ແງ່​ຫວັງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ປີ 2021

(VOVWORLD) -ການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI)  ຢູ່ ຫວຽດນາມ ປີ 2021 ແມ່ນມີແງ່ຫວັງທີ່ດີ ໃນສະພາບການທີ່ບັນດານັກລົງທຶນຂະໜາດໃຫ່ຍ, ກາງ ແລະ ນ້ອຍຈາກບັນດາປະເທດພັດທະນາ ໄດ້ຄ່ອຍໆຫັນທິດໄປສູ່ການລົງທຶນເຂົ້າຫວຽດນາມ. ບັນດາໂຄງການ FDI ໄດ້ນຳໃຊ້ບັນດາສັນຍາການຄ້າຊື່ງຫວຽດນາມ ໄດ້ລົງນາມແລ້ວນັ້ນ ກໍ່ຈະສືບຕໍ່ເຂົ້າມາຫວຽດນາມ ໃນໄລຍະທີ່ຈະມາເຖິງ. ເພື່ອຮັບກະແສຟອງດັ່ງກ່າວ, ລັດຖະບານຫວຽດນາມ ໄດ້ມີບັນດາການບຸລິມະສິດ, ໜູນຊ່ວຍການລົງທຶນພິເສດ, ເພື່ອແນໃສ່ສົ່ງເສີມການປະຕິບັດບາງໂຄງການລົງທຶນ ທີ່ມີການກະທົບໃຫ່ຍຫຼວງຕໍ່ເສດຖະກິດ ສັງຄົມ.
 
ແງ່​ຫວັງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ປີ 2021 - ảnh 1

ກຸ່ມບໍລິສັດ LG (ສ ເກົາຫຼີ) ນຳສູນຄົ້ນຄ້ວາ LG VS ເຂົ້ານຳໃຊ້ຢູ່ ດ່ານັງ ເມື່ອເດືອນ 12/2020. (ພາບ: sggp.org.vn)

     ໄລ່ຮອດວັນທີ 20 ທັນວາ ປີ 2020, ຍອດຈຳນວນເງິນລົງທຶນຂອງຕ່າງປະເທດເຂົ້າຫວຽດນາມ ບັນລຸ 28,5 ຕື້ USD, ຫລຸດລົງ 25% ເມື່ອທຽບກັບປີ 2019. ນີ້ແມ່ນສະພາບຕົວຈິງລວມໃນສະພາບການທີ່ໂລກລະບາດໂຄວິດ 19 ໄດ້ກໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຕໍ່ພື້ນຖານເສດຖະກິດທົ່ວໂລກ. ເຖິງແນວນັ້ນກໍ່ຕາມ, ຂ່າວກ່ຽວກັບເລື່ອງບັນດານັກລົງທຶນໂດຍກົງຂອງຕ່າງປະເທດເຂົ້າຫວຽດນາມ ໃໝ່ ຫລືເພີ່ມແຫຼ່ງເງິນລົງທຶນເຂົ້າຫວຽດນາມ ຍັງໄດ້ອັບເດດຢ່າງຕໍ່ເນື່ອງ.

ຈາກແງ່ຫວັງການດຶງດູດເງິນລົງທຶນຂອງຕ່າງປະເທດປີ 2021

  ຕາມກະຊວງແຜນການ ແລະ ການລົງທຶນຫວຽດນາມ ແລ້ວ, ຫຼາຍວິສາຫະກິດລົງທຶນຕ່າງປະເທດພວມຄ່ອຍໆຟື້ນຟູ ແລະ ຮັກສາການເຄື່ອນໄຫວທຳການຜະລິດ ດຳເນີນທຸລະກິດເປັນຢ່າງດີ ແລະ ເປີດກ້ວາງໂຄງການ. ສິ່ງສຳຄັນ ນັ້ນແມ່ນ, ປະຈຸບັນ, ຍັງມີຫຼາຍນັກລົງທຶນຕ່າງປະເທດທີ່ມີຄວາມສົນໃຈ, ເຊື່ອໝັ້ນ ແລະ ມີຄວາມຕ້ອງການລົງທຶນເຂົ້າຫວຽດນາມ. ຂໍ້ມູນຈາກກະຊວງແຜນການ ແລະ ການລົງທຶນຫວຽດນາມ ໃຫ້ຮູ້ວ່າ: ມີເກືອບ 300 ວິສາຫະກິດຈາກບັນດາປະເທດ ແລະ ເຂດແຄ້ວນໃນໂລກ ມີແຜນການເປີດກ້ວາງການລົງທຶນ, ລົງທຶນໃໝ່ ຫລືພວມຄົ້ນຄ້ວາ, ຊອກຮູ້ການລົງທຶນເຂົ້າມາຫວຽດນາມ. ໃນນັ້ນ, ມີກ່ວາ 60 ກຸ່ມບໍລິສັດ, ວິສາຫະກິດ ມີໝາກຜົນໃນເບື້ອງຕົ້ນ ໃນການຜັນຂະຫຍາຍການລົງທຶນໃໝ່/ເປີດກ້ວາງການລົງທຶນເຂົ້າຫວຽດນາມ.

   ໃນທ່າອ່ຽງຫັນປ່ຽນການລົງທຶນໃນໂລກ, ຫວຽດນາມ ໄດ້ຮັບການຕີລາຄາຈາກສາກົນວ່າ ແມ່ນຈຸດນັດພົບທີ່ດຶງດູດໃຈ. ພື້ນຖານໂຄງລ່າງຂອງບັນດາເຂດອຸດສາຫະກຳ, ເຂດປຸງແຕ່ງເພື່ອສົ່ງອອກ ແລະ ບັນດາເຂດເສດຖະກິດໃນທົ່ວປະເທດ ສືບຕໍ່ໄດ້ຮັບການກໍ່ສ້າງສຳເລັດ, ມີການຍົກລະດັບ. ທ່ານນາຍົກລັດຖະມົນຕີກໍ່ໄດ້ເຊັນອະນຸມັດ 19 ເຂດເສດຖະກິດແຄມທະເລ ດ້ວຍເນື້ອທີ່ດິນປະມານ 871 ເຮັກຕາ. ນອກຈາກນັ້ນແລ້ວ, ເລື່ອງບັນລຸການເຕີບໂຕເປັນບວກໃນປີ 2020, ໂດຍບໍ່ຫົວຊາການກະທົບບໍ່ແມ່ນໜ້ອຍຈາກໂລກລະບາດໂຄວິດ 19 ຕໍ່ບັນດາການເຄື່ອນໄຫວເສດຖະກິດ, ກໍ່ເຮັດໃຫ້ຫວຽດນາມ ກາຍເປັນຈຸດນັດພົບທີ່ພົ້ນເດັ່ນ ຂອງວິວັດການຫັນປ່ຽນລະບົບມູນຄ່າຢູ່ ອາຊີ. ແລະ ປະຈຸບັນ, ກໍ່ມີຫຼາຍກຸ່ມບໍລິສັດໃຫ່ຍຄື Apple, Foxconn, Luxshare... ໄດ້ຜັນຂະຫຍາຍແຜນການເພີ່ມການສັ່ງຊື້ສິນຄ້າ ຈາກບັນດານັກສະໜອງຢູ່ຫວຽດນາມ ກໍ່ຄືເພີ່ມການເຄື່ອນໄຫວລົງທຶນຢູ່ຫວຽດນາມ ດ້ວຍຈຳນວນເງິນລົງທຶນຂຶ້ນເຖິງນັບຕື້ USD.

ແງ່​ຫວັງການ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ປີ 2021 - ảnh 2

ບັນດານັກສະໜອງຂອງ Apple ຢູ ຫວຽດນາມ ພວມເພີ່ມທະວີການເຄື່ອນໄຫວທຳການຜະລິດ (ພາບ: vietnamnet.vn)

 ເຖິງບັນດານະໂຍບາຍພິເສດສະເພາະ

  ພ້ອມກັບບັນດາສັນຍານທີ່ສະດວກ ໃນການດຶງດູເງິນລົງທຶນຕຈາກຕ່າງປະເທດ, ນັບແຕ່ຕົ້ນປີ 2021, ກົດໝາຍວ່າດ້ວຍການລົງທຶນສະບັບປັບປຸງ (ປີ 2020) ມີຜົນສັກສິດຢ່າງເປັນທາງການ ຊື່ງໄດ້ເພີ່ມການກຳນົດກ່ຽວກັບການອະນຸຍາດໃຫ້ທ່ານນາຍົກລັດຖະມົນຕີ ນຳໃຊ້ການບຸລິມະສິດພິເສດ ເພື່ອສ້າງກົນໄກ, ນະໂຍບາຍທີ່ມີຄວາມດູດດື່ມ, ເພື່ອດຶງດູດແຫຼ່ງທຶນ FDI ທີ່ພວມຫັນປ່ຽນຢ່າງໄວວາ ໃນສະພາບການປະຈຸບັນ ຢ່າງທັນການ. ຕາມນັ້ນແລ້ວ, ອະນຸຍາດໃຫ້ການນຳໃຊ້ການບຸລິມະສິດຢ່າງສຸດຂີດຕື່ມອີກ 50% ເມື່ອທຽບກັບລະດັບສູງສຸດ ຕາມຂໍ້ກຳນົດຂອງກົດໝາຍປະຈຸບັນ. ກົດໝາຍຍັງປັບປຸງ, ເພີ່ມເຕີມບັນດາຂະແໜງ, ອາຊີບທີ່ບຸລິມະສິດການລົງທຶນ ເພື່ອແນໃສຮັບປະກັນການດຶງດູດເງິນລົງທຶນຂອງຕ່າງປະເທດ ທີ່ມີການຄັດເລືອກ, ມີຄຸນນະພາບຄືການເຄື່ອນໄຫວປ່ຽນແປງໃໝ່ທີ່ມີຫົວຄິດປະດິດສ້າງ; ການຜະລິດສິນຄ້າ ຫຼືການສະໜອງການບໍລິການເຂົ້າຮ່ວມລະບົບມູນຄ່າ, ກຸ່ມຮ່ວມສຳພັນລະຫວ່າງຂະແໜງ; ນຳໃຊ້ການບຸລິມະສິດທີ່ມີການກຳນົດເວລາ, ຕາມໝາກຜົນການປະຕິບັດໂຄງການ…ທ່ານຫວູ້ຮົ່ງແທັງ, ຫົວໜ້າກຳມາທິການເສດຖະກິດຂອງສະພາແຫ່ງຊາດຫວຽດນາມ ໃຫ້ຮູ້ວ່າ:

   ບັນຊີລາຍຊື່ບັນດາຂະແໜງລົງທຶນທີ່ມີເງື່ອນໄຂ ມີບັນດານການປ່ຽນແປງ ເພື່ອໃຫ້ເໝາະສົມກັບສະພາບຕົວຈິງ ແລະ ການປ່ຽນໃໝ່ນະໂຍບາຍກ່ຽວກັບການລົງທຶນ, ຍົກສູງປະສິດທິພາບ ປະສິດທິຜົນຂອງການຄຸ້ມຄອງແຫ່ງລັດກ່ຽວກັບການລົງທຶນ.

  ການກຳນົດທິດຢ່າງຈະແຈ້ງ, ໂອກາດຮັບກະແສຟອງຫັນປ່ຽນເງິນລົງທຶນໂດຍກົງຈາກຕ່າງປະເທດ ແມ່ນໃຫ່ຍຫຼວງທີ່ສຸດ, ພ້ອມກັນນັ້ນ ກໍ່ແມ່ນນະໂຍບາຍພິເສດສະເພາະ, ຫວຽດນາມ ຈະມານະພະຍາຍາມນຳໃຊ້ບັນດາທ່າໄດ້ປຽບນີ້ ເພື່ອສາມາດຮັບແຫຼ່ງເງິນລົງທຶນທີ່ພວມຫັນປ່ຽນນັ້ນ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາຈຸດໝາຍພັດທະນາເສດຖະກິດ ສັງຄົມປີ 2021 ແລະ ຊຸມປີຕໍ່ໄປ.

ຕອບກັບ

ຂ່າວ/ບົດ​ອື່ນ