ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍເລິກເຊິ່ງກວ່າ


(vovworld)-ທ່ານ​ຫງວຽນ​ຟູ​ຈ້ອງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ພວມ​ດຳ​ເນີນ​ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າ​ງ​ເປັນທາງ​ການ ຕາມ​ຄຳ​ເຊີນ​ຂອງ​ທ່ານ Vladimir Putin, ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ພັນ​ລັດ​ເຊຍ. ໃນ​ສະ​ພາ​ວະ​​ທີ່ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດ​ທະ​ນາ​ອັນ​ດີ​ງາມ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ໄດ້​ສ້າງ​ກຳ​ລັງ​ຫນູນ​ໃຫມ່, ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ສະ​ຫະ​ພັນ​ລັດ​ເຊຍ​ເລິກ​ເຊິ່ງກວ່າ.

ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານຫວຽດນາມ-ສະຫະພັນລັດເຊຍເລິກເຊິ່ງກວ່າ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ທີ່​ພິ​ທີ​ຕ້ອນ​ຮັບ
ພາບ:news.go.vn

        ໃນ​ການ​ຢ້ຽມ​ຢາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ  ຈະ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ແລະ ບັນ​ດາ​ການ​ນຳ​ສະ​ຫະ​ພັນ​ລັດ​ເຊຍ, ພ້​ອມ​ກັນ​ແລກ​ປ່ຽນ​ຄຳ​ເຫັນ​ກ່ຽວ​ກັບ​ທິດ​ທາງ​ໃຫຍ່ ແລະ ມາດ​ຕະ​ການ​ລະ​ອຽດ ເພື່ອ​ຍູ້​ແຮງ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ທຸກ​ຂົງ​ເຂດ ຈາກ​ການ​ເມືອງ​ຕະ​ຫລອດ​ຮອດ​ເສດ​ຖະ​ກິດ​ການ​ຄ້າ, ການ​ລົງ​ທຶນ, ພະ​ລັງ​ງານ, ນ້ຳ​ມັນ​ອາຍ​ແກ​ສ, ໄຟ​ຟ້າ​ນິວ​ເຄຼຍ, ການ​ປ້ອງ​ກັນ​ຊາດ​ປ້ອງກ​ັນ​ຄວາມ​ສະ​ຫງົບ ແລະ ຂົງ​ເຂດ​ອື່ນ. ນອກນັ້ນ ການ​ນຳ​ສອງ​ທ່ານ​ກໍ​ແລກ​ປ່ຽນ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ສາ​ກົນ ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ, ສົມ​ທົບ​ກັນ​ດຳ​ເນີນ​ງານ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ເວ​ທີ​ສາ​ກົນ.

        ພຶດ​ຕິ​ກຳ​ຕົວ​ຈິງ​​ແຫ່ງການ​ຮ່ວມ​ມື​ທີ່​ມີ​ຊີ​ວິດ​ຊີ​ວາ

        ປີ 2012 ເປ​ັ​ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັ​ດ​ສາດ​ແຫ່ງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລັດ​ເຊຍ ເມື່ອ​ສອງ​ປະ​ເທດ​ຍົກ​ການ​ພົວ​ພັນ​ຈາກ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ ຂຶ້ນ​ເຖິງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ. ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ, ປະ​ສິດ​ທິ​ຜົນ​ຂອງ​ການພົວ​ພັນຄູ່ຮ່ວມ​ມື​ຍຸດ​ທະ​ສາດຮອບ​ດ້ານ ຫວຽດ​ນາມ- ລັດ​ເຊຍ ໄດ້​ຮັບ​ການ​ຮັບ​ຮູ້​ຜ່ານ​​ການ​ພັດ​ທະ​ນາ​ຢ່າງ​ຂະ​ຫຍັນ​ຂັນ​ເຄື່ອນ​ດ້ວຍ​ທ່າ​ເຕີບ​ໂຕ​ດ້ານ​ການ​ຄ້າ​ສອງ​ຝ່າຍ. ທ່ານ ຮອງ​ນາ​ຍົ​ກ​ລັດ​ຖ​ະ​ມົນ​ຕີ, ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຟ້າມ​ບີງ​ມີງ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ໃນ​ໄລ​ຍະ​ຜ່ານ​ມາ​ໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ຫນ້າ, ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ໄດ້​ຮັບ​ການ​ຍູ້​ແຮງ ແລະ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ​ໃຫ້​ແກ່​ທັງ​ສອງ​ປະ​ເທດ. ກ່ຽວ​ກັບ​ດ້ານ​ການ​ເມືອງ​ການ​ຕ່າງ​ປະ​ເທດ, ສອງ​ຝ່າຍ​ຮັກ​ສາ​​ເປັນ​ປະ​ຈຳບັນ​ດາ​ກົນ​ໄກ​ແລກ​ປ່ຽນ, ທາບ​ທາບ​ຄຳ​ເຫັນ​ເຊິ່ງ​ກັນ ແລະ ກັນ, ແລກ​ປ່ຽນ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ​ກໍ​ຄື​ການ​ຢ້ຽມ​ຢາມ​ຂອງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ​ສອງ​ປະ​ເທດ. ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ມີ​ບາດ​ກ້າວ​ພັດ​ທະ​ນາ​ຢ່າ​ງຕັ້ງ​ຫນ້າ. ວົງ​ເງິນ​ການ​ຄ້າ​ສອງ​ປະ​ເທດ​ບັນ​ລຸ​ເກືອບ 4 ຕື້ USD, ເພີ່ມ​ຂຶ້ນ 7% ໃນ​ປີ 2013, ເມື່ອ​ທຽບ​ໃສ່​ປີ 2012. ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ອື່ນ, ພິ​ເສດ ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກ​ສ, ພະ​ລັງ​ງາ​ນ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ບັນ​ລຸ​ໄດ້​ໝາກ​ຜົນ​ສຳ​ຄັນ​ຫລາຍ​ຢ່າງ, ມີ​ປະ​ສິດ​ທິ​ຜົນ, ນຳ​ມາ​ເຊິ່ງ​ລາຍ​ຮັບ​ໃຫຍ່ ແລະ ໝັ້ນ​ທ່ຽງ​ໃຫ້​ແກ່​ງົບ​ປະ​ມານ​ຂອງ​ສອງ​ປະ​ເທດ.”

        ປະ​ຈຸ​ບັນ ສະ​ຫະ​ພັນ​ລັດ​ເຊຍ ຢືນ​ອັນ​ດັບ​ທີ 18 ໃນ​ຍອດ​ຈຳ​ນວນ 101 ປະ​ເທດ ແລະ ເຂດ​ແຄ້ວນ​ລົງ​ທຶນ​ຢູ່​ຫວຽດ​ນາມ. ການ​ລົງ​ທຶນ​ຂອງ​ຫວຽດ​ນາມ ໄປ​ຍັງ​ລັດ​ເຊຍ​ໃນ​ສອງ​ສາມ​ປີ​ມານີ້ ກໍ​ເພີ່ມ​ຂຶ້ນ​ຢ່າງວ່ອ​ງ​ໄວ. ສອງ​ຝ່າຍ ໄດ້​ສ້າງ​ຕັ້ງ​ຫນ່ວຍ​ວຽກ​ງານ​ຂັ້ນ​ສູງ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ບຸ​ລິ​ມະ​ສິດ​ຫວຽດ​ນາມ - ລັດ​ເຊຍ, ໄດ້​ກຳ​ນົດ 17 ໂຄງ​ການ​ບຸ​ລິ​ມະ​ສິດ, ປະ​ກອບ​ສ່ວນ​ສຳ​ຄັນເຂົ້າ​ໃນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ​ປະ​ຈຸ​ບັນ. ເປັນ​ຫນ້າ​ສົນ​ໃຈ, ຫວຽດ​ນາມ ແລະ ສຳ​ພັນ​ທະ​ມິດ​ພາ​ສີ ລັດ​ເຊຍ -ກ​າ​ຊັກ​ສະ​ຖານ- ເບ​ລາ​ຣຸດ ໄດ້​ດຳ​ເນີນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ ເປັນ 7 ​ຮ​ອບ ແລະ ພວມ​ວາງ​ຈຸດ​ໝາຍ​ສຳ​ເລັດ​ໃນ​​ທ້າຍປີ 2014, ສູ້​ຊົນ​ບັນ​ລຸ​ຈຸດ​ໝາຍ​ຍົກ​ວົງ​ເງິນ​ແລກ​ປ່ຽນ​ສິນ​ຄ້າ​ສອງ​ຝ່າຍ​ໃຫ້​ຂຶ້ນ​ເຖິງ 7 ຕື້ USD ໃນ​ປີ 2015 ແລະ 10 ຕື້ USD ໃນ​ປີ 2020. ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ໄລ​ຍະຕົ້ນ​ປີນີ້,  ທ່ານ Sergei Lavrov, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ລັດ​ເຊຍ ຢືນ​ຢັນ​ວ່າ:

        “ການ​ເຈ​ລະ​ຈາ​ກ່ຽວ​ກັບ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ພວມ​ດຳ​ເນ​ີນ​ໄປ​ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວຂອງ​​ຫນ່ວຍ​ປະ​ຕິ​ບັດ​ງານ​ຂັ້ນ​ສູງ​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ບຸ​ລິ​ມະ​ສິດ. ສອງ​ຝ່າຍ​ພວມ​ພິ​ຈາ​ລະ​ນາ, ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ບັນ​ດາ​ໂຄງ​ການ​ສອງ​ຝ່າຍ​ສຳ​ຄັນ. ບັນ​ດາ​ບໍ​ລິ​ສັດ, ກຸ່ມ​ບໍ​ລິ​ສັດ​ສອງ​ປະ​ເທດ​ພວມ​ພິ​ຈາ​ລະ​ນາ​ຄວາມ​ສາ​ມາດ​ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ນ້ຳ​ມັນ​ອາຍ​ແກ​ສ, ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຕາມ​ການ​ຊີ້​ນຳ​ຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ເພື່ອ​ເຮັດ​ແນວ​ໃດ​ເຮັດ​ໃຫ້​ຂົງ​ເຂດ​ພະ​ລັງ​ງານ​ກາຍ​ເປັນ​ເສົາ​ຄ້ຳ​ຂອງ​ການ​ພົວ​ພັນ​ເສດ​ຖະ​ກິດ​ລະ​ຫວ່າງ​ຫວຽດ​ນາມ ແລະ ລັດ​ເຊຍ ໄລ​ຍະ​ປ​ະ​ຈຸ​ບັນ ກໍ​ຄື​ໃນ​ອະ​ນາ​ຄົດ.”

        ເຄົາ​ລົບ​ປະ​ຫວັດ​ສາດ, ມຸ່ງ​ໄປ​ສູ່​ອະ​ນາ​ຄົດ

        64 ປີ​ກ່ອນນີ້, ໂຊວຽດ​ເກົ່າ(ສະ​ຫະ​ພັນ​ລັດ​ເຊຍ​ປະ​ຈຸ​ບັນ) ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ທຳ​ອິດ​ໃນ​ໂລກ​ຮັບ​ຮູ້ ແລະ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ກັບ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ຜ່ານ​ການ​ທົດ​ສອບ​ນາ​ໆ​ປະ​ການ ແລະ ການ​ຜັນ​ແປ​ຫລາຍ​ຢ່າງ​ຂອງ​ສະ​ພາບ​ການ​ໂລກ​ກໍ​ຄື​ການ​ພັດ​ທະ​ນາ​ຢູ່​ແຕ່​ລະ​ປະ​ເທດ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ສືບ​ຕໍ່​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າບໍ່​ຢຸດຢັ້ງ. ໃນ​ສະ​ພາບ​ການ​ໃຫມ່ ດ້ວຍ​ບັນ​ດາ​ການ​ຫັນ​ປ່ຽນ​ຢ່າງ​ໃຫຍ່​ຫລວງ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ ສັງ​ຄົມ​ໂລກ, ດ້ວຍ​ລະ​ດັບ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ, ລັດ​ເຊຍ ແລະ ຫວຽດ​ນາມ​ສືບ​ຕໍ່​ແມ່ນ​ບັນ​ດາ​ເພື່ອນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ, ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ຂອງ​ກັນ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຟ້າມ​ບີງ​ມີງ ຖື​ວ່າ:

        “ຫວຽດ​ນາມ ເຊື່ອ​ໝັ້ນ​ວ່າ ລັດ​ເຊຍ ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ​ຫລາຍກວ່າ​ໃຫ້​ແກ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ຢູ່​ພາກ​ພື້ນ ອາ​ຊີ -ປາ​ຊີ​ຟີກ. ຫວຽດ​ນາມ ຖື​ວ່າ ອາ​ຊີ- ປາ​ຊີ​ຟີກ ມີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ແມ່ນ​ສອ​ດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ພັດ​ທະ​ນາ​ຂອງ​ບັນ​ດາ​ປະ​ເທດ​ໃນ​ນັ້ນ ມີ​ລັດ​ເຊຍ ແລະ ຫວຽດ​ນາມ. ການ​ເຂົ້າ​ຮ່ວມ​ຢ່າງ​ແທດ​ຈິງ, ໂປ່ງ​ໃສ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ບັນ​ດາ​ປະ​ເທດ​ໃຫຍ່ ໃນ​ນັ້ນ ມີ​ລັດ​ເຊຍ ຈະ​​ນ​ຳ​ມາ​ເຊິ່ງຜົນ​ປະ​ໂຫຍດ​ໃຫ້​ແກ່​ສັນ​ຕິ​ພາບ, ສະ​ຖຽນ​ລ​ະ​ພາບ ແລະ ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.”

        ປີ 2015 ຈະ​ແມ່ນ​ປີ ຊື່ງ​ຫວຽດ​ນາມ ແລະ ລັດ​ເຊຍ ສະ​ເຫລີມ​ສະ​ຫລອງ 65 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ. ນີ້​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ແຫ່ງ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ໃນ​ສະ​ພາ​ວະ​ນັ້ນ, ການ​ຢ້ຽມ​ຢາມ​ສະ​ຫະ​ພັນ​ລັດ​ເຊຍ​ຢ່າງ​ເປັນ​ທາງ​ການ​ຄັ້ງນີ້​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ມີ​ຄວາມ​ໝາຍ​ສຳ​ຄັນ, ປະ​ກອບ​ສ່​ວນ​ຊຸກ​ຍູ້​ນ້ຳ​ໃຈ​ມິດ​ຕະ​ພາບ ແລະ ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ລັດ​ເຊຍ ນັບ​ມື້​ນັບ​ເລິກ​ເຊິ່ງ ແລະ ມີ​ປະ​ສິ​ທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ