ເສີມຂະຫຍາຍບົດບາດນຳໜ້າຂອງຂະແໜງການທູດ ເພື່ອຮັບໃຊ້ການພັດທະນາຂອງ ຫວຽດນາມ

(VOVWORLD) - ປີ 2023, ວຽກງານການພົວພັນຕ່າງປະເທດ ແລະ ການທູດໄດ້ຢືນຢັນແຈ້ງເຖິງສີສັນ “ການທູດໄມ້ໄຜ່ ຫວຽດນາມ”, ແມ່ນ “ຈຸດພົ້ນເດັ່ນ” ໃນຜົນງານລວມຂອງ ຫວຽດນາມ.
ເສີມຂະຫຍາຍບົດບາດນຳໜ້າຂອງຂະແໜງການທູດ ເພື່ອຮັບໃຊ້ການພັດທະນາຂອງ ຫວຽດນາມ - ảnh 1ຜູ້ແທນເຂົ້າຮ່ວມກອງປະຊຸມພົວພັນຕ່າງປະເທດຄັ້ງທີ 21
(ພາບ: baoquocte.vn)

   ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານຂະແໜງການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ”, ກອງປະຊຸມການຕ່າງປະເທດຄັ້ງທີ 32 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ ແຕ່ວັນທີ 17-19 ທັນວາ. ໃນສະພາບການໃໝ່ຂອງໂລກທີ່ມີການຜັນແປຫຼາຍຢ່າງ, ຢູ່ພາຍໃນປະເທດ ກາລະໂອກາດ ແລະ ສິ່ງທ້າທາຍສະຫຼັບກັນ, ກອງປະຊຸມໄດ້ສະເໜີບັນດາໜ້າທີ່ການຕ່າງປະເທດຈຸດສຸມໃນໄລຍະຈະມາເຖິງ, ສືບຕໍ່ຢືນຢັນບົດບາດນຳໜ້າຂອງຂະແໜງການທູດຮັບໃຊ້ໜ້າທີ່ພັດທະນາປະເທດຊາດ.

   ບັນດາກອງປະຊຸມການຕ່າງປະເທດໄດ້ຈັດຂຶ້ນ 2 ປີເທື່ອໜຶ່ງ ແມ່ນບັນດາຂີດໝາຍສຳຄັນ, ສ້າງຂີດໝາຍໃນຂະບວນວິວັດແຫ່ງການພັດທະນາຜ່ານແຕ່ລະໄລຍະ. ປີ 2023 ແມ່ນປີເຄິ່ງອາຍຸການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໃນສະພາບການທີ່ໂລກມີຫຼາຍການຜັນແປ, ສິ່ງທ້າຍທາງດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບ ແລະ ພົວພັນຕ່າງປະເທດ, ການເຊື່ອມໂຍງເຂົ້າກັບສາກົນ… ການເຄື່ອນໄຫວດ້ານການທູດໄດ້ຜັນຂະຫຍາຍຢ່າງຕັ້ງໜ້າ, ເປັນເຈົ້າການ, ບັນລຸປະສິດທິຜົນ, ມີໄຫວພິບ, ບັນລຸໄດ້ຜົນງານສຳຄັນຫຼາຍຢ່າງ.

ຂີດໝາຍຜົນສຳເລັດ

  ປີ 2023, ວຽກງານການພົວພັນຕ່າງປະເທດ ແລະ ການທູດໄດ້ຢືນຢັນແຈ້ງເຖິງສີສັນ “ການທູດໄມ້ໄຜ່ ຫວຽດນາມ”, ແມ່ນ “ຈຸດພົ້ນເດັ່ນ” ໃນຜົນງານລວມຂອງ ຫວຽດນາມ.

  ແນວທາງການຕ່າງປະເທດກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກໄດ້ເຊື່ອມຊຶມ ແລະ ຜັນຂະຫຍາຍຢ່າງຄົບຊຸດ, ເປັນເອກະພາບ ແລະ ບັນລຸປະສິດທິຜົນ. ການທູດໄດ້ສ້າງຄວາມສະດວກໃຫ້ແກ່ການພັດທະນາ ແລະ ປົກປັກຮັກສາປະເທດຊາດໃນໄລຍະໃໝ່.  ປີ 2023 ກໍ່ແມ່ນປີຂະແໜງການທູດເຄື່ອນໄຫວຢ່າງຟົດຟື້ນ ດ້ວຍບັນດາການໂອ້ລົມທາງໂທລະສັບຂອງບັນດາການນຳພັກ, ລັດ, ການຢ້ຽມຢາມຂອງການນຳ ຫວຽດນາມ ໄປຍັງຫຼາຍປະເທດ. ກົງກັນຂ້າມ, ມີການຢ້ຽມຢາມ ຫວຽດນາມ ເກືອບ 50 ຄັ້ງຂອງການນຳຫຼາຍປະເທດ, ໃນນັ້ນມີບັນດາການຢ້ຽມຢາມປະຫວັດສາດ, ຄື: ການຢ້ຽມຢາມ ຫວຽດນາມ ຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈິ້ນຜິງ ແລະ ທ່ານປະທານາທິບໍດີ ອາເມລິກາ Joe Biden. ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ, ຢືນຢັນວ່າ:

ເສີມຂະຫຍາຍບົດບາດນຳໜ້າຂອງຂະແໜງການທູດ ເພື່ອຮັບໃຊ້ການພັດທະນາຂອງ ຫວຽດນາມ - ảnh 2ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: ກະຊວງການຕ່າງປະເທດ ຫວຽດນາມ)

        “ຜົນສຳເລັດຂອງບັນດາການຢ້ຽມຢາມ ໄດ້ສ້າງບາດກ້າວພັດທະນາໃໝ່ກ່ຽວກັບຄຸນນະພາບໃນການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ. ພ້ອມກັນນັ້ນ, ຂອບເຂດການພົວພັນກັບບັນດາປະເທດຄູ່ຮ່ວມມືທີ່ສຳຄັນກໍ່ໄດ້ຍົກຂຶ້ນສູ່ລະດັບສູງໃໝ່, ຄວາມໄວ້ເນື້ອເຊື້ອໃນດ້ານການເມືອງກັບຫຼາຍປະເທດໄດ້ຮັບການປັບປຸງຢ່າງໝັ້ນຄົງ, ການຮ່ວມມືນັບມື້ນັບໄດ້ຮັບການເປີດກວ້າງ, ແທດຈິງ ແລະ ບັນລຸປະສິດທິຜົນ”.

        ໂດຍຜ່ານບັນດາການເຄື່ອນໄຫວດ້ານການທູດ 2 ຝ່າຍ ແລະ ຫຼາຍຝ່າຍ, ຫວຽດນາມ ກໍ່ຍາດແຍ່ງໄດ້ການລະດົມບັນດາແຫຼ່ງກຳລັງຢູ່ພາຍນອກ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ. ຫວຽດນາມ ໄດ້ເສີມຂະຫຍາຍທ່າແຮງຈາກບັນດາສັນຍາການຄ້າເສລີ, ບັນດາທ່າອ່ຽງພັດທະນາໃໝ່ໃຫ້ເປັນຢ່າງດີ ເພື່ອຍູ້ແຮງການສົ່ງອອກ - ນຳເຂົ້າ, ດຶງດູດການລົງທຶນ, ວິທະຍາສາດ - ເຕັກໂນໂລຊີ, ປະກອບສ່ວນຮັກສາເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ.

        ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງ ຫວຽດນາມ ສືບຕໍ່ໄດ້ຮັບການຍົກສູງຂຶ້ນ. ຫວຽດນາມ ໄດ້ຮັບຄວາມໄວ້ເນື້ອເຊື່ອໃຈເລືອກຕັ້ງເຂົ້າຫຼາຍຕຳແໜ່ງ, ໜ້າທີ່ສາກົນທີ່ສຳຄັນ, ໂດຍສະເພາະແມ່ນໃນ ອາຊຽນ ແລະ ສະຫະປະຊາຊາດ, ຄື: ກຳມະການບໍ່ຖາວອນສະພາຄວາມໝັ້ນຄົງສະຫະປະຊາຊາດ, ຮອງປະທານສະມັດຊາໃຫຍ່ສະຫະປະຊາຊາດຊຸດທີ 77, ສະມາຊິກສະພາສິດທິມະນຸດສະຫະປະຊາຊາດ ອາຍຸການ 2023 – 2025… ຫວຽດນາມ ກໍ່ຕັ້ງໜ້າປະກອບສ່ວນເຂົ້າໃນບັນດາບັນຫາລວມ, ຄື: ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນການປ່ອຍອາຍພິດ, ຈັດສົ່ງພະນັກງານ, ນັກຮົບເຂົ້າຮ່ວມພາລະກິດຮັກສາສັນຕິພາບ, ໜູນຊ່ວຍມະນຸດສະທຳໃຫ້ແກ່ບັນດາປະເທດທີ່ຖືກໄພພິບັດທຳມະຊາດ, ການປະທະກັນ… ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທງເຊີນ, ຖືວ່າ:

        “ບັນດາຜົນງານດັ່ງກ່າວແມ່ນຄວາມມານະພະຍາຍາມຂອງບັນດາຂະແໜງການ, ທຸກຂັ້ນ ແລະ ນັບທັງລະບົບການເມືອງ, ໃນນັ້ນມີການປະກອບສ່ວນສຳຄັນຂອງບັນດາອົງການພົວພັນຕ່າງປະເທດ ແລະ ຂະແໜງທູດ. ບັນດາໝາກຜົນນັ້ນກໍຢືນຢັນສີສັນເປັນເອກະລັກສະເພາະໃນພື້ນຖານການທູດ ຫວຽດນາມ ໂດຍອີງໃສ່ພື້ນຖານແນວຄິດການທູດ ໂຮ່ຈີມິນ ແລະ ມູນເຊື້ອການທູດສັນຕິພາບ, ສະໜິດສະໜົມຂອງຊາດ ຫວຽດນາມ”.

ຕັດສິນໃຈສ້າງພື້ນຖານຂະແໜງການທູດຮອບດ້ານ, ທັນສະໄໝ

        ໃນສະພາບການນັ້ນ, ກອງປະຊຸມການຕ່າງປະເທດຄັ້ງທີ 32 ດ້ວຍຫົວຂໍ້ “ເສີມຂະຫຍາຍບົດບາດນຳໜ້າ, ສ້າງພື້ນຖານຂະແໜງການທູດຮອບດ້ານ, ທັນສະໄໝ, ໝັ້ນຄົງເຂັ້ມແຂງ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຢ່າງມີໄຊ”, ແມ່ນໂອກາດເພື່ອໃຫ້ບັນດາຜູ້ເຮັດວຽກງານການພົວພັນຕ່າງປະເທດຕີລາຄາຮອບດ້ານໝາກຜົນຂອງການຜັນຂະຫຍາຍເປັນເວລາ 2 ປີຜ່ານມາ ແລະ ກວ່າເຄິ່ງອາຍຸການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ. ຜ່ານນັ້ນ, ກໍ່ຖອດຖອນບົດຮຽນ, ສະເໜີບັນດາໜ້າທີ່ການທູດຈຸດສຸມ ແລະ ບັນດາມາດຕະການທີ່ຕ້ອງສຸມໃສ່ຜັນຂະຫຍາຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ