ເອີລົບ - ປີ 2015 ເຕັມໄປດ້ວຍການຜັນປ່ຽນ

(vovworld)- ປີ 2015 ແມ່ນ​ປີ​ເຕັມ​ໄປ​ດ້ວຍ​ການ​​ປັ່ນ​ປ່ວນ​ສຳ​ລັບ ເອີ​ລົບ ເມື່ອ ທະ​ວີບນີ້​ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ການ​ຂາດ​ສະ​ຖຽນ​ລະ​ພາບ ແລະ ສິ່ງ​ທ້າ​ທາຍ​ທີ່​ ຮ້າຍ​ແຮງກວ່າ​ໝູ່​ໃນ​ເຄິ່ງ​ສັດ​ຕະ​ວັດ​ຜ່ານ​ມາ.  ນັ້ນ​ແມ່ນ​ການ​ຂາດ​ສະ​ຖຽນ​ລະ​ພາບ​ກ່​ຽວ​ກັບ​ຄວາມ​ໝັ້ນ​ຄົງ​, ການ​ຟື້ນ​ຕົວ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ແມ່ນ​ຊັກ​ຊ້າ, ໄພແບ່ງ​ແຍກໃນ​ສະ​ຫະ​ພາບ​ເອີ​ລົບ ເພື່ອ​ວ່າ​ຍັງ​ບໍ່​ທັນ​ຊອກ​ໄດ້​ສຽງ​ເວົ້າ​ລວມ​ໃນ​ການ​ແກ້​ໄຂ​​ສະ​ພາບ​ການຊາວ​ອົບ​ພະ​ຍົບ. ບັນ​ດາ​ບັນ​ຫາ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ສະ​ພາບ​ການ​ເອີ​ລົບ ​​ເຕັມ​ໄປ​ດ້ວຍ​ການ​ຜັນ​ປ່ຽນ.

ເອີລົບ - ປີ 2015 ເຕັມໄປດ້ວຍການຜັນປ່ຽນ - ảnh 1
ສະ​ພາບ​ການ​ຊາວ​ອົບ​ພະ​ຍົບ​ເຂົ້າ ເອີ​ລົບ
ພາບ:vtv.vn

        ເອີ​ລົບ ຕ້ອງ​ປ​ະ​ເຊີນ​ຫນ້າ​ກັບ​ວິ​ກິດ​ການ​ຫລາຍ​ຢ່າງ​ທີ່​ອາດ​ຈະ​ເຮັດ​ໃຫ້​ຂາດ​ສະ​ຖຽນ​ລະ​ພາບ​ຢູ່​ພາຍ​ໃນ ແລະ ນອກ​ເສັ້ນ​ຊາຍ​ແດນ​ຂອງ​ທະ​ວີບນີ້. ທ່ານ Martin Schulz, ປະ​ທານ​ລັດ​ຖະ​ສະ​ພາ​ເອີ​ລົບ ຍອມ​ຮັບ​ວ່າ: “ປີ 2015 ແມ່ນ​ເລີ່ມ​ຕົ້ນ​ດ້ວຍ​ຄວາມ​ຢ້ານ​ກົວ ແລະ ສິ້ນ​ສຸດ​ດ້ວຍ​ຄວາມ​ຢ້ານ​ກົວ. ແມ່ນປີ​ເກີດ​ບັນ​ດາວິ​ກິດ​ການທີ່ເລິກ​ເຊິ່ງ​ກ່ຽວ​ກັບ​ເສດ​ຖະ​ກິດ, ສັງ​ຄົມ, ວຽກ​ເຮັດ​ງານ​ທຳ, ແມ່ນ​ປີ​ທີ່​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຫ່າງ​ຈາກ​ກັນ​​ຊື່ງບໍ່​​ເຄີຍມີ​ມາກ​ອ່ນ.”

ປີ 2015 ແມ່ນ​ປີ​ຂອງ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ ແລະ ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ

        ການ​​ກໍ່​ການ​ຮ້າຍ ແລະ ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ ແມ່ນ​ການ​​ຜັນ​ປ່ຽນ ​​ໃຫຍ່​ກວ່າ​ໝູ່ ຢູ່ ເອີ​ລົບ​ໃນ​ປີ 2015 ແລະ ນັບ​ແຕ່​ເມື່ອ​ສົງ​ຄາມ​ໂລກ​ຄັ້ງ​ທີ 2 ແມ່ນ​ການ​ນາບ​ຂູ່​ຢ່າງ​ ​ຮ້​າຍ​ແຮງ​ທີ່​ສຸດ ຊື່ງ ເອີ​ລົບ ຕ້ອງ​ປະ​ເຊີນ​ຫນ້າ​ໃນ​ສອງ​ສາມ​ທົດ​ສະ​ວັດ​ຜ່ານ​ມາ.

        ຝ​ລັ່ງ ກາຍ​ເປັນ​ໃຈກາງຂອງ​ການ​ບຸກ​ໂຈມ​ຕີກໍ່​ກາ​ນ​ຮ້າຍ 2 ຄັ້ງ ​ເຮັດ​ໃຫ້​ຫາງ​ສຽງ​ໂລກ​ມີ​ຄວາມ​ວິ​ຕົກ​ກັງ​ວົນ. ພາ​ຍ​ຫລັງ​ການ​ບຸກ​ໂຈມ​ຕີ​ໃນ​ໄລ​ຍະ​ຕົ້ນ​ປີ ໃສ່ສຳ​ນັກ​ງານ​ວາ​ລະ​ສານ Charlie Hebbdo ຢູ່ ປາ​ຣີ, ຝ​ລັ່ງ ແລະ ບັນ​ດາ​ປະ​ເທດ ເອີ​ລົບ ຍາມ​ໃດ​ກໍ​​ຍົກ​ສູງ​ສະ​ຕິລະ​ມັງ​ລະ​ວັງ. ແຕ່​ມາ​ຮອດ​ເຫດ​ບຸກ​ໂຈມ​ຕີ​ຢ່າງ​ໂຫດ​ຮ້າຍ​ສາ​ມານກວ່າ, ມີ​ຂອບ​ຂະ​ຫນາດ​ໃຫຍ່​ກວ່າ​ທີ່​ເກີດ​ຂຶ້ນ​ເມື່ອ​ວັນ​ທີ 13/11 ຢູ່ ປາ​ຣີ ໄດ້​ເຮັດ​ໃຫ້ 100 ຄົນ​ເສຍ​ຊີ​ວິດ, ເອີ​ລົບ ຖືກ​ກະ​ທົບ​ກະ​ເທືອນ​ຢ່າງ​ແທ້​ຈິງ. ຫລາຍປະ​ເທດ ຢູ່ ເອີ​ລົບ ໄດ້​ຊອກວິ​ທີ​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ. ຫນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ໄດ້​ເຕື້ອງ​ເຖິງ​ແມ່ນ​ຄິດ​ໄລ່​ຊັ່ງ​ຊາ​ການ​ຢຸດ​ຕິ​ສົນ​ທິ​ສັນ​ຍາ Schengen, ຊື່ງ​ແມ່ນ​ສົນ​ທິ​ສັນ​ຍາ​ວ່າ​ດ້ວຍ​ການ​ໄປ​ມາ​​ຢ່າງ​ເສ​ລີລະ​ຫວ່າງ​ບັນ​ດາ​ປະ​ເທດ ເອີ​ລົບ. ບັນ​ດາ​ປະ​ເທດ ສະ​ມາ​ຊິກ ອີ​ຢູ ກໍ​ເປັນ​ເອ​ກະ​ພາບ​ກ່ຽວ​ກັບ​ຂໍ້​ຕົກ​ລົງ​ເປີດ​ຊ່ອງ​ທາງ​ໃຫ້​ການ​ນຳ​ໃຊ້​ລະ​ບົບ​ຮັບ​ເອົາ​ຂໍ້​ມູນ​ຂ່າວ​​ຈາກຜູ້​ໂດຍ​ສານ PNR (Passenger name record) ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ​ຂໍ້​ມູນ​ສ່ວນ​ບຸກ​ຄົນ​​ຈະຖືກ​ຂາດ​ຄວາມ​ລັບ. ການກວດ​ກາ​ຊາຍ​ແດນ​ພາຍ​ໃນ​ກຸ່ມ ກໍ​ເຂັ້ມ​ງວດກວ່າ​ເກົ່າ.

        ເພື່ອ​ສະ​ກັດ​ກັ້ນ​ການ​ນາບ​ຂູ່ກໍ່​ການ​ຮ້າຍ​ຢ່າງ​ຍາວ​ນານ, ສິ່ງ​ສຳ​ຄັນ​ກວ່າ ນັ້ນ​ແມ່ນ​​ ສະ​ຖຽນ​ລະ​ພາບທາງ​ສັງ​ຄົມ ແຕ່ສິ່ງນີ້​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ຫນັກ​ຫນ່ວງ​ ຍ້ອນ​ເກີດ​ວິ​ກິດ​ການ​ຊາວ​ອົບ​ພະ​ຍົບຄັ້ງ​ໃຫຍ່​ສຸດ ນັບ​ແຕ່​ຕົ້ນ​ສັດ​ຕະ​ວັດ​ທີ 21. ຊາວ​ອົບ​ພະ​ຍົບ​ຈາກ ຊີ​ຣີ, ອີ​ຣັກ, ອາບ​ກາ​ນີ​ສະ​ຖານ ຫລັ່ງ​ໄຫລ​ໄປ​ເຖິງ ເອີ​ລົບ ໃນ​ຕະ​ຫລອດ​ປີ 2015. ຕາມ​ການ​ປະ​ກາດ​ຂອງ​ອົງ​ການ​ອົບ​ພະ​ຍົບ​ສາ​ກົນ (IOM) ແລ້ວ, ຈຳ​ນວນ​ຊາວ​ອົບ​ພະ​ຍົບ​ຍົກ​ຍ້າຍ​ເຖິງ ເອີ​ລົບ ດ້ວຍ​ທາງ​ທະ​ເລ ແລະ ທາງ​ບົກ​ໃນ​ປີ 2015 ແມ່ນ​ລື່ນ​ກາຍ 1 ລ້ານ ຄົນ, ເພີ່ມ​ຂຶ້ນ​ຢ່າງ​ຫນ້ອຍ​ສຸດ​ແມ່ນ 4 ເທົ່າ​ເມື່ອ​ທຽບ​ໃສ່​ປີ 2014. ແຕ່​ໃນ​ກອ​ງ​ປະ​ຊຸມ​ສຸ​ດຍອດ​ດຳ​ເນີນ​​ເມື່ອທ້າຍ​ປີ 2015, ອີ​ຢູ​ ຍັງ​ບໍ່​ທັນ​ເປັນ​ເອກ​ະ​ພາບ​ ​ມາດ​ຕະ​ການ​ໃດ​ເພື່ອ​ແກ້​ໄຂ​ສິ່ງ​ທ້າ​ທາຍ​ໃຫຍ່​ສຸດນີ້ ແນ​ໃສ່​ແທນ​ໃຫ້​ບັນ​ດາ​ມາດ​ຕະ​ການ​ມີ​ລັກ​ສະ​ນະ​ຮັບ​ມື​ປະ​ຈຸ​ບັນ.

       ເອີ​ລົບ ຂາດ​ຄວາມ​ສາ​ມັກ​ຄີ ແລະ ແບ່ງ​ແຍກກັນ

        ການ​ຂາດ​ຄວາມ​ສາ​ມັກ​ຄີ ຂອງ​ອີ​ຢູ ເຄີຍ​ເກີດ​ຂຶ້ນ​ໃນ​ວ​ິດ​ກິດ​ການ​ຫນີ້​ສິນ​ຂອງ ເກຼັກ ເຮັດ​ໃຫ້ ອີ​ຢູ ຖືກ​ຕົກ​ເຂົ້​າ​ສູ່​ສະ​ພາບ​ອາດ​ຈະ​ຖືກ​ລົ້ມ​ລະ​ລາຍ. ວິ​ກິດ​ການ​ເກີດ​ຂຶ້ນ​ຢ່າງ​ລຽນ​ຕິດ​ໃນ​ປີ 2015 ອາດ​ຈະ​ເຮັດ​ໃຫ້ ເອີ​ລົບ​ຖືກ​ແບ່ງ​ແຍກ, ພິ​ເສດ ແມ່ນ​ບັນ​ດາ​ຄວາມບໍ່​ລົງ​ລອຍ​ກັນ​ໃນ​ວິ​ທີ​ແກ້​ໄຂ​ສ​ະ​ພາບ​ຊາວ​ອົບ​ພະ​ຍົບ. ເອີ​ລົບ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ການ​ເລ​ືອກ​ເຟັ້ນ​ທີ່​ຫຍຸ້ງ​ຍາກ​ນັ້ນ​ແມ່ນ ຕ້ອງ​ຊ່ວຍ​ເຫລືອ ຫລື ຄວບ​ຄຸມ​ຢ່າງ​ແຫນ້ນ​ແຟ້ນ ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ຫງົບ​ປອດ​ໄພ​ຂອງ​ຕົນ. ມາ​ຮອດ​ປະ​ຈຸ​ບັນ, ມີ​ບັນ​ດາ​ສະ​ມາ​ຊິກ​ເດັດ​ດ່ຽວບໍ່​ຮັບ​ເອົາໂຄ​ຕ້າ ເຂົ້າ​ເມືອງ, ບໍ່​ຍອມ​​ເຫັນ​ດີການ​ຕັ້ງ​ຖິ່ນ​ຖານ​ຄົງ​ທີ່​ໃຫ້​ຊາ​ວ​ອົບ​ພະ​ຍົບ​ມາ​ຈາກ ຮຸງ​ກາ​ຣີ, ສະ​ໂລ​ວາ​ກີ, ໂປ​ໂລຍ.. ສ່ວນ​ບັນ​ດາ​ປະ​ເທດ​ອື່ນ ພຽງ​ແຕ່​ຮັບ​ເອົາ​ຊາວ​ອົບ​ພະ​ຍົບ​ຈຳ​ນວນ​ນ້ອຍ ແລະ ທ່າ​ອ່ຽງ​ລວມ, ນັ້ນ​ແມ່ນ​ຊອກວິ​ທີ​ຍູ້​ຊາວ​ອົບ​ພະ​ຍົບ​ອອກ​ຈາກ​ເຂດ​ຊາຍ​ແດນ ເອີ​ລົບ ຍິ່ງ​ໄກກໍ່​ຍິ່ງ​ດີ. ຊາວ​ອົບ​ພະ​ຍົບ ບໍ່​ພຽງ​ແຕ່​​ສົ່ງ​ຜົນ​ສະ​ທ້ອນຢ່າງ​ຫນັກ​ຫນ່ວງ​ເຖິງ​ດ້ານ​ເສດ​ຖະ​ກິດ, ຄວາມ​ສະ​ຫງົບ​ປອດ​ໄພ, ສັງ​ຄົມ​ເທົ່າ​ນັ້ນ ຫາກ​ຍັງ​ແມ່ນ​ສາຍ​ເຫດກໍ່​ຄວາມ​ແບ່ງ​ແຍກ​ສາດ​ສະ​ຫນາ, ເຊື້ອ​ຊາດ​ຜິວ​ຜັນ, ນາບ​ຂູ່​ເຖິງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ບັນ​ດາ​ພັກ​ກຳ​ອຳ​ນາດ ເມື່ອ​ຫາງ​ສຽງ​ນັບ​ມື້​ນັບ​ ບໍ່​ພໍ​ໃຈ ແລະ ຫັນ​ມາ​ສະ​ຫນັບ​ສະ​ຫນູນ​ພັກ​ຂ​ວາ​ຈັດ​ຕ້ານ​ຕ່າງ​ດ້າວ

ເສດ​ຖະ​ກິດບໍ​ທັນ​ຟື້ນ​ຕົວ​

        ຜົນກະ​ທົບຈາ​ກວ​ິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ​ແຕ່​ປີ 2008 ແລະ ວິ​ກິດ​ການ​ຫນີ້​ສາ​ທາ​ລະ​ນະ ຢູ່ ເອີ​ລົບ ຍັງ​ບໍ່​ທັນ​ແກ້​ໄຂ​ຢ່າງ​ເຖິງ​ຖອງ ນັ້ນ​ອາດ​ຈະ​ແມ່ນ​ສາຍ​ເຫດ​ເຮັດ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຂອງ​ທະ​ວີບນີ້ ບໍ່​ທັນ​ຟື້ນ​ຕົວ​ໃນ​ປີ 2015, ຊ້ຳ​ບໍ່​ໜຳ ຍັງ​ຕົກ​ເຂົ້າ​ສູ່​ສະ​ພາບ​ຊັກ​ຊ້າ. ບັນ​ດາ​ບ້ວງ​ກູ້​ຊ່ວຍ, ມາດ​ຕະ​ການ​ປະ​ຕິ​ຮູບ​ຖືກ​ວາງ​ອອກ​ຢ່າງ​ລຽນ​ຕິດ ແຕ່ບໍ່​ທັນ​ບັນ​ລຸ​ປະ​ສິດ​ທິ​ຜົນ​ປານ​ໃດ. ອີ​ຢູ ຍັງ​ຄົງ​ປະ​ເຊີນ​ຫນ້າ​ກັບ​ກຳ​ລັງ​ດັນ​ຫນີ້​ສາ​ທາ​ລະ​ນະ​ຢ່າງ​ໃຫຍ່​ຫລວງ, ພິ​ເສດ ແມ່ນ​ເກຼັກ ແລະ ອີ​ຕາ​ລີ ຍັງ​ແມ່ນ​ບັນ​ດາ​ປະ​ເທດ​ມີ​ອັດ​ຕາ​ຫນີ້​ສາ​ທາ​ລະ​ນະ​ຫລາຍ​ສຸດ. ເລື່ອງ​ຊຸກ​ຍູ້​ການ​ປະ​ຕິ​ຮູບ​ໂຄງ​ປະ​ກອບ ຢ່າງ​ຊັກ​ຊ້າ, ຮັດ​​ກຸມ​ງົບ​ປະ​ມານ ທີ່​ແກ່​ຍາວ. ສຳ​ລັບ​ປະ​ເທດ​ຈຳ​ນວນ​ຫນຶ່ງ, ບັນ​ຫາ​ຮັດ​ກຸມ​ງົບ​ປະ​ມານ​ປະ​ຈຸ​ບັນ ພຽງ​ແຕ່​ແມ່ນ​ສິ່ງບໍ່​ຈຳ​ເປັນ​ຕໍ່​ການ​ນາບ​ຂູ່ກໍ່​ກາ​ນ​ຮ້າຍ.

ປີ 2016: ເອີ​ລົບ ສືບ​ຕໍ່​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​

        ​ຕາມ​ວົງ​ການ​ນັກສັງ​ເກດ​ການແລ້ວ, ຈາກ​ສະ​ພາບ​ການ​ໃນ​ປີ 2015, ເອີ​ລົບ ຈະ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ​ໃນ​ປີ​ໃຫມ່ ດ້ວຍ​ວິ​ກິດ​ການ​ເກີດ​ຂຶ້ນ​ເປັນ​ສອງ​ຄັ້ງ. ທີ​ຫນຶ່ງ ວິ​ກິດ​ການ​ເສດ​ຖະ​ກິດ​ຈາກ ເກຼັກ ​ຫັນໄປ​ສູ່ ອີ​ຕາ​ລີ ເຮັດ​ໃຫ້​ປະ​ເທດນີ້​ປະ​ເຊີນ​ຫນ້າ​ກັບ​ອັດ​ຕ​າ​ຫວ່າງ​ງານ​ສູງ ແລະ ລະ​ດົມ​ບັນ​ດາ​ບ້ວງ​ກູ້​ຢືມ. ທີ​ສອງ ວິ​ກິດ​ການ​ຊາວ​ອົບ​ພະ​ຍົບ​ຈະ​ນັບ​ມື້​ນັບ​ສັບ​ສົນ ​ຍ້ອນບັນ​ດາ​ກົນ​ອຸ​ບາຍ​ບຸກ​ໂຈມ​ຕີ​ກໍ່​ກາ​ນ​ຮ້າຍ. ນອກນັ້ນ ບັນ​ຫາ​ຈຳ​ນວນ​ຫນຶ່ງ​ອາດ​ຈະ​ຊົ່ວ​ຮ້າຍກວ່າ ນັ້ນ​ແມ່ນ ບັນ​ດາ​ການ​ນ​ຳຕົ້ນ​ຕໍ​ຂອງ ອີ​ຢູ ຈະ​ເສຍ​ທ່າ​​ຮັບ​ດ້ານການ​ເມືອງ ສະ​ນັ້ນ ຍາກ​ທີ່​ວາງ​ອອກ​ບັນ​ດາ​ການ​ກະ​ທຳ​ລວມ​ໃນ​ກຸ່ມ​ຫລື ບັນ​ດາ​ຄວາມ​ວິ​ຕົກ​ກັງ​ວົນ​ກ່ຽວ​ກັບ​ເລື່ອງ ອັງ​ກິດ ຖອນ​ອອກ​ຈາກ ອີ​ຢູ ຫລື​ສືບ​ຕໍ່​ເປັນ​ສະ​ມາ​ຊິກ​ຂອງກ​ຸ່ມນີ້. ຕີ​ລາ​ຄາ​ກ່ຽວ​ກັບ​ປີ 2016, ປະ​ທານ​ຄະ​ນະ​ກຳ​ມະ​ການ​ເອີ​ລົບ Jean Claude Juncker ຍອມ​ຮັບ​ວ່າ ທ່ານບໍ່​ມີ​ຄວາມ​ຫວັງ​ຫຍັງ.

ປີ 2015 ໃກ້​ຈະ​ສິ້ນ​ສຸດ. ບັນ​ດາ​ປະ​ເທດ ເອີ​ລົບ ຈະ​ຫວັງ​ວ່າ ຊຸມມື້​ທ້າຍ​ປີ​ຜ່ານ​ໄປ​ຢ່າງວ່ອງ​ໄວ ເພາະ​ປີນີ້​ແມ່ນ​ປີ​ທີ່​ເກີດ​ຄວາມ​ຜັນ​ປ່ຽນ​ຫລາຍ​ຢ່າງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ປີ 2016 ຈະ​ມາ​ເຖິງ ທະ​ວີບນີ້ ອາດ​ຈະ​​ສືບ​ຕໍ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​.

ຕອບກັບ

ຂ່າວ/ບົດ​ອື່ນ