ເອີລົບໃນການສູ້ຮົບຕ້ານກໍ່ການຮ້າຍ

ເງົາ​ມືດຂອງ​ລັດ​ທິກໍ່​ການ​ຮ້າຍພວມ​ປົກ​ຄຸມ​ໄປ​ທົ່ວ​ປະ​ເທດ​ຝະ​ລັ່ງ, ເອີ​ລົບ ແລະ ທົ່ວ​ໂລກ ພາຍຫຼັງ​ເກີດ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ 2 ຄັ້ງ​ຢູ່​ຝະ​ລັ່ງ​ໃນ​ອາ​ທິດ​ທີ່​ຜ່ານ​ມາ ອັນ​ໄດ້​ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດ. ເຫດ​ການນີ້ ໄດ້​ເຮັດ​ໃຫ້​ບັນ​ດາ​ປະ​ເທດ​ເອີ​ລົບ​ຫຍັບ​ມໍ່​ເຂົ້າ​ກັນ​ກ່​ວາ​ໃນ​ການ​ສູ້​ຮົບ​ຕ້ານ ລັດ​ທິກໍ່​ການ​ຮ້າຍ, ແຕ່​ກໍ​ວາງ​ອອກຫຼາຍ​ບັນ​ຫາ​ໃນ​ການ​ຮັບ​ມື​ກັບ​ໄພກໍ່​ການ​ຮ້າຍ ທີ່​ພວມ​ຄຸກ​ຄາມ​ຕະຫຼອດ, ພິ​ເສດ​ເມື່ອ​ວົງ​ການ​ເຈົ້າ​ໜ້າ​ທີ່ປ້ອງ​ກັນ​ຄວາມ​ສະ​ຫງົບ​ເອີ​ລົບ​ມີ​ຄວາມ​ເຊື່ອໝັ້ນ​ວ່າ ບັນ​ດາ​ເປົ້າ​ໝາຍ​ຢູ່​ຝະ​ລັ່ງ​ໃນ​ເວ​ລາ​ທີ່​ຜ່ານ​ມາ ພ​ຽງ​ແຕ່​ຈຸດ​ລິ​ເລີ່ມ.

ເອີລົບໃນການສູ້ຮົບຕ້ານກໍ່ການຮ້າຍ - ảnh 1
ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ເຫດ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ
(ພາບ : AP)

   ພາຍຫຼັງ​ບັນ​ດາ​ການ​ແຫ່​ຂະ​ບວນ ສະ​ແດງ​ການແບ່ງ​ເບົາຄວາມ​ເສົ້າ​ສະ​ລົດ​ໃຈ​ກັບ​ຊາວ​ຝະ​ລັ່ງ, ບັນ​ດາ​ປະ​ເທດ​ເອີ​ລົບ ໃນ​ທັນ​ທີ່​ໄດ້​ເພີ່ມ​ທະ​ວີ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ດ້ວຍ​ລະ​ດັບ​ສູງ​ສຸດ ເພື່ອ​ລະ​ວັງ​ຕໍ່​ການ​ເກີດບັນ​ດາ​ກໍ​ລະ​ນີເຊັ່ນ​ດຽວ​ກັນ ກໍ​ຄື​ຜັນ​ຂະ​ຫຍາຍ​ແຜນ​ການ ປ້ອງ​ກັນ​ຄວາມ​ສະ​ຫງົບພິ​ເສດ​ດ້ວຍ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ.

    ຈິດ​ຕະລະ​ມັດ​ລະ​ວັງ​ທີ່​ປົກ​ຄຸມ​ໄປ​ທົ່ວ ບັນ​ດາ​ປະ​ເທດ​ເອີ​ລົບ

 ເຫດກໍ່​ການ​ຮ້າຍ​ໄດ້​ເກີດຂຶ້ນ​ຢ່າງ​ລຽນ​ຕິດ​ຢູ່​ຝະ​ລັ່ງໃນ 2-3 ມື້​ທີ່​ຜ່ານ​ມາ ໄດ້​ສະ​ແດງ​ໃຫ້​ເຫັນວ່າ​ມີຫຼາຍ​ຊອງວ່າງໃນ​ການ​ຮັບ​ປະ​ກັນ​ຄວາມ​ສະ​ຫງົບຢູ່​ຝະ​ລັ່ງ​ເວົ້າ​ສະ​ເພາະ ແລະ ບັນ​ດາ​ປະ​ເທດ​ເອີ​ລົບເວົ້າ​ລວມ​ຕໍ່​ໜ້າ​ໄພ​ກໍ່​ການ​ຮ້າຍຫົວ​ຮຸນ​ແຮງ. ຄວາມ​ສາ​ມັກ​ຄີ ແລະ ການ​ຮ່ວມ​ມື​ກັບ​ຝະ​ລັ່ງ​ຊຶ່ງ ບັນ​ດາ​ປະ​ເທດ​ເອີ​ລົບ​ໄດ້​ສະ​ແດງອອກ​ໃນ​ຊຸມມື້​ທີ່​ຜ່ານ​ມາ ໄດ້​ໃຫ້​ເຫັນ​ວ່າ ການ​ນຳບັນ​ດາ​ປະ​ເທດ​ເອີ​ລົບໄດ້​ຮັບ​ຮູ້​ວ່າ : ເຫດ​ການ​ນອງ​ເລືອດທີ່​ເກີດ​ຂຶ້ນ​ຢູ່​ຝະ​ລັ່ງ​ນັ້ນ ອາດ​ຈະ​ເກີດ​ຂຶ້ນ​ໃນ​ດິນ​ແດນ​ປະ​ເທດ​ຂອງ​ຕົນ​ເອງ.

   ເພາະ​ສະ​ນັ້ນ, ຢູ່​ອັງ​ກິດ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ໄດ້​ສະ​ເໜີ​ກຳ​ລັງ​ຕຳຫຼວດ ແລະ ບັນ​ດາ​ກົມ​ກອງ​ທີ່​ກ່ຽວ​ຂ້ອງ ຈົ່ງ​ກຽມ​ພ້ອມ​ຮັບ​ມື​ກັບ​ກໍ​ລະ​ນີ​ເກີດ​ບັນ​ດາ​ເຫດກໍ່​ການ​ຮ້າຍ​ຢ່າງ​ລຽນ​ຕິດ​ຢູ່ຫຼາຍ​ສະ​ຖານ​ທີ່ ແລະ ແກ່​ຍາວ​ເປັນ​ເວ​ລາຫຼາຍ​ວັນ. ທ່ານ​ຍັງ ສະ​ເໜີ​ກຳ​ລັງ​ຕຳຫຼວດ ແລະ ກອງ​ທັບ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຮັບ​ປະ​ກັນ​ວ່າ ກຳ​ລັງ​ຕຳຫຼວດອາດ​ຈະ​ຮັບ​ໄດ້​ການ​ໜູນ​ຊ່ວຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເມື​ອ່​ຈຳ​ເປັນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ David Cameron ໃຫ້​ຄຳ​ໝັ້ນ​ໝາຍ​ວ່າ ຈະ​ມອບ​ສິດ​ອຳ​ນາດ​ແບບ​ຮອບ​ດ້ານກວ່າ​ໃຫ້​ແກ່​ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ເພື່ອ​ຕິດ​ຕາມກວດ​ກາ​ບັນ​ດາ​ເປົ້າ​ໝາຍ​ທີ່​ຖືກ​ລະ​ແວງ​ສົງ​ໄສ​ແມ່ນ​ພວກກໍ່​ການ​ຮ້າຍ​ຢູ່​ອັງ​ກິດ.

    ຢູ່​ຝະ​ລັ່ງ, ໄພ​ກໍ່​ການ​ຮ້າຍ​ຍັງ​ຄົງ​ນາບ​ຂູ່ຢູ່ ຂະ​ນະ​ທີ່ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Manuel Valls ຢືນ​ຢັນ​ວ່າ ແຜນ​ການ​ຕ້ານກໍ່ການ​ຮ້າຍ​ຈະ​ສືບ​ຕໍ່​ປະ​ຕິ​ບັດ​ໃນ​ລະ​ດັບ​ສູງ​ສຸດ.  ຝະ​ລັ່ງ​ຈະ​ລະ​ດົມ​ກຳ​ລັງ ເປັນ​ຈຳ​ນວນຫຼາຍ​ທີ່​ສຸດ​ເພື່ອ​ປົກ​ປັກ​ຮັກ​ສາ​ບັນ​ດາ​ອົງ​ການສຳ​ນັກ​ງານຂອງ​ລັດ, ໂບດ​ຂອງ​ຊາວຢິວ ແລະ ຊາວ​ມຸດ​ສະ​ລິມ, ບັນ​ດາ​ໂຮງ​ຮຽນ​ຂອງ​ສາ​ສະ​ໜາຕ່າງໆ ຊຶ່ງ​ເປັນ​ແຫ່ງ​ອາດ​ຈະ​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ​ພວກກໍ່​ການ​ຮ້າຍ.

    ໃນ​ຂະ​ນະ​ນັ້ນ, ທ່ານ​ນາງນາ​ຍົກ​ລັດ​ຖະ​ມົນ​ຕີເຢັຍ​ລະ​ມັນ Angela Merkel ໄດ້​ສະ​ເໜີ ບັນ​ດາ​ອົງ​ການ​ສືບ​ລາ​ຊະ​ການ​ລັບສາ​ກົນ​ຈົ່ງ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ເກົ່າເພື່ອ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ໃນ​ທົ່ວ​ເອີ​ລົບ ກໍ​ຄື​ທົ່ວ​ໂລກ. ທ່ານ​ນາງ​ຍັງ​ໃຫ້​ຮູ້​ວ່າ ລະ​ບົບ ປ້ອງ​ກັນ​ຄວາມ​ສະ​ຫງົບ​ຢູ່​ເຢັຍ​ລະ​ມ​ັນຍາມ​ໃດ​ກໍ​ຕ້ອງ​ດັດ​ປັບ​ໃຫ້​ເໝາະ​ສົມ ແລະ ຕ້ອງ​ເປີດ​ກ້​ວາງ​ການ​ລົງ​ທຶນ​ໃຫ້​ລະ​ບົບ​ນີ້ກໍ​ຄື​ເພີ່ມ​ງົບ​ປະ​ມານ​ໃຫ້​ແກ່​ກຳ​ລັງ​ຕຳຫຼວດສະ​ຫະ​ພັນ.

   ໃນ​ຂະ​ນະ​ນັ້ນ, ອີ​ຕາ​ລີ ກໍ​ໄດ້​ຍົກ​ລະ​ດັບ​ເຕືອນ​ໄພ​ກໍ່​ການ​ຮ້າຍ​ໃຫ້​ສູງ​ຂຶ້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີອີ​ຕາ​ລີ Matteo Renzi ໄດ້​ສະ​ເໜີ​ໃຫ້​ສ້າງ​ຕັ້ງອົງ​ການ​ສືບ​ລາ​ຊະ​ການ​ລັບປະ​ສົມ​ຂອງ ບັນ​ດາ​ປະ​ເທດ​ EU ເພາະ​ວ່າ ນອກ​ຈາກ​ການ​ນຳ​ໃຊ້​ຕະ​ກຸນ​ເງິນ​ລວມ, EU ຕ້ອງ​ສາ​ມັກ​ຄີ​ກັນ ແລະ ຕ້ອງ​ມີ​ນະ​ໂຍ​ບາຍ​ການ​ທູດ​ເປັນ​ເອ​ກະ​ພາບ.

   ສິ່ງ​ທ້າ​ທາຍ​ພວມ​ປະ​ກົດ​ຕົວ

  ບໍ່​ອາດ​ປະ​ຕິ​ເສດ​ເລື່ອງເກີດ​ການ​ບຸກ​ໂຈມ​ຕີ​ແບບກໍ່​ການ​ຮ້າຍ​ຢ່າງ​ລຽນ​ຕິດ​ຢູ່​ຝະ​ລັ່ງ​ໃນ​ອາ​ທິດ​ທີ່​ຜ່ານ​ມາຊຶ່ງ​ເຮັດ​ໃຫ້ 17 ຄົນ​ເສຍ​ຊີ​ວິດນັ້ນ ໄດ້​ກະ​ຕຸກ​ຊຸກ​ຍູ້ ບັນ​ດາ​ປະ​ເທດ​ເອີ​ລົບ​ຂຶ້ນ​ແຜນ​ການ​ກະ​ທຳ​ຢ່າງ​ເດັດ​ດຽວ​ກັບລັດ​ທິກໍ່​ການ​ຮ້າຍ. ແຕ່ ການ​ສູ້​ຮົບ​ຕ້ານ ລັດ​ທິກໍ່​ການ​ຮ້າຍແມ່ນບໍ່​ພຽງ​ແຕ່​ຖືກ​ຈຳ​ກັດ​ໃນ​ບັ້ນ​ເຄື່ອນ​ໄຫວ ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ບໍ່​ແມ່ນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ປະ​ເທດ​ໃດ​ໜຶ່ງ. ສິ່ງ​ທີ່​ໜ້າ​ວິ​ຕົກ​ກັງ​ວົນ​ກ່​ວານັ້ນ ແມ່ນ​ຂະ​ນະ​ທີ່​ຜູ້​ອຳ​ນວຍການ​ອົງ​ການ​ຕຳຫຼວດ​ເອີ​ລົບ Rob Wainwright ໃຫ້​ຮູ້​ວ່າ ມີ​ພົນ​ລະ​ເມືອງບັນ​ດາ​ປະ​ເທດ​ EU ເຖິງ 5000 ຄົນ​ໄດ້​ເຂົ້າ​ຮ່ວມ​ຖັນ​ແຖວ​ກຳ​ລັງ​ກະ​ບົດ​ທຳ​ສົງ​ຄາມ​ສັກ​ສິດ. ສິ່ງນີ້​ແມ່ນມີຄວາມ​ໝາຍ​ເຊັ່ນ​ດ​ຽວ​ກັນ​ກັບ​ເລື່ອງ EU ພວມ​ຮັບ​ມື​ກັບ​ກຸ່ມ​ເປົ້າ​ໝາຍ​ເປັນ​ຈຳ​ນວນຫຼວງຫຼາຍ ຊຶ່ງ​ຕົ້ນ​ຕໍ​ແມ່ນ​ໄວ​ໜຸ່ມ ທີ່​ອາດ​ຈະ​ກັບ​ຕ່າວ​ຄືນ​ມາ​ເພື່ອ​ດຳ​ເນີນ​ບັນ​ດາ​ກໍ​ລະ​ນີ​ບຸກ​ໂຈມ​ຕີ ຊຶ່ງ​ຫາງ​ສຽງ​ໄດ້​ເຫັນ​ປະ​ຈັກ​ຕາ​ຢູ່​ປາ​ຣີ​ເມື່ອ​ທ້າຍ​ອາ​ທິດ​ທີ່​ຜ່ານ​ມາ.

   ນອກ​ຈາກນັ້ນ, ເອີ​ລົບ​ຍັງ​ລະ​ວັງ​ຕົວ​ຢ່າງ​ສູງ​ສຸດ​ຂະ​ນະ​ທີ່​ພວກ​ຫົວ​ຮຸນ​ແຮງ​ໄດ້​ຫັນ​ທິດ​ກະ​ທຳ​ໄປ​ສູ່​ບັນ​ດາ​ກໍ​ລະ​ນີຕ່າງ​ຫາກ, ກະ​ແຈກ​ກະ​ຈາຍ ແນ​ໃສ່​ເປົ້າ​ໝາຍ​ທີ່​ສາ​ມາດ​ປະ​ຕິ​ບັດ​ໄດ້​ງ່າຍ. ດັ່ງ​ນັ້ນ, ການ​ສູ້​ຮົບ​ຕ້ານ ລັດ​ທິກໍ່​ການ​ຮ້າຍ ແມ່ນ​ຮຽກ​ຮ້ອງ​ໃຫ້​ຕ້ອງ​ມີ​ວິ​ທີ​ຢ່າງ​ຮອບ​ດ້ານກວ່າ. ນັ້ນ​ແມ່ນ​ຄວາມ​ເຄົາ​ລົບ​ສິດ​ຕັດ​ສິນ​ດ້ວຍ​ຕົນ​ເອງ​ຂອງ​ບັນ​ດາ​ປະ​ຊາ​ຊາດ​ໃນ​ໂລກ​ອາ​ຣັບ, ຫນູນ​ຊ່ວຍບັນ​ດາ​ປະ​ເທດ​ຢູ່​ຕາ​ເວັນ​ອອກ​ກາງ​ພັດ​ທະ​ນາ​ເສດ​ຖະ​ກິດ, ລົບ​ລ້າງ​ຄວາມ​ອຶດ​ຫິວຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ໄວ​ໜຸ່ມ. ສິ່ງ​ເຫຼົ່າ​ນັ້ນ ຈະ​ເປັນ​ກ​ານ​ຈຳ​ກັດ​ເລື່ອງ​ພວກ​ຫົວ​ໂປບັນ​ດາ​ອົງ​ການກໍ່​ການ​ຮ້າຍຮັບ​ໄວ​ໜຸ່ມ​ສະ​ໝັກ​ເຂົ້າ​ເປັນ​ສະ​ມາ​ຊິກ.

   ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ເອີ​ລົບ​ສືບ​ຕໍ່​ກາຍ​ເປັນ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ຂອງ​ກຳ​ລັງ​ກໍ່​ການ​ຮ້າຍ. ການ​ສູ້​ຮົບ​ຕ້ານ ລັດ​ທິກໍ່​ການ​ຮ້າຍຈະ​ຍັງ​ໃຊ້​ເວ​ລາ​ຍາວ​ນານ. ໃນ ການ​ສູ້​ຮົບ​ນີ້, ນອກ​ຈາກ​ແຜນ​ການ​ກະ​ທຳ​ແບບ​ເດັດ​ດຽວ​ຂອງ​ແຕ່​ລະ​ປະ​ເທດນັ້ນ, ເອີ​ລົບ​ຄວນ​ມຸ່ງ​ໄປ​ສູ່​ການ​ຮ່ວມ​ມື​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ, ຮອບ​ດ້ານກວ່າ ບົນ​ແນວ​ຮົບ​ຕ້ານກໍ່​ການ​ຮ້າຍ.

ຕອບກັບ

ຂ່າວ/ບົດ​ອື່ນ