ເສດຖະກິດຫວຽດນາມ ສືບຕໍ່ ມີສັນຍານດີຂຶ້ນ


(vovworld)- ເຖິງວ່າ​ພື້ນ​ຖານ​ເສດ​ຖະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ​ຄົງ​ຄ້າງ ແຕ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ວ່າ ໃນ 9 ເດືອນ​ຜ່ານ​ມາ, ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ​ບັນ​ລຸ​ໄດ້​ບັນ​ດາ​ຜົນ​ງານ​​ທີ່ຕັ້ງ​ຫນ້າ​ໃນ​ຫລາຍ​ຂົງ​ເຂດ. ນີ້​ແມ່ນ​ພື້ນ​ຖານ​ສຳ​ຄັນ, ຊ່ວຍ​​ໃຫ້ ຫວຽດ​ນາມ​ສາ​ມາດ​ສຳ​ເລັດ​ບັນ​ດາ​ຄາດ​ໝາຍການ​ເຕີບ​ໂຕ​ເສດ​ຖະ​ກິດຢູ່​ໃນ​ລະ​ດັບ 5,8% ໃນ​ປີ 2014 ຄື​ດັ່ງ​ສະ​ພາ​ແຫ່ງ​ຊາດ​ໄດ້ວາງ​ອອກ. ເພື່ອ​ບັນ​ລຸ​ໄດ້ໝາກ​ຜົນ​ດັ່ງ​ກ່າວແມ່ນ ຍ້ອນ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ໃນ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ຄວາມ​ມາ​ນະ​ພ​ະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ.

ເສດຖະກິດຫວຽດນາມ ສືບຕໍ່ ມີສັນຍານດີຂຶ້ນ - ảnh 1
ພາບ​ປະ​ກອບ:internet

        ຕີ​ລາ​ຄ​າ​ສັງລວມ​ກ່ຽວ​ກັບ​ສະ​ພາບ​ພື້ນ​ຖານ​ເສດ​ຖະ​ກິດ​ໃນ 9 ເດືອນ​ຜ່ານ​ມາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ຢືນ​ຢັນ: ສະ​ພາບ​ການ​ເສດ​ຖະ​ກິດ ສັງ​ຄົມ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ ສືບ​ຕໍ່​ມີ​ການ​ຫັນ​ປ່ຽນ​ຢ່າງ​ຕັ້ງ​ຫນ້າ. ທ່າ​ເຕີບ​ໂຕ​ ເຫັນ​ໄດ້​ຊັດ ແລະ ​ສະ​ໝ່ຳ​ສະ​ເຫມີກວ່າ. ບັນ​ດາ​ຄາດ​ໝາຍ​ຂອງ​ແຜນ​ການ​ທີ່​ວາງ​ອອກ​ລ້ວນ​ແຕ່​ບັນ​ລຸ​ໝາກ​ຜົນ​ຕັ້ງ​ຫນ້າ. ຕາມນັ້ນ​ແລ້ວ, ໃນ 15 ຄາດ​ໝາຍ​ໂດຍ​ສະ​ພາ​ແຫ່ງ​ຊາດມອບ​ໃຫ້ ມີ 13 ຄາດ​ໝາຍ​ສາ​ມາ​ດ​ບັນ​ລຸ​ໄດ້ ແລະ ລື່ນ​ກາຍ, ໃນ​ນັ້ນ ມີ​ຄາດ​ໝາຍ​ຫ​ນຶ່ງ​ເກືອບ​ບັນ​ລຸ​ໄດ້ ນັ້ນ​ແມ່ນ​ຄາດ​ໝາຍ​ແກ້​ໄຂວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຄົນ​ງານ 1,6 ລ້ານຄົນ ແລະ ອີກ​ຄາດ​ໝາຍ​ຫນຶ່ງບໍ່​ທັນ​ບັນ​ລຸ​ໄດ້ ນັ້ນ​ແມ່ນ​ອັດ​ຕາ​ຄົນ​ງານ​ຜ່ານ​ການ​ບຳ​ລຸງ​ສ້າງ.

        ບັນ​ດາ​ຂະ​ແຫນງ​ການ, ຂົງ​ເຂດສ່ວນ​ຫລາຍໃນ​ພື້ນ​ຖານ​ເສດ​ຖະ​ກິດ​​ບັນ​ລຸ​ການເຕີບ​ໂຕ​ຢ່າງ​ແຮງ

        ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ສືບ​ຕໍ່​ຟື້ນ​ຕົວ​ໃນ​ທຸກ​ຂົງ​ເຂດ, ຂະ​ແຫນງ​ຕົ້ນ​ຕໍ. ການ​ຈະ​ເລີນ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ໄຕ​ມາດ III ສູງກວ່າ 2 ໄຕ​ມາດ​ກ່ອນ ແລະ GDP ໃນ 9 ເດືອນ​ຄາດ​ວ່າ​ບັນ​ລຸ 5,62%, ສູງກວ່າ​ໄລ​ຍະ​ດຽວ​ກັນ​ຂອງ 2 ປີ​ຜ່ານ​ມາ. ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ, ເປັນ​ຕົ້ນ​ແມ່ນ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ, ກ​ານປະ​ດິດ​ສ້າງ​ບັນ​ລຸ​ການເຕີບ​ໂຕ​​ໃນ​ລະ​ດັບສູງກວ່າຫລາຍ​ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ​ການ​ຜະ​ລິດ​ອຸດ​ສາ​ຫະ​ກຳ​ເພີ່ມ​ຂຶ້ນ 6,7%. ຄາດ​ວ່າ ຕົວ​ເລກນີ້ຈະ​ບັນ​ລຸ 7-7,2% ໃນ​ໄລ​ຍະ​ຈະ​ມາ​ເຖິງ. ​ຂົງ​ເຂດກະ​ສິ​ກຳ​ແກ້​ໄຂ​ໄດ້​ບັນ​ດາ​ການ​ກະ​ທົບ​ຢ່າງ​ຫຍໍ້​ທ​ໍ້​ໂດຍໄພ​ທຳ​ມະ​ຊາດ, ໂລກ​ລະ​ບານກໍ່​ຂຶ້ນ ແລະ ບັ​ນ​ລຸ​ລະ​ດັບ​ເຕີບ​ໂຕ​ສູງ. ຂົງ​ເຂດ​ບໍ​ລິ​ການ​ສືບ​ຕໍ່​ພັດ​ທະ​ນາ​ດີ​ພໍ​ສົມ​ຄວນ. ໄພ​ເງິນ​ເຟີ້​ໄດ້​ຮັບ​ການ​ຄວບ​ຄຸມ, ດັດ​ຊະ​ນີ​ລາ​ຄາ​ໃຊ້​ສອຍ​ເພີ່ມ​ຂຶ້ນ​ຢູ່​ໃນ​ລະ​ດັບ​ຕ່ຳ, ລາ​ຄາ​ສິນ​ຄ້າ​ຢູ່​ໃນ​ທ້ອງ​ຕະ​ຫລາດ​ເປັນ​ປົກ​ກະ​ຕິ. ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ ເຖິງວ່າ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ກໍ​ຕາມ ແຕ່​ຈຳ​ນວນ​ວິ​ສາ​ຫະ​ກິດ​ມີ​ກຳ​ໄລ​ໄດ້​ເພີ່ມ​ຂຶ້ນ​ຫລາຍ. ຈຳ​ນວນ​ວິ​ສ​າ​ຫະ​ກິດ ຈົດ​ທະ​ບຽນ​ສ້າງ​ຕັ້ງ​ໃຫມ່ ເຖິງວ່າ​​ຫລຸດ​ລົງ​ກໍ​ຕາມ ແຕ່​ທຶນ​ຈົດ​ທະ​ບຽນ​​ພັດເພີ່ມ​ຂຶ້ນ.

        ການ​ເຄື່ອນ​ໄຫວ​ດ້ານ​ການ​ຄ້າ​ກໍ​ເພີ່ມ​ຂຶ້​ນັບ​ທັງ​ຂອບ​ຂະ​ຫນາດ ແລະ ລະ​ດັບ​ການ​ເຕີບ​ໂຕ. ຕາມນັ້ນ​ແລ້ວ, ຍອດ​ວົງ​ເງິນ​ສົ່ງ​ອອກ​ສິນ​ຄ້າ​ໃນ 9 ເດືອນ​ຜ່ານ​ມາ ບັນ​ລຸ​​ລະ​ດັບ​​ເຕີບ​ໂຕສູງກວ່າ​ເມື່ອ​ທຽບ​ໃສ່​ການ​ນຳ​ເຂົ້າ, ບັນ​ລຸ​ເກືອບ 110 ຕື້ USD, ເພີ່ມ​ຂຶ້ນກວ່າ 14% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ ແລະ ທັງ​ປະ​ເທດມີ 21ປະ​ເພດ​ສິນ​ຄ້າ​ສົ່ງ​ອອກ​ບັນ​ລຸກວ່າ 1 ຕື້USD. ໃນ​ຈ​ຳ​ນວນ​​ໝວ​ດ​ສິນ​ຄ້າ​ສົ່ງ​ອອກ, ອຸດ​ສາ​ຫະ​ກຳຜະ​ລິດ​ປຸງ​ແຕ່ງກວມ​ອັດ​ຕາ​​​ສ່ວນ​ຫລາຍ​ຂອງ​ສິນ​ຄ້າ​ສົ່ງ​ອອກ​ໃນ 9 ເດືອນ​ຜ່ານ​ມາ. ໝາກ​ຜົນ​ນີ້​ໄດ້​ປະ​ກອບ​ສ່ວນສ້າງ​ຄວາມ​ດຸນ​ດ່ຽງ​ໃນ​ການນຳ​ເຂົ້າ​ສົ່ງ​ອອກ​​ສິນ​ຄ້າ, ເພີ່ມ​ລະ​ດັບ​ສະ​ສົມ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຕີ​ລາ​ຄາ​ວ່າ:

        “ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຈະ​ແຈ້ງ, ນັບ​ທັງ​​ຂົງ​ເຂດກະ​ສິ​ກຳ, ອຸດ​ສາ​ຫະ​ກຳ, ບໍ​ລິ​ການ ລ້ວນ​ແຕ່​ພັດ​ທະ​ນາ​ຢ່າງ​ສະ​ໝ່ຳ​ສະ​ເຫມີ. ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ ລ້ວນ​ແຕ່​ໃຫ້​ຂໍ້​ສັ​ງ​ເກດ​ວ່າ ຫວຽດ​ນາມ ສາ​ມາດບັນ​ລຸ​ລະ​ດັບ​ເຕ​ີບ​ໂຕ GDP 5,8% ໃນ​ປີນີ້​ມີ​ ໄດ້. ໃນ​ທ່າ​ພັດ​ທະ​ນານັ້ນ, ພວກ​ເຮົາ​ບໍ່​ຢຸດ​ຢູ່ນັ້ນ ຫາກ​ຈະ​ສືບ​ຕໍ່​ພະ​ຍາ​ຍາມ, ຖ້າ​ບັນ​ລຸ​ໄດ້​ການ​ຈະ​ເລີນ​ເຕີບ​ໂຕຢູ່​ໃນ​ລະ​ດັບ 6% ພື້ນ​ຖານ​ເສດ​ຖະ​ກິດ​ມະ​ຫາ​ພາ​ກ​ຈະ​ໝັ້ນ​ທ່ຽງ.”

        ນອກນັ້ນ, ໃນ 9 ເດືອນ​ຜ່ານ​ມາ ມີລັດວິ​ສາ​ຫະ​ກິດກວ່າ 90 ແຫ່ງ​ໄດ້​ຮັບ​ການ​ສັບ​ຊ້ອນ​ຄືນ​ໃຫມ່, ເກືອບ​ເທົ່າ​ກັບ​ທັງ​ປີ​ກາຍ. ຄ​າດ​ວ່າ ຮອດ​ທ້າຍ​ປ​ີ​ 2014 ຈະ​ມີ​ວິ​ສາ​ຫະ​ກິດ 200 ແຫ່ງ ໄດ້​ຮັບ​ການ​ເຊັນ​ອະ​ນຸ​ມັດ​ວິ​ທີ​ການ​ຫັນ​ເປັນ​ຫຸ້ນ​ສ່ວນ. ຄວາມ​ຄືບ​ຫນ້າ​ໃນ​ການ​ຖອນ​ແຫລ່ງ​ທຶນ​ຂອງ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ ແລະ ບໍ​ລິ​ສັດ​ໃຫຍ່​ແຫ່ງ​ລັດ ກໍ​ສູງກວ່າ​ທົບ 4 ເທົ່າ ເມື່ອ​ທຽບ​ໃສ່​ປີ​ກາຍ.

        ຕັ້ງ​ຫນ້າ​ແກ້​ໄຂ​ຫນີ້​ເສຍ

        ພ້ອມກັບ​ບັນ​ດາ​ມາດ​ຕະ​ການ​ແກ້​ໄຂ​ຫນີ້​ເສຍ​ຜ່ານ​ບັນ​ດາ​ບໍ​ລິ​ສັດ​ຄ​ຸ້ມ​ຄອ​ງ​ຊັບ​ສົມ​ບັດ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ຫວຽດ​ນາມ (VAMC) ຫວຽດ​ນາມ ພວມ​ຜັນ​ຂະ​ຫຍາຍ​ຫລາຍ​ວິ​ທີ​ເພື່ອ​ຍູ້​ແຮງ​ການ​ແກ້​ໄຂ​ຫນີ້​ເສຍ. ສ່ວນ​ບັນ​ດາ​ອົງ​ການ​ສິນ​ເຊື່ອ​ໄດ້​ເປັນ​ເຈົ້າ​ການ, ຕັ້ງ​ຫນ້າ​ເຂົ້າ​ຮ່ວມ​ການ​ແກ້​ໄຂ​ຫນີ້​ເສຍ, ສ້າງ​ແຫລ່ງ​ກຳ​ລັງ​ແກ​້​ໄຂ​ຫນີ້​ເສຍ ດ້ວຍ​ວິ​ທີ​ເພີ່ມ​ທະ​ວີ​ການ​ຫັກ​ເງິນ​ເພື່ອສ້າງກອງ​ທຶນ​ຮັບ​ມື​ກັບ​ຄວາມ​ສ່ຽງ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ເດືອນ 7/2014, ຈຳ​ນວ​ນ​ເງິນ​ສະ​ສົມ​ຊື່ງ​ລະ​ບົບ​ທະ​ນາ​ຄານ​ຫັກ​ມາສ້າງກອງ​ທຶນ​ແມ່ນ 78.000 ຕື້​ດົ່ງ. ບໍ​ລິ​ສັດ VAMC ຊື້ ຫນີ້​ເສຍ ​ໄດ້​ 47.000 ຕື້​ດົ່ງ​ຈາກ​, ຄ​າດ​ວ່າ ປີນີ້ ບໍ​ລິ​ສັດ​ດັ່ງ​ກ່າວ​ຈະ​ຊື້​ ຫນີ້​ເສຍ ໄດ້ 70.000 ຕື້​ດົ່ງ.

        ເຖິງວ່າ ພື້ນ​ຖານ​ເສດ​ຖະ​ກິດ​ມີ​ສັນ​ຍານ​ດີຂຶ້ນ​ກໍ​ຕາມ ແຕ່​ເບິ່ງ​​ລວມ​ແລ້ວ ຍັງ​ມີ​ບາງ​ຂໍ້​ຄົງ​ຄ້າງ​ຄວນ​ປະ​ຕິ​ບັດ​ໃຫ້​ດີກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ນັ້ນ​ແມ່ນ ຄວາມ​ຕ້ອງ​ການ​ຍັງ​ຢູ່​ໃນ​ລະ​ດັບ​ຕ່ຳ, ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຫນີ້​ເສຍ​ຍັງ​ໃຫຍ່​ຫລວງ​ຢູ່, ບ້ວງຫນີ້​ຂອງ​ລັດ​ເພີ່ມ​ຂຶ້ນ​ໄວ, ສະ​ມ​ັດ​ຕະ​ພາບ​ການ​ຜະ​ລິດ, ກຳ​ລັງ​ແກ້ງ​ແຍ້ງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດບໍ່​ທັນ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ສູງ. ສະ​ນັ້ນ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ສືບ​ຕໍ່ປະ​ຕິ​ບັດ​​ການ​ສ້າງ​ໂຄງ​ປະ​ກອບ​ການ​ລົງ​ທຶນ​ຂອງ​ລັດ, ​ລັດວິ​ສາ​ຫະ​ກິດ, ລະ​ບົບ​ທະ​ນາ​ຄານ ແລະ ກະ​ສິ​ກຳ​ຄືນ​ໃຫມ່​ຢ່າງ​ເປັນຈຸດ​ສຸ​ມ, ມີ​ປະ​ສິດ​ທິ​ຜົນ. ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ກ່ຽວ​ກັບ​ການ​ສ້າງ​ກົນ​ໄກ​ນະ​ໂຍ​ບາຍ​ເພື່ອ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ​ເຂົ້າ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

        “ປະ​ຈຸ​ບັນ ພວກ​ເຮົາ​ຊອກ​ຫາ​ທຸກວິ​ທີ​ເພື່ອ​ດຶງ​ດູດ​ແຫລ່ງ​ເງິນ​ລົງ​ທຶນ ແຫລ່ງ​ກຳ​ລັງ​ພາຍ​ໃນ​ປະ​ເທດ ແລະ​ຕ່າງ​ປະ​ເທດ ເພ່​ືອ​ລົງ​ທຶນ​ເຂົ້າ​ບໍ​ລິ​ການ, ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ, ພື້ນ​ຖານ​ໂຄງ​ລ່າງ. ກຳ​ລັງ​ຄວາມ​ສາ​ມາດ​ຍັງ​ໃຫ​ຍ​່​ຫລວງ​ຢູ່. ປະ​ຈຸ​ບັນ ຢາກ​ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ, ກະ​ສິ​ກຳ ຂ້າ​ພະ​ເຈົ້າ​ສະ​ເຫນີ​ບັນ​ດາ​ທ່າ​ນຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ບັນ​ດາ​ລັດ​ຖະ​ມົນ​ຕີ ຕ້ອງ​ສ້າງ​ກົນ​ໄກ, ນະ​ໂຍ​ບາຍ​ເພື່ອ​ດຶງ​ດູດ​ແຫລ່ງ​ກຳ​ລັງ.”

        ເລື່ອງ​ພື້ນ​ຖານ​ເສດ​ຖະ​ກິດ​ມີ​ບັນ​ດາ​ສັນ​ຍານ​ຕັ້ງ​ຫນ້າ​ໃນ 9 ເດືອນ​ຜ່ານ​ມາ ແມ່ນ​ການ​ພິ​ສູດ​ໃຫ້​​ເຫັນປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ​ຂອງ​ລັດ​ຖະ​ບານ​ຢ່າງ​ຈະ​ແຈ້ງກໍ​ຄື​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ. ພ້ອມ​ກັບ​ບັນ​ດາ​ສັນ​ຍານ​ດີ​ພໍ​ສົມ​ຄວນ​ດັ່​ງ່​ກາວ, ເລື່ອງ​ລັດ​ຖະ​ບານ​ຫວຽດ​ນາມ​ສຸມ​ໃສ່​ມາ​ນະ​ພະ​ຍາ​ຍາມ​ຜ່ານ​ຜ່າ​ທຸກ​ຄວາມ​ຫຍຸ້ງ​ຍາກ​ທີ່​ຍັງ​ຄົງ​ຄ້າງ​ນັບ​ແຕ່ນີ້​ເຖິງ​ທ້າຍ​ປີ ຈະ​ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ພື້ນ​ຖານ​ເສດ​ຖະ​ກິດ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ