ເພື່ອອາຊຽນພັດທະນາແບບຍືນຍົງ

    ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນຄັ້ງ​ທີ 13 ແລະ ບາງກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ພວມ​ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດ​ການ​ໃຫຍ່​ໃນ​ການ​ຮ່ວມ​ມືອາ​ຊຽນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ​ຖືກ​ຈັດ​ຂຶ້ນ 3 ປີ​ເທື່ອ 1. ດ້ວຍ​ເປົ້າ​ໝາຍ​ມຸ່ງ​ໄປ​ສູ່​ການ​ສ້າງ​ກຸ່ມ​ອາ​ຊຽນ​ຂຽວ ແລະ ສະ​ອາດ. ກອງ​ປະ​ຊຸມ​ຄັ້ງ​ນີ້ ແມ່ນ​ເພື່ອ​ແນ​ໃສ່​ສ້າງ​ກົນ​ໄກ​ຮ່ວມ​ມື​ໃນ​ອາ​ຊຽນ​ກໍ​ຄື​ລະ​ຫວ່າງ​ອາ​ຊຽນ​ກັບ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື​ໃນ​ສະ​ພາ​ບ​ການໃໝ່ ຂະ​ນະ​ທີ່​ອາ​ຊຽນ​ກາຍ​ເປັນ​ປະ​ຊາ​ຄົມ, ຮັບ​ໃຊ້​ແກ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຂອງ​ອາ​ຊຽນ​ໃນ​ໄລ​ຍະ​ທີ່​ຈະ​ເຖິງ.

 ເພື່ອອາຊຽນພັດທະນາແບບຍືນຍົງ - ảnh 1
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ສິ່ງ​ແວດ​ລ້ອມ​ອາ​ຊຽນຄັ້ງ​ທີ 13 ຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ

        ປະ​ຊາ​ຄົມ​ອາ​ຊຽນ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ໃນ​ທ້າຍ​ປີ 2015 ບົນ​ພື້ນ​ຖານ 3 ເສົາ​ຄ້ຳ​ຕົ້ນ​ຕໍ, ນັ້ນ​ແມ່ນ​ປະ​ຊາ​ຄົມ​ການ​ເມືອງ - ຄວາມ​ໝັ້ນຄົງ​, ປະຊາ​ຄົມ​ເສດຖະກິດ​ ​ແລະ ປະຊາ​ຄົມ​ວັດທະນະທຳ - ສັງຄົມ​. ການ​ສ້າງ​ຕັ້ງປະ​ຊາ​ຄົມອາ​ຊຽນ​ຄາດ​ວ່າ​ຈະ​ໄຂ​ສັງ​ກາດ​ໃໝ່​ແຫ່ງ​ການ​ເຊື່ອມ​ຕໍ່​ການ​ຮ່ວມ​ມື​ພາກ​ພື້ນ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ.

   ສ້າງ​ກົນ​ໄກ​ຮ່ວມ​ມື​ດ້ານ ສິ່ງ​ແວດ​ລ້ອມ​ໂດຍ​ໄວ

  ອາ​ຊຽນແມ່ນ​ພາກ​ພື້ນ​ມີ​ລະ​ບົບ​ຊີ​ວະ​ວິ​ທະ​ຍາ​ທີ່​ອຸ​ດົມ​ສົມ​ບູນ ແລະ ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ທີ່ຫຼາຍ​ຮູບຫຼາຍ​ສີ. ຍ້ອນ​ເຫດນີ້​ເອງ, ການ​ຮ່ວມ​ມື ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຂົງ​ເຂດ​ຮ່ວ​ມ​ມືຈຸດ​ສຸມຊຶ່ງ​ໄດ້​ຖືກ​ຍົກ​ອອກ​ມາ​ນັບ​ແຕ່​ຊຸມ​ວັນ​ທຳ​ອິດ​ເມື່ອ​ສ້າງ​ຕັ້ງ​ອາ​ຊຽນ ແລະ ຍາມ​ໃດ​​ກໍ​ໄດ້​ຮັບ​ການ​ຊຸກ​ຍູ້​ຈາກບັນ​ດາ​ປະ​ເທດ​ສະ​ມາ​ຊິກ.

   ແຕ່​ປີ 1977, ອາ​ຊຽນ​ໄດ້​ເລີ່ມ​ລົງ​ມື​ສ້າງ​ໂຄງ​ການສິ່ງ​ແວດ​ລ້ອມອະ​ນຸ​ພາກ​ພື້ນ​ອາ​ຊຽນ ດ້​ວຍ​ການ​ໜູນ​ຊ່ວຍ​ຂອງ​ອົງ​ການ ສິ່ງ​ແວດ​ລ້ອມ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ ຊຶ່ງ​ເປັນ​ຂີດ​ໝາຍ​ເປີດ​ສາກ​ຂະ​ບວນ​ວິ​ວັດ​ແຫ່ງ​ການ​ຮ່ວມ​ມືປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມໃນ​ພາກ​ພື້ນ. ປີ 1981, ເປັນ​ຄັ້ງ​ທຳ​ອິດ, ອາ​ຊຽນ​ໄດ້​ຮັບ​ຮອງ​ເອົາ​ໂຄງ​ການ​ສິ່ງ​ແວດ​ລ້ອມ ແລະ ອອກ​ຖະ​ແຫຼງ​ການ​ສະ​ບັບ​ທຳ​ອິດ, ໃນ​ນັ້ນ ໄດ້​ຍົກ​ອອກ​ບັນ​ດາ​ເປົ້າ​ໝາຍ ແລະ​ ການ​ກຳ​ນົດ​ທິດ​ຮ່ວມ​ມື​ຂອງ​ພາກ​ພື້ນ. ໄລ​ຍະ​ຕໍ່​ມ​າ, ມີ​ເອ​ກະ​ສານຫຼາຍ​ສະ​ບັບ​ອື່ນ​ໄດ້​ຮັບ​ການ​ສ້າງ​ຂຶ້ນ​ເຊັ່ນ: ແຜນ​ການ​ດຳ​ເນີນ​ງານ​ຍຸດ​ທະ​ສາດ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ(1994-2010), ໂຄງ​ການ​ດຳ​ເນີນ​ງານ​ວຽກ​ຈັນ(2004-2010), ແຜນ​ການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ(1999-2004), ຖະ​ແຫຼງ​ການ​ອາ​ຊຽນ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ​ທີ່​ໝັ້ນ​ຄົງ(2007); ຖະ​ແຫຼງ​ການ​ຂັ້ນ​ສູງ​ອາ​ຊີ​ຕາ​ເວັນ​ອອກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ພະ​ລັງ​ງານ ແລະ ສິ່ງ​ແວດ​ລ້ອມ. ໃນ​ມໍ່ໆ​ມານີ້, ການ​ຮ່ວມ​ມື​ອາ​ຊຽນໃນ​ຂົງ​ເຂດ ສິ່ງ​ແວດ​ລ້ອມ​ໄດ້​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ ແລະ ນັບ​ມື້​ນັບ​ເປີດ​ກ້​ວາງ. ອາ​ຊຽນ​ໄດ້​ພ້ອມ​ກັນ​ແບ່ງ​ປັນ​ບົດ​ຮຽນ, ຖະ​ແຫຼງ​ຂ່າ​ວ​ຢ່າງ​ທັນ​ການ ແລະ ສົ​ມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ທີ່​ມີ​ຄວາມ​ໝາຍ​ທີ່​ແທດ​ຈິງ. ໃນ​ວິ​ວັດ​ການ​ຮ່ວມ​ມື​ອາ​ຊຽນ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ, ອາ​ຊຽນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ຈາກ​ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື, ໃນ​ນັ້ນ ມີ​ຍີ​ປຸ່ນ, ສ.ເກົ​າຫຼີ ແລະ ຈີນ. ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ອາ​ຊຽນ ແລະ ອາ​ຊຽນ + 3 ນີ້ ໄດ້​ສວມ​ບົດ​ບາ​ດ​ສຳ​ຄັນ​ທີ່​ສຸດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມາດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ ສິ່ງ​ແວດ​ລ້ອມ ແລະ ສ້າງ​ບັນ​ດາ​ນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ແຕ່​ລະ​ປະ​ເທດ​ສະ​ມາ​ຊິກ.

    ຮ່ວມ​ມື​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ

    ໃນ​ຊຸມ​ປີ​ມໍ່ໆ​ມານີ້, ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ມົນ​ລະ​ພິດສິ່ງ​ແວດ​ລ້ອມ, ຄວາມ​ໝັ້ນ​ຄົງ​ດ້ານ​ສະ​ບຽງ​ອາ​ຫານ ແລະ ແຫຼ່ງ​ນ້ຳ ໄດ້​ກາຍ​ເປັນ​ບັນ​ຫາ​ໃຫຍ່ ສົ່ງ​ຜົນ​ກະ​ທົບ​ເຖິງ​ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງຂອງ​ພາກ​ພື້ນ ແລະ ແຕ່​ລະ​ປະ​ເທດ. ດັ່ງ​ນັ້ນ ຄວາມ​ເອົາ​ໃຈ​ໃສ່​ອັນ​ດັບ​ໜຶ່ງ​ຂອງ​ທຸກໆ​ປະ​ເທດ​ອາ​ຊຽນ​ໃນ​ປະ​ຈຸ​ບັນ, ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນ​ດາ​ບັນ​ຫາສິ່ງ​ແວດ​ລ້ອມຢ່າງ​ຮີບ​ດ່ວນ ຊຶ່ງ​ໄດ້ ແລະ ພວມ​ວາງ​ອອກ. ປະ​ຊາ​ຄົມອາ​ຊຽນ ເຂົ​້າ​ສູ່​ການ​ເຄ​ື່ອນ​ໄຫວໃນ​ທ້າຍ​ປີນີ້ ແລະ ວິ​ໄສ​ທັດ ອາ​ຊຽນ​ພາຍຫຼັງ​ປີ 2015 ໄດ້​ຮັບ​ການ​ສ້າງ​ຕັ້ງ​ດ້​ວຍ​ບັນ​ດາ​ຂອບ​ເຂດ ແລະ ຂໍ້​ກຳ​ນົດ​ໃໝ່. ຕ​າມນັ້ນ​ແລ້ວ, ອາ​ຊຽນໄດ້​ກຳ​ນົດ​ເປົ້າ​ໝາຍ​ໃຫ້ປະ​ຊາ​ຄົມອາ​ຊຽນມູ່ງ​ໄປ​ເຖິງ ນັ້ນ​ແມ່ນ ອາ​ຊຽນ​ຂຽວ​ ແລະ ສະ​ອາດ​ດ້ວຍ​ບັນ​ດາ​ກົນ​ໄກ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຢ່າງ​ຄົບ​ຖ້ວນ, ຮັບ​ໃຊ້​ແກ່ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ ແນ​ໃສ່​ຮັບ​ປະ​ກັນ​ການ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ຂອງ​ພາກ​ພື້ນ, ລັກ​ສະ​ນະ​ໝັ້ນ​ຄົງ​ຂອງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ຄຸນ​ນະ​ພາບ​ຊີ​ວິດ​ການ​ເປັນ​ຢູ່​ລະ​ດັບ​ສູງ​ຂອງ​ປະ​ຊາ​ຊົນ​ແຕ່​ລະ​ຄົນ. ຈຸດ​ສຸມ​ຂອງ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ​ນີ້ ແມ່ນ​ປົກ​ປັກ​ຮັກ​ສາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ, ພື້ນ​ຖານ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມ​ລວມ​ມີ​ການ​ຄຸ້ມ​ຄອງ ແລະ ການ​ຮັກ​ສາ​ແຫຼ່ງ​ນ້ຳ​ມັນ, ແຫຼ່ງ​ນ້ຳ​, ແຮ່​ທາດ, ພະ​ລັງ​ງານ, ຊີ​ວະ​ນາໆ​ພັນ, ປ່າ, ຊັບ​ພະ​ຍາ​ກອນ​ທະ​ເລ ແລະ ແຄມ​ທະ​ເລໃຫ້​ໝັ້ນ​ຄົງ ກໍ​ຄື​ຊຸກ​ຍູ້​ການ​ຮັ​ບ​ປະ​ກັນ​ຄຸນ​ນະ​ພາບແຫຼ່ງ​ນ້ຳ ແລະ ບັນ​ຍາ​ກາດ​ໃຫ້​ແກ່​ພາກ​ພື້ນ​ອາ​ຊຽນ. ພ້ອມ​ກັນ​ນັ້ນ, ອາ​ຊຽນກໍ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ທົ່ວ​ໂລກ​ແນ​ໃສ່​ແກ້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ຕໍ່ ສິ່ງ​ແວດ​ລ້ອມ​ທົ່ວ​ໂລກ, ໃນ​ນັ້ນ ມີ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາ​ຊັ້ນ​ໂອ​ຊົນ ກໍ​ຄື​ພັດ​ທະ​ນາ ແລະ ນຳໃຊ້ເຕັກ​ໂນ​ໂລ​ຢີ​ທີ່​ສະ​ໜິດ​ສະ​ໜົມ​ກັບ​ສິ່ງ​ແວດ​ລ້ອມເພື່ອ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ໃຫ້​ໝັ້ນ​ຄົງ.

     ຫັນ​ວິ​ໄສ​ທັດ​ອາ​ຊຽນ​ຂຽວ ແລະ ສະ​ອາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງ

 ເພື່ອຫັນ​ວິ​ໄສ​ທັດ​ອາ​ຊຽນ​ກ່ຽວ​ກັບ ປະ​ຊາ​ຄົມອາ​ຊຽນຂຽວ ແລະ ສະ​ອາດ​ໃຫ້​ປະ​ກົດ​ຜົນ​ເປັນ​ຈິງນັ້ນ, ພ້ອມ​ກັບ​ການ​ສ້າງ​ຕັ້ງ​ບັນ​ດາ​ກົນ​ໄກ​ຮ່ວມ​ມື, ອາ​ຊຽນກໍ​ພວມ​ຊຸກ​ຍູ້​ການ​ສຶກ​ສາ ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ຢ່າງ​ກ້​ວາງ​ຂວາງ​ໃນ​ບັນ​ດາ​ການ​ເຄື່ອນ​ໄຫວ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ. ປະ​ຈຸ​ບັນ, ອາ​ຊຽນໄດ້​ສ້າງ​ຕັ້ງ​ກຸ່ມ​ປະ​ຕິ​ບັດ​ງານ​ກ່ຽວ​ກັບ​ການສຶກ​ສາສິ່ງ​ແວດ​ລ້ອມ, ເລັ່ງ​ໃສ່​ການ​ເຄື່ອນ​ໄຫວ 5 ປະ​ການ​ທີ່​ຮັບ​ບຸ​ລິ​ມະ​ສິດ​ປະ​ຕິ​ບັດ​ໃນ​ສະ​ເພາະ​ໜ້າ, ນັ້ນ​ແມ່ນ​ຍູ້​ແຮງ​ໂຮງ​ຮຽນ​ຂຽວອາ​ຊຽນ; ບຳ​ລຸງສ້າງການ​ນຳ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ການ​ສຶກ​ສາ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ; ຍູ້​ແຮງ​ການ​ສ້າງ​ຖານ​ຂໍ້​ມູນ​ຕີ​ລາ​ຄາການ​ສຶກ​ສາ​ກ່ຽວ​ກັບ ສິ່ງ​ແວດ​ລ້ອມ; ສ້າງ​ເຄືອ​ຂ່າຍ​ສິ່ງ​ແວດ​ລ້ອມ​ໝັ້ນ​ຄົງ​ໃນ​ໝູ່​ຊາວ​ໜຸ່ມອາ​ຊຽນ ແລະ​ ຈັດ​ຕັ້ງ​ງານ​ມະ​ໂຫລານຮູບ​ເງົ​າ​ອາ​ຊຽນ. ອາ​ຊຽນກໍ​ໄດ້​ຮັບ​ຮອງ​ເອົາ​ແຜນ​ການ​ດຳ​ເນີນ​ງານ​ກ່​ຽວກັບການ​ສຶກ​ສາສິ່ງ​ແວດ​ລ້ອມອາ​ຊຽນ​ໄລ​ຍະ 2014-2018 ແນ​ໃສ່​ຊຸກ​ຍູ້ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງໂດຍ​ຜ່ານ​ການ​ສຶກ​ສາ ແລະ ເພີ່ມ​ທະ​ວີ​ການ​ເຂົ້າ​ຮ່ວມ​ຂອງມວນ​ຊົນ​ໃນ​ບັນ​ຫາ ສິ່ງ​ແວດ​ລ້ອມ.

    ອາ​ຊຽນພວມ​ຫຍັບເຂົ້າໃກ້​ກັບ​ຈຸດ​ເວ​ລາ​ສ້າງ​ຕັ້ງປະ​ຊາ​ຄົມ. ໃຕ້​ຊາຍ​ຄາ​ຮ່ວມ​ທີ່​ເຊື່ອມ​ຕໍ່​ກັນ​ນັ້ນ, ບັນ​ດາ​ປະ​ເທດອາ​ຊຽນພວມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ແຮງ​ຮ່ວມ​ໃຈ​ເພື່ອປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມຂອງ​ພາກ​ພື້ນ ແລະ ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ