ເສີມຂະຫຍາຍທີ່ຕັ້ງບົດບາດຂອງຫວຽດນາມຢູ່ບັນດາກົນໄກຫຼາຍຝ່າຍ

ນັບ​ແຕ່​ປີ 2014 , ຫວຽດ​ນາມ​ໄດ້​ຮັບ​ບົດ​ບາດ​ເປັນ​ສະ​ມາ​ຊິກ​ສະ​ພາ​ສິດ​ທິ​ມະ​ນຸດ​ສະ​ຫະ​ປະ​ຊາ​ຊາດ​ໃນ​ອາ​ຍຸ​ການ 3 ປີ. ໂດຍຜ່ານຜ່າ 2/3 ໄລ​ຍະ​ທາງ​ເປັນ​ສະ​ມາ​ຊິກ, ຫວຽດ​ນາມໄດ້​ຄ່ອຍຢືນ​ຢັນ​ພາບ​ພົດ ແລະ ບົດ​ບາດ​ຂອງ​ຕົນ​ໃນ​ເວ​ທີ​ປາ​ໄສ​ສິດ​ທິ​ມະ​ນຸດ​ອັນ​ດັບ​ໜຶ່ງ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ສະ​ແດງ​ໃຫ້​ເຫັນ​ທີ່​ຕັ້ງ​ບົດ​ບາດ​ກ້າວ​ຂຶ້ນ​ເ​ທື່ອ​ລະ​ກ້າວຜ່ານ​ການຢັ້ງ​ຢືນຂອງ​ເພື່ອ​ນມິດ​ສາ​ກົນ ແລະ ປະ​ຊາ​ຄົມ​ໂລກ.

ເສີມຂະຫຍາຍທີ່ຕັ້ງບົດບາດຂອງຫວຽດນາມຢູ່ບັນດາກົນໄກຫຼາຍຝ່າຍ - ảnh 1
ທ່ານ​ຮ່າ​ກິມງອກ ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ການ​ຕ່າງ
ປະ​ເທດຫວຽດ​ນາມ ພົບ​ປະ​ກັບ​ຄະ​ນະ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ລັດ​ຖະ​ບານ​ອົດ​ສະ​ຕາ​ລີ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ

      ເຖິງວ່າ​ເປັນ​ສະ​ມາ​ຊິກ​ເຂົ້າ​ຮ່ວມສະ​ພາ​ສິດ​ທິ​ມະ​ນຸດເປັນ​ຄັ້ງ​ທຳ​ອິດ​ກໍ​ຕາມ, ແຕ່​ຫວຽດ​ນາມ​ໄດ້​ພິ​ສູດ​ໃຫ້​ເຫັນ​ຢ່າງ​ແທ້​ຈິງວ່າ ເປັນ​ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ ສະ​ພາ​ສິດ​ທິ​ມະ​ນຸດ, ພ້ອມ​ກັບ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ອື່ນ ແກ້​ໄຂບັນ​ດາ​ສິ່ງ​ທ້າ​ທາຍ​ລວມຂອງມວນ​ມະ​ນຸດ​ໃນ​ຂົງ​ເຂດ​ສິດ​ທິ​ມະ​ນຸດ.

     ສະ​ມາ​ຊິກ​ທີ່​ຕັ້ງ​ໜ້າ, ເປັນ​ເຈົ້າ​ການ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ

    ທີ່ກອງ​ປະ​ຊຸມ, ທາບ​ທາມກ່ຽວ​ກັບ​ບັນ​ດາ​ຫົວ​ເລື່ອງ​ທີ່​ແຕກ​ຕ່າງ​ກັນຊຶ່ງ​ກ່ຽວ​ຂ້ອງ​ເຖິງ​ການ​ປົກ​ປ້ອງ ສິດ​ທິ​ມະ​ນຸດ, ຫວຽດ​ນາມ​ຍາມ​ໃດ​ກໍ​ປະ​ກອບ​ຄຳ​ເຫັນ​ຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ທຸກໆ​ເນື້ອ​ໃນ​ຂອງ​ໂຄງ​ການ​ດຳ​ເນີນ​ງານ, ຈາກ​ບັນ​ດາ​ເນື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ສິດ​ເສດ​ຖະ​ກິດ, ສັງ​ຄົມ, ວັດ​ທະ​ນະ​ທຳ, ສິດ​ພັດ​ທະ​ນາ, ສິດ​ສຶກ​ສາ, ສາ​ທາ​ລະ​ນະ​ສຸກ ຕະຫຼອດ​ຮອດ​ບັນ​ຫາອື່​ນໆ​ເຊັ່ນ​ສິດ​ເສ​ລີໃນ​ການ​ປາກ​ເວົ້າ, ສິດ​ເສ​ລີທາງ​ສື່ມວນ​ຊົນ. ຫວຽດ​ນາມ​ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ຂະ​ບວ​ນ​ວິ​ວັດແຫ່ງ​ການ​ສ້າງ​ບັນ​ດາ​ມະ​ຕິ, ຂໍ້​ຕົກ​ລົງ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ​ຕາມ​ທິດ​ສະ​ໜັບ​ສະ​ໜູນ​ວິ​ທີ​ສຳ​ພັດ​ດຸ່ນ​ດຽງ​ຮອບ​ດ້ານ, ຕອບ​ສະ​ໜອງ​ໄດ້​ຕາມ​ຄວາມ​ສົນ​ໃຈ ແລະ ຜົນ​ປະ​ໂຫຍດ​ຂອງຫຼາຍ​ຝ່າຍ, ມຸ່ງ​ໄປ​ສູ່​ຄວາມ​ເຫັນ​ດີ​ເຫັນ​ພ້ອມ. ແຕ່​ລະ​ປີ, ຫວຽດ​ນາມ​ກໍ​ລ້ວນ​ແຕ່​ສົ່ງຄະ​ນະຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂັ້ນ​ສູງ​ປະ​ຈຳ​ປີ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ. ນີ້​ແມ່ນ​ເວ​ທີ​ປາ​ໄສ​ເພື່ອ​ໃຫ້​ຫວຽດ​ນາມຢັ້ງ​ຢືນ​ສານ​ກ່ຽວ​ກັບ​ການ​ປົກ​ປ້ອງ ແລະ ຊຸກ​ຍູ້ສິດ​ທິ​ມະ​ນຸດຢູ່​ຫວຽດ​ນາມ​ກໍ​ຄື​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ມີ​ຄວາມຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ແກ້​ໄຂ​ບັນ​ດາ​ບັນ​ຫາສິດ​ທິ​ມະ​ນຸດໃນ​ທົ່ວ​ໂລກ. ແລະ ກໍຜ່ານການ​ເຄື່ອນ​ໄຫວ​ເຫຼົ້າ​ນີ້, ຫວຽດ​ນາມ​ໄດ້​ປະ​ສົມ​ປະ​ສ​ານ​ຄວາມ​ເອົາ​ໃຈ​ໃສ່ ແລະ ບຸ​ລິ​ມະ​ສິດ​ຂອງ​ຕົນ, ແບ່ງ​ປັນ​ບັນ​ດາ​ບົດ​ຮຽນ, ໜູນ, ຍາດ​ແຍ່ງ​ການ​ໜູນ​ຊ່ວຍ​ຈາກ​ສາ​ກົນ​ໃຫ້​ແກ່​ວຽກ​ງານ​ຮັບ​ປະ​ກັນສິດ​ທິ​ມະ​ນຸດ​ຢູ່​ຫວຽດ​ນາມ.

     ພາບ​ພົດ​ທີ່​ຕັ້ງ​ໜ້າ​ຂອງ​ຫວຽດ​ນາມ​ຍັງ​ຖືກ​ສະ​ແດງ​ອອກ​ຜ່ານ​ການ​ປະ​ຕິ​ບັດ​ກົນ​ໄກ​ກວດ​ກາ​ປະ​ຈຳ​ໄລ​ຍະ UPR ຊຶ່ງ​ແມ່ນ​ກົນ​ໄກ​ສຳ​ຄັນ​ທີ່​ສຸດ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ​. ສະ​ຫະ​ປະ​ຊາ​ຊາດຕີ​ລາ​ຄາ​ສູງ​ຫວຽດ​ນາມ ບໍ່​ພຽງ​ແຕ່​ຢູ່​ໃນ​ວິ​ວັດ​ການກວດ​ກາ, ລາຍ​ງານ, ສົນ​ທະ​ນາ​ກັບ​ບັນ​ດາ​ປະ​ເທດ​ກ່ຽວ​ກັບ​ສະ​ພາບ​ສິດ​ທິ​ມະ​ນຸດ​ຫວຽດ​ນາມເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ໃນ​ຄວາມ​ເຂັ້ມ​ງວດ​ຂອງ​ຫວຽດ​ນາມ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ຊຶ່ງ​ຫວຽດ​ນາມ​ໄດ້​ຍອມ​ຮັບ.

     ເຊີດ​ຊູ​ການ​ເຈ​ລະ​ຈາ ແລະ ການຮ່ວມ​ມື

   ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ສັບ​ສົນ​ຂອງສະ​ພາບ​ການ​ໂລກ, ສະ​ພາ​ສິດ​ທິ​ມະ​ນຸດ​ກໍ​ເຄີຍ​ຕ້ອງແກ້​ໄຂບັນ​ດາ​ບັນ​ຫາ​ທີ່​ສັບ​ສົນ ແລະ ມີ​ລັກ​ສະ​ນະ​ສຸ້ງ​ໄວ​ສູງ. ໂດຍ​ແມ່ນ​ສະ​ມາ​ຊິກ, ຫວຽດ​ນາມ​ຍາມ​ໃດ​ກໍ​ເຊີດ​ຊູ​ທັດ​ສະ​ນະ​​ເຈ​ລະ​ຈາ ແລະ ຮ່ວມ​ມື, ພ້ອມ​ກັນ​ສູ້​ຊົນ​ເພື່ອ​ເປົ້າ​ໝາຍ​ຊຸກ​ຍູ້ ແລະ ຮັບ​ປະ​ກັນສິດ​ທິ​ມະ​ນຸດບົນ​ພື້ນ​ຖານ​ແລກ​ປ່ຽນ, ເຄົາ​ລົບ​ຊຶ່ງ​ກັນ ແລະ ກັນ. ໃນ 2 ປີ​ທີ່​ຜ່ານ​ມາ, ຫວຽດ​ນາມ​ໄດ້​ໝູນ​ໄຊ້​ບັນ​ດາ​ກົນ​ໄກ​ທີ່​ແຕກ​ຕ່າງ​ກັນ​ຂອງ ສະ​ພາ​ສິດ​ທິ​ມະ​ນຸດ​ເພື່ອຢັ້ງ​ຢືນ​ທັດ​ສະ​ນະ​ນີ້. ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມນີ້, ຫວຽດ​ນາມ​ໄດ້​ຮຽກ​ຮ້ອງນ້ຳ​ໃຈ​ເຈ​ລະ​ຈາ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ພາ​ຄີເປັນ​ປະ​ຈຳໃນ​ວິ​ວັດ​ການ​ແກ້​ໄຂວຽກ​ງານ​ຢູ່​ໃນສະ​ພາ​ສິດ​ທິ​ມະ​ນຸດ. ຫວຽດ​ນາມ​ໄດ້​ກຳ​ນົດວ່າ ​ການ​ຮັບ​ປະ​ກັນ ສິດ​ທິ​ມະ​ນຸດນັ້ນ, ກ່ອນ​ອື່ນ​ໝົດ​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ແຕ່​ລະ​ປະ​ເທດ ແລະ ປະ​ຊາ​ຊົນ​ຢູ່​ແຕ່​ລະ​ປະ​ເທດ​ຕະ​ຕັດ​ສິນ​ເອງ​ກ່ຽວ​ກັບ​ມາດ​ຕະ​ການ​ຮັບ​ປະ​ກັນສິດ​ທິ​ມະ​ນຸດ, ສອດ​ຄ່ອງ​ກັບ​ສະ​ພາບ​ເສດ​ຖະ​ກິດ, ປະ​ຫວັດ​ສາດ, ວັດ​ທະ​ນະ​ທຳ-ສັງ​ຄົມ​ຂອງ​ເຂົາ​ເຈົ້າ. ສະ​ພາ ສິດ​ທິ​ມະ​ນຸດ ແລະ ລະ​ບົບ​ສະ​ຫະ​ປະ​ຊາ​ຊາດ​ຄວນ​ສ້າງ​ສະ​ພາບ​ແວດ​ລ້ອມ​ທີ່​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ກິດ​ຈະ​ການນັ້ນ. ເຈ​ລະ​ຈາ ແລະ ການ​ຮ່ວມ​ມື ຍັງ​ໄດ້​ເປີດ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ຫວຽດ​ນາມ​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ໃນຫຼາຍ​ເນື້ອ​ໃນ​ທີ່​ໄດ້​ຮັບ​ຄວາມ​ສົນ​ໃຈ​ຂອງ​ພາກ​ພື້ນ ແລະ ບັນ​ດາ​ປະ​ເທດ​ພວ​ມ​ພັດ​ທະ​ນາ, ພິ​ເສດ​ແມ່ນ​ບັນ​ດາ​ເນື້ອ​ໃນ​ຄື​ຮັບ​ປະ​ກັນ​ສິດ​ພັດ​ທະ​ນາ, ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ການຈຳ​ແນກ​ປະ​ພຶດ, ຕ້ານ​ການ​ຄ້າ​ມະ​ນຸດ, ຮັບ​ປະ​ກັນ​ສິດ​ແມ່​ຍິງ, ເດັກ​ນ້ອຍ, ຄົນ​ພິ​ການ…ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ໄດ້ເປັນ​ຜູ້​ແຕ່ງ​ຮ່ວມ​ສຳ​ລັບ​ມະ​ຕິກວ່າ 30 ສະ​ບັບ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ນີ້, ປະ​ກອບ​ສ່ວນ​ຍົກ​ສູງ​ລະ​ດັບ​ຄວາມ​ຮັບ​ຮູ້​ລວມ​ຂອງ​ໂລກ​ກ່ຽວ​ກັບ​ບັນ​ດາ​ຄຸນ​ຄ່າ ສິດ​ທິ​ມະ​ນຸດ.

      ເສີ​ມ​ຂະ​ຫຍ​າຍ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຫວຽດ​ນາມ

   ພ້ອມ​ກັບ​ຄວາມ​ຕັ້ງ​ໜ້າຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ​ອື່ນໆ, ​ການ​ເຂົ້າ​ຮ່ວມ​ສະ​ພາສິດ​ທິ​ມະ​ນຸດໄດ້​ຢັ້ງ​ຢືນການ​ເຕີບ​ໃຫຍ່​ຂອງ​ການ​ພົວ​ພັນ​ຕ່າງ​ປະ​ເທດຫຼາຍ​ຝ່າຍ​ຂອງຫວຽດ​ນາມ, ພ້ອມ​ກັນ​ນັ້ນ, ກໍ​ສະ​ແດງ​ໃຫ້​ເຫັນ​ພາບ​ພົດ, ທີ່​ຕັ້ງ​ບົດ​ບາດ​ໃໝ່ຂອງ​ຫວຽດ​ນາມບົນ​ເວ​ທີ​ສາ​ກົນ. ການ​ເຂົ້າ​ຮ່ວມ​ຢ່າງ​ມີ​ຄວາມ​ຮັບ​ຜິດຊອບ, ເຂັ້ມ​ງວດ ແລະ ຕັ້ງ​ໜ້າ​ດ້ວຍ​ຈິດ​ໃຈ​ເຊີ​ດເຊູການ​ເຈ​ລະ​ຈາ ແລະ ຮ່ວມ​ມື ໄດ້​ປັບ​ປຸງ​ພາບ​ພົດ​ຫວຽດ​ນາມ​ເປັນ​ເພື່ອນ ແລະ ເປັນ​ຄູ່​ຮ່ວມ​ມື​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ປະ​ເທດ.

    2/3 ໄລ​ຍະ​ທາງ​ເປັນ​ສະ​ມາ​ຊິກສະ​ພາ​ສິດ​ທິ​ມະ​ນຸດ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຜ່ານ​ພົ້ນ​ໄປ​. ເຂົ້າ​ຮ່ວມສະ​ພາ​ສິດ​ທິ​ມະ​ນຸດ​ ຍັງ​ຄົງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ນາໆ​ປະ​ການ, ແຕ່​ມາ​ຮອດ​ປະ​ຈຸ​ບັນ, ຫວຽດ​ນາມ​ອາດ​ຈະ​ຢືນ​ຢັນ​ດ້ວຍ​ຄວາມໝັ້ນ​ຕົນ​ເອງວ່າ ການ​ເຂົ້າ​ຮ່ວມສະ​ພາ​ສິດ​ທິ​ມະ​ນຸດ​ແມ່ນ​ການ​ຕັດ​ສິນ​ອັນ​ຖືກ​ຕ້ອງ. ບໍ່​ພຽງ​ແຕ່​ມີ​ເງື່ອນ​ໄຂ​ປົກ​ປ້ອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ເທດ​ຊາດ​ໃຫ້​ດີ​ກວ່າ​ເທົ່າ​ນັ້ນ, ຫວຽດ​ນາມ​ຍັງ​ປະ​ກອບ​ສ່ວນ​ຊຸກ​ຍູ້​ພາບ​ພົດ ແລະ ທີ່​ຕັ້ງ​ບົດ​ບາດ​ຂອງ​ປະ​ເທດ​ຊາດ​ໃນ​ວຽກ​ງານ​ການພົວ​ພັນ​ຕ່າງ​ປະ​ເທດ​​ເວົ້າ​ລວມ ແລະ ວຽກ​ງານ​ການພົວ​ພັນ​ຕ່າງ​ປະ​ເທດກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ເວົ້າ​ສະ​ເພາະອີກ​ດ້ວຍ. ຜ່ານນັ້ນ ກໍ​ຢືນ​ຢັນ​ທີ່​ຕັ້ງ​ບົດ​ບາດ​ໃໝ່​ຂອງ​ຫວຽດ​ນາມ​ທີ່​ຕັ້ງ​ໜ້າ, ມີ​ຄວາມ​ຮັບ​ຜິດ​ຊອບ, ພວມ​ກ້າວ​ຂຶ້ນ​ຢ່າງ​ໝັ້ນ​ຄົງ​ເພື່ອ​ການ​ດຳ​ລົງ​ຊີ​ວິດ​ທີ່​ອີ່ມ​ໜຳ​ສຳ​ລານ ແລະ ສົມ​ບູນ​ພຸນ​ສຸກ​ຂອງ​ທຸກໆ​ຄົນ.

ຕອບກັບ

ຂ່າວ/ບົດ​ອື່ນ