ເວທີປາໄສເສດຖະກິດໂລກ ແລະ ບັນດາບັນຫາທີ່ເຄັ່ງຮ້ອນ

ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ (WEF) ຄັ້ງ​ທີ 46 ຫາ​ກໍ​ຖືກ​ໄຂ​ຂຶ້ນ​ຢູ່​ນະ​ຄອນ ດາ​ໂວດ ປະ​ເທດ​ສະ​ວິດ. ນີ້​ແມ່ນ​ເຫດ​ການ​ປະ​ຈຳ​ປີ​ທີ່​ເຕົ້າ​ໂຮມ​ນັກ​ການ​ເມືອງ​, CEO  ແລະ ຜູ້​ທີ່​ມີ​ຊື່​ສຽງ​ທີ່​ມາ​ຈາກຫຼາຍ​​ປະ​ເທດປະ​ມານ 2.500 ຄົນ ເພື່ອ​ປຶກ​ສາ​ຫາ​ລື​ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ໃຫຍ່​ໃນ​ທົ່ວ​ໂລກ. ໂດຍ​ຖືກ​ດຳ​ເນ​ີນ​ໃນ​ສະ​ພາ​ວະ​ທີ່​ເສດ​ຖະ​ກິດ​ມີ​ສັນ​ຍານບໍ່​ສະ​ຫວ່າງ​ສະ​ໄຫວ​ປານ​ໃດ, ເວ​ທີ​ປາ​ໄສ​ປີນີ້​ຖືກ​ປົກ​ຄຸມ​ດ້ວຍ​ບັນ​ຍາ​ກາດ​ແຫ່ງ​​ຄວາມ​ເປັນ​ຫ່ວງ​ຕໍ່​ແງ່​ຫວັງ​ເສດ​ຖະ​ກິດ​ທົ່ວ​ໂລກ.

ເວທີປາໄສເສດຖະກິດໂລກ ແລະ ບັນດາບັນຫາທີ່ເຄັ່ງຮ້ອນ - ảnh 1

     ດ້ວຍ​ຫົວ​ເລື່ອງ​ຕົ້ນ​ຕໍ່ “ ເປັນ​ເຈົ້າ​ການ​ປະ​ຕິ​ວັດ​ອຸດ​ສາ​ຫະ​ກຳ​ຄັ້ງ​ທີ 4 ”, ເປົ້າ​ໝາຍ​ຂອງ ເວ​ທີ​ປາ​ໄສ​ປີນ​ີ້ ແມ່ນ​ສ້າງ​ຄ​ວາມ​ຮັບຮູ້​ລວມ​ກ່ຽວ​ກັບ​ບັນ​ດາ​ການ​ປ່​ຽນ​ແປງຢ່າງວ່ອງ​ໄວ​ທາງ​ດ້ານ​ເຕັກ​ໂນ​ໂລ​ຢີ ແລະ ສ້າງ​ເປັນ​ຮູບ​ປະ​ທຳ​ໃນ​ອະ​ນາ​ຄົດ.

    ເຂວ​ທິດຫົວ​ເລື່ອງ

  ໂດຍ​ຖືກ​ດຳ​ເນີນ​ໃນ​ສະ​ພາ​ວະ​ເສດ​ຖະ​ກິດ​ທົ່ວ​ໂລກ​ມີ​ຄວາມ​ອຶດ​ອາດ​ຊັກ​ຊ້າ, ບັນ​ດາ​ບັນ​ຫາ​ເສດ​ຖະ​ກິດ​ໂລກກວມ​ລວມ​ບັນ​ດາ​ໂຄງ​ການ​ດຳ​ເນີນ​ງານ​ຂອງເວ​ທີ​ປາ​ໄສ​. ບົດ​ລາຍ​ງານກ່ຽວ​ກັບ​ຄວາມ​ສ່ຽງ​ທົ່ວ​ໂລກ​ຂອງ WEFທີ່​ປະກາດເນື່ອງ​ໃນ​ໂອ​ກາດ​ຈັດ​ຕັ້ງເວ​ທີ​ປາ​ໄສປີນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ ມີ​ໄພ​ເຂວ​ທິດ​ຂອງການ​ເຕີບ​ໂຕ​ທົ່ວ​ໂລກ. ໃນ​ນັ້ນ, ການ​ເຕີບ​ໂຕ​ທີ່​ຊັກ​ຊ້າ​ທີ່​ສຸດ​ໃນ​ຮອບ 25 ປີ​ທີ່​ຜ່ານ​ມາຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຈີນ​ພວມ​ແມ່ນ​ຄວາມ​ວິ​ຕົກ​ກັງ​ວົນ​ທີ່​ສຸດ. ແຫຼ່ງ​ຂ່າ​ວ​ຈາກ​ກົມ​ໃຫຍ່​ສະ​ຖີ​ຕິ​ຈີນ​ໃຫ້​ຮູ້​ວ່າ GDP ໃນ​ໄຕ​ມາດ​ທີ 4 ປີ 2015 ຂອງ​ປະ​ເທດນີ້ ບັນ​ລຸ​ພຽງ 6,8%, ອັນ​ໄດ້​ພາ​ໃຫ້ GDP ທັງ​ປີ 2015 ລົງ 6,9% ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ 25 ປີ ທີ່​ຜ່ານ​ມາ. ບັນ​ດາ​ດັດ​ຊະ​ນີ​ເສດ​ຖະ​ກິດ​ອື່ນໆ​ຂອງ​ຈີນ ກໍ​ບໍ່​ເປັນ​ໜ້າ​ຊື່ນ​ຊົມ​ປານ​ໃດ, ຊຶ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ສູນ​ເສຍທ່າຢ່າງ​ຕໍ່​ເນື່ອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດນີ້. ນອກ​ຈາກ​ການຫຼຸດ​ລະ​ດັບ​ການ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ໃຫຍ່​ອັນ​ດັບ​ທີ 2 ໃນ​ໂລກນີ້, ເວ​ທີ​ປາ​ໄສ​ປີນີ້ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ວິ​ຕົກ​ກັງ​ວົນ​ອື່ນໆ​ອີກ​ຈຳ​ນວນ​ໜຶ່ງ​ເຊັ່ນ: ອັດ​ຕາ​ການ​ວ່າງ​ງານ​ສູງຢູ່ຫຼາຍ​ປະ​ເທດ, ​ຜົນ​ກະ​ທົບຂອງ​ລາ​ຄາ​ນ້ຳ​ມັນ​ຕ່ຳ​ທີ່​ມີ​ຕໍ່​ງົບ​ປະ​ມານ​ຂອງ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ນ້ຳ​ມັນ. ນີ້​ກໍ​ແມ່ນ​ສາຍ​ເຫດ​ພາ​ໃຫ້​ບັນ​ດາ​ຕະຫຼາດຫຼັກ​ຊັບ​ທົ່ວ​ໂລກ​ໃນ​ເຄິ່ງ​ເດືອນ​ຕົ້ນ​ປີ 2016 ຜ່ານ​ຜ່າ​ສະ​ພາບ​ຕົກ​ຕ່ຳ​ທີ່​ຮ້າຍ​ແຮງ. ດັ່ງ​ນັ້ນ, ການ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ 2016 ແລະ ປີ 2017 ຖືກ​ຄາດ​ຄະ​ເນ​ວ່າ ຈະ​ບັນ​ລຸ​ລະ​ດັບ 3,3% ແລະ 3,4% ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ກວ່າ​ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ໄດ້​ຍົກ​ອອກ​ມາ​ກ່ອນນີ້ 3 ເດືອນ.

     ໃນ​ມື້​ໄຂ ເວ​ທີ​ປາ​ໄສ​ ດາ​ໂວດເມື່ອ​ວັນ​ທີ 20/1, ຫຼັກ​ຊັບ​ຢູ່​ອາ​ຊີ​ໄດ້ຫຼຸດ​ລົງ​ແຮງ, ໃນ​ຂະ​ນະ​ທີ່​ລາ​ຄາ​ນ້ຳ​ມັນ​ດິບ​ໃນ​ໂລກຫຼຸດ​ລົງ​ເຫຼືອ​ພຽງ 28 USD/ຖັງ, ຊຶ່ງ​ແມ່ນ​ລະ​ດັບ​ຕ່ຳ​ສຸດ​ໃນ 12 ປີ​ມານີ້. ພ້ອມ​ກັນ​ນັ້ນ ແມ່ນ​ການ​ເພີ່ມ​ທະ​ວີ​ຢ່າງບໍ່​ສະ​ເໝີ​ພາບ​ກ່ຽວ​ກັບ​ລາຍ​ຮັບ​ໃນທົ່ວ​ໂລກ ຂະ​ນະ​ທີ່​ມີ​ກຸ່ມ​ຜູ້​ຮັ່ງ​ມີກວ່າ​ໝູ່​ໃນ​ໂລກ​ພວມ​ມີ​ຊັບ​ສົມ​ບັດ​ໃນ​ຄອບ​ຄອງດ້ວຍ​ມູນ​ຄ່​າ​ເທົ່າ​ກັບ​​ຊັບ​ສົມ​ບັດຂອງ​ເຄິ່ງ​ໜຶ່ງຈຳ​ນວນ​ປະ​ຊາ​ກອນ​ທີ່​ທຸກ​ຍາກກວ່າ​ໝູ່​ໃນ​ໂລກ. ອົງ​ການ​ທີ່ບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ Oxfam ໄດ້​ປະ​ກາດ​ເມື່ອບໍ່​ດົນ​ມານີ້​ວ່າ ມະ​ຫາ​ເສດ​ຖີ 62 ຄົນ​ໃນ​ໂລກ​ພວມ​ມີ​ຊັບ​ສົມ​ບັດດ້ວຍ​ມູນ​ຄ່າ​ເທົ່າ​ກັບ​ຊັບ​ສົມ​ບັດຂອງ 3,5 ຕື້​ຄົນ​ທີ່​ທຸກ​ຍາກກວ່າ​ໝູ່​ໃນ​ໂລກ. ການ​ແບ່ງ​ແຍກ​ລະ​ຫວ່າງ​ຄວາມ​ຮັ່ງ​ມີ ແລະ ທຸກ​ຍາກ​ຈະ​ພາ​ໄປ​ເຖິງ​ບັນ​ດາ​ຜົນ​ພາຍຫຼັງ​ທີ່​ເປັນ​ອັນ​ຕະ​ລາຍ.

      ວິ​ຕົກ​ກັງ​ວົນ​ຕໍ່​ສະ​ພາບ​ການປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ

   ທີ່ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກປີນີ້, ການປ່ຽນ​ແປງ​ດິນ​ຟ້າ​ອາ​ກາດກໍ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຫົວ​ເລື່ອງ​ຈຸດ​ສຸມ​ຂອງ​ບັນ​ດາ​ກອງ​ປະ​ຊຸມ​ໃນ​ສະ​ພາ​ວະ​ທີ່​ບັນ​ດາ​ຄວາ​ມ​ມາ​ນະ​ພະ​ຍາ​ຍາມຫຼຸດ​ຜ່ອນ ແລະ ດັດ​ປັບ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບການປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ສ່ວນຫຼາຍ​ແມ່ນ​ຍັງ​ບໍ່​ທັນ​ບັນ​ລຸ​ໄດ້​ໝາກ​ຜົນ​ຕາມ​ຄວາມ​ຫວັງ. ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສິ່ງ​ແວດ​ລ້ອມ ໄດ້​ຖືກ​ຍົກ​ອອກ​ໃນ​ບົດລາຍ ງານຂອງ WEF ກ່ອນ​ຈຸດ​ເວ​ລາ​ເນີນ​ພິ​ທີ​ໄຂ. ສະ​ພາບການປ່ຽນ​ແປງ​ດິນ​ຟ້າ​ອາ​ກາດໄດ້ ແລະ ພວມ​ວາງ​ອອກ​ສິ່ງ​ທ້າ​ທາຍທີ່​ຮ້າຍ​ແຮງ​ຕໍ່​ບັນ​ດາ​ວິ​ສາ​ຫະ​ກິດ ກໍ​ຄ​ື​ມວນ​ມະ​ນຸດ.

    WEF 46 ກະ​ຕຸກ​ຊຸກ​ຍູ້​ການ​ກະ​ທຳ

  ຕໍ່​ໜ້າ​ບັນ​ດາ​ສິ່ງ​ທ້າ​ທາຍ​ທີ່​ຮ້າຍ​ແຮງ​ດັ່ງ​ກ່າວທີ່​ເປັນ​ໄພ​ນາບ​ຂູ່​ຕໍ່​ເສດ​ຖະ​ກິດ​ທົ່ວ​ໂລກ, ໃນ​ຂອບ​ເຂດເວ​ທີ​ປາ​ໄສ​ດ້ວຍ​ການ​ດຳ​ເນີນກວ່າ 200 ວ​າ​ລະ​ປະ​ຊຸມ ແລະ ແກ່​ຍາວ​ເປັນ​ເວ​ລາ 4 ວັນ, ບັນ​ດາ​ຜູ້​ແທນ​ທີ່​ເຂົ້າ​ຮ່ວມ WEF ໄດ້​ເລັ່ງ​ໃສ່​ປຶກ​ສາ​ຫາ​ລືຫຼາຍ​ວິ​ທີ​ການ​ແກ້​ໄຂ. ບັນ​ດາ​ການ​ນຳ​ໂລກ ແລະ ການ​ນຳ​ບັນ​ດາ​ອົງ​ການ​ມະ​ນຸດ​ສະ​ທຳ ໄດ້​ໂຕ້​ແຍ້ງ​ກັນ ແລະ ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ຊ່ວຍ​ຊາວ​ອົບ​ພະ​ຍົບ​ເຊື່ອ​ມ​ຕົວ​ເຂົ້າ​ກັບ​ວົງ​ຄະ​ນະ​ຍາດ​ໃຫ້​ດີກວ່າ​ເກົ່າ. ໃນ​ຂະ​ນະ​ນັ້ນ, ເປັນ​ຄັ້ງ​ທຳ​ອິດ​ທີ່​ປະ​ກົດ​ຕົວ​ຢູ່ ດາ​ໂວດ ນັບ​ຕັ້ງ​ແຕ່​ເຂົ້າ​ດຳ​ລົງ​ຕຳ​ແໜ່ງ, ປະ​ທານ​ທາ​ນິ​ບໍ​ດີ ອັກ​ຊັງ​ຕິນ Mauricio Macri ຜູ້​ຕາງໜ້າ​ໃຫ້​ແກ່​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນ ໄດ້​ສະ​ແດງ​ທັດ​ສະ​ນະ​ປະ​ຕິ​ຮູບ​ເສດ​ຖະ​ກິດ​ຢູ່​ອາ​ເມ​ລິ​ກາ​ໃຕ້ ກໍ​ຄ​ື​ຄວາມ​ຫຍຸ້ງ​ຍາກ​ຂອງ ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ທີ່​ຫາ​ກໍ​ພົ້ນ​ເດັ່ນ​ຂຶ້ນໃນ​ປະ​ຈຸ​ບັນ. WEF 46 ປຶກ​ສາ​ຫາ​ລື​ບັນ​ດາ​ມາດ​ຕະ​ການ​ປ້ອງ​ກັນ ແລະ ຫຼີກ​ລ້ຽງ​ສະ​ພາບ​ຕົກ​ຕ່ຳ​ຂອງ​ຕະຫຼາດຫຼັກ​ຊັບ ແລະ ສະ​ກັດ​ກັ້ນ​ສະ​ພາບຫຼຸດ​ລາ​ຄາ​ນ້ຳ​ມັນ. WEF 46 ຍັງ​ກະ​ຕຸກ​ຊຸກ​ຍູ້​ບັນ​ດາ​ການ​ນຳ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສຸດຍອດ​ແຫ່ງ ສ.ປ.ຊ ​ກ່ຽວ​ກັບ ການປ່ຽນ​ແປງ​ດິນ​ຟ້າ​ອາ​ກາດ ທີ່​ຈັດ​ຂຶ້ນ​ຢູ່​ປ່​ຣີ​ຫວ່າງ​ແລ້ວນີ້ ແນ​ໃສ່ຫຼຸດ​ຜ່ອນ​ສະ​ພາບ​ໜ່ວຍ​ໂລກ​ອຸ່ນ​ຂຶ້ນ ແລະ ຫຼຸດ​ຜ່ອນ​ການ​ນຳ​ໃຊ້​ແຫຼ່ງ​ເຊື້ອ​ໄຟ​ແຮ່​ທາດ.

     WEF ປະ​ຈຳ​ປີ ຍາມ​ໃດ​ກໍ​ແມ່ນ​ເຫດ​ການ​ທີ່​ໄດ້​ຮັບ​ການ​ລໍ​ຄອຍ. ເຖິງວ່າ​ແມ່ນ​ບ່ອນ​ຍົກ​ອອກ​ຄຳ​ຄິດ​ຄຳ​ເຫັນ, ທັດ​ສະ​ນະ​ກໍ​ຕາມ, ແຕ່ WEF ຍັງ​ໄດ້​ປະ​ກອບ​ສຽງ​ເວົ້າ​ທີ່​ສຳ​ຄັນ, ກະ​ຕຸກ​ຊຸກ​ຍູ້​ການ​ນຳ​ບັນ​ດາ​ປະ​ເທດ ໄປ​ສູ່​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ລວມ ເພື່ອ​ຮັບ​ມື​ກັບ​ຄວາມ​ສ່ຽງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ທົ່ວ​ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ