ແນວໂຮມປະເທດຊາດຫວຽດນາມ ປ່ຽນໃຫມ່ວຽກງານຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ

(vovworld)-ຫນຶ່ງ​ໃນ​ບັນດາ​ບັນຫາ​ສຳຄັນ​ຊື່​ງ​ວາງ​ອອກ​ທີ່​ກອງ​ປະຊຸມຄັ້ງ​ທີ 7, ຄະນະ​ກຳມະການ​ສູ​ນກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຊຸດ​ທີ 7 ຫາ​ກໍ​ດຳ​ເນີນ​ໄປ​ໃນ​ອາທິດ, ນັ້ນ​ແມ່ນ​ຜັນ​ຂະຫຍາຍ​ຂໍ້​ກຳນົດກົດ​ລະບຽບ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ​ສັງຄົມ ຕາມ​ເນື້ອ​ໃນ​ຈິດ​ໃຈ​ລັດຖະທຳ​ມະນູນ ສສ ຫວຽດນາມ.​ ນີ້​ກໍ​ແມ່ນ​ຫນ້າ​ທີ່​ສຳຄັນ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໃນ​ປີ 2014 ​ແລະ ຊຸມ​ປີ​ຕໍ່​ໄປ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຫາຍ​ອຽນ ທີ່​ມີ​ຫົວ​ຂໍ້​ວ່າ:“ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ປ່ຽນ​ໃຫມ່​ວຽກ​ງານ​ຕິດ​ຕາ​ມກວດກາ ​ແລະ ​ໄຈ້​ແຍກຕີ​ລາຄາ”. ​

        ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ​ແມ່ນ​ຫນ້າ​ທີ່​ສຳຄັນຂ​ອງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ. ​ເປັນ​ຄັ້ງ​ທຳ​ອິດ​ໃນ​ລັດຖະທຳ​ມະນູນ ສສ ຫວຽດນາມ, ພາລະ​ບົດບາດ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​​ໄດ້​ຮັບ​ການ​ເຕື້ອງ​ເຖິງ​ຢ່າງ​ເປັນ​ລະບົບ ​ແລະ ຫັນ​ເປັນ​ລະອຽດ​ດ້ວຍ​ບັນດາ​ຂໍ້​ກຳນົດກົດ​ລະບຽບ. ຕາມ​ນັ້ນ​ແລ້ວ, ​ແນວ​ໂຮ​ມປະ​ເທດ​ຊາດ​ຫວຽດນາມ​ ທຸກ​ຂັ້ນ ​ແລະ 5 ອົງການຈັດ​ຕັ້ງ​ການ​ເມືອງ​ສັງຄົມ ​ທີ່​ເປັນ​ສະມາຊິກ​ ນັ້ນ​ແມ່ນ: ສະມາຄົມ​ຊາວ​ກະສິກອນ, ສະຫະພັນ​ແມ່ຍິງ, ສະມາຄົມ​ນັກຮົບ​ເກົ່າ​ຫວຽດນາມ, ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ​ແລະ ຄະນະ​ຊາວ​ຫນຸ່ມ​ກອມ​ມູນິດ​ໂຮ່ຈິ​ມີນ ປະຕິບັດ​ການຕິດຕາມ​ກວດກາບັນດາ​ອົງການ​ຈາກ​ສູນ​ກາງ​ລົງ​ຮອດ​ຂັ້ນ​ຮາກ​ຖານ, ບັນດາ​ພະນັກງານ​ສະມາຊິກ​ພັກ, ສະມາຊິກ​ສະພາ​ແຫ່ງ​ຊາດ ​ແລະ ພາລະ​ກອນ,ລັດຖະກອນ ພ້ອມ​ທັງ​ໄຈ້​ແຍກ​ຕີ​ລາຄາ​ແຜນ​ນະ​ໂຍບາຍ​ແນວທາງ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ.

ແນວໂຮມປະເທດຊາດຫວຽດນາມ ປ່ຽນໃຫມ່ວຽກງານຕິດຕາມກວດກາ ແລະ ໄຈ້ແຍກຕີລາຄາ - ảnh 1
ການ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ​ແມ່ນ​ຫນ້າ​ທີ່​ສຳຄັນຂ​ອງ​ແນວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ
photo:mattran.org.vn

        ​ເພີ່ມ​ທະ​ວີ​ແຫ​ລ່ງຊັບພະ​ຍາກ​ອນມະນຸດ

        ການຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ​ແມ່ນ​ເນື້ອ​ໃນ​ບໍ່​ແມ່ນ​ໃຫມ່ ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ໃນ​ການ​ເຄື່ອນ​ໄຫວ​ແນວ​ໂຮມ​ປະ​ເທ​ດຊາດ​ຫວຽດນາມ. ປະ​ຈຸ​ບັນ, ວຽກ​ງານ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ຢູ່​ຂັ້ນ​ຮາກ​ຖານ ​ພຽງ​ແຕ່​ຜ່ານ​ການ​ເຄື່ອນ​ໄຫວ​ກວດກາ​ຂອງປະຊາຊົນ, ຕິດຕາມກວດກາ​ການ​ລົງທຶນປະຊາ​ຄົມ. ມີ​ບາງ​ທ້ອງ​ຖິ່ນ​ພຽງ​ແຕ່ມີ​ແຫ​ລ່ງກຳລັງ​ຢ່າງ​ພຽງພໍ​ເພື່ອ​ຕອບ​ສະຫນອງ​ຄຳ​ຮຽກຮ້ອງ​ຕ້ອງການ, ອົງການ​ຈັດ​ຈັ້ງແນວ​ໂຮມ​ປະ​ເທດ​ຊາດ​ຢູ່​ທ້ອງ​ຖິ່ນ​ສ່ວນ​ຫລາຍ​ບໍ່​ໄດ້​ຮັບ​ປະສິດທິ​ຜົນ​ໃນ​ການປະຕິບັດ​ວຽກ​ງານ​ດັ່ງກ່າວ ຍ້ອນງົບປະມານ ​ແລະ ​ແຫ​ລ່ງຊັບພະຍາກອນ​ມະນຸດຍັງ​ຈຳກັດ​ຢູ່. ສະ​ນັ້ນ ​ແຫ​ລ່ງຊັບພະຍາ​ກອນ​ມະນຸດ​ເພື່ອ​ປະຕິບັດ​ວຽກ​ງານ​ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ຕ້ອງ​ໄດ້​ຮັບ​ການ​ເພີ່ມ​ທະວີ. ທ່ານ ຫງວຽນ​ແທງ​ກວາງ, ອະດີດ​ປະທານ​​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ນະຄອນ ດາ​ຫນັງ ຖື​ວ່າ:

        “ຂ້າພະ​ເຈົ້າ​ຄິດ​ວ່າ ວຽກ​ງານ​ຮັບ​ສະຫມັກ, ບຳລຸງ​ສ້າງ​ພະນັກງານ​ແນວ​ໂຮມ​ຕ້ອງ​ປ່ຽນ​ແປງ​ຕາມ​ການ​ປ່ຽນ​ແປງ​ຂອງ​ສັງຄົມ​ເພື່ອ​ມີ​ວິຊາ​ສະ​ເພາະ, ​ ມີລະດັບຄວາມ​ຮູ້, ມີ​ສຸຂະພາບ …. ຍ່ິງ​ກວ່າ​ນັ້ນ ລະບອບ​ນະ​ໂຍບາຍດຶງ​ດູດ​ພະນັກງານ ​ແລະ ການ​ລົງທຶນ​ຂອງ​ພວກ​ເຮົາ​ບໍ່​ທັນ​ມີ. ສະ​ນັ້ນ ຂ້າພະ​ເຈົ້າ​ສະ​ເຫ​ນີ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ບຳລຸງ​ສ້າງ, ຮັບ​ສະຫມັກ, ວາງ​ແຜນ​ກຳນົດ​ ​ແລະ ພັດທະນາພະນັກ​ງານ​ແນວ​ໂຮມ​ ​ເພື​່ອຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ປະຈຸ​ບັນ”

        ຄວນ​​ໃກ້ຊິດຕິດ​​ແທດ​ກັບ​ປະຊາຊົນ​ກວ່າອີກ

        ຕາມ​ຂໍ້​ກຳນົດ, ການ​ເຄື່ອນ​ໄຫວ​ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ ບໍ່​ໄດ້ສົ່ງຜົນ​ສະທ້ອນ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການຈັດ​ຕັ້ງ, ສ່ວນ​ບຸກຄົນ. ທ່ານ ​ໂດ໋​ເຟື້ອງ, ອະດີດ​ຜູ້ອຳນວຍການ​ໃຫຍ່​ສຳນັກ​ຂ່າວສານ ຫວຽດນາມ, ຫົວຫນ້າ​ສະພາ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ວິທະຍາສາດ, ສຶກສາ ຂອງ​ຄະນະ​ກຳມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຖື​ວ່າ: ຕ້ອງ​ຮູ້ຈັກ​ການ​ເລືອກ​ເຟັ້ນບັນຫາ​ຕິດຕາມ​ກວດກາ​ໃຫ້​ເໝາະ​ສົມ, ຫລັງ​ຈາກ​ນັ້ນ ຈຶ່ງ​ຄິດ​​ໄລ່​ເຖິງ​ບັນຫາ​ໄຈ້​ແຍກ​ຕີ​ລາຄາ. ພິ​ເສດ ​ແນວ​ໂຮ​ມປະ​ເທດ​ຊາດ​ທຸກ​ຂັ້ນ ຕ້ອງ​ປ່ຽນ​ໃຫມ່ວິທີ​ການ​ເຄື່ອນ​ໄຫວ​ເພື່ອ​ໃກ້​ຊິດ​ຕິດ​ແທດ​ກັບ​ປະຊາຊົນ​ກວ່າ. ທ່ານ ​ໂດ໋​ເຟື້ອງ ​ເນັ້ນ​ຫນັກ​ວ່າ:

        “​ເນື້ອ​ໃນ​ຕິດຕາມ​ກວດກາ​ອັນໃດ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ບັນຫາ​ໃດ ຕ້ອງ​ໄດ້​ຮັບ​ການ​ເລືອກ​ເຟັ້ນ. ຕົວຢ່າງ ປີ 2014 ຄວນ​ຕິດຕາມ​ກວດກາ​ບັນຫາ​ໃດ ​ແລະ ຈາກ​ນັ້ນ ຕັ້ງ​ບັນຫາ​ໄຈ​້​ແຍກ​ຕີ​ລາຄາ​​ອັນໃດ. ​ເມື່ອ​ຕັ້ງ​ບັນຫາ​ແລ້ວ ​ໃຜ​ຈະແມ່ນ​ຜູ້​ຕິດຕາມ​ກວດກາ, ​ເວລາ​ນັ້ນ ຕ້ອງ​ຄັດ​ເລືອກ​ຜູ້ຕາງຫນ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຂົງ​ເຂດ​ນັ້ນ​ເພື່ອ​ປະຕິບັດ​ການ​ຕິດຕາມ​ກວດກາ, ​ການ​ໄຈ້​ແຍກຕີ​ລາຄາ​ຈື່ງ​​ໄດ້​ຮັບ​ຜົນ.”

         ທ່ານ ລູ່​ວັນ​ແກວ (Lu Van Que), ຫົວຫນ້າ ສະພາ​ໃຫ້​ຄຳ​ປຶກສາ​ກ່ຽວ​ກັບ​ຊົນ​ເຜົ່າ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຖື​ວ່າ: ສິ່ງ​ສຳຄັນ​ເມື່ອ​ຜັນ​ຂະຫຍາຍ​ຂໍ້​ກຳນົດ​ກົດ​ລະບຽບ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ ນັ້ນ​ແມ່ນ​ພະນັກງານ​ແນວ​ໂຮມ​ປະ​ເທດ​ຊາດ ຕ້ອງ​ເຂົ້າ​ໃຈ​​​ໄດ້ຈິດ​ໃຈ​ຂອງ​ປະຊາຊົນ. ​ແນວ​ໂຮມ​ປະ​ເທດ​ຊາດ​ຕ້ອງ​ຄົ້ນ​ຄ້ວາ​ຢ່າງ​ເລິກ​ເຊິ່ງ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆ​ຢ່າງ​ແທດ​ຈິງ, ລະອຽດ, ຫລີກ​ລ້ຽງ​​ການ​ປະຕິບັດແບບ​ຮູບ​ການ. ​ແນວ​ໂຮມ​ປະ​ເທດ​ຊາດ​ບໍ່​ພຽງ​ແຕ່​ຮັບ​ຟັງ​ປະຊາຊົນ​ເວົ້າ, ​ເຜີຍ​ແຜ່​ໃຫ້​ປະຊາຊົນ​ຮູ້ເທົ່າ​ນັ້ນ ຫາກ​ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ມີ​ຄວາມ​​​ໄວ້​ເນື້ອ​ເຊື່ອ​ໃຈ. ພ້ອມ​ກັນ​ນັ້ນ ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ຫັນ​ຂໍ້​ກຳນົດ​ກົດ​ລະບຽບ​ກ່ຽວ​ກັບ​ການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ເປັນ​ກົດໝາຍ, ​ເວລາ​ນັ້ນ ປະສິດທິ​ຜົນ​ການ​ຕິດຕາມ​ກວດກາ​, ​ໄຈ້​ແຍກ, ຕີ​ລາຄາຈຶ່ງ​ປະກົດ​ຜົນ​ເປັນ​ຈິງ​ໄດ້. ທ່ານ ລູ່​ວັນ​ແກວ ຖື​ວ່າ:

        “ ຕ້ອງ​ດັດ​ແກ້ ​ແລະ ປັບປຸງ​ກົດໝາຍ​ວ່າ​ດ້ວ​ຍ​ແນວ​ໂຮມ​ໂດຍ​ໄວ. ນັບ​ທັງ​ການ​ຕິດ​ຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ກໍ​ຈຳ​ເປັນ​ຕ້ອງ​ມີ​ກົດໝາຍ. ຢາກ​ຜັນ​ຂະຫຍາຍ​ການປະຕິບັດ​ເປັນ​ຢ່າງ​ດີ ຕ້ອງ​ຫັນ​ເປັນກົດໝາຍຈຶ່ງ​ໄດ້.”

        ປີ 2014,​​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ວາງ​ຈຸດ​ສຸມໃນ​ໂຄງການ ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ ​ແມ່ນ​ສຸມ​ໃສ່​ເຂົ້າ​ໃນ​ການ​ປະຕິບັດ​ນະ​ໂຍບາຍ​ກົດໝາຍ​ສຳລັບ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ, ນະ​ໂຍບາຍ​ປະກັນ​ສັງຄົມ ​ແລະ ຕິດ​ຕາມ​ກວດກາ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ອຸປະກອນ​ກະສິກຳ. ດ້ວຍ​ບັນດາ​ການ​ປ່ຽນ​ໃຫມ່​ໃນ​ເນື້ອ​ໃນ​ວິທີ​ການ​ເຄື່ອນ​ໄຫວ​ຂ​ອງ​ແນວ​ໂຮມ​ປະ​ເທດ​ຊາດ, ການຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ສັງຄົມ ຈະ​​ໄດ້​ຮັບ​ຜົນ ​ແລະ ບັນລຸ​ປະສິດທິ​ຜົນຢ່າງ​ແທ້​ຈິງ.

ຕອບກັບ

ຂ່າວ/ບົດ​ອື່ນ