ເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ: ເສດຖະກິດພາກເອກະຊົນແມ່ນກຳລັງຫນູນເພື່ອພັດທະນາປະເທດຊາດ

(vovworld)- ຖື​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ເປັນ​ສຳ​ຄັນ ແມ່ນ​ເນື້ອ​ໃນ​ໃຫມ່​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ປະ​ກອບ​ຄຳ​ເຫັນ​ກ່ຽວ​ກັບ​ບັນ​ຫານີ້, ມີ​ວິ​ສາ​ຫະ​ກິດ​ຫລາຍ​ແຫ່ງ ແລະ ຜູ້​ຊ່ຽວ​ຊານ​ຫລາຍ​ທ່ານ​ຖື​ວ່າ: ວິ​ສາ​ຫະ​ກິດ​ພາກ​ເອກ​ະ​ຊົນ​ຕ້ອງ​ການ​ສະ​ພາບ​ແວດ​ລ້ອມ​ສະ​ເຫ​ມີ​ພາບ ເພື່ອ​ມີ​ກຳ​ລັງ​ຫນູນ​ປະ​ກອບ​ສ່ວນ​ໃຫ​້​ແກ່​ປະ​ເທດ​ຊາດ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫງວຽ​ນ​ຮັ່ງ.
ເອກະສານກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ: ເສດຖະກິດພາກເອກະຊົນແມ່ນກຳລັງຫນູນເພື່ອພັດທະນາປະເທດຊາດ - ảnh 1
ພາບ​ປະ​ກອບ:internet

        ກຸ່ມ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ ດ້ວຍກຳ​ລັງ​ແຮງ​ງານ​ກວມ 51% ຈຳ​ນວນ​ຄົນ​ງານ​​ຂອງ​ທົ່ວ​ປະ​ເທດ ແລະ ໄດ້​ຮັບ​ຖື​ວ່າ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກຳ​ລັງ​ຫນູນ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໃນ​ຊຸມ​ປີມໍ່ໆ​ມານີ້. ແຕ່​ລະ​ປີ, ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າໃນ​ ​ງົບ​ປະ​ມານ, ເພີ່ມ​ວົງ​ເງິນ​ສົ່ງ​ອອກ, ແກ້​ໄຂ​ບັນ​ດາ​ບັນ​ຫາ​ສັງ​ຄົມ​ຄື: ສ້າງວຽກ​ເຮັດ​ງານ​ທຳ, ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ຢ່າງ​ມີ​ປະ​ສິດ​ທິ​ຜົນ.

        ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ແລະ​ພັດ​ທະ​ນາ​ປະ​ເທດ​ຊາດ

       ມີ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ປະ​ມານ 500.000 ແຫ່ງ​ຂອງ​ຫວຽດ​ນາມ ປະ​ຈຸ​ບັນ ພວມ​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ 1,2 ລ້ານ​ຄົນ, ປະ​ກອບ​ສ່ວນກວ່າ 40% GDP ໃນ​ແຕ່​ລະ​ປີ. ທ່ານ ຮີ່ງ​ເຫງ໋ຍ​ທ້ຽນ, ຮອງ​ຜູ້​ອຳ​ນວຍ​ການ​ໃຫຍ່ ບໍ​ລິ​ສັດ​ຫຸ້ນ​ສ່ວນ​ເຫລັກ​ກ້າ Vina one ແຂວງ ລອງ​ອານ ຖື​ວ່າ: ​ເລື່ອງຖື​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ເປັນ​ສຳ​ຄັນ ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດຄື​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ​ຄັ້ງ​ທີ 12 ແມ່ນ​ສະ​ແດງ​ໃຫ້​ເຫັນ​ວ່າ: ພັກ ແລະ ລັດ ຮັບ​ຮູ້​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ຢ່າງ​ລຽນ​ຕິດ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

        “ພັກ ແລະ ລັດ ໄດ້​ມີ​ນະ​ໂຍ​ບາຍ​ຫລາຍ​ຢ່າງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ. ບັນ​ດາ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ພາຍ​ໃນ​ປະ​ເທດ​ນັບ​ມື້​ນັບ​ຂະ​ຫຍັນ​ຂັນ​ເຄື່ອນ, ມີ​ຫົວ​ຄິດ​ປະ​ດິດ​ສ້າງ ພ້ອມ​ກັນ​ສາ​ມັກ​ຄີ ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ລັດ​ຖ​ະ​ບານ, ລັດ. ສະ​ນັ້ນ ວິ​ສາ​ຫະ​ກິດ​ສ້າງ ໄດ້​ສ້າງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ມີ​ຄຸນ​ນະ​ພາບ​ດີ, ຮັບ​ໃຊ້​ໃຫ້​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ກໍ​ຄື​ການ​ສົ່ງ​ອອກ​ສິນ​ຄ້າ​ຫລາຍ​ປະ​ເພດ​ໄປ​ຍັງ​ບັນ​ດາ​ປະ​ເທດ​ໃນ​ໂລກ.”

        ເຫັນ​ດ​ີ​ເຫັນ​ພ້ອມ​ກັບ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ໂດຍ​ຖື​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ເປັນ​ສຳ​ຄັນ ແມ່ນ​ກຳ​ລັງ​ຫນູນ, ຊຸກ​ຍູ້​ພາ​ລະ​ກິດ​ປ່ຽນ​ແປງ​ໃຫມ່, ທ່ານ ເຈີນ​ແອງ​ເວືອງ, ຮອງ​ປະ​ທານ​ສະ​ມາ​ຄົມ​ນັກ​ທຸ​ລະ​ກິດ​ຫນຸ່ມ​ຫວຽດ​ນາມ ເນັ້ນ​ຫນັກ​ວ່າ: ຄວນ​ມີ​ນະ​ໂຍ​ບາຍ​ເໝາ​ະ​ສົມ​ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ໃຫ້​ກຸ່ມ​ວິ​ສາ​ຫະ​ກິດ​ພາກ​ເອ​ກະ​ຊົນ​ໃນ​ກິດ​ຈະ​ການ​ສ້າງ​ສາ​ປະ​ເທດ​ຊາດ.

        “ກ່ອນນີ້ ກອງ​ປະ​ຊຸ​ມ​ໃຫຍ່​ຫລາຍ​ຄັ້ງ​ໄດ້​ເຕື້ອງ​ເຖິງ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແລະ ອາດ​ຈະ​ເວົ້າ​ໄດ້​ວ່າ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ໄດ້​ຢືນ​ຢັນ​ວ່ານັ້ນ​ແມ່ນຫນຶ່ງ​ໃນ​ບັນ​ດາ​ກຳ​ລັງ​ຫນູນ. ເພາະ ຢູ່​ປະ​ເທດ​ໃດ​ກໍ​ເຊັ່ນ​ເກັນ, ທຸກ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ພຽງ​ແຕ່​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ເສດ​ຖະ​ກິດ​ລວມ​ຂອງ​ປະ​ເທດ​ຊາດ​ຈຶ່ງ​ພັດ​ທະ​ນາ​ໄດ້, ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ບໍ່​ແມ່ນ​ກຳ​ລັງ​ຫນູນ, ບໍ່​ແມ່ນ​ສຽງ​ເວົ້າ​ລວມ ຫາກ​​ແມ່ນສິ່ງ​ສຳ​ຄັນ​ທີ່​ສຸດ​ເພື່ອພັດ​ທະ​ນາ​ເສດ​ຖະ​ກິດ.”

       ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ມີ​ບົດ​ບາດ​ແມ່ນ​ກຳ​ລັງ​ຫນູນ

        ເຖິງວ່າ ກວມ​ຈຳ​ນວນ​ຄົນ​ງານ​ເປັນ​ຈຳ​ນວນ​ຫລວງ​ຫລາຍ, ແຕ່​ບັນ​ດາ​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ສ່ວນ​ຫລາຍ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ຫນາດກາງ ແລະ ນ້ອຍ, ກຳ​ລັງ​ແກ້ງ​ແຍ້ງ​ຕ່ຳ, ຄຸນ​ນະ​ພາບຜະ​ລິດ​ຕະ​ພັນບໍ່​ທັນ​ສູງ, ກຳ​ລັງ​ຄວາມ​ສາ​ມາດ​ການ​ຄ​ຸ້ມ​ຄອງ​ຍັງ​ຈຳ​ກັດ​ຫລາຍ. ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ​ພັດ​ທະ​ນາກວ່າ​ອີກ, ທ່ານ ຫງວຽນ​ວັນ​ເດ້, ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ​ແຂວງ ແທງ​ຮ​ວາ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ສ​ະ​ເຫນີ​ຮ່າງ​ເອ​ກະ​ສານກອງ​ປ​ະ​ຊຸມ​ຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກ ຄວນ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​ຄວາມ​ສຳ​ຄັນ​ຂອງ​ບັນ​ດາ​ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ສຳ​ລັບ​ ເສດ​ຖະ​ກິດ​, ພາກ​ເອ​ກະ​ຊົນ ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫລາດ. ເມື່ອ​ສ້າງ​ນະ​ໂຍ​ບາຍບໍ່​ກຳ​ນົດ​ສະ​ເພາະ​ໃນ​ກະ​ຊວງ, ຂະ​ແຫນງ​ການ​ໃດ ແລະ ຄວນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ອົງ​ການ ສະ​ຫະ​ສະ​ມາ​ຄົມ​ກ່ຽວ​ຂ້ອງ ແລະ ວິ​ສາ​ຫະ​ກິດ, ເຮັດ​ໄດ້​ຄື​ແນວນັ້ນ ນະ​ໂຍ​ບາຍ​ຈຶ່ງ​ໃກ້​ຊິດ ແລະ ເຂົ້າ​ສູ່ຊີ​ວິດ​ຕົວ​ຈິງ​ໄດ້.”

        ຕາງ​ຫນ້າ​ໃຫ້​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ, ທ່ານ ຫວູ​ຕຽນ​ລົກ, ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ ຖື​ວ່າ: ເລື່ອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນເປັນ​ສຳ​ຄັນ ແມ່ນ​ກຳ​ລັງ​ຫນູນ​ຂອງ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ ແມ່ນ​ຖືກ​ຕ້ອງ​.

        “ຄວນຢັ້ງ​ຢືນ​ບົດ​ບາດ​ກຳ​ລັງ​ຫນູນ​ຂອງ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ, ເພາະ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ແມ່ນ​ເຂດ​ຂອງ​ທົ່ວ​ປວງ​ຊົນ. ຈົ່ງ​ເຊື່ອ​ໝັ້ນ​ປະ​ຊາ​ຊົນ, ເຊື່ອ​ໝັ້ນ​ພາ​ລະ​ກິດ​ເຮັດ​ເສດ​ຖະ​ກິດ​ຂອງ​ປະ​ຊາ​ຊົນ. ລັດ ຈົ່ງ​ສວມ​ບົດ​ບາດ ແມ່ນ​ຜູ້ກໍ່​ຕັ້ງ,  ຫນູນ​ຊ່ວຍ ແລະ  ແມ່ນ​ແນວ​ຫລັງ​ອັນ​ໝັ້ນ​ແກ່ນ​ຂອງ​ປະ​ຊາ​ຊົນ, ເພື່ອ​ພາ​ລະ​ກິດ​ທຳ​ມາ​ຫາ​ກິນ ເຮັດ​ເສດ​ຖະ​ກິດ​ຂອງ​ທົ່ວ​ປວງ​ຊົນ.”

        ວິ​ສາ​ຫະ​ກິດ​ແມ່ນ​ກຳ​ລັງ​ຫນູນ​ຕົ້ນ​ຕໍ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ປະ​ເທດ​ຊາດ. ພັກ ແລະ ລັດ ໄດ້​ມານ​ະ​ພະ​ຍາ​ຍາມ​ຢ່າງບໍ່​ຢຸດຢັ້ງ​ເພື່ອ​ປັບ​ປຸງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ດຳ​ເນີນ​ທຸ​ລະ​ກິດ ເພື່ອ​ໃຫ້ວິ​ສາ​ຫະ​ກິດ​ເວົ້າ​ລວມ, ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນເວົ້າ​ສະ​ເພາະ ພັດ​ທະ​ນາ. ສືບ​ຕໍ່​ຖື​ບົດ​ບາດ​ຂອງ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ເປັນ​ສຳ​ຄັນ ຄື​ດັ່ງ​ລະ​ບຸ​ໃນ​ຮ່າງ​ເອ​ກະ​ສານກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຈະ​ສ້າງ​   ກຳ​ລັ​ງ​ຫນູນ​ຕື່ມ​ອີກເພື່ອ​ໃຫ້ ເສດ​ຖະ​ກິດ​ພາກ​ເອ​ກະ​ຊົນ ສືບ​ຕໍ່​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ