ເວທີການເມືອງ ອົດສະຕາລີ ພາຍຫລັງການເລືອກຕັ້ງ


(vovworld)- ພ​າຍ​ຫລັງ​ການ​ເລືອກ​ຕັ້ງ​ຢູ່ ອົດ​ສະ​ຕາ​ລີ 5 ວັນ, ໝາກ​ຜົນ​ຕົ້ນ​ຕໍ​ຍ​ັງ​ບໍ່​ທັນ​ໄດ້​ຮັບ​ການ​ປະ​ກາດ. ແຕ່​ດ້ວຍ ຈຳ​ນວນບັດ​ສະ​ຫນັບ​ສະ​ຫນູນກວ່າ 90% ທີ່​ໄດ້​ຮັບ​ການ​ນັບ​ບັດ​ ສະ​ແດງ​ໃຫ​້​ເຫັ​ນ​ວ່າບໍ່​ມີ​ພັກ​ໃດຍາດ​ໄດ້ຈຳ​ນວນ​ບັດ​ສະ​ຫນັບ​ສະ​ຫນູນ​​ທີ່​ຈຳ​ເປັນເພື່ອ​ຍາດເອົາສິດ​ສ້າງ​ຕັ້ງ​ລັດ​ຖະ​ບານ. ນີ້​ແມ່ນ​ສິ່ງ​ທີ່​ກົງ​ກັນ​ຂ້າມ​ກັບ​ການ​ຄາດ​ຄະ​ເນ​ຂອງ ​​​ສະ​ຫະ​ພັນ ພັກເສ​ລີ ແລະ ພັກ​ແຫ່ງ​ຊາດ​ກຳ​ອຳ​ນາດ. ໝາກ​ຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ສະ​ແດງ​ໃຫ​້​ເຫັນ​ການ​ແບ່ງ​ແຍກ​ບົນ​ເວ​ທີ​ການ​ເມືອງ​ຢູ່​ອົດ​ສະ​ຕາ​ລີ.

 ເວທີການເມືອງ ອົດສະຕາລີ ພາຍຫລັງການເລືອກຕັ້ງ - ảnh 1
ການ​ນຳ​ຝ່າຍ​ຄ້ານ ທ່ານ Bill Shorten
ພາບ:AAP

        ວັນ​ທີ 2/5, ຜ​ູ້​ມີ​ສິດ​ເລືອກ​ຕັ້ງ ອົດ​ສະ​ຕາ​ລີ ໄດ້​ໄປ​ປ່ອນ​ບັດ​ເລືອກ​ຕັ້ງ 150 ທີ່​ນັ່ງ​ໃນ​ສະ​ພາ​ຕ່ຳ ແລະ 76 ທີ່​ນັ່ງ​ໃນ​ສະ​ພາ​ສູງ ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່​ໃຫ້​ແກ່​ອາ​ຍຸ​ການ 3 ປີ​ຈະ​ມາ​ເຖິງ. ໝາກ​ຜົນ​ການນັບ​ບັດ​ໃນ​ເບື້ອງ​ຕົ້ນ​ໄລ່​ຮອດ​ວັນ​ທີ 6/7 ໃຫ້​ເຫັນ​ວ່າ ສະ​ຫະ​ພັນ ​ພັກເສ​ລີ ແລະ ພັກ​ແຫ່ງ​ຊາດ​ ກຳ​ອຳ​ນາດ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ຍາດ​ໄດ້ 70 ທີ່​ນັ່ງ. ພັກ​ຝ່າຍ​ຄ້ານ​ຍາດ​ໄດ້ 67 ທີ່​ນັ່ງ. ບັນ​ດາ​ພັກ​ນ້ອຍ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ​ຍາດ​ໄດ້ 5 ທີ່​ນັ່ງ. ປະ​ຈຸ​ບັນ ຍັງ​ມີ 8 ທີ່​ນັ່ງ​ບໍ່​ທັນ​ໄດ້​ກຳ​ນົດ ຍ້ອນ​ຍັງ​ລໍ​ຖ້າ​ໝາກ​ຜົນ​ການນັບ​ບັດ​ຂອງ​ຜູ້ມີ​ສິດ​ເລືອກ​ຕັ້ງ​ໄປ​ປ່ອນ​ບັດ​ກ່ອນ​ກຳ​ນົດ​ເວ​ລາ ແລະ ສົ່ງມາ​ທາງ​ໄປ​ສະ​ນີ.

        ​ຕາມ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​ອົດ​ສະ​ຕາ​ລີ​ແລ້ວ, ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່, ພັກ​ຫນຶ່ງ​ຕ້ອງ​ຍາດ​ໄດ້​ຢ່າງ​ຫນ້ອຍ​ສຸດແມ່ນ 70 ທີ່​ນັ່ງ​ໃນ​ຍອດ​ຈຳ​ນວນ 150 ທີ່​ນັ່ງ ໃນ​ສະ​ພາ​ຕ່ຳ ອົດ​ສະ​ຕາ​ລີ.

        ການ​ຄິດ​ໄລ່​ແບບພະ​ຈົນ​ໄພ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull

           ກ່າວ​ຄຳ​ເຫັນ​ກ່ອນ​ການ​ເລືອກ​ຕັ້ງ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ໄດ້​ເນັ້ນ​ຫນັກ​ຢ່າງ​ແຮງວ່າ ທ່ານ​ເອງ​ຢາກ​ສຸມ​​ກຳ​ລັງ​ເພື່ອ​ຍາດ​ໄຊ​ຊະ​ນະ​ຢ່າງ​ແນ່ນອນ​ໃຫ້​ແກ່​ຈຳ​ນວນ​ທີ່​ນັ່ງ ຊື່ງ​ ສະ​ຫະ​ພັນ ​ພັກ​ເສ​ລີ - ພັ​ກ​ແຫ່ງ​ຊາດ ກຳ​ອຳ​ນາດ ຊື່ງ​ປະ​ຈຸ​ບັນ ພວມ​ຮັກ​ສາ​​ທີ່​ນັ່ງ​ສ່ວນ​ຫລາຍຢູ່​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ແລະ ອາດ​ຈະ​ຍາດ​ໄດ້​ທີ່​ນັ່ງ​ຕື່ມ​ອີກ. ຕາມ​ທ່ານ Malcolm Turnbull ແລ້ວ, ສິ່ງ​ທີ່​ ສະ​ຫະ​ພັນ ​ສອງ​ພັກ​ດັ່ງ​ກ່າວ​ຕ້ອງ​ການ ນັ້ນ​ແມ່ນ​ຮັບ​ປະ​ກັນ​ການ​ສືບ​ຕໍ່​ຮັກ​ສາ​ລັດ​ຖະ​ບານ​ເປັນ​ສ່ວນ​ຫລາຍ ເພື່ອ​ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ແຜນ​ການ​ເສດ​ຖະ​ກິດ, ຊ່ວຍ​ໃຫ້​ອົດ​ສະ​ຕາ​ລີ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ​ໃນ​ອະ​ນາ​ຄົດ. ສະ​ນັ້ນ ໃນ​ການ​ຂົ​ນ​ຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ມາ​ເປັນເວ​ລາ 8 ອາ​ທິດ ຊື່ງ​ແມ່ນ​ເວ​ລາ​ຫາ​ສຽງ​ເລືອກ​ຕັ້ງຍາວກວ່າ​ໝູ່​ໃນ​ປະ​ຫວັດ​ສາດ ອົດ​ສະ​ຕາ​ລີ, ທ່ານ Malcolm Turnbull ໄດ້​ສຸມ​ໃສ່​ທ່າ​ແຮງ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ພັກ​ເສ​ລີ ນັ້ນ​ແມ່ນ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ ດ້ວຍ​ຈຸ​ດ​ຕົ້ນ​ຕໍ​ແມ່ນ​ສະ​ເຫນີ ຫລຸດ​ຜ່ອນ​ພາ​ສີ​ອາ​ກອນ​ໃນ​ໄລ​ຍະ 10 ປີ​ຈະ​ມາ​ເຖິງ ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ ແລະ ສ້າງວຽກ​ເຮັດ​ງານ​ທຳ. ທ່ານ ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ໄດ້​ຖະ​ແຫລງວ່າ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ເສ​ລີ, ລັດ​ຖະ​ບານ ອົດ​ສະ​ຕາ​ລີ ໃຫມ່​ຈະ​ມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ຮັບ​ມື​ກັບ​ວິ​ກິດ​ການ​ເສດ​ຖະ​ກິດ​ຫລັງ​ເຫດ​ການ Brexit.

        ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງນັ້ນເບິ່ງ​ຄື​ວ່າຍັງບໍ່​ທັນມີ​ກຳ​ລັງ​ແຮງ​ພຽງ​ພໍ​ເພື່ອ​ເກ້ຍ​ກ່ອມ​ຜູ້​ມີ​ສິດ​ເລືອກ​ຕັ້ງ. ໝາກ​ຜົນ​ການ​ເລືອກ​ຕັ້ງ​ໃນ​ເບື້ອງ​ຕົ້ນ​ໄລ່​ຮອດ​ຈຸດ​ເວ​ລານີ້​ໃຫ້​ເຫັນ​ວ່າ ພັນ​ທະ​ມິດ​ພັກ​ເສ​ລີ ແລະ ພັກ​ແຫ່ງ​ຊາດ​ກຳ​ອຳ​ນາດບໍ່​ບັນ​ລຸ​ໄດ້​ຄາດ​ໝາຍ​ເມື່ອ​ຖືກ​ເສຍ​ຫລາຍ​ທີ່​ນັ່ງ​ໃນ​ສະ​ພາ​ແຫ່ງ​ຊາດ​ເມື່ອ​ທຽບ​ໃສ່​ກັບ 90 ທີ່​ນັ່ງ​ທີ່​ມີ​ຢູ່​ແລ້ວໃນ​ປະ​ຈຸ​ບັນ. ທ່ານ Ben Oquist ຜູ້​ອຳ​ນວຍ​ການ​ສະ​ຖາ​ບັນ​ຄົ້ນ​ຄ້​ວາຂອງ ອົດ​ສະ​ຕາ​ລີ ຖື​ວ່າ: ໃນ​ຕະ​ຫລອດບັ້​ນ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ, ສະ​ຫະ​ພັນ ​ພັກ​ກຳ​ອຳ​ນາດ ແລະ ພັກ​ແຮງ​ງານຝ່າຍ​ຄ້ານ ມີ​ຄວາ​ມ​ເຊື່ອ​ໝັ້ນ​​ເອງ​​ຕໍ່​ໄຊ​ຊະ​ນະຫລາຍ​ເກ​ີນ​ໄປ, ແຕ່ບໍ່​ຄິດ​ໄລ່​ເຖິງ​​ ​​ຄວາມອາດຈະ​ຕ້ອງ​ປືກ​ສາ​ຫາ​ລື​ກັບ​ບັນ​ດາ​ພັກ​ນ້ອຍ ແລະ ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ​ໄດ້​ພະ​ຈົຍ​ໄພ​ເມື່ອ​ຕົກ​ລົງ​ຍຸບ​ເລີກ​ສະ​ພາ​ຕ່ຳ ແລະ ສະ​ພາ​ສູງ ເພື່ອ​ດຳ​ເນີນ​ການ​ເລືອກ​ຕັ້ງ​ລັດ​ຖະ​ສະ​ພາ​ກ່ອນ​ກຳ​ນົດ​ເວ​ລາ, ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ການ​ສະ​ຫນັບ​ສະ​ຫນູນ​ສະ​ຫງວນ​ໃຫ້​ ສະ​ຫະ​ພັນ ກຳ​ອຳ​ນາດ. ໃນ​ຈຸດ​ເວ​ລາ​ທີ່​ທ່ານ Malcolm Turnbull ຍົກ​ອອກ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ, ລັດ​ຖະ​ບານ ອົດ​ສະ​ຕາ​ລີ ຖືກ​ຄັດ​ຄ້ານ​ຢ່າງ​ແຮງ​ຈາກ​ລັດ​ຖະ​ສະ​ພາ​ສຳ​ລັບ​ແຜນ​ການ​ຍົກ​ເວັ້ນ​ພາ​ສີ​ອາ​ກອນ​ໃຫ້​ແກ່​ວິ​ສາ​ຫະ​ກິດ. ເລື່ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ ໄດ້​ຮັບ​ຖື​ວ່າ​ແມ່ນ​ແຜນ​ການ​ການ​ເມືອງ​ຊື່ງ​ທ່ານ Malcolm Turnbull ​ໄດ້ວາງ​ອອກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເບິ່ງ​ຄື​ວ່າ ​ການ​ຄິດ​ໄລ່​ຂອງທ່ານ​ແມ່​ນ​ຜິດ​ແລ້ວ​ໃນ​ສະ​ພາບ​​ທີ່ອັດ​ຕາ​ສ່ວນ​ສະ​ຫນັບ​ສະ​ຫນູນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ສຳ​ລັບ​ ສະ​ຫະ​ພັນ ​ກຳ​ອຳ​ນາດ​ແມ່ນ​ຫລຸດ​ລົງ​ຢ່າງ​ແຮງ ເກືອບ​ເທົ່າ​ທຽມ​ກັບ​ອັດ​ຕາ​ສ່ວນ​ການ​ສະ​ຫນັບ​ສະ​ຫນູນ​ສະ​ຫງວນ​ໃຫ້​ແກ່​ພັກ​ແຮງ​ງານ​ຝ່າຍ​ຄ້ານ.

        ການຮ່ວມ​ສຳ​ພັນເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ

        ໃນ​ການ​ເລືອກ​ຕັ້ງ​ຜ່ານ​ມາ, ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ ແລະ ບັນ​ດາ​ພັກ​ນ້ອຍ​ຍາ​ດ​ໄດ້ 26% ​ຈຳ​ນວນບັດ​ສະ​ຫນັບ​ສະ​ຫນູນ, ຊື່ງ​ແມ່ນ​ໝາກ​ຜົນ​ສູງ​ສຸດ​ຊື່ງ​ເຂົາ​ເຈົ້າ​ຍາດ​ມາ​ໄດ້​ໃນ​ບັນ​ດາ​ການ​ເລືອກ​ຕັ້ງ​ສະ​ຫະ​ພັນ. ເຖິງວ່າ ບ​ັນ​ດາ​ພັກ​ນີ້ກວມ​ຈຳ​ນວນ​ທີ່​ນັ່ງ​ເປັນ​ຈຳ​ນວນບໍ່​ຫລາຍ ແຕ່​ຕໍ່ຫນ້າ​ສະ​ພາ​​ບ​ການ​ປະ​ຈຸ​ບັນ, ເຂົາ​ເຈົ້າ​ໄດ້​ກັບ​ຄືນ​ກາຍ​ເປັນ​ຜູ້​ຕັດ​ສິນຊາ​ຕາ​ກຳ​ຂອງ​ປະ​ເທດ​ຊາດ.

        ກ່ຽວ​ດັບ​ດ້ານ​ທິດ​ສະ​ດີ, ນັ​ບ​ທັງ​ ສະ​ຫະ​ພັນ ​ພັກ​ເສ​ລີ ແລະ ພັກ​ແຫ່ງ​ຊາດ​ກຳ​ອຳ​ນາດ ແລະ ພັກ​ແຮງ​ງານ​ຝ່າຍ​ຄ້ານ​ລ້ວນ​ແຕ່​ສາ​ມາດ​ສ້າງ​ຕັ້ງ​ລັດ​ຖະ​ບານ​ສ່ວນ​ຫນ້ອຍ ແຕ່​ດ້ວຍ​ເງື່ອ​ນ​ໄຂ​ຕ້ອງ​ຍາດ​ໄດ້​ການ​ສະ​ຫນັບ​ສະ​ຫນູນ​ຂອງ​ບັນ​ດາ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ເອ​ກະ​ລາດ ເພື່ອ​ເຕົ້າ​ໂຮມ​ຈຳ​ນວນ​ທີ່​ນັ່ງ​ຢ່າງ​ພຽງ​ພໍ​ 76 ທີ່​ນັ່ງ​ໃນ​ສະ​ພາ​ຕ່ຳ. ສະ​ນັ້ນ ເມື່ອ​ໝາກ​ຜົນ​ການ​ນັບ​ບັດ​ໃນ​ເບື້ອງ​ຕົ້ນ​ໃຫ້​ເຫັນ​ວ່າ ຍັງ​ບໍ່​ທັນ​ມີ​ພັກ​ໃດ​ໃນ 2 ພັກ​ການ​ເມືອງ​ໃຫຍ່​ຍາດ​ໄດ້​ໄຊ​ຊະ​ນະ​, ວັນ​ທີ 4/7 ການ​ນຳ​ທັງ​ສອງ​ພັກ​ໄດ້​ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ກັບ​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເອ​ກະ​ລາດ ເພື່ອ​ເຕົ້າ​ໂຮມ​ຈຳ​ນວ​ນ​ທີ່​ນັ່ງ​ທີ່​ຈຳ​ເປັນ​ເພື່ອ​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່. ສະ​ມາ​ຊິກ​ສະ​ພາ​ສູງ ທ່ານ Arthur Sinodinis ຂຶ້ນ​ກັບ​ພັກ​ເສ​ລີ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Malcolm Turnbull ຮັບ​ຮູ້​ວ່າ ທ່ານ Malcolm Turnbull ໄດ້​ເລີ່ມ​ຕົ້ນ​ການ​ປຶກ​ສາ​ຫາ​ລື​ກັບ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເອ​ກະ​ລາດ​ເພື່ອ​ຍາດ​ເອົາ​ການ​ສະ​ຫນັບ​ສະ​ຫນູນ​ຂອງ​ເຂົາ​ເຈົ້າ ແນ​ໃສ່​ສ້າງ​ຕັ້ງ​ລັດ​ຖະ​ບານ​ໃຫມ່. ໃນ​ຂະ​ນະ​ນັ້ນ, ການ​ນຳ​ຝ່າຍ​ຄ້ານ ທ່ານ Bill Shorten ກໍ​ເລີ່ມ​ຕົ້ນ​ພົບ​ປະ​ກັບບັນ​ດາສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເອ​ກະ​ລ​າດ​ເພື່ອ​ປຶກ​ສາ​ຫາ​ລື. ສະ​ມາ​ຊິກ​ສະ​ພາ​ສູງ Arthur Sinodinis ຖື​ວ່າ ສິ່ງນີ້​ແມ່ນ​ສຳ​ຄັນ​ທີ່​ສຸດ​ໃນ​ສະ​ພາບ​ທີ່ສັບ​ສົນ ​ປະ​ຈຸ​ບັນ“ບໍ່​ທັນ​ຮູ້​ໄດ້​ແມ່ນ​ພັກ​ໃດ​ຊະ​ນະ” ​ເພາະ​ປະ​ຊາ​ຊົນ ອົດ​ສະ​ຕາ​ລີ ຍາມ​ໃດ​ກໍ​ປາດ​ຖະ​ຫນາ​ຢາກ​ມີ​ລັດ​ຖະ​ບານ​ສະ​ຖຽນ​ລະ​ພາບ, ທຸກ​ພັກ​ຝ່າຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ມີ​ການ​ຮ່ວມ​ມື​ໃນ​ສະ​ພາ​ແຫ່ງ​ຊາດ.

        ໃນ​ຂະ​ນະ​ນັ້ນ ນັກ​ໄຈ້​ແຍກ​ຈຳ​ນວນ​ຫນຶ່ງ​ຕ​ີ​ລາ​ຄາ​ວ່າ ສອງ​ຝ່າຍ​ອາດ​ຈະ​ຍາດ​ໄດ້​ທີ່​ນັ່ງ​ເທົ່າ​ທຽ​ມ​ກັນ ແລະ ໃນ​ກໍ​ລະ​ນີ ພັກ​ຂຽວ ຫລື​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເອ​ກະ​ລາດ, ຊື່ງ​ແມ່ນ​ຜູ້​ກຳອຳ​ນາດບໍ່​ສະ​ຫນັບ​ສະ​ຫນູນ​ພ​ັກ​ ສະ​ຫະ​ພັນ  2 ພັກ ​ຫລື ພັກ​ແຮງ​ງານ, ອົດ​ສະ​ຕາ​ລີ ຕ້ອງ​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄືນ​ໃຫມ່​ໃນ​ຮອບ​ເວ​ລາ 12 ເດືອນ ຫລັງ​ຈາກນັ້ນ. ມີ​ຫລາຍ​ຄົນ​ກ​ໍ​ຄິດ​ໄລ່​ເຖິງ​ແຜນ​ການ ອົດ​ສະ​ຕາ​ລີ ຈະ​ຕ້ອງ​ປ່ຽນ​ແທນ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຄັ້ງ​ທີ 5 ພຽງ​ໃນ​ໄລ​ຍະ 3 ປີ​ຜ່ານ​ມາ.

        ​ຄິດ​ວ່າການ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ​ຢູ່ ອົດ​ສະ​ຕາ​ລີຈະ​ນຳ​ມາ​ເຊິ່ງ​ບົນ​ເວ​ທີ​ການ​ເມືອງ​ຂອງ​ປະ​ເທດນີ້​ມີ​ສະ​ຖຽນ​ລະ​ພາບ ແຕ່​ໝາກ​ຜົນ​ພັດ​ສະ​ແດງ​ໃຫ້​ເຫັນ​ຄວາມ​ສັບ​ສົນ​ບົນ​ເວ​ທີ​ການ​ເມືອງ​ຂອງ​ປະ​ເທດນີ້. ສິ່ງ​ດັ່ງ​ກ່າວ​ກໍ​ໝາຍ​ຄວາມ​ວ່າ ຄວາມ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ແມ່ນ​ຢາກ​ມີ​ລັດ​ຖະ​ບານ​ເປັນ​ສ່ວນ​ຫລາຍ, ເອ​ກະ​ພາບ, ສະ​ຖຽນ​ລະ​ພາບ ບໍ່​ແມ່ນ​ເລື່ອງ​ງ່າຍ​ດາຍ.

ຕອບກັບ

ຂ່າວ/ບົດ​ອື່ນ