ໂລກ​ປີ 2022: ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ

(VOVWORLD) - ໂດຍເລີ່ມມາຈາກຫຼາຍບັນຫາທີ່ສັບສົນ ແລະ ແກ່ຍາວ, ປີ 2022, ໂລກຍັງສືບຕໍ່ຕ້ອງປະເຊີນໜ້າກັບສິ່ງທ້າທາຍຮ້າຍແຮງຫຼາຍຢ່າງ. ນອກຈາກບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ແລ້ວ, ການແກ້ງແຍ້ງພູມີຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດກໍຄືຫຼາຍບັນຫາຮ້ອນເຮັ່ງເຊິ່ງເກີດຂຶ້ນຢູ່ທຸກທະວີບໃນໂລກນັ້ນ, ຈະສືບຕໍ່ແມ່ນສິ່ງກີດຂວາງຢ່າງໃຫຍ່ຫຼວງ ທີ່ຕ້ອງຜ່ານຜ່າ ເພື່ອສ້າງໂລກໃຫ້ສວຍງາມກວ່າ.

ກ່າວຄຳເຫັນທີ່ກອງປະຊຸມສະມັດຊາໃຫຍ່ ສປຊ ໃນວັນທີ 21 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງຄວາມວິຕົກກັງວົນວ່າ ສະພາບການທົ່ວໂລກໃນປັດຈຸບັນພວມວຸ້ນວາຍ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ ເມື່ອທຽບໃສ່ໄລຍະສົງຄົມເຢັນ. ແລະ ໃນຕົວຈິງ, ມີສັນຍານຫຼາຍຢ່າງຊີ້ໃຫ້ເຫັນວ່າ ການແກ້ງແຍ້ງພູມີຍຸດທະສາດລະຫວ່າງບັນດາປະເທດມະຫາອຳນາດພວມເພີ່ມຂຶ້ນໃນປີ 2022. ໃນຂະນະນັ້ນ, ມີບັນຫາຮ້ອນເຮັ່ງຫຼາຍຢ່າງຫາກໍເກີດຂຶ້ນ ຫຼື ສືບຕໍ່ມີການຜັນແປຢ່າງສັບສົນຢູ່ເກືອບທຸກພາກພື້ນ, ອັນໄດ້ກໍ່ໃຫ້ເກີດສິ່ງທ້າທາຍຕື່ມອີກແກ່ຄວາມມານະພະຍາຍາມຊຸກຍູ້ການສ້າງສັນຕິພາບ ແລະ ວັດທະນາຖາວອນໃນໂລກ.

ປີ 2020 - ເປັນປີທີ່ມີສິ່ງທ້າທາຍຫຼາຍຢ່າງດ້ວຍຫຼາຍຈຸດຮ້ອນເຮັ່ງ

ບໍ່ພຽງແຕ່ແມ່ນການຄາດຄະເນເທົ່ານັ້ນ, ການພົວພັນລະຫວ່າງສອງປະເທດມະຫາອຳນາດເສດຖະກິດໃຫຍ່ທີ່ສຸດໃນໂລກ ນັ້ນແມ່ນ ອາເມລິກາ ແລະ ຈິນ ມີການຜັນແປທີ່ບໍ່ດີເກີດຂຶ້ນຢ່າງຕໍ່ເນື່ອງຕໍ່ການຫຼຸດຜ່ອນຄວາມເຄັ່ງຕຶງ ໃນຊຸມວັນຕົ້ນປີໃໝ່ 2022. ສອງຝ່າຍຈັດວາງຄຳສັ່ງຫ້າມບິນໄປມາຫາສູ່ກັນ, ພ້ອມທັງດຳເນີນປະຕິກິລິຍາຫຼາຍຢ່າງໃນພື້ນທີ່ຕົວຈິງທີ່ກ່ຽວຂ້ອງເຖິງບັນຫາທະເລຕາເວັນອອກ, ໄທເປ - ຈີນ…, ເພີ່ມຫຼາຍບັນຫາເຂົ້າໃນ “ບັນຊີເອກະສານຮ້ອນເຮັ່ງ” ທີ່ຍັງພວມຄ້າງຄາລະຫວ່າງສອງຝ່າຍໃນເກືອບທຸກຂົງເຂດ, ນັບແຕ່ການຂັດແຍ້ງດ້ານການຄ້າ, ການໂຕ້ຖຽງກັນກ່ຽວກັບສິດທິມະນຸດ, ຕະຫຼອດຮອດການກ່າວຫາການບຸກໂຈມຕີຜ່ານທາງອິນເຕີເນັດ…

ໃກ້ກັບຈີນ, ສະພາບການລວມໃນແຫຼມເກົາຫຼີ ກໍພວມມີການຜັນແປຢ່າງເຄັ່ງຕຶງ ພາຍຫຼັງທີ່ ສປປ.ເກົາຫຼີ ສືບຕໍ່ດຳເນີນການຍິງທົດລອງລູກສອນໄຟເປັນຫຼາຍຮອບແຕ່ປີແລ້ວນີ້ຫາປີນີ້. ຢູ່ເອີຣົບ, ຄວາມວິຕົກກັງວົນດ້ານຄວາມໝັ້ນຄົງທີ່ກ່ຽວຂ້ອງເຖິງບາງປະເທດຄື ຢູແກຼນ, ອາກເມເນຍ, ກາຊັກສະຖານ… ກໍຍັງບໍ່ທັນໄກ່ເກ່ຍໄດ້ເທື່ອ. ລັດເຊຍ ແລະ ຝ່າຍຕາເວັນຕົກສືບຕໍ່ຍົກອອກຄຳກ່າວເຕືອນແຂງກະດ້າງແນໃສ່ກັນ, ເຮັດໃຫ້ບັນຍາກາດຂອງການສູ້ຢັນກັນນັບມື້ນັບເພີ່ມຂຶ້ນ. ສ່ວນຢູ່ ອາຟະລິກາ, ໃນຂະນະທີ່ຫຼາຍຈຸດຮ້ອນເຮັ່ງທີ່ມີແຕ່ໃດມາຄື ມາລີ, ເຢແມນ, ລີບີ, ຊູດັງ, ຊູດັງໃຕ້… ຍັງບໍ່ທັນມີສັນຍານຫຼຸດລົງເທື່ອ, ພັດເກີດມີຈຸດຮ້ອນເຮັ່ງໃໝ່ນັ້ນແມ່ນ ບວກກີນາ ຟາໂຊ. ວັນທີ 24 ມັງກອນ, ກອງທັບປະເທດນີ້ໄດ້ຈັບຕົວປະທານາທິບໍດີ ແລະ ປະກາດຢຸດຕິລັດຖະທຳມະນູນຢ່າງກະທັນຫັນ.

ໂລກ​ປີ 2022: ຕ້ອງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມຫຼາຍ​ຢ່າງ​ເພື່ອ​ຜ່ານ​ຜ່າ​ສິ່ງ​ທ້າ​ທາຍ - ảnh 1ທ່ານເລຂາທິການໃຫຍ່ ສປຊ Antonio Guterres   (ພາບ: AP/ Robert Bumsted)
ໃນສະພາບການນັ້ນ, ໂລກລະບາດໂຄວິດ - 19 ສືບຕໍ່ເພີ່ມຂຶ້ນ, ສ້າງສິ່ງທ້າທາຍ ແລະ ຄວາມກົດດັນໃໝ່ຕໍ່ຄວາມມານະພະຍາຍາມຟື້ນຟູເສດຖະກິດຂອງເກືອບທຸກປະເທດໃນໂລກ. ກ້າວເຂົ້າສູ່ປີທີ 3, ໂລກລະບາດຍັງບໍ່ທັນມີສັນຍານທີ່ຈະແຈ້ງໃດໆທີ່ຊີ້ໃຫ້ເຫັນວ່າ ຈະສິ້ນສຸດໂດຍໄວ. ທ່ານຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) Tedros Adhanom Ghebreyesus ວັນທີ 24 ມັງກອນ ໄດ້ກ່າວເຕືອນວ່າ ເຊື້ອໄວຣັດກາຍພັນ Omicron ບໍ່ແມ່ນຈຸດສິ້ນສຸດຂອງເຊື້ອພະຍາດໂຄວິດ - 19, ພ້ອມທັງເນັ້ນໜັກວ່າ “ຄວາມສ່ຽງທີ່ຈະປະກົດມີເຊື້ອໄວຣັດກາຍພັນຈາກ Sars CoV 2 ແຜ່ລະບາດຢ່າງແຮງກວ່າ ແລະ ອັນຕະລາຍກວ່ານັ້ນ ແມ່ນບັນຫາຕົວຈິງທີ່ສຸດ”.

ການເຈລະຈາ ແລະ ການຮ່ວມມືເພື່ອໂລກທີ່ສວຍງາມກວ່າ

ຕາມວົງການນັກໄຈ້ແຍກແລ້ວ, ດ້ວຍສິ່ງທ້າທາຍຮ້າຍແຮງຫຼາຍຢ່າງຄືແນວນັ້ນ, ໂລກຕ້ອງມານະພະຍາຍາມຫຼາຍກວ່າໃນປີ 2022 ເພື່ອຜ່ານຜ່າ ແລະ ມຸ່ງໄປເຖິງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມສະດວກແກ່ການຟື້ນຟູ ແລະ ພັດທະນາເສດຖະກິດ. ໃນນັ້ນ, ການເຈລະຈາ ແລະ ການຮ່ວມມືຢ່າງແທດຈິງ ຍັງໄດ້ຮັບຖືວ່າ ແມ່ນກຸນແຈເພື່ອແກ້ໄຂວິກິດການ.

ວັນທີ 21 ມັງກອນ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ໄດ້ກະຕຸກຊຸກຍູ້ ອາເມລິກາ ແລະ ຈີນ ດຳເນີນການເຈລະຈາກ່ຽວກັບການຄ້າ ແລະ ເຕັກໂນໂລຢີ ເພື່ອຫຼີກລ້ຽງການຈັດແບ່ງຂົ້ວໃນຕະຫຼາດ ແລະ ພື້ນຖານເສດຖະກິດໂລກ. ຕາມການນຳ ສປຊ ແລ້ວ, ໂລກ ຕ້ອງຮີບເຮັ່ງ ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ເປັນໜ້າສ່ຽງໄພນີ້ຢ່າງຂ້ຽວຂາດ ດ້ວຍວິທີຮັບມືກັບໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ປະຕິຮູບລະບົບການເງິນທົ່ວໂລກເພື່ອຮັບປະກັນການຟື້ນຟູຢ່າງຍຸຕິທຳ, ແກ້ໄຂວິກິດການກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ, ຖືມະນຸດເປັນໃຈກາງຂອງໂລກດີຈີຕອນ ແລະ ເຕັກໂນໂລຢີກ້າວໜ້າ, ພ້ອມທັງນຳມາເຊິ່ງສັນຕິພາບແບບຍືນຍົງ. ກ່ອນໜ້ານັ້ນ, ໃນສານອວຍພອນປີໃໝ່ 2022, ທ່ານເລຂາທິການໃຫຍ່ Antonio Guterres ກໍຮຽກຮ້ອງໃຫ້ບັນດາປະເທດ ແລະ ທົ່ວໂລກເຄື່ອນໄຫວ “ບົນເນື້ອໃຈຈິດໃຈເຈລະຈາ, ປະນິປະນອມ ແລະ ໄກ່ເກ່ຍ ເພື່ອມະນຸດ, ໜ່ວຍໂລກ ແລະ ຄວາມວັດທະນາຖາວອນ”./.

ຕອບກັບ

ຂ່າວ/ບົດ​ອື່ນ