​ລ້ອມ, ອັນ​ໄດ້​ນຳ​ມາ​ເຊິ່ງສະ​ຖຽນ​ລະ​ພາບ​ໃຫ້​ແກ່​ຊີ​ວິດ​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ໃຫ້​ແກ່​ຊາວ​ຄຼິດ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ​ໃຫ້​ແກ່​ຊາວ​ຄຼິດ​ມີ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ. ບັນ​ດາ​ກໍ​ລະ​ນີ​ທີ່​ຄຸນ​ພໍ່​ຈຳ​ນວນ​ໜຶ່ງ​ພ້ອມ​ກັບ​ບັນ​ດາ​ບຸກ​ຄົນ​ກໍ່​ການ​ຮ້າຍ ຫວຽດ​ເຕີນ ໄດ້​ກໍ່​ຂຶ້ນ​ຢູ່​ແຂວງ​ເງະ​ອານ, ຮ່າ​ຕິ້ງ​ໃນ​ເວ​ລາ​ຜ່ານ​ມາ, ໄດ້​ທຳ​ລາຍ​ຄວາມ​ສະ​ຫງົບ, ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ, ສົ່ງ​ຜົນ​ສະ​ທ້ອນ​ທີ່ບໍ່​ດີ​ເຖິງ​ການ​ດຳ​ລົງ​ຊີ​ວິດ, ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ, ກໍ່​ຄວາມ​ບາດ​ໝາງ, ແບ່ງ​ແຍກ​ກຸ່ມ​ກ້ອນມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ. ການ​ກະ​ທຳ​ເຫຼົ້າ​ນີ້ ໄປ​ຝືນ​ກັບຫຼັກ​ສິນ​ທຳ, ທຳ​ມະ​ສາ​ສະ​ໜາ​ຄຼິດ, ສົ່ງ​ຜົນ​ສະ​ທ້ອນ​ທີ່ບໍ່​ດີ​ຕໍ່​ຮູບ​ພາບ​ຂອງ​ສະ​ມາ​ຄົມ​ຄຼິດ​ທະສາ​ສະ​ໜາຫວຽດ​ນາມ, ເຮັດໃຫ້​ບັນ​ດາ​ສາ​ສະ​ນິກ​ກະ​ຊົນຫຼາຍ​ຄົນທີ່​ເຄື່ອນ​ໄຫວ​ຢ່າງເປັນ​ທຳ​ມີ​ຄວາມ​ເສົ້າໃຈ./. 




ຕອບກັບ

ຂ່າວ/ບົດ​ອື່ນ