ເສດຖະກິດເອີລົບ ແລະ ຜົນສະທ້ອນຈາກໜີ້ສິນຂອງລັດ

(vovworld) - ການ​ແຫ່​ຂະ​ບວນປະ​ທ້ວງ​ຢູ່ 2 ປະ​ເທດ​ເອີ​ລົບ​ແມ່ນ ​ແອດ​ສະ​ປາຍ ​ແລະ ປອກຕູຍ​ການ​ ເພື່ອ​ຄັດຄ້ານ​ບັນດາ​ມາດ​ຕະການ​ເພີ່ມ​ພາສີ​ອາກອນ ​ແລະ ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​ເຊິ່ງລັດຖະບານ​ປະກາດ​ໃຊ້​ຕາມ​​ເງື່ອນ​ໄຂ​ຂອງບ້ວງກູ້​ຊ່ວຍ​ດ້ານ​ການ​ເງິນ​ພວມ​ແຜ່​ຂະຫຍາຍ​ອອກຢ່າງ​ກວ້າງຂວາງ ​ແລະ ອາດ​ຈະ​ເກີດ​ການ​ຈະລາຈົນ. ມາດ​ຕະການ​ໃດ​ທີ່​ສາມາດ​ຊ່ວຍ​ໃຫ້​ເອີ​ລົບ​ຂ້າມ​ຜ່ານ​ໄລຍະ​ທີ່ມືດ​ມົວ​​ໃນ​ປະຈຸ​ບັນ ນັ້ນ​ແມ່ນ​ຄຳ​ຖາມ ​ເຊິ່ງບັນດາ​ການ​ນຳ​ເອີ​ລົບ​ຍັງ​ບໍ່​ທັນ​ມີ​ຄຳ​ຕອບ. ​ເພາະວ່າ​ຄວາມ​ຈິງ​ແລ້ວ, ​ເລື່ອງ​ຫຼຸດຜ່ອນ​ໜີ້​ສິນ ​ແລະ ​ເພີ່ມ​ງົບປະມານ​ດ້ວຍ​ການ​ຫຼຸ​ດຜ່ອນ​ການ​ໃຊ້​ຈ່າຍ ຫຼື​ເພີ່ມ​ພາສີ​ອາກອນ ​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ທີ່​ພວມນຳ​ໃຊ້​ໃນ​ພາກ​ພື້ນ​ແຕ່​ຍັງ​ບໍ່​ທັນ​ເສີມ​ຂະຫຍາຍ​ຜົນ​ປະ​ໂຫຍ​ດ​​ໄດ້ເທື່ອ.

ເສດຖະກິດເອີລົບ ແລະ ຜົນສະທ້ອນຈາກໜີ້ສິນຂອງລັດ - ảnh 1

ວິກິດການໜີ້ສິນຢູ່ພາກພື້ນນຳໃຊ້ສະກຸນເງິນລວມເອີລົບ 

(ພາບ: google.com.vn)

        ​ໃນ 3 ມື້​ຜ່ານ​ມາ, ຊາວ​ແອດ​ສະ​ປາຍທີ່​ມາ​ຈາກ​ທົ່ວ​ປະ​ເທດ ​ນັບ​ໝື່ນ​ຄົນ​ໄດ້​ເຕົ້າ​ໂຮມ​ກັນ​ຢູ່​ນະຄອນຫຼວງ ມາດ​ຮິດ ​ເພື່ອ​ເຂົ້າ​ຮ່ວມ​ການ​ແຫ່​ຂະ​ບວນຄັດຄ້ານ​ບັນດາ​ມາດ​ຕະການ​ຮັດ​ເຂັມຄັດ​ຂອງ​ລັດຖະບານ​ປະ​ເທດ​ນີ້. ການ​ແຫ່​ຂະ​ບວນປະ​ທ້ວງ​ໂດຍ​ສຳພັນ​ທະ​ມິດ ”ກອງ​ປະຊຸມ​ສຸດ​ຍອດ​ສັງຄົມ” ​ເຊິ່ງລວມມີ​ນັບ​ຮ້ອຍ​ອົງການ​ຈັດ​ຕັ້ງ​ສັງຄົມ​ເປັນ​ຜູ້​ຮຽກຮ້ອງ. ຜູ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງສ່ວນ​ຫຼາຍ​ແມ່ນ​ບັນດາ​ລັດຖະກອນ, ​ເຂົາ​ເຈົ້າ​ໄດ້​ຄັດຄ້ານ​ເລື່ອງ​ເພີ່ມ​ພາສີ​ອາກອນ ​ແລະ ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​ໃຫ້​ແກ່​ການ​ບໍລິການ​ສັງຄົມ. ການ​ແຫ່​ຂະ​ບວນລະ​ເບີດ​ຂຶ້ນ​ພາຍຫຼັງ​ທີ່​ລັດຖະບານ​ປະ​ເທດ​ນີ້​ຖະ​ແຫຼ​ງວ່າ​ຈະ​ຍົກ​ອອກ​ບັນດາ​ມາດ​ຕະການ​ປະຕິ​ຮູບ​​ເສດຖະກິດໃໝ່​ໃນ​ທ້າຍ​ເດືອນ​ນີ້, ຕາມ​ນັ້ນ​ແລ້ວ​ຈະ​ເພີ່ມ​ທະວີ​ບັນດາ​ມາດ​ຕະການ​ຮັດ​ເຂັມຄັດ, ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​ລົງ​ປະມານ 125 ຕື້ USD ​ໃນ​ຮອບ​ເວລາ 3 ປີ. ​ປ່ຽນແທນດ້ວຍ​ເລື່ອງ, ມາດ​ຮິດຈະ​ໄດ້​ຮັບບ້ວງ​ເງິນ 36 ຕື້ USD ​ໃນ​ເດືອນ 9 ນີ້​ຈາກ​ບ້ວງ​ກູ້​ຊ່ວຍ​ທີ່​ມີ​ມູນ​ຄ່າ 122 ຕື້ USD ຈາກ IMF ​ແລະ ບັນດາ​ອົງການ​ການ​ເງິນ​ເອີ​ລົບ, ​ເພື່ອ​ແນ​ໃສ່​ຊ່ວຍ​ບັນດາ​ທະນາຄານ​ນີ້​ຮັບ​ມື​ກັບ​ບ້ວງ​ໜີ້​ສິນ​ເສຍ ​ແລະ ​ໄພ​ວ່າງ​ງານ​ທີ່​ຂຶ້ນ​ເຖິງລະດັບ 25%.

        ສ່ວນ​ຢູ່​ປອກຕູຍ​ການ, ການ​ແຫ່​ຂະ​ບວນປະ​ທ້ວງກໍ່​ໄດ້​ເກີດ​ຂຶ້ນ​ຢູ່​ນະຄອນຫຼວງ ລິດ​ສະ​ບອນ ​ແລະ ນະຄອນ​ອື່ນໆ ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ເກືອ​ບ​​ແສນ​ຄົນ, ຊ້ຳ​ບໍ່​ໜຳ​ໄດ້​ເກີດ​ການ​ປະ​ທະ​ກັນ​ລະຫວ່າງ​ບັນດາ​ຜູ້​ແຫ່​ຂະ​ບວນກັບ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ນອກ​ສຳນັກງານ​ສະພາ​ແຫ່ງ​ຊາດ. ຫ້ອງການ​ຂອງ IMF ກໍ່​ແມ່ນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ​ຜູ້​ແຫ່ງ​ຂະ​ບວນປະ​ທ້ວງ. ສາຍ​ເຫດ​ນັ້ນ​ແມ່ນ ​ເພື່ອ​ໄດ້​ຮັບ​ບ້ວງ​ເງິນ​ກູ້​ຢືມ​ທີ່​ມີ​ມູນ​ຄ່າ 110 ຕື້ USD ນັ້ນ, ລັດຖະບານ​ປະ​ເທດ​ນີ້​ຕ້ອງ​ນຳ​ໃຊ້​ນະ​ໂຍບາຍຮັດ​ເຂັມຄັດ, ຕາມ​ນັ້ນ​ແລ້ວ, ຜູ້​ອອກ​ແຮງ​ງານ​ຕ້ອງ​ເສຍ​ເງິນ​ໃຫ້​ບັນດາ​ການ​ບໍລິການ​ຮັບປະກັນ​ຊີວິດ​ສັງຄົມ​ຫຼາຍ​ກວ່າ. ຫາງ​ສຽງ​ຕຳ​ໜິຕິຕຽນວ່າ ​ບັນດາ​ມາດ​ຕະການ​ຫຼຸດຜ່ອນ​ນີ້​ແມ່ນ​ເລັ່ງ​ໃສ່​ຜູ້​ອອກ​ແຮງ​ງານ​ເປັນ​ຕົ້ນ ຫາກ​ບໍ່​ສົ່ງ​ຜົນ​ສະທ້ອນ​ປານ​ໃດ​ເຖິງ​ຜູ້​ຄົນ​ທີ່ຮັ່ງມີ.

        ຄວາມ​ຈິງ​ແລ້ວ, ບັນດາ​ນະ​ໂຍບາຍ ​ຮັດ​ເຂັມຄັດນັ້ນ ບໍ່ນຳ​ມາ​ເຊິ່ງປະສິດທິ​ຜົນ, ພຽງ​ແຕ່​ມີ​ລັກສະນະ​ຊົ່ວຄາວ​ເທົ່າ​ນັ້ນ. ບັນດາ​ພື້ນຖານ​ເສດຖະກິດ​ອ່ອນ​ດ້ອຍ​ກວ່າ​ໝູ່​ໃນ​ພາກ​ພື້ນ​ພວມ​ຮັບ​ມື​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງຄື​ລະດັບ​ເຕີບ​ໂຕ​ຕຳ່, ບໍ່​ມີ​ຄວາມ​ສາມາດ​ແກ່ງ​ແຍ້​ງ​ໃນ​ຕະຫຼາດ​ສາກົນ, ອັດຕາ​ວ່າງ​ງານ​ສູງ, ຊ້ຳ​ບໍ່​ໜຳ​ອາດ​ຈະ​ຖືກ​ປັດ​ເຂັ່ຍ​ອອກ​ຈາກ eurozone.

ເສດຖະກິດເອີລົບ ແລະ ຜົນສະທ້ອນຈາກໜີ້ສິນຂອງລັດ - ảnh 2
(ພາບ: google.com.vn)

        ມາດ​ຕະການ​ທີ່​ສາມາດ​ຊ່ວຍ​ໃຫ້​ເອີ​ລົບ​ຜ່ານ​ຜ່າ​ໄລຍະ​ອັນ​ມືດ​ມົວ​ຄື​ໃນ​ປະຈຸ​ບັນ​ໃຫ້​ໄດ້​ ? ນັ້ນ​ແມ່ນ​ຄຳ​ຖາມທີ່ບັນດາ​ການ​ນຳ, ຜູ້​ຊ່ຽວຊານ​ດ້ານ​ເສດຖະກິດ​ເອີ​ລົບ​ພວມ​ຊອກ​ຫາ​ວິທີ​ເພື່ອ​ແກ້​ໄຂ. ຫວ່າງ​ແລ້ວ​ນີ້, ​ເຖິງ​ວ່າ​ບັນດາ​ການ​ນຳ eurozone ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມ​ເມື່ອ​ເຫັນ​ດີ​ຕໍ່​ແຜນການ​ຊຸກຍູ້​ການ​ເຕີບ​ໂຕ, ຫຼື​ສ້າງ​​ກົນ​ໄກຕິດຕາມ​ກວດກາ​ທະນາຄານ​ລວມ​ແລ້ວ​ກໍ່ຕາມ, ​ແຕ່​ຕາມ​ການ​ສັງ​ເກດ​ກໍ່​ເຫັນ​ວ່າ, ພາກ​ພື້ນ​ນີ້​ຍັງ​ຄົງ​ຕ້ອງການ​ບັນດາ​ມາດ​ຕະການ​​ໂດຍພື້ນຖານ​ກວ່າ​ອີກ. ​ເລື່ອງ​ສືບ​ຕໍ່​ນຳ​ໃຊ້​ນະ​ໂຍບາຍ​ເງິນຕາ​ເປີດ​ກວ້າງ ​ຄື​ດັ່ງ​ອາ​ເມ​ລິ​ກາ​ພວມ​ປະຕິບັດ​ນັ້ນ ອາດ​ຈະ​ແມ່ນ​ມາດ​ຕະການ​ທີ່​ເໝາະ​ສົມ. ຕາມ​ນັ້ນ​ຈະ​ຕ້ອງ​ຫຼຸດຜ່ອນ​ດອກ​ເບ້ຍ​ກວ່າ​ອີກ ​ແລະ ​ຕ້ອງ​ເພີ່ມ​ບ້ວງ​ເງິນ​ຈໍລະ​ຈອນ​ໃນ​ຕະຫຼາດ​ຕື່ມ​ອີກ ​ເພື່ອ​ສາມາດ​ຊື້​ບ້ວງ​ໜີ້​ສິນ​​ໂດຍ​ກົງ​ຂອງ​ບັນດາ​ປະ​ເທດ​ສະມາຊິກ. ພ້ອມ​ກັນ​ນັ້ນ. EU ຄວນ​ຮັດ​ແຄບ​ຊ່ອງ​ຫວ່າງ​ກ່ຽວ​ກັບ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ສິນ​ເຊື່ອ​ລະຫວ່າງ​ບັນດາ​ພື້ນຖານ​ເສດຖະກິດ ​ແລະ ການຈຳໜ່າຍ​ພັນທະບັດ ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ​ການ​ເງິນ​ໃຫ້​ແກ່​ບັນດາ​ພື້ນຖານ​ເສດຖະກິດ​ທີ່​ຂາດ​ສະຖຽນ​ລະ​ພາບ​ດ້ານ​ການ​ເງິນ. ​ແຕ່​ເຖິງ​ຢ່າງ​ໃດ​ກໍ່ຕາມ, ມາ​ຮອດ​ປະຈຸ​ບັນ, ຂໍ້​ສະ​ເໜີຈຳໜ່າຍ​ພັນທະບັດນັ້ນ ຍັງ​ປະສົບ​ກັບ​ການ​ຄັດຄ້ານ​ຂອງ​ເຢຍລະ​ມັນ​ຢູ່. ​ເອີ​ລົບ​ຍັງ​ບໍ່​ທັນ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ດ້ານ​ການ​ເມືອງ​ຈາກ​ບັນດາ​ປະ​ເທດ​ສະມາຊິກ ​ເມື່ອ​ຜົນ​ປະ​ໂຫຍ​ດຂອງ​ແຕ່ລະ​ປະ​ເທດ​ຍັງ​ມີ​ຄວາມ​ແຕກ​ຕ່າງ​ກັນ.

        ອາດ​ເຫັນ​ໄດ້​ວ່າ, ວິ​ກິດ​ການ​ໜີ້​ສິນ​ຂອງ​ພາກ​ພື້ນ​ນຳ​ໃຊ້​ສະ​ກຸນ​ເງິນ Euro ຍັງ​ແມ່ນ​ບັນຫາ​ທີ່​ຈະ​ຕ້ອງ​ແກ້​ໄຂ. ​ແລະ​ບັນຫາ​ໃນປະຈຸ​ບັນ​ແມ່ນ ​ເອີ​ລົບ​ຕ້ອງ​ຮັກສາ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ສະກຸນ​ເງິນ​ລວມຂອງ​ຕົນ. ອີກ​ດ້ານ​ໜຶ່ງ, ​ໃນ​ການ​ນຳ​ໃຊ້​ມາດ​ຕະການ​​ຫຼຸດຜ່ອນ​ການ​ໃຊ້​ຈ່າຍ​ຕ້ອງ​ມີ​ການ​ຄິດ​ໄລ່​ຢ່າງ​ມີ​ໄຫວ​ພິກ, ຍຸ​ຕິ​ທຳ, ​ເຮັດ​ໄດ້​ຄື​ແນວ​ນັ້ນ​ຈຶ່ງ​ໄດ້​ຮັບ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ຈາກ​ປະຊາຊົນ​ທຸກ​ຊັ້ນ​ວັນນະ. ​ເບິ່ງ​ຄື​ວ່າການ​ແກ້​ໄຂ​ບັນຫາ​ດັ່ງກ່າວ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ກຸ່ມ​ບັນດາ​ປະ​ເທດ​ນຳ​​ໃຊ້​ສະກຸນ​ເງິນ​ລວມ Euro ​ເຊິ່ງລວມມີ 17 ປະ​ເທດ​ນີ້ ຈະ​ຕົກ​ເຂົ້າ​ສູ່​ໄພ​ຊຸດ​ໂຊມ​ໃນ​ປີ​ນີ້ ຍ້ອນ​ບໍ່​ສາມາດ​ແກ້​ໄຂ​ວິ​ກິດ​ການ​ໜີ້​ສິນ ​ແລະ ​ເປີດ​ຊ່ອງ​ທາງ​ໃຫ້​ແກ່​ການ​​ເຕີບ​ໂຕ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ