ເອີລົບຕໍ່ໜ້າໄພອັນຕະລາຍປະສົບກັບຄວາມຫຍຸ້ງຍາກດ້ານ ອາຍແກັສ

ການ​ເຈ​ລະ​ຈາ​ອາຍ​ແກັ​ສ 3 ຝ່າຍ​ລະ​ຫວ່າງ ລັດ​ເຊຍ,ຢູ​ແກຼນ, ແລະ ສະ​ຫະພາບ​ເອີ​ລົບ EU ທີ່​ຈັດ​ຂຶ້ນ​ຢູ່ບ​ຣຸກ​ແຊນ ປະ​ເທດ​ແບນ​ຊິກ​ເມື່ອບໍ່​ດົນ​ມານີ້ ແມ່ນບໍ່​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ໃດໆ, ສິ່ງ​ທີ່​ບັນ​ລຸ​ພຽງ​ຢ່າງ​ດຽວ​ເທົ​່ານັ້ນ ແມ່ນ​ກຳ​ນົດ​ວັນ​ເວ​ລາ​ໃຫ້​ແກ່​ການ​ພົບ​ປະ​ຄັ້ງ​ຕໍ່​ໄປ​ໃນ​ວັນ​ທີ 29/10 ທີ່​ຈະ​ມາ​ເຖິງ. ໝາກ​ຜົນ​ນີ້, ແມ່ນບໍ່​ນອນນອກ​ເໜືອ​ຈາກ​ການ​ຄາດ​ຄະ​ເນ​ຍ້ອນ​ບັນ​ດາ​ຂໍ້​ຄວາມ​ຕິດ​ຂັດ​ລະ​ຫວ່າງ ບັນ​ດາ​ຝ່າຍ​ຄັງ​ຄົງ​ຄ້າງ​ຢູ່ ອັນ​ໄດ້​ເຮັດ​ໃຫ້​ການ​ເຈ​ລະ​ຈາ​ຍາກ​ທີ່​ຈະ​ໄປ​ສູ່​ຂໍ້​ຕົກ​ລົງ​ສຸດ​ທ້າຍ.

ເອີລົບຕໍ່ໜ້າໄພອັນຕະລາຍປະສົບກັບຄວາມຫຍຸ້ງຍາກດ້ານ ອາຍແກັສ - ảnh 1
(ພາບ​ປະ​ກອບ)

     ທີ່​ການ​ພົບ​ປະ​ລະ​ຫວ່າງ​ກຳ​ມະ​ການ​ພະ​ລັງ​ງານ EU Guenther Oettinger, ລັດ​ຖະ​ມົນ​ຕີ​ກະ​ຊວງ​ພະ​ລັງ​ງານ​ລັດ​ເຊຍ Alexandrer Novak  ແລະ ຄູ່​ຕ​ຳ​ແໜ່ງ​ຂອງຢູ​ແກຼນ ທ່ານ Yuri Prodan , ບັນ​ດາ​ຝ່າຍ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ຫາ​ລາ​ຄາ, ການ​ຊຳ​ລະ​ໜີ້​ອາຍ​ແກັ​ສ​ຂອງ ຢູ​ແກຼນ​ໃຫ້​ລັດ​ເຊຍ ແລະ ປະ​ລີ​ມານອາຍ​ແກັ​ສ ຂອງ​ລັດ​ເຊຍທີ່​ສາ​ມາດ​ສະ​ໜອງ​ໃຫ້​ແກ່ ຢູ​ແກຼນ​ໃນ​ລະ​ດູ​ໜາວ​ປີນີ້. ລາ​ຄາ ແລະ ປະ​ລີ​ມານ ອາຍ​ແກັ​ສ​ສະ​ໜອງ​ໄດ້​ເປ​ັນ​ເອ​ກະ​ພາບ, ແຕ່​ບັນ​ຫາ​ສຳ​ຄັນ​ຂອງ​ບັນ​ຫາ ແມ່ນ​ຍ້ອນ​ທາງ​ຝ່າຍ ຢູ​ແກຼນບໍ່​ຊຳ​ລະ​ຈຳ​ນວນ​ເງິນ​ຕິດ​ໜີ້​ຈາກອາຍ​ແກັ​ສທີ່​ໄດ້​ຊຶ້​ຂອງ​ລັດ​ເຊຍ. ກີ​ແອບ​ຢາກ​ນຳ​ໃຊ້​ຈຳ​ນວນ​ເງິນ​ທີ່​ລັດ​ເຊຍ​ຈາຍ​ລວງ​ໜ້າໃຫ້​ແກ່​ເລື່ອງ​ເປັນ​ທາງ​ຜ່ານ​ໃນ​ການ​ຂົນ​ສົ່ງ ອາຍ​ແກັ​ສ​ເພື່ອ​ຊຳ​ລະ​ໜີ້​ສິນ, ແຕ່​ມົດ​ສ​ກູ ບໍ່​ຍອມ​ເຫັນ​ດີ, ສະ​ເໜີ EU ຕ້ອງ​ຮັບ​ປະ​ກັນ​ໃຫ້​ແກ່​ຄວາມ​ສາ​ມາດ​ຊຳ​ລະ​ໜີ້​ສິນ​ຂອງ ຢູ​ແກຼນ ຍ້ອນ​ລັດ​ເຊຍ​ມີ​ຄວາມ​ເປັນ​ຫວ່ງ​ກັງ​ວົນ​ຕໍ່​ອຳ​ນາດ​ການ​ປົ​ກ​ຄອງ ຢູ​ແກຼນບໍ່​ມີ​ກຳ​ລັງ​ບົ່ມ​ຊ້ອນດ້ານ​ການ​ເງິນ​ຢ່າງ​ພຽງ​ພໍເພື່ອ​ຊຳ​ລະ​ບ​ັນ​ບ້ວງ​ໜີ້​ເຫຼົ່າ​ນີ້.

   ສ່ວນ EU ພັດ​ຍັງ​ບໍ່​ທັນ​ຕົກ​ລົງ​ກ່ຽວ​ກັບ​ແຫຼ່ງ​ຊ່ວຍ​ເຫຼືອ​ໃຫ້​ແກ່​ກີ​ແອບ, ເພາະ​ໃນ​ປະ​ຈຸ​ບັນ, EU ກໍ​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ​ນາໆ​ປະ​ການ. ສະ​ພາບບໍ່​ມີ​ທາງ​ອອກ​ຂອງ​ການ​ເຈ​ລະ​ຈາ 3 ຝ່າຍ​ໄດ້​ພາ​ໄປ​ເຖິງ​ຄວາມ​ວິ​ຕົກ​ກັງ​ວົນ​ວ່າ : ຄວາມ​ຫຍຸ້ງ​ຍາກ​ດ້ານ ອາຍ​ແກັ​ສ ​ທີ່ເຄີຍໄດ້ເກີດ​ຂຶ້ນ​ເມື່ອ​ປີ 2006 ແລະ 2009 ຂະ​ນະ​ທີ່​ລັດ​ເຊຍ​ໄດ້​ຕັດ​ແຫຼ່ງສະ​ໜອງ ອາຍ​ແກັ​ສ ​ໃຫ້​ແກ່ EU ນັ້ນ, ອາດ​ຈະ​ກັບ​ຕ່າວ​ຄືນ​ມາ.

   ສິ່ງ​ທີ່​ຕັດ​ສິນ​ຊີ້​ຂາດ​ເພື່ອ​ສ້າງ​ກຳ​ລັງ​ດັນ​ຂອງ​ລັດ​ເຊຍ ແມ່ນ​ ອາຍ​ແກັ​ສ

  ການ​ໂຕ້​ຖຽງ​ກັນ​ທີ່​ກ່ຽວ​ຂ້ອງ​ເຖິງ​ບັ​ນ​ຫາ ອາຍ​ແກັ​ສ​ລະ​ຫວ່າງ​ລັດ​ເຊຍ ແລະ ຢູ​ແກຼນ ອີກ​ເທື່ອ​ໜຶ່ງ​ກໍ​ເ​ປັນ​ໄພ​ອັນ​ຕະ​ລາຍ​ກ່ຽວ​ກັບ​ແຫຼ່ງ​ສະ​ໜອງ​ທີ່​ມີ​ຕໍ່​ເອີ​ລົບ ເມື່ອ​ລະ​ດູ​ໜາວ​ພວມ​ວຽນ​ມາ​ໃກ້. ປະ​ຈຸ​ບັນ, ລັດ​ເຊຍ​ແມ່ນ​ຜູ້​ສະ​ໜອງ​ພະ​ລັງ​ງານ​ໃຫຍ່ກວ່າ​ໝູ່​ໃຫ້​ແກ່ EU​ ຜ່ານດິນ​ແດນ ຢູ​ແກຼນ​ດ້ວຍຍອດ​ປະ​ລີ​ມານ​ສະ​ໜອງ​ແມ່ນກວມກວ່າ 30%ຄວາມ​ຕ້ອງ​ການ​ດ້ານ​ນ້ຳ​ມັນ ແລະ ອາຍ​ແກັ​ສຂອງ​ກຸ່ມ​ປະ​ເທດນີ້. ຖ້າ​ຫາກ​ໃນ​ກໍ​ລະ​ນີ ລັດ​ເຊຍ​ຢຸດ​ການ​ສົ່ງ​ອອກ ອາຍ​ແກັ​ສ​ໄປ​ຍັງ​ພາກ​ພື້ນນີ້​ໂດຍ​ຊົ່ວ​ຄາວນັ້ນ, ຕາມ​ການ​ປະ​ເມີນ​ແລ້ວ, ຫຼາຍ​ປະ​ເທດ EU ຈະ​ຕ້ອງ​ຮັບ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ທີ່​ສຸດ ເພາະ​ປະ​ເທດ​ເຫຼົ່າ​ນັ້ນໃນ​ປະ​ຈຸບັນແມ່ນ​ຕ້ອງ​ອາ​ໄສ​ເຖິງ 60%ປະ​ລີ​ມານ ອາຍ​ແກັ​ສ​ນຳ​ເຂົ້າ. ເພາະ​ສະ​ນັ້ນ, ການ​ເຈ​ລະ​ຈາ​ຖືກ​ປະ​ລາ​ໄຊ ໄດ້​ເຮັດ​ໃຫ້ EU​ ມີ​ຄວາມ​ເປັນ​ຫ່ວງ​ກັງ​ວົນ​ທີ່​ສຸດ.

   ເຖິງວ່າ​ໄດ້​ຍອມ​ຮັບ​ລະ​ດັບ​ລາ​ຄາໃນ​ທ້ອງ​ຕະຫຼາດ​ຄື 385 USD/1000 m3 ກ​ໍ​ຕາມ, ແຕ່​ສິ່ງ​ທີ່​ຫຍຸ້ງ​ຍາກ​ໃນ​ປະ​ຈຸ​ບັນ ແມ່ນຢູ​ແກຼນບໍ່​ມີ​ແຫຼ່ງ​ກຳ​ລັງ​ການ​ເງິນ​ຢ່າງ​ພຽງ​ພໍ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຊຳ​ລະ​ໜີ້​ສິນ​ຂອງ​ລັ​ດເຊຍ. ໃນ​ຂະ​ນະ​ນັ້ນ, ລັດ​ເຊຍ​ດ້ວຍໃບ​ໄພ້​ສຳ​ຄັນ​ແມ່ນ ອາຍ​ແກັ​ສພວມ​ຖືກ​ກຳ​ແໜ້ນ​ໃນ​ກຳ​ມືນັ້ນ, ກໍ​ບໍ​່ອາດ​ຜ່ອນ​ສັ້ນ​ຜ່ອນ​ຍາວ​ໄດ້​ຢ່າງ​ງາ່ຍດາຍ. ໃນ​ສະ​ພາ​ວະ​ພວມ​ຕ້ອງ​ຮັບ​ການ​ລົງ​ໂທດ​ຈາກ​ບັນ​ດາ​ປະ​ເທດ​ຝ່າຍ​ຕາ​ເວັນ​ຕົກ, ມົດ​ສະ​ກູ​ສາ​ມາດ​ເຂົ້າ​ໃຈ​ແຈ້ງທ່າ​ໄດ້​ປຽບ​ຂອງ​ຕົນ​ໃນ​ຂົງ​ເຂດ​ພະ​ລັງ​ງານ ເພື່ອ​ປັບ​ປຸງ​ທີ່​ຕັ້ງ​ບົດ​ບາດ​ຂອງ​ຕົນ​ໃນ​ການ​ສູ້​ຢັນ​ກັນ​ດ້ານ​ເສດ​ຖະ​ກິດ​ກັບ​ຝ່າຍ​ຕາ​ເວັນ​ຕົກ.

  ດ້ວຍ​ການ​ນຳ​ໃຊ້​ໃບ​ໄພ້​ດ້ານ​ພະ​ລັງ​ງານ, ມົດ​ສະ​ກູ​ຫວັງ​ຢາກຍົກອອກ​ຄຳ​ກ່​າວ​ເຕືອນ​ລັບ​ກ່ຽວ​ກັບ​ສະ​ພາບ​ຫຍຸ້ງ​ຍາກ​ດ້ານ ອາຍ​ແກັ​ສ​ຊຶ່ງ EU ເຄີຍ​ປະ​ເຊີນ​ໜ້າ​ໃນ​ອະ​ດີດ​ຕະ​ການ. ການ​ຂັດ​ແຍ້ງ​ກັນ 2 ຄັ້ງ​ກ່ຽວ​ກັ​ບ ອາຍ​ແກັ​ສ​ລະ​ຫ່​ວາງ​ລັດ​ເຊຍ ແລະ ຢູ​ແກຼນເມື່ອ​ປີ 2006 ແລະ 2009 ໄດ້​ສົ່ງ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ເຖິງ​ແຫຼ່ງ​ສະ​ໜອງອາຍ​ແກັ​ສ​ໄປ​ຍັງ​ເອີ​ລົບ. ໜູນ​ຊ່ວຍ​ດ້ານ​ການ​ເງິນ ຢູ​ແກຼນ ຫຼື​ຕ້ານ​ຢັນ​ເອງ​ກັບ​ສະ​ພາບ​ຫຍຸ້ງ​ຍາກ​ດ້ານ ອາຍ​ແກັ​ສ​ ? ແນ່ນອນ​ວ່າ EU ຈະ​ຕ້ອງໃຫ້​ຄຳ​ຕອບ​ໃນ​ວັນ​ທີ 29/10ທີ່​ຈະ​ມາ​ເຖິງ.

    ​ບົດລະ​ຄອນວິ​ກິດ​ການ​ດ້ານອາຍ​ແກັ​ສ​ອາດ​ຈະ​ກັບ​ຕ່າວ​ຄືນ​ມາຫຼືບໍ່ ?

   ຄວາມ​ຈິງ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ : EU ຍາກ​ທີ່​ຈະ​ມີ​ການ​ເລືອກ​ເຟັ້ນ​ໃດໆ​ນອກ​ເໜືອ​ຈາກ​ການ​ຊ່ວຍ​ເຫຼືອຢູ​ແກຼນ​ກ່ຽວ​ກັບ​ດ້ານການ​ເງິນ​ເພື່ອ​ໃຫ້ຢູ​ແກຼນ ແລະ ລັດ​ເຊຍ​ໄປ​ສູ່​ຂໍ້​ຕົກ​ລົງ​ກັນ​ຢ່າງ​ເປັນ​ທາ​ງ​ການ, ແນ​ໃສ່ຮັບ​ປະ​ກັນ​ແຫຼ່ງ​ສະ​ໜອງອາຍ​ແກັ​ສ​ໃຫ້​ຕົນ​ເອງເປັນ​ປົກ​ກະ​ຕິ. ທ່ານ​ນາງ Angela Merkel ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢັຍ​ລະ​ມັນ ຈຳ​ເປັນ​ຕ້ອງ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ພັນ​ທະ​ມິດ​ຝ່າຍ​ຕາ​ເວັນ​ຕົກ ບໍ່​ຄວນ​ປີ້ນ​ໜ້າ​ເມີນ​ເສີຍ. ແຕ່​ເພື່ອ​ລະ​ດົມ​ເງິນ​ໄດ້ 2 ຕຶ້​ເອີ​ໂຣ ຕາມ​ລະ​ດັບ​ຊຶ່ງ​ອຳ​ນາດ​ການ​ປົກ​ຄອງ​ກີ​ແອບ​ສະ​ເໜີ​ໃຫ້​ກູ້​ຢືນ​ເພີ່ມ​ເຕີມ ແມ່ນ​ບັນ​ຫາ​ທີ່ EU ຕ້ອງ​ຊັງ​ຊາ​ລະ​ອຽດ​ເພາະ​ກຸ່ມ EU ນີ້​ເອງ ກໍ​ພວມ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​ການ​ເງິນ​ພາຍ​ໃນ​ກຸ່ມ.

    ດ້ວຍການ​ໃຊ້​ອາຍແກັ​ສ​ເປັນ“ອາ​ວຸດ”, ມົດ​ສະ​ກູ​ພວມ​ຍູ້ EU ຕົກ​ເຂົ້າ​ສູ່​ສະ​ພາບ​ຫຍຸ້ງ​ຍາກ ເມື່ອ​ຕ້ອງ​ລັ່ງ​ເລ​ໃຈ​ລະ​ຫວ່າ​ງ​ການ​ໜູນ​ຊ່ວຍຢູ​ແກຼນຫຼື​ຍອມ​ຮັບ​ຕໍ່​ການ​ຂາດ​ແຄນ​ພະ​ລັງ​ງານອາຍ​ແກັ​ສ. ຄວາມ​ຈິງ​ໃນ​ສະ​ພາ​ວະ​ການ​ພົວ​ພັນ​ລັດ​ເຊຍ-EU ຍັງ​ຄົງ​ບໍ່​ໄດ້​ຮັບ​ການ​ປົວ​ແປງນັ້ນ, ການ​ຊອກ​ຫາ​ວິ​ທີ​ການ​ແກ້​ໄຂ​ດ້ານອາຍ​ແກັ​ສ​ຍັງ​ຄົງ​ແມ່ນ​ເປົ້າ​ໝາຍ​ທີ່​ຫ່າງ​ໄກຫຼາຍ. ການ​ຕໍ່​ສູ້​ດ້ານອາຍ​ແກັ​ສ​ໃນ​ປະ​ຈຸ​ບັນ ບໍ່​ພຽງ​ແຕ່​ເປັນ​ບັນ​ຫາ​ລະ​ຫວ່າງ​ກີ​ແອບ ແລະ ມົດ​ສະ​ກູ​ເທົ່າ​ນັ້ນ, ຫາກຍ​ັງແມ່ນ​ການ​ສູ້​ຢັນ​ກັນ​ລະ​ຫວ່າງ​ລັດ​ເຊຍ ແລະ ຝ່າຍ​ຕາ​ເວັນ​ຕົກ​ອີກ​ດ້ວຍ. ຕາມ​ບັນ​ດາ​ນັກ​ໄຈ້​ແຍກ​ແລ້ວ, ເລື່ອງບໍ່​ສົ່ງ​ອອກ​ນ້ຳ​ມັນ​ດິບ ແລະ ອາຍ​ແກັ​ສໄປ​ຂາຍ​ໃຫ້​ເອີ​ລົບ ກໍ​ເຮັດ​ໃຫ້​ງົບ​ປະ​ມານ​ຂອງ​ລັດ​ເຊຍ​ຖືກ​ຂາດ​ດູນ, ແຕ່​ກົງ​ກັນ​ຂ້າມ, ຜົນ​ພາຍຫຼັງ​ທີ່​ຜູ້​ຊົມ​ໃຊ້​ຊາວ​ເອີ​ລົບ​ຕ້ອງ​ຮັບ​ນັ້ນ ອາດ​ຈະ​ໃຫຍ່ຫຼວງ​ທີ່​ສຸດ .

ຕອບກັບ

ຂ່າວ/ບົດ​ອື່ນ