ແນວໂຮມປະເທດຊາດຫວຽດນາມ ສວມບົດບາດສຳຄັນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ


(vovworld)-ກ່າວ​ຄຳ​ເຫັນ​ທີ່​ວາ​ລະໄຂກອງ​ປະ​ຊຸມ​ໃຫຍ່​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ຄັ້ງ​ທີ VIII  ໃນ​ຕອນ​ເຊົ້າ​ວັນ​ທີ 26/9, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງພັກ​ກອມ​ມູ​ນິດ​ຫວຽດ​ນາມ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ໄລ​ຍະ​ຜ່ານ​ມາ, ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ມີ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ຫລາຍ​ຢ່າງ​ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຊາດ, ສົມ​ເປັນ​ຕົວ​ແທນ​ຂອງ​ມະ​ຫາ​ຊົນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ​ຍັງເນັ້ນ​ຫນັກ​​ເຖິງ: ບັນ​ດາ​ຫນ້າ​ທີ່​ຈຸດ​ສຸມ​ຊື່ງ​ແນວ​ໂຮ​ມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ປະ​ຕິ​ບັດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ ເພື່ອ​ປະ​ກອບ​ສ່ວນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.  ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ ຄັດ​ສະ​ເຫນີ​ເນື້ອ​ໃນ​ບົດ​ກ່າວ​ປາ​ໄສຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຜ່ານ​ບົດ​ຂຽນ​ທີ່​ພາດ​ຫົວ​ຂໍ້​ວ່າ: ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ”
ແນວໂຮມປະເທດຊາດຫວຽດນາມ ສວມບົດບາດສຳຄັນໃນການສ້າງສາ ແລະ ປົກປັກຮັກສາປະເທດຊາດ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງກ່າວ​ປາ​ໄສທີ່ກອງ​ປະ​ຊຸມ
ພາບ:vov

        ເລີ່ມ​ຕົ້ນ​ບົດ​ກ່າວ​ປາ​ໄສ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ແມ່ນ​ເຫດ​ການ​ສຳ​ຄັນ​ໃນ​ຊີ​ວິດ​ດ້ານ​ການ​ເມືອງ​ຂອງ​ປະ​ຊາ​ຊົນ​ທົ່ວ​ປະ​ເທດ. ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຍາມ​ໃດ​ກໍ​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແລະ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​​ການ​ພັດ​ທະ​ນາ​ຢ່າງບໍ່​ຢຸດຢັ້ງ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ, ພາບ​ພົດຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ​ເຊິ່ງ​ແມ່ນປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ໄຊ​ຊະ​ນະ​ຂອງ​ການ​ປະ​ຕິ​ວັດ​ຫວຽດ​ນາມ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຊີ້​ແຈ້ງວ່າ: ພັກ​ກອມ​ມູ​ນິດ​ ຫວຽດ​ນາມ ໄດ້ກຳ​ນົດ: ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ເປັນ​ຕົວ​ແທນ​ປົກ​ປ້ອງ​ສິດ ແລະ ຜົນ​ປະ​ໂຫຍດ​​ອັນ​ຊອບ​ທຳຂອ​ງ​ປະ​ຊາ​ຊົນ ແລະຖືກ​ຕ້ອງ​ກັບ​ກົດ​ໝາຍ, ເຕົ້າ​ໂຮມ​ການ​ເສີ​ມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ, ປະ​ຕິ​ບັດ​ປະ​ຊາ​ທິ​ປະ​ໄຕ, ເພີ່ມ​ທະ​ວີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ, ຕິດ​ຕາມກວດ​ກາ​​ໄຈ​້​ແຍກ​ຕີ​ລາ​ຄາ, ເຂົ້າ​ຮ່ວມ​ການກໍ່​ສ້າງ​ພັກ, ລັດ, ປະ​ກອບ​ສ່ວນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        ການ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດຂອງ​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນັ້ນ​ແມ່ນ​ເປີດກວ້າງ, ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີທົ່ວ​ປວງ​ຊົນ​

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນ​ຫນັກ​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ພາ​ລະ​ກິດ​ປະ​ຕິ​ວັດ​ຂອງ​ຊາດ. ການ​ປະ​ກອບ​ສ່ວນ​ສຳ​ຄັນ​ທີ່​ສຸດ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ນັ້ນ​ແມ່ນ​ປະ​ກອບ​ສ່ວນ​ເປ​ີດກວ້າງ, ປັບ​ປຸງ​ກຸ່​ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ພ້ອມ​ກັບ​ພັກ, ສ້າງ​ກຳ​ລັງ​ແຮງ​ອັນ​ໃຫຍ່​ຫລວງ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ.

        “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ສາ​ມັກ​ຄີ​ກັນ, ເຕົ້າ​ໂຮມ​ກຳ​ລັງ, ສ້າງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ໃນ​ທົ່ວ​ປວງ​ຊົນ ບໍ່​ພຽງ​ແຕ່​ດ້ວຍ​ການ​ໂຄ​ສະ​ນາ​ເທົ່າ​ນັ້ນ ຫາກ​ຜ່ານ​ຫລາຍ​ຂະ​ບວ​ນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ຢ່າງ​ເລິກ​ເຊິ່ງ ກວ້າງ​ຂວາງ, ບັນ​ດາບັ້ນ​ຂົນ​ຂ​ວາຍ​ມຸ່ງ​ໄປ​ເຖິງ​ການ​ປະ​ຕິ​ບັດ​ບັນ​ດາ​ຫນ້າ​ທີ່​ການ​ເມືອງ​ຢ່າງ​ມີ​ໄຊ, ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ. ພົ້ນ​ເດັ່ນ​ແມ່ນ​ການ​ຂົນ​ຂວາຍສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຢູ່​ເຂດ​ຊຸມ​ຊົນ, ສ້າງ ແລະ ປະ​ຕິ​ບັດ​ກົດ​ລະ​ບຽບ​ປະ​ຊາ​ທິ​ປະ​ໄຕ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ, ແນວ​ທາງ​ຂອງ​ພັກ, ນະ​ໂຍ​ບາຍ​ກົດ​ໝາຍ​ຂອງ​ລັດ, ຮັບ​ຟັງ ແລະ ເຕົ້າ​ໂຮມ​ບັນ​ດາ​ຄຳ​ເຫ​ັນ, ຂໍ້​ສະ​ເຫນີ​ແນະ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ ເພື່ອ​ສ່ອງ​ແສງ​ເຖິງ​ພັກ ແລະ ລັດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​​ໃນສັງ​ຄົມ, ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ.”

       ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກໍ​ເອົາ​ໃຈ​ໃສ່​ປ່ຽນ​ໃຫມ່​ວິ​ທີ​ການ​ເຄື່ອນ​ໄຫວ, ມຸ່ງ​ໄປ​ເຖິງ​ຂັ້ນ​ຮາກ​ຖານ. ບັນ​ດາ​ອົງ​ການ​ສະ​ມາ​ຊິກ​ຂອງ​ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​ບັນ​ດາ​ຂະ​ບວນ​ການ​ຮັກ​ຊາດ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກາຍ​ເປັນ​ຊາຍ​ຄາ​ລວມ​ຢ່າງ​ແທ້​ຈິງ ເພື່ອ​ໃຫ້​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ, ທຸກ​ຊົນ​ເຜົ່າ, ສາ​ສະ​ຫນາ, ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ ເສີມ​ຂະ​ຫຍາຍ​ເຈດ​ຈຳ​ນົງ, ພູມ​ປັນ​ຍາ ພ້ອມ​ກັນ​ສ້າງ​ສາ​ປະ​ເທດ​ຊາດ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ປະ​ເທດ​ຕ່າງໆ.

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ຢືນ​ຢັນ: ດ້ວຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສືບ​ຕໍ່​ສົມ​ເປັນ​ຕົວ​ແທນ​ໃຫ້​ແກ່​ເຈດ​ຈຳ​ນົງ ແລະ ຄວາມ​ມຸ່ງ​ມາດ​ປາດ​ຖະ​ຫນາ​ຂອງ​ປະ​ຊາ​ຊົນ​ທຸກ​ຊັ້ນ​ວັນ​ນະ.

        ຫນ້າ​ທີ່​ຕົ້ນ​ຕໍ​ແມ່ນ​ສືບ​ຕໍ່​ກໍ່​ສ້າງ​ ແລະ ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ

        ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວ​ຽນ​ຟູ​ຈ້ອງ ແລ້ວ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ເຕົ້າ​ໂຮມ​ປະ​ຊາ​ຊົນ​ຢ່າງ​ກວ້າງ​ຂວາງ ເພື່ອ​ຮັບ​ປະ​ກັນ​ຄວາມ​ເປັນ​ເອ​ກະ​ພາບ​ສູງ​ກ່ຽວ​ກັບ​ແນວ​ຄິດ ແລະ ການ​ກະ​ທຳ, ມຸ່ງ​ໄປ​ເຖິງ​ຈຸດ​ໝາຍ​ລວມ ແມ່ນ​ຮັກ​ສາ​ເອ​ກະ​ລາດ, ອະ​ທິ​ປະ​ໄຕ​ແຫ່ງ​ຊາດ, ສະ​ຖຽນ​ລ​ະ​ພາບ​ດ້ານ​ການ​ເມືອງ​ສັງ​ຄົມ. ພຶດ​ຕິ​ກຳ​ຕົວ​ຈິງ​ໄດ້​ຊີ້​ໃຫ້​ເຫັນ​ບົດ​ຮຽນ​ຢ່າງ​ເລິກ​ເຊິ່ງ, ມີ​ລັກ​ສະ​ນະ​ກົດ​ເກນ ນັ້ນ​ແມ່ນ ບໍ່​ວ່າ​ວຽກ​ງານ​ໃດ ຢາກ​ປະ​ຕິ​ບັດ​ໃຫ້​ສຳ​ເລັດ​ຜົນ ຕ້ອງ​ມີ​ຄວາມ​ສາ​ມັກ​ຄີ. ປະ​ຈຸ​ບັນ ຫວຽດ​ນາມ ພວມ​ດຳ​ເນີນ​ພາ​ລະ​ກິດ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ໃນ​ສະ​ພາບ​ການ​ມີ​ຄວາມ​ສະ​ດວກ​ຫລາຍ​ຢ່າງ ແຕ່​ສິ່ງ​ທ້າ​ທາຍບໍ່​ແມ່ນ​ຫນ້ອຍ. ສະ​ນັ້ນ ຍິ່ງກວ່າ​ເວ​ລາ​ໃດ​ໝົດ ຄວນ​ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ.

        “ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ແມ່ນ​ພາບ​ພົດ​ທີ່​ມີ​ຊີ​ວິດ​ຊີ​ວາ​ຂອງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ລະ​ດົມ​ກຳ​ລັງ​ໃຈ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ຫນ້າ​ຂອງ​ຊົນ​ຊັ້ນ​ກຳ​ມະ​ກອນ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫລວງ​ຂອງ​ຊົນ​ຊັ້ນ​ຊາວ​​ນາ ແລະ ຊົນ​ຊັ້ນ​ປັນ​ຍາ​ຊົນ​ກວ່າ​ອີກ ເພີ່ມ​ທະ​ວີ​ການ​ຮ່ວມ​ສຳ​ພັນ​ລະ​ຫວ່າງ​ກຳ​ມະ​ກ​ອນ, ຊາວ​ກະ​ສິ​ກອນ, ຖັນ​ແຖວ​ປັນ​ຍາ​ຊົນ​ຢ່າງບໍ່​ຢຸດຢັ້ງ, ເພື່ອ​ເປັນ​ພື້ນ​ຖານ​ໃຫ້​ແກ່​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ, ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ປະ​ຊາ​ຊົນ​ເສີມ​ຂະ​ຫຍາຍ​ຄວາມ​ສາ​ມາດ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ປະ​ກອບ​ສ​່ວນ​ຢ່າງ​ຕັ້ງ​ຫນ້າ​ເຂົ້າ​ໃນ​​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ເສີມ​ຂະ​ຫຍາຍ​ປະ​ຊາ​ທິ​ປະ​ໄຕ, ຮັບ​ປະ​ກັບ​ຄວາມ​ສະ​ເຫມີ​ພາບ, ເຄົາ​ລົບ​, ລົບ​ລ້າງຄວາມ​ປົ່ມ​ດ້ອຍ ກ່ຽວ​ກັບ​ອະ​ດີດ​ຕະ​ການ, ພາກ​ສ​່ວນ ຊົນ​ຊັ້ນ.”

        ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ສືບ​ຕໍ່​ສວມ​ບົດ​ບາດ​ຫລັກ​ແຫລ່ງ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ ປະ​ຕິ​ບັດ​ຫນ້າ​ທີ່​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແມ່ນ​ຫນ້າ​ທີ່​ໃຈ​ກາງ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ຕາມ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ​ຈ້ອງ​ແລ້ວ, ເພື່ອ​ປະ​ຕິ​ບັດ​ຫນ້າ​ທີ່ນີ້, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ສືບ​ຕໍ່​ປະ​ຕິ​ບັດ​ບັ້ນ​ຂົນ​ຂວາຍ​ທົ່ວ​ປວງ​ຊົນ​ສາ​ມັກ​ຄີ​ສ້າງ​ຊີ​ວິດ​ທາງ​ດ້ານ​ວັດ​ທະ​ນະ​ທຳ​ຢູ​່​ເຂດ​ຊຸມ​ຊົນ, ກໍ່​ສ້າງ​ຊົນ​ນະ​ບົດ​ໃຫມ່ ແລະ ບັນ​ດາ​ຂະ​ບວນ​ການ​ແຂ່ງ​ຂັນ​ຮັກ​ຊາດ​ເປັນ​ຢ່າງ​ດີ.

        “ສົ່ງ​ເສີມ​ທຸກ​ຄົນ, ທຸກ​ພາກ​ສ່ວນ​ເສດຖະ​ກິດ ປະ​ກອບ​ພູມ​ປັນ​ຍາ, ຊັບ​ສິນ, ກຳ​ລັງ​ເຫື່ອ​ແຮງ ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ, ສ້າງ​ຄວາມ​ຮັ່ງ​ມີ​ອັນ​ຊອບ​ທຳ​ໃຫ້​ແກ່​ຕົນ​ເອງ ແລະ ຄອບ​ຄົວ ພ້ອມ​ທັງ​ເຂົ້າ​ຮ່ວມ​ການ​ລົບ​ລ້າງ​ຄວາມ​ອຶ​ດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ. ຂົນ​ຂວາຍ​ປະ​ຊາ​ຊົນ​ປະ​ຕິ​ບັດ​ການ​ປະ​ຢັດ ສ້າງ​ແຫລ່ງ​ກຳ​ລັງ​ລົງ​ທຶນ​ໃຫ້​ແກ່​ບັນ​ດາ​ກິດ​ຈະ​ກຳ​ກໍ່​ສ້າງ, ເປີດກວ້າງ ແລະ ພັດ​ທະ​ນາ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ, ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍ​ການ​ເຕີບ​ໂຕ​ເສດ​ຖະ​ກິດ​ໄປ​ຄຽງ​ຄູ່​ກັບ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ, ຮັບ​ປະ​ກັນ​ຄວາມ​ກ້າວ​ຫນ້າ​ສັງ​ຄົມ.”

        ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟູ້​ຈ້ອງ ຢືນ​ຢັນ: ດ້ວຍ​ບົດ​ບາດ​ແມ່ນ​ສຳ​ພັນ​ທະ​ມິດ​ການ​ເມືອງ, ແມ່ນ​ອົງ​ການ​ຈັດ​ຕັ້ງ​ຂອງ​ປະ​ຊາ​ຊົນ​ຢ່າງກວ້າງ​ຂວາງ, ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກໍ​ຄວນ​ສືບ​ຕໍ່​ຂົນ​ຂວາຍ​ປະ​ຊາ​ຊົນ​ເຂົ້າ​ຮ່ວມ​ການກໍ່​ສ້າງ​ພັກ, ສ້າງ​ອຳ​ນ​າດ​ການ​ປົກ​ຄອງ, ປັບ​ປຸງ​ລະ​ບົບ​ການ​ເມືອງ​ໃຫ້​ນັບ​ມື້​ນັບໝັ້ນ​ຄົງ​ເຂັ້ມ​ແຂງ. ປະ​ຕິ​ບັດ​ພາ​ລະ​ບົດ​ບາດ​ຕິດ​ຕາມກວດ​ກາ ແລະ ໄຈ້​ແຍກ​ຕີ​ລາ​ຄາ​ສ​ັງ​ຄົມ​ສຳ​ລັບ​ບັນ​ດາ​​ການ​ຈັດ​ຕັ້ງ​ພັກ ແລະ ອຳ​ນາດ​ການ​ປົກ​ຄອງໃຫ້​ດີກວ່າ, ເຮັດ​ໃຫ້​​ການ​ຈັດ​ຕັ້ງ​ພັກ ແລະ ກົງ​ຈັກ​ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ​ໃຫ້​ປອດ​ໃສ, ​ໝັ້ນ​ຄົງເຂັ້ມ​ແຂງ​ຢ່າງ​ແທ້​ຈິງ, ເປັນ​ເຈົ້າ​ການ​ປະ​ກອບ​ຄຳ​ເຫັນ​​ຕໍ່ພັກ ແລະ ລັດ ໃນ​ການ​ວາງ​ແຜນ​ກຳ​ນົດ​ກົນ​ໄກ, ນະ​ໂຍ​ບາຍ. ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຄວນ​ສ​ືບ​ຕໍ່​ປ່ຽນ​ໃຫມ່​ເນື້ອ​ໃນ ແລະ ວິ​ທີ​ການ​ເຄື່ອນ​ໄຫວ​ຕາມ​ທິດ​ໃກ້​ຊິດ​ຕິດ​ແທດ​ກັບ​ປະ​ຊາ​ຊົນ, ມຸ່ງ​ໄປ​ເຖິງ​ຂັ້ນ​ຮ​າກ​ຖານ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງ​ຄົມ, ປະ​ກອບ​ສ່ວນ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ.

        ຢື​ນ​ຢັນ: ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແມ່ນ​ຜູ້​ນຳ​ພາ, ທັງ​ແມ່ນ​ສະ​ມາ​ຊິກ​ສຳ​ຄັນ​ຂອງ ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຟຸ​ຈ້ອງ ສະ​ເຫນີ​​ຄະ​ນະ​ພັກ​ທຸກ​ຂັ້ນ ແລະ ອຳ​ນາດ​ການ​ປົກ​ຄອງ​ຄວນ​ສືບ​ຕໍ່​ເອົາ​ໃຈ​ໃສ່​ຊີ້​ນຳ ແລະ ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ​້ນ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ, ສ້າງ​ກົນ​ໄກ​ເຄື່ອນ​ໄຫວ ແລະ ນະ​ໂຍ​ບາຍ​ສຳ​ລັບ​ວຽກ​ງານ​ແນວ​ໂຮມ​ໃຫ້​ສົມ​ບູນ​ແບບ ເພື່ອ​ເພີ່ມ​ທະ​ວີ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ​ແນວ​ໂຮມ​ໃນ​ສະ​ພາບ​ການ​ໃຫ​ມ່.

ຕອບກັບ

ຂ່າວ/ບົດ​ອື່ນ