ເສລີພາບທາງດ້ານສາສະໜາຢູ່ຫວຽດນາມ ແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້

ວັນ​ທີ 10/8/2016, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ປະ​ກາດ​ບົດ​ລາຍ​ງານ​ກ່ຽວ​ກັບ​ເສ​ລີ​ພາບ​ທາງ​ສາ​ສະ​ໜາ​ສາ​ກົນ​ປີ 2015 ດ້ວຍ​ຂໍ້​ສັງ​ເກດ ຫຼາຍ​ຢ່າງກ່ຽວ​ກັບຫຼາຍ​ບັນ​ຫາ​ທີ່​ຂຶ້ນ​ກັບ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ອື່ນ. ໃນ​ພາກ​ຕີ​ລາ​ຄາ​ກ່ຽວ​ກັບ​ຫວຽດ​ນາມນັ້ນ, ເຖິງວ່າ ໄດ້​ມີ​ການ​ສັງ​ເກດ​ຢ່າງ​ຕັ້ງ​ໜ້າ​ກ່ຽວ​ກັບ​ເລື່ອງ​ຫວຽດ​ນາມ​ຮັບ​ປະ​ກັນ​ສິດ​ເສ​ລີ​ພາບ​ທາງ​ດ້ານ​ການ​ເຫຼື້ອມ​ໃສ ສາ​ສະ​ໜາ​ກໍ​ຕາມ, ໃນ​ບົດ​ລາຍ​ງານ ກໍ​ຍັງ​ມີ​ເນື້ອ​ໃນຫຼາຍ​ປະ​ການ​ທີ່​ສະ​ແດງ​ໃຫ້​ເຫັນ​ຈີນ​ຕະ​ນາ​ການ​ແບບ​ຂາດ​ເຈດ​ຕະ​ນາ​ດີ​ກ່ຽວ​ກັບ ເສ​ລີ​ພາບ​ທາງ​ດ້ານ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ​ອີກ​ດ້ວຍ.

ເສລີພາບທາງດ້ານສາສະໜາຢູ່ຫວຽດນາມ ແມ່ນຄວາມຈິງທີ່ບໍ່ອາດປະຕິເສດໄດ້ - ảnh 1
ຫວຽດ​ນາມ​ໄດ້​ເປັນ​ເຈົ້າ​ພາບ​ຈັດ​ວັນ​ບຸນ​ວິ​ສາ​ຂະ​ບູ​ຊາສາ​ກົນ 2014

       ໃນບົດ​ລາຍ​ງານ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ຍອມ​ຮັບ​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ​ໃນການຮັບ​ປະ​ກັນບັນ​ດາ​ສິດ​ເສ​ລີ​ພາບ​ທາງ​ດ້ານ​ການ​ເຫຼື້ອມ​ໃສ ສາ​ສະ​ໜາ ກໍ​ຄື​ປະ​ກາດ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ ສາ​ສະ​ໜາເພື່ອຮັບ​ເອົາ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ. ບົດ​ລາຍ​ງານກໍ​ໄດ້​ຮັບ​ຮູ້​ຄຳ​ເຫັນ​ເກືອຍ​ທັງ​ໝົດ​ຂອງ​ບັນ​ດາ​ຜູ້​ນຳ​ອົງ​ການ​ສາ​ສະ​ໜາ​ຕ່າງໆ​ຢູ່​ຫວຽດ​ນາມໂດຍ​ຖື​ວ່າ ເສ​ລີ​ພາບ​ທາງ​ດ້ານ​ສາ​ສະ​ໜາ​ພວມ​ໄດ້​ຮັບ​ການ​ເປີດ​ກ້​ວາງ​ຢູ່​ຫວຽດ​ນາມ ຊຶ່ງ​ນັບ​ມື້​ນັບ​ມີຫຼາຍ​ອົງ​ການ​ສາ​ສະ​ໜາ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ລັດ​ຖະ​ບານ. ແຕ່, ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ກໍ​ຍັງ​ຄົງ​ສືບ​ຕໍ່​ຕູ່​ຫາ​ຫວຽດ​ນາມ​ໃຊ້​ຄວາມ​ຮຸນ​ແຮງ, ຈັບ​ກຸມ​ຄຸມ​ຂັງ, ດຳ​ເນີນ​ຄະ​ດີ, ຈຳ​ກັດ​ການ​ໄປ​ມາ, ປະ​ຕິ​ເສດ​ການ​ຈົດ​ທະ​ບຽນຫຼື​ອອກ​ໜັງ​ສື​ອະ​ນຸ​ຍາດ​ໃຫ້​ບາງ​ກຸ່ມ​ສາ​ສະ​ໜາ; ກີດ​ຂວາງ​ການ​ເຄື່ອນ​ໄຫວ​ຂອງບາງ​ກຸ່ມ​ສາ​ສະ​ໜາໃນ​ຂົງ​ເຂດ​ສາ​ທາ​ລະ​ນະ​ສຸກ, ການ​ສຶກ​ສາ… ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາຍັງ​ຖື​ວ່າ ບັນ​ດາ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ ໄດ້​ຈຳ​ກັດ ເສ​ລີ​ພາບ​ທາງ​ດ້ານ​ສາ​ສະ​ໜາ​ ແລະ ບັນ​ດາ​ເຈົ້າ​ໜ້າ​ທີ່​ຫວຽດ​ນາມ​ສືບ​ຕໍ່ກີດ​ຂວາງ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາກຸ່ມ​ສາ​ສະ​ໜາທີ່ບໍ່​ຈົດ​ທະ​ບຽນ.

   ຫຼັກ​ຖານຢັ້ງ​ຢືນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບເສ​ລີ​ພາບ​ທາງ​ດ້ານ​ສາ​ສະ​ໜາ​​ຢູ່​ຫວຽດ​ນາມ.

     ຄວາມ​ຈິງ​ໃນ​ຊີ​ວິດ​ທາງ​ສາ​ສະ​ໜາ​ທີ່​ມີ​ຊີ​ວິດ​ຊີ​ວາ ແລະ ລັກ​ສະ​ນະ​ເຄົາ​ລົບ​ກົດ​ໝາຍ​ໃນ​ການ​ປົກ​ປ້ອງ​ບັນ​ດາ​ສິດ​ທິ​ມະ​ນຸດ​ຢູ່​ຫວຽດ​ນາມ ແມ່ນ​ການ​ປະ​ຕິ​ເສດ​ຢ່າງ​ຮຸນ​ແຮງ​ທີ່​ສຸດ​ຕໍ່​ບັນ​ດາ​ຖ້ອຍ​ທຳ​ນອງ​ທີ່​ຂາດ​ເຈດ​ຕະ​ນາ​ດີ​ຂອງກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ. ທາງ​ດ້ານ​ນະ​ໂຍ​ບາຍ, ຫວຽດ​ນາມ​ໄດ້​ຮຽບ​ຮຽງ​ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາເພື່ອ​ທົດ​ແທນ​ລັດ​ຖະ​ບັນ​ຍັດ​ວ່າ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ, ເພີ່ມ​ເຕີມ​ໃສ່​ຮ່າງ​ກົດ​ໝາຍ ບັນ​ດາ​ເນື້ອ​ໃນ​ພື້ນ​ຖານ, ສອດ​ຄ່ອງກັບພຶດ​ຕິ​ກຳການ​ດຳ​ເນີນ​ຊີ​ວິດ​ທາງ​ສາ​ສະ​ໜາ​ຢູ່​ຫວຽດ​ນາມ. ເມື່ອ​ທຽບ​ໃສ່​ເອ​ກະ​ສານ​ນິ​ຕິ​ກຳ​ກ່ອນນີ້, ຮ່າງ​ກົດ​ໝາຍ​ສະ​ບັບ​ນີ້ ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ເປີດ​ອົກ​ເປີດ​ໃຈ, ການ​ເອື້ອ​ອຳ​ນວຍ​ຄວາມ​ສະ​ດວກຂອງ​ລັດ​ຫວຽດ​ນາມ​ໃນ​ວິ​ທີ​ການ​ປະ​ພຶດ​ກັບ​ສາ​ສະ​ໜາ​ຕ່າງໆ. ການ​ສ​້າງ​ກົດ​ໝາຍ​ວ່າ​ດ້ວຍການ​ເຫຼື້ອມ​ໃສ ສາ​ສະ​ໜາແມ່ນ​ການ​ເພີ່ມ​ທະ​ວ​ີເສ​ລີ​ພາບ​ທາງ​ດ້ານ​ການ​ເຫຼື້ອມ​ໃສ, ​ສາ​ສະ​ໜາ​, ສ້າງກອບ​ກົດ​ໝາຍ​ທີ່​ດີ​ກ່​ວາ​ໃຫ້​ແກ່​ໃຫ້​ແກ່​ການ​ເຄື່ອ​ນ​ໄຫວເຫຼື້ອມ​ໃສ ສາ​ສະ​ໜາຢູ່​ຫວຽດ​ນາມ. ໃນ​ວິ​ວັດ​ການ​ຮຽບ​ຮຽງ, ຮ່າງ​ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາຍັງ​ຖືກ​ນຳ​ມາ​ຮັບ​ເອົາ​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ປະ​ຊາ​ຊົນ​ເພື່ອ​ສື້າງ​ໃຫ້​ສົມ​ບູນ​ແບບ ກ່ອນ​ທີ່ຍື່ນ​ສະ​ເໜີ​ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ເອົາ​ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ.

    ເສ​ລີ​ພາບ​ທາງ​ດ້ານ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຢູ່​ຫວຽດ​ນາມ ແຕ່​ດົນ​ນານ​ມາ​ແລ້ວ, ໄດ້​ຮັບ​ການ​ຮັບ​ປະ​ກັນ​ດ້​ວຍ​ວຽກ​ງານທີ່​ແທດ​ຈິງ. ສິດ​ເສ​ລີ​ພາບ​ໃນ​ການ​ດຳ​ເນີນ​ບັນ​ດາ​ພິ​ທີ​ກຳ​ທາງ​ສາ​ສະ​ໜາ, ເຂົ້​າຮ່ວມບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ສາ​ສະ​ໜາ​ຂອງ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ ໄດ້​ຮັບ​ເຄົາ​ລົບ ແລະ ຮັບ​ປະ​ກັນ. ບັນ​ດາ​ການ​ເຄື່ອນ​ໄຫວ​ດຳ​ເນີນ​ງານ​ບຸນ​ປະ​ຈຳ​ປີ​ຂອງ​ສາ​ສະ​ໜາ​ຕ່າງໆ​ເຊັ່ນ: ວັນ​ບຸນ​ຄຼິດ​ສ​ມາດຂອງ​ຊາວ​ຄຼິດ, ວັນ​ບຸນ​ວິ​ສາ​ຂະ​ບູ​ຊາ​ຂອງ​ຊາວ​ພຸດ ແລະ ບັນ​ດາງານ​ບຸນຂອງ​ສາ​ສະ​ໜາ​ອື່ນໆ​ກໍ​ໄດ້​ຖືກ​ຈັດ​ຂຶ້ນ​ຢ່າງ​ສົມ​ກຽດ​ຊຶ່ງ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ສາ​ສະ​ນິກ​ກະ​ຊົນນັບ​ແສນໆ​ຄົນ.

     ການເຄື່ອນ​ໄຫວ​ດຳ​ເນີ​ນ​ຊີ​ວິດ​ເຫຼື້ອມ​ໃສ, ສາ​ສະ​ໜາ ບໍ່​ພຽງ​ແຕ່​ໄດ້​ຮັບ​ຖື​ວ່າ ແມ່ນ​ຄວາມ​ຕ້ອງ​ການ​ດ້ານ​ຈິດ​ວິນ​ຍານ​ຂອງ​ບັນ​ດາ​ຜູ້​ເຊື່ອ​ຖື​ສາ​ສະ​ໜາ​ຊຶ່ງ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ກົດ​ໝາຍ, ນະ​ໂຍ​ບາຍ​ຂອງ​ລັດ​ເທົ່າ​ນັ້ນ, ຫາກ​ຍັງ​ໄດ້​ຮັບ​ຖື​ວ່າ ແມ່ນ​ຄວາມ​ຕ້ອງ​ການ​ໃນ​ການ​ດຳ​ເນີນ​ຊີ​ວິດ​ວັດ​ທະ​ນະ​ທຳ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ​ອີກ​ດ້ວຍ.

   ຕີ​ລາ​ຄາ​ຢ່າງ​ຖືກ​ຕ້ອງ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ສະ​ໜາ​ເພື່ອ​ພັດ​ທະ​ນາ​ການ​ພົວ​ພັນ​ຫວຽດ​ນາມ-ອາ​ເມ​ລິ​ກາ

   ຫວຽດ​ນາມ​ແມ່ນ​ປະ​ເທດທີ່​ມີຫຼາຍ​ຊົນ​ເຜົ່າ ແລະ ສາ​ສະ​ໜາ. ຍາກ​ທີ່​ຈະ​ຫາ​ໄດ້​ປະ​ເທດ​ໃດ​ໃນ​ໂລກ​ທີ່​ມີ​ຄວາມ​ກົມ​ກ່ຽວ​ລະ​ຫວ່າງບັນ​ດາ​ສາ​ສະ​ໜາ​ໃຫຍ່​ໃນ​ຈິດ​ໃຈ​ຂອງ​ຊາດ​ຄື​ຫວຽດ​ນາມ. ປະ​ຈຸ​ບັນ, ລັດ​ຫວຽດ​ນາມ​ໄດ້​ຮັບ​ຮອງ 39 ອົງ​ການ​ທີ່​ຂຶ້ນ​ກັບ 14 ສາ​ສະ​ໜາ, ດ້ວຍ​ສາ​ສະ​ນິກ​ກະ​ຊົນ​ປະ​ມານ 24,3 ລ້ານ​ຄົນ ກວມ​ເອົາ 27% ຈຳ​ນວນ​ປະ​ຊາ​ກອນ, ມີ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາ​ລວມ 53.000 ອົງ. ໂບດ, ຫໍ​ໂຮງ​ບູ​ຊາ 27.900 ແຫ່ງ. ບັນ​ດາ​ອົງ​ການ​ສາ​ສະ​ໜາ​ກໍ​ແມ່ນ​ພາກ​ສ່ວນ​ທີ່​ສຳ​ຄັນ​ປະ​ກອບ​ສ່ວນ​ນຳ​ແຜນ​ນະ​ໂຍ​ບາຍຂອງ​ພັກ, ນະ​ໂຍ​ບາຍ ກົດ​ໝາຍ​ຂອງ​ລັດ​ເຂົ້າ​ສູ່​ຊີ​ວິດ​ຕົວ​ຈິງ. ບັນ​ດາ​ສາ​ສະ​ໜາ​ໄດ້​ຕັ້ງ​ໜ້າ​ຕອບ​ສະ​ໜອງ​ການ​ເຂົ້າ​ຮ່ວມ​ສ້າງ​ອຳ​ນາດ​ການ​ປົກ​ຄອງ​ຂັ້ນ​ຕ່າງໆ, ​ຜູ້​ມີ​ຍົດ​ສັກ​ຕຳ​ແໜ່ງ​ທາງ​ສາ​ສະ​ໜາທີ່​ມີ​ອິດ​ທິ​ພົນຫຼາຍ​ອົງ​ໄດ້​ຮັບ​ເລືອກ​ຕັ້ງ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ພາ​ແຫ່ງ, ສະ​ມາ​ຊິກ​ສະ​ພາ​ປະ​ຊາ​ຊົນ​ຂັ້ນ​ຕ່າງໆ, ແນວ​ໂຮມ​ປະ​ເທດ​ຊາດ…ສິ່ງນີ້​ໄດ້​ເປັນ​ການຢັ້ງ​ຢືນ​ຢ່າງ​ຈະ​ແຈ້ງ ກ່ຽວ​ກັບ​ນະ​ໂຍ​ບາຍການ​ເຫຼື້ອມ​ໃສ ສາ​ສະ​ໜາຢ່າງ​ຖືກ​ຕ້ອງ, ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ຊຶ່ງ​ໄດ້​ຮັບ​ການ​ຕອບ​ສະ​ໜອງ​ຈາກ​ປະ​ຊາ​ຊົນ​ຜູ້​ເຊື່ອ​ຖື ແລະ ບໍ່​ເຊື່ອ​ຖື​ສາ​ສະ​ໜາ.

     ກໍ​ເຊັ່ນ​ດຽວ​ກັນ​ກັບ​ທຸກໆ​ປະ​ເທດ​ໃນ​ໂລກ, ຫວຽດ​ນາມ​ມີ​ສິດ​ລົງ​ໂທດ​ບັນ​ດາ​ສ່ວນ​ບຸກ​ຄົນ ແລະ ອົງ​ການ​ຕ່າງໆ​ທີ່​ລະ​ເມີດ​ກົດ​ໝາຍ, ສວຍ​ໃຊ້​ບັນ​ຫາ​ສິດ​ເສ​ລີ​ທາງ​ສາ​ສະ​ໜາ, ການ​ເຫຼື້ອ​ມໃສເພື່ອ​ມ້າງ​ເພ​ທຳ​ລາຍລັດຫວຽດ​ນາມ ກໍ​ຄື​ກິດ​ຈະ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ສິ່ງນີ້​ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ໝາຍ​ຫວຽດ​ນາ​ມ.

      ການ​ຕີ​ລາ​ຄາ​ຢ່າງ​ຖືກ​​ຕ້ອງກ່ຽ​ວ​ກັບ​ຊີ​ວິດການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ ແລະ ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ລັດ​ຫວຽດ​ນາມ​ໃນ​ການ​ຮັບ​ປະ​ກັນ​ໃຫ້​ປະ​ຊາ​ຊົນ​ມີ​ສິດເສ​ລີ​ພາບ​ທາງ​ດ້ານ​ການ​ເຫຼື້ອມ​ໃສ, ສາ​ສະ​ໜາ​ຄື​ຄວາມ​ຈິງ​ໃນ​ປະ​ຈຸ​ບັນ ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ​ສຳ​ລັບກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ, ແນ​ໃສ່​ປັບ​ປຸງ ແລະ ພັດ​ທະ​ນາ​ສາຍ​ພົວ​ພັນ​ຫວຽດ​ນາມ - ອາ​ເມ​ລິ​ກາທີ່​ພວມ​ນັບ​ມື້​ນັບ​ດີ​ງາມ.

ຕອບກັບ

ຂ່າວ/ບົດ​ອື່ນ