ແຜນທີ່ “10 ຕອນ”ສະແດງໃຫ້ເຫັນກົນອຸບາຍຢືດຄອງທະເລຕາເວັນອອກ

(vovworld)- ຫວ່າງ​ແລ້ວ​ນີ້ ຈີນ ສືບ​ຕໍ່“​ມີ​ການ​ກະທຳ​ຕື່ມ​ອີກ​ບາດ​ຫນຶ່ງ”​ໃນ​ຄວາມ​ມັກ​ໃຫຍ່​​​ໄຝ່ສູງ​ຢາກ​ແຜ່ຂະຫຍາຍ​ອານາ​ເຂດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ດ້ວຍ​ການ​ພິມ​ຈຳຫນ່າຍ​ແຜນ​ທີ່​ປະກາດ​ເສັ້ນ​ຊາຍ​ແດນ​ບົນ​ທະ​ເລ ຊື່​ງລວມມີ 10 ຕອນ, ກວມ​ເອົາ​ເນື້ອ​ທີ່​ທະ​ເລ​ຕາ​ເວັນ​ອອກ​ເກືອບ​ທັງ​ໝົດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ການ​ກະທຳ​ພຽງ​ລຳພັງ​ຝ່າຍ​ດຽວ​ຂອງ​ຈີນ ​ໄດ້ຖື​ກປະຊາ​ຄົມ​ໂລກ ​ເຜີຍ​ແບ.

ແຜນທີ່ “10 ຕອນ”ສະແດງໃຫ້ເຫັນກົນອຸບາຍຢືດຄອງທະເລຕາເວັນອອກ - ảnh 1
ທ່ານເອກອັກຄະລັດຖະທູດອາເມລິກາປະຈຳ Philip Goldberg
ຄັດຄ້ານແຜນທີ່ສະບັບໃຫມ່ຂອງຈີນ
 ພາບ: AFP

        ​ໃນ​ແຜນ​ທີ່​ສະບັບ​ໃຫມ່ ​ໂດຍ​ສຳນັກພິມ​ຈຳຫນ່າຍ​ແຜນ​ທີ່ ຮູ່ຫນານ ຈຳຫນ່າຍ​ເມື່ອ​ວັນ​ທີ 25/6, ຈີນ ຖະ​ແຫລ​ງອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​​ໂດ​ຍບັງອາດ, ດ້ວຍ​ການ​ແຕ້ມ​ສີ“​ເສັ້ນ 10 ຕອນ”ບຽດ​​ໃກ້​ກັບ​ບັນດາ​ຝ່ັງ​ທະ​ເລ​ຂອງ​ຫວຽດນາມ, ມ​າ​​ເລ​ເຊຍ, ຟິລີບ​ປີນ ​ແລະ ບຣູ​ໄນ, ກວມ​ເອົາ​​ເນື້ອ​ທີທະ​ເລ​ຕະ​ເວັນ​ອອກ​ເກືອບ​ທັງ​ໝົດ, ນັບ​ທັງ ສອງ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຂອງ​ຫວຽດນາມ, ​ເກາະ Palawan  ​ແລະ Luzon ​ແລະ​ເກາະ Scarborough ຂອງ​ຟີ​ລີບ​ປີນ, ຊ້ຳ​ບໍໜຳ ຍັງ​ກວມ​ເອົາ​ລັດ Arunachal Pradesh ຂອງ​ອິນ​ເດຍ. ບໍ່​ພຽງ​ແຕ່​ກວມ​ເອົາ​​​ໝູ່​ເກາະ​ບາງ​ແຫ່ງ​ຂອງ​ປະ​ເທດ​ອື່ນ​​ເປັນດິນ​ແດນ​ຂອງ​ຕົນ​​ເທົ່າ​ນັ້ນ  ຫາກ​ຈີນ ຍັງ​ຖ​ະ​ແຫລ​ງວ່າ ການ​ໃຫ້​ສັດຕະຍາບັນ​ແຜນ​ທີ່​ສະບັບ​ໃຫມ່ ​ແມ່ນ​ເພື່ອ​ປົກ​ປັກ​ຮັກສາ​ອະ​ທິປະ​ໄຕ ​ແລະ ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ຈີນ ​ແລະ ​ແຜນ​ທີ່​ສະບັບ​ນີ້ ຈະ​ສະຫນອງ​ ຄວາມ​ຮັບ​ຮູ້​ຢ່າງຮອບດ້ານ ໃຫ້​ແກ່​ປະຊາຊົນ​ ​ແລະ ຈະ​ບໍ່​ຕ້ອງລັ່ງ​ເລ​ໃຈ​ກ່ຽວ​ກັບ​ອະທິປະ​ໄຕ​ຜືນ​ແຜ່​ນດິນ​ຂອງ​ຈີນ. ຄາດ​ວ່າ ​ແຜນ​ທີ່​ສະບັບ​ນີ້​ຈະ​ຖືກ​ນຳ​ໃຊ້​ໃນ​ໂຮງຮຽນ​ຢູ່​ຈີນ.

        ຖະ​ແຫລ​ງການ​ຕາມ​ລຳພັງ ​ແລະ ​ໄຮ້​ເຫດຜົນ

        ດ້ວຍ​ການ​ກະທຳ​ແຕ້ມຄືນ​ແຜນ​ທີ່, ​ໃນ​ນັ້ນ ກວມເອົາ​ທັງ​ເຂດ​ນ້ຳ​ແດນ​ດິນ​ຂອງ​ປະ​ເທດ​ອື່ນ​ເປັນ​ຂອງ​ຕົນ ຢາກ​ຕັ້ງ​ໃຈ​ເຮັດ​ໃຫ້​ຄວາ​ມຮັບ​ຮູ້​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ກ່ຽວ​ກັບ​ອະທິປະ​ໄຕ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ຜິ​ດ​ເຂ​ວ, ປະ​ຊາ​ຄົມ​ໂລກ ​ໄດ້​​ເຜີຍ​ແບ​ກົນອຸບາຍ​ຢືດຄອງ​ທະ​ເລ​ຕາ​ເວັນ​ອອກ​ຂອງ​ຈີນ.

ແຜນທີ່ “10 ຕອນ”ສະແດງໃຫ້ເຫັນກົນອຸບາຍຢືດຄອງທະເລຕາເວັນອອກ - ảnh 2
ແຜນທີ່ 10 ຕອນຂອງຈີນຖືກຫລາຍປະເທດຄັດຄ້ານ
ພາບ:khampha.vn

        ຫລາຍ​ປະ​ເທດ​ໃນ​ພາກ​ພື້ນ ​ໄດ້​ຄັດຄ້ານ​ຢ່າງ​ແຮງ, ​ແລະ ຖື​ວ່າ ​ແຜນ​ທີ່​ສະບັບ​ໃຫມ່ ລ​ວມມີ 10 ຕອນ ຂອງ​ຈີນ​ບົນ​ທະ​ເລ​ຕາ​ເວັນ​ອອກ ​ແມ່ນ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຢາກ​ແຜ່ຂະຫຍາຍອານາ​ເຂດ​​ທີ່​ໄຮ້​ເຫດຜົນ, ​ໄປ​ຝືກກັບ​ກົດໝາຍ​ສາກົນ ​ແລະ ລະ​ເມີດ​ສົນທິສັນຍາ​ຂອງ ສປຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລປີ 1982 ຊື່​ງຈີນ​ແມ່ນ​ຝ່າຍ​ຫນຶ່ງ​ເຂົ້າ​ຮ່ວມ. ​ແຜນ​ທີ່​ສະບັບ​ນີ້ ພຽງ​ແມ່ນ​ຮູບ​​ແຕ້ມ​ທີ່​ໄຮ້​ເຫດຜົນ ສະ​ນັ້ນ​ມັນ​ບໍ່​ມີ​ຄຸນຄ່າ. ອາ​ເມ​ລິ​ກາ ກໍ່​ປະຕິ​ເສດ​ ແຜນ​ທີ່​ 10 ຕອນ​ຂອງ​ຈີນ, ຕຳ​ນິຕິ​ຕຽນ ປັກ​ກີ​ງ ຖື​ເບົາ ບັນດາ​ມາດ​ຕະການ​ທາງ​ການ​ທູດ ​ແລະ ສັນຕິພາບ​ໃນ​ການ​ແກ້​ໄຂ​ບັນດາ​ຄວາ​ມບໍ່​ລົງ​ລອຍ​ກັນ ​ແລະ ຄວາມ​ຂັດ​ແຍ້​ງກັນ. ອິນ​ເດຍ ກໍ​ຄັດຄ້ານ​ຢ່າງ​ແຮງ ​ແລະ ຖື​ວ່າ: ​ເຫດການ​ທີ່​ຈີ​ນພິມ​ຈຳຫນ່າຍ ແຜນ​ທີ່​ສະບັບ​ນີ້ ​ແມ່ນ​ກົນ​ອຸບາຍ​ໃຫມ່​ຂອງ​ຈີນ​ໃນການ ບຽດ​ຢືດທີ່​ດິນ, ບຽດ​ຢືດທະ​ເລ .  ອິນ​ເດຍ ຢືນຢັນວ່າ ລັດ Arunachal Pradesh ຢູ່ ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເຫນືອ​ຂອງ​ອິນ​ເດຍ ຊື່​ງຈີນ ​ໄດ້​ສະ​ແດງ​ອອກໃນ​ແຜນ​ທີ່​ສະບັບ​​ໃຫມ່ ຄື​ດັ່ງ​ສ່ວນ​ຫນຶ່ງ​ຂຶ້ນ​ກັບ ທິ​ເບ​ດ, ແມ່ນ​ສ່ວນ​ຫນຶ່ງ​ຂອງ​ເຂດ​ນ້ຳ​ແດນ​ດິນ ອິນ​ເດຍ ​ທີ່​ບໍ່​ອາດ​ຕັດ​ແຍກ​​ໄດ້ ​ແລະ ​ ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຈາກ New Deli  ພາຍຫລັງ​ສົງຄາມ​ຊາຍ​ແດນ​ລະຫວ່າງ​ສອງ​ປະ​ເທດ​ເມື່ອ​ປີ 1962.

        ສື່​ມວນ​ຊົນ​ສາກົນ ກໍ​ເຢາະ​ເຢີ້ຍ​ແຜນ​ທີ່​ສະບັບ​ໃຫມ່​ຂອງ​ຈີນ. ຫນັງສືພິມ Washington Post ຂອງ​ອາ​ເມ​ລິ​ກາ ສະບັບ​ອອກ​ໃນ​ວັນ​ທີ 27/6 ​ໄດ້​ຕຳ​ນິຕິ​ຕຽນ​ແຜນ​ທີ່​ສະບັບ​ໃຫມ່​ຂອງ​ຈີນ ​ແມ່ນ​ສິ່ງ​ທີ່​ແປກ​ປະຫລາດ​ເກີນ​ໄປ​ຂອງ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ​ແລະ ​ເປັນ​ຫນ້າ​ຫົວ​ທີ່​ສຸດເມື່ອ​ແຜນ​ທີ່​ສະບັບ​ນີ້ ຍັງ​ກວມ​ເອົາ​ທັງ​ລັດ Arunachal Pradesh ຂອງອິນ​ເດ​ຍອີກ​. ​ໃນ​ບົດ​ຂຽນດ້ວຍ​ຫົວ​ຂໍ້​ວ່າ: “ປັກ​ກີ​ງ ຈັດ​ວາງ​ບັນດາ​ເງື່ອນ​ໄຂ​ໄຮ້​ເຫດຜົນ​ບົນ​ທະ​ເລ​ຕາ​ເວັນ​ອອກ” ​ ຫນັງສືພິມ Le Monde ຂອງຝລ່ັງ ສະບັບ​ອອກ​ຫວ່າງ​ແລ້ວ​ນີ້, ນັກ​ຂ່າວ Brice Pedroletti ​ໄດ້​ໄຈ້​ແຍກ​ຄວາມ​ມັກ​ໃຫຍ່​ໄຝ່ສູງ ກາຍ​ເປັນ​ປະ​ເທ​ດມະຫາ​ອຳນາດ​ບົນ​ທະ​ເລ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ຫນ້າ​ທີ່​ຫລັກ​ແຫ​ລ່ງ ​ໃນ​ອາຍຸ​ການ​ຂອງ​ປະທານ​ປະ​ເທດ​ຈີນ ສີ​ຈີ້​ນຜິ​ງ, ​ເພື່ອ​ປະຕິບັດ “ຄວາມ​ໄຝ່ຝັນ​ຂອງ​ຈີນ”. ​ແລະ ​ເພື່ອ​ຫັນ​ຄວາມ​ໄຝ່ຝັນ​ຂອງ​ຕົນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ຈີນ ພ້ອມ​ແລ້ວ​ນຳ​ໃຊ້​ທຸກ​​ເລ່ຫລ່ຽມ, ກົນອຸບາຍ​ເມ​ີ​ນ​ເສີຍຕໍ່​ກົດໝາຍ​ສາກົນ, ນຳ​ໃຊ້​ທ່າ​ໄດ້​ປຽບ​ດ້ານ​ການ​ທະຫານ​ເພື່ອບັງ​ບຽດ​ປະ​ເທດ​ນ້ອຍ ​ແນ​ໃສ່​ຊຸກຍູ້​ບັນດາ​ການ​ຮຽກ​ສິດ​ຂອງ​ຕົນ. ສຳນັກ​ຂ່າວ Reuter ຂອງ​ອັງກິດ ​ໄດ້​ວິຈານ​ວ່າ ດ້ວຍ​ບາດ​ກ້າວ​ໃຫມ່​ນີ້, ອາຊີ ຍາກ​ທີ່ສາມາດ​​ເຊື່ອ​ໃຈ​ຕໍ່ເຈດ​ຈຳນົງ​ຂອງ​ຈີນ ​ແມ່ນ​ຢາກ​ມີສັນຕິພາບ​ຢ່າງ​ແທ້​ຈິງ​. ຫນັງສືພິມ​ລາຍ​ວັນ La Croix ຂອງຝລ່ັງ ສະບັບ​ອອກ​ວັນ​ທີ 26/6 ​ໄດ້​ຄັດ​ຄຳ​ເວົ້າ​ບັນດາ​ນັກ​ຄົ້ນ​ຄ້ວາ ​​ໂດຍ​ໃຫ້​ສັງ​ເກດ​ວ່າ: ຈີນ ພວມ​ນຳ​ໃຊ້​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຢາກແຜ່​ອຳນາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ ທະ​ເລ​ຮວາ​ຕຸ​ງ ​ເພື່ອ​ປົກ​ປິດ​ສະພາບ​ຂາດ​ສະຖຽນ​ລະ​ພາບ​ພາຍ​ໃນ​ປະ​ເທດ.

        ບໍ່​ພຽງ​ແຕ່​ເຮັດ​ໃຫ້​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ບັນດາ​ປະ​ເທດ​ນອກ​ພາກ​ພື້ນ ຄັດຄ້ານ​ເທົ່າ​ນັ້ນ ຫາກ​ຫາງ​ສຽງ​ພາຍ​ໃນ​ປະ​ເທດ​ກໍ​ຕຳ​ນິຕິ​ຕຽນ​ແຜນ​ທີ່​ສະບັບ​ນີ້. ນັກ​ວິຈານ​ການ​ທະຫານ​ທົ່ວ​ໂລກ​ຂອງ​ຈີນ ມີ​ຊ່ືວ່າ: Wu Ge ​ໄດ້​ມີ​ບົດ​ຂຽນ​ທາງ​ສື່​ສັງຄົມ​ອອນ​ໄລ Weibo ​ໂດຍ​ຖື​ວ່າ: ຖ້າ​ມີການ​ກະທຳ​ຄື​ປັກ​ກີ​ງ, ​ອາ​ເມ​ລິ​ກາ, ອັງກິດ ຫລື​ບໍ່​ວ່າ​ປະ​ເທດ​ໃດ​ຢາກ​ມີ​ເຂດ​ນ້ຳ​ແດນ​ດິນ​ຢູ່​ຕ່າງປະ​ເທດ ພຽງ​ແຕ້ມ​ແຜນ​ທີ່​ກໍ​ແລ້ວ. ​ແລະ ​ແຜນ​ທີ່​ສະບັບ​ໃຫມ່​ຂອງ​ຈີນ ພຽງ​ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ຮັກ​ຊາດ​ແບ​ບ ຕາຍ​ຕົວ​ເທົ່າ​ນັ້ນ

ຄວາມ​ມັກ​ໃຫຍ່​​ໄຝ່ສູງ​ແຜ່​ອຳນາດ​ສະ​ແດງອອກຢ່າງ​ຈະ​ແຈ້ງ

        ​ແຕ່​ກ່ອນ​ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ​ຈີນ ກໍ​ບໍ່​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ກ່ຽວ​ກັບ​ສິ່ງ​ທີ່​ເອີ້ນ​ວ່າ:“​ເສັ້ນທາງ 9 ຕອນ”. ຄວາມ​ຈິງ, ຈີນ​ເອງ ຍັງ​​ເຂົ້າ​ໃຈ​ບໍ່​ແຈ້ງ ​ແລະ ຂັດ​ແຍ້​ງກັນ, ບໍ່​ຮູ້​ວ່າ​ຈະ​ອະທິບາຍ​ແນວ​ໃດ​ກ່ຽວ​ກັບ​ເສັ້ນທາງ 9 ຕອນ ​ຢ່າງ​ມີ​ເຫດຜົນ. ​ເສັ້ນທາງ 9 ຕອນ ​ຖືກ​ແຕ້ມ ຄື​ແນວ​ໃດ, ນັບ​ແຕ່​​ຈຸດ​ເວລາ​ໃດ ມາ​ຮອດ​ປະຈຸ​ບັນ​ບໍ່​ມີ​ເອກະສານ​ສະບັບ​ໃດ​ອະທິບາຍ​ຢ່າງ​ຊັດ​ເຈນ. ວົງ​ການ​ສື່ສານ, ນັກວິທະຍາສາດ, ນັກ​ທະນາຍ​ຄວາມ, ນັກ​ການ​ເມືອງ ​ແລະ ພູມສາດ​ຂອງ​ຈີນ ​ແຕ່ລະຄົນກໍ່ລາຍ​ງານ​ແບບ​ແຕກ​ຕ່າງ​ກັນ, ຊ້ຳ​ບໍ່​ໜຳ​ຍັງ​ຂັດ​ແຍ້​ງກັນ. ​​ໃນ​ປະຫວັດສາດ, ຈີນ ຍັງ​ແຕ້ມ ​ເສັ້ນທາງ 9 ຕອນ ​ເປັນ 11 ຕອນ.

        ດ້ວຍ​ການ​ຜັນ​ປ່ຽນ​ແບບ​ລຳພັງ ຊື່​ງຈີນ ພວມ​ນຳ​ໃຊ້ ​ເພື່ອ​ປະຕິບັດ​ຄຳ​ຮຽກ​ສິດ​ທີ່​ໄຮ້​ເຫດຜົນ, ປັກ​ກີ​ງ ພວມ​ເຮັດ​ໃຫ້​ພາບ​ພົດ​ຂອງ​ຕົນ​ຊ່ົວ​ຮ້າຍ​ລົງ​ຕໍ່ຫນ້າ​ປະຊາ​ຄົມ​ໂລກ. ຕັ້ງ​ໃຈ​ກວມ​ເອົາ​ໝູ່​ເກ​າະ​ເກືອບ​ທັງ​ໝົດ​ໃຫ້​ແກ່​ຕົນ​ເອງ, ການ​ກະທຳ​ຂອງ​ຈີນ ​ໄດ້​ສະ​ແດງ​ໃຫ້​ເຫັນ​ຄວາມ​ມັກ​ໃຫຍ່​ໄຝ່ສູງ​ຢາກແຜ່​ອຳນາດ ບໍ່​ປົກ​ປິດໄດ້. ​ແຕ່​ເສັ້ນທາງ 9 ຕອນ, 10 ຕອນ ຫລື 11 ຕອນ ຕາມ​ບັນດາ​ນັກ​ໄຈ້​ແຍກ​ສາກົນ​ແລ້ວ, ນັ້ນ​ພຽງ​ແຕ່​ຊ່ວຍ​ໃຫ້​ຈີນ ພຶງ​ພໍ​ໃຈ​ຢູ່ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​ບໍ່​ມີ​ຄຸນ​ຄ່າ​ຫຍັງ​ກັບ​ໂລກ. ​​ເຖິງວ່າ ຈີນ ຈະພະຍາຍາມປະຕິບັດ​ສິ່ງ​ໃດ​ຫນື່ງອີກ ​ແຕ່​ສຸດ​ທ້າຍ ສະ​ນະ​ດ້ານ​ກົດໝາຍ​ຂອງ​ເສັ້ນທາງ 9 ຕອນ ຫລື 10 ຕອນ ພຽງ​​ແຕ່ແມ່ນ​ສານ​ຕຸລາການ​ສາກົນ​​ເປັນ​ຜູ້​ຕັດສິນເທົ່າ​ນັ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ